ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຢັ່ງຫາງສຽງຍ່ອມຈະມີການປ່ຽນແປງໄດ້ທຸກເມື່ອ ກ່ອນໜ້າການເລືອກຕັ້ງທົ່ວປະເທດ


​ທ່ານ Donald Trump ຜູ້​ສະ​ໝັກ​ເປັນປະທານາທິບໍດີ​ສະຫະລັດສັງກັດ​ພັກ Republican ກ່າວຖະແຫຼງທີ່ National Guard Association of the United States, 12 ກັນຍາ, 2016, ໃນ Baltimore.
​ທ່ານ Donald Trump ຜູ້​ສະ​ໝັກ​ເປັນປະທານາທິບໍດີ​ສະຫະລັດສັງກັດ​ພັກ Republican ກ່າວຖະແຫຼງທີ່ National Guard Association of the United States, 12 ກັນຍາ, 2016, ໃນ Baltimore.

ມີ​ພຽງ​ແຕ່2-3 ສັບປະ​ດາ​ກ່ອນ​ໜ້າ​ນີ້​ເທົ່າ​ນັ້ນ ​ທີ່​ເບິ່ງຄື​ວ່າ ການ​ໂຄສະນາ​ຫາ​ສຽງ​ຂອງ​ທ່ານ Trump ຄື​ວ່າ​ມີ​ບັນຫາ ​ແຕ່​ວ່າ​ນັບ​ຕັ້ງ​ແຕ່ ຕອນ​ນັ້ນ ຕອນ​ທີ່​ທ່ານ Donald Trump ຜູ້​ສະ​ໝັກ​ເປັນ ປະທານາທິບໍດີ​ສະຫະລັດສັງກັດ​ພັກ Republican ກໍ​ໄດ້​ເກັບ​ສະ​ສົມຄະ​ແນນ ​ໃນ​ອັນ​ທີ່​ເອີ້ນ​ວ່າ ລັດ​ທີ່​ບໍ່​ແນ່ນອນ ຕາຍ​ຕົວ ຊຶ່ງ​ຊ່ຽວຊານ​ເລື້ອງ​ການ​ຢັ່ງ​ຫາງ​ສຽງ ທ່ານ Tim Malloy ​ໄດ້​ບອກ​ກັບ VOA ຜ່ານ​ທາງ Skype ຊຶ່ງ​ທ່ານ​ກ່າວ​ວ່າ “ຕອນ​ທີ່​ທ່ານ​ເບິ່ງ​ເຂົ້າ​ໄປ​ໃນ​ລັດ Florida, Carolina ​ເໜືອ, Pennsyvania, ​ແລະ Ohio ທີ່​ໃກ້ຊິດ​ກັບທີ່​ສຸດ
ຊຶ່ງ​ລັດ​ພວກ​ນີ້ ​ແມ່ນ​ເປັນ​ລັດ​ທີ່ທັງສອງ ຜູ້​ສະ​ໝັກຈຳ​ເປັນ​ທີ່ຈະ​ຕ້ອງ​ຊະນະ​ ​ແລະ​ຖ້າ​ຫາກ​ວ່າ ​ໃນ​ການ​ແຂ່ງຂັນ​ແລ່​ນມ້າມື້​ນີ້ ບໍ່​ມີ​ຜູ້​ໃດ​ຮູ້​ດອກ​ວ່າ ຜູ້​ທີ່​ຊະນະ​ນັ້ນ​ແມ່ນ​ຜູ້​ໃດ​ໃນ​ການ​ເລືອກ​ຕັ້ງ​ຄັ້ງ​ນີ້ ​ເພາະສະ​ນັ້ນ ພວກ​ປ່ອນ​ບັດ​ຄວນ​ຈະ​ຮຽນ​ຮູ້​ວ່າ ການ​ເລືອກ​ຕັ້ງ​ຄັ້ງ​ນີ້ ​ແມ່ນ​ໃກ້​ຄຽງກັນ​ຫຼາຍ​ທີ່​ສຸດ. ຜູ້​ສະ​ໜັກ​ທີ່​ມີ​ສຽງ​ດັງ ຜູ້​ສະໝັກ​ທີ່​ນິຍົມ ​ແລະ​ນັ້ນ ​ແມ່ນ​ວ່າ ​ໄດ້​ປ່ຽນ​ແປງ​ໄປ ມື້​ຕໍ່​ມື້.”

ທັງ​ສອງ​ທ່ານ Trump ​ແລະ​ທ່ານ Clinton ​ແມ່ນ​ມີ​ພວກ​ທີ່​ຈົງ​ຮັກ​ພັກດີ ​ແຕ່​ວ່າ ພວກ​ປ່ອນ​ບັດ​ທັງຫຼາຍ​ຍັງ​ຄົງ​ບໍ່​ທັນ​ຕັດສິນ​ວ່າ​ຈະ​ເລືອກ​ຜູ້​ໃດ​ເທື່ອ. ທ່ານ Malloy ກ່າວ​ວ່າ ການ​ໂຕ້​ວາທີ​ໃນ​ອານາ​ຄົດ ​ໂດຍ​ສະ​ເພາະການ​ໂຕ້​ວາທີ​ຄັ້ງ​ທຳ​ອິດ ​ໃນ​ວັນ​ທີ 26 ກັນຍາ ຈະ​ມາ​ເຖິງ​ນີ້ ຈະ​ຊ່ອຍ​ໃນ​ການ​ຕັດສິນ​ໃຈ​ໃຫ້​ພວກ​ເຂົາ​ເຈົ້າ.

ທ່ານ Tim Malloy ກ່າວ​ເພີ້​ມຕື່ມ​ວ່າ “ພວກ​ເຮົາ​ຖາມ​ຄຳ​ຖາມ​ທີ່​ວ່າ ​ແມ່ນ​ຜູ້​ສະໝັກ​ທ່ານ​ໃດ ທີ່​ຈະ​ເປັນ​ຜູ້​ທີ່​ເໝາະສົມ​ໃນ​ການ​ກຳກັບ​ເລື້ອງ​ອາວຸດ​ນິວ​ເຄລຍ ທ່ານ​ໃດ ຈະ​ຮັບ​ມື​ກັບ​ວິ​ກິດ​ການ​ນາໆ​ຊາດ ​ໃນ​ສະຖານະ​ການ​ທີ່​ດີ​ທີ່​ສຸດ ​ບັນຫາ​ເລື້ອງ​ຄົນ​ເຂົ້າ​ເມືອງນັ້ນ ນັ້ນ​ແມ່ນ​ເລື້ອງ​ໃຫຍ່​ ຊຶ່ງ​ເປັນ​ຄຳ​ຖາມ​ທີ່​ຍືດ​ເຍື້ອມາ​ດົນ​ແລ້ວ. ​ແມ່ນ​ຜູ້​ໃດ​ຈະ​ມີ​ຄວາມ​ເປັນ​ຫ່ວງ​ເປັນ​ໃຍ ​ໃນ​ການ​ປົກ​ປ້ອງ​ຄຸ້ມ​ຄອງ​ຄອບຄົວ​ຂອງ​ທ່ານ​ແລະ​ທ່ານ. ​ແລະ​ນັ້ນ​ລະ ​
ແມ່ນເລື້ອງ​ທີ່​ພວກ​ຜູ້​ຄົນ ຄວນ​ຈະ​ເພັ່ງ​ເລັ່ງ ​ເອົາ​ໃຈ​ໃສ່ ​ແລະຕອນ​ທີ່​ການ​ຢັ່ງສຽງ ອອກ​ມາ​ກ່ຽວ​ກັບ​ເລື້ອງ​ພວກ​ນີ້​ແລ້ວ​ນັ້ນ ​ແຕ່​ວ່າ​ໃນ​ທີ່​ສຸດ ມັນ​ກໍ​ຈະ​ຂຶ້ນ​ຢູ່​ກັບ​ການ​ໂຕ້​ວາ​ທີ.”

​ການ​ເປັນ​ໂຣກປອດ​ບວມ​ຂອງທ່ານ​ນາງ Clinton ​ໄດ້​ບັງຄັບໃຫ້ທ່ານ​ນາງ​ຍົກ​ເລີກ​ແຜນ​ການ ທັງໜົດໃນ​ລັດ California ເຮັດ​ໃຫ້ມີ​ຄຳ​ຖາມຂຶ້ນ​ກ່ຽວ​ກັບ​ ​ສຸກຂະພາບຂອງ
ທ່ານນາງ ​ແຕ່​ວ່າ​ເລື້ອງ​ນີ້ ຈະ​ບໍ່​ມີ​ຜົນ​ກະທົບ​ຕ່ການ​ຫາ​ສຽງ​ແຕ່ຢ່າງໃດ.

​ຜູ້​ປ່ອນ​ບັດແມ່ຍິງ​ຜູ້ນຶ່ງຈາກ​ລັດ​ນິວຢ໊ອກ ກ່າວ​ວ່າ “ຂ້ອຍ​ຫວັງ​ວ່າ ທ່ານ​ນາງ​ຄົງ​ຈະ​ບໍ່​ໃຊ້​ເລື້ອງ​ນີ້ ​ເປັນ​ເຫດຜົນ ​ແຕ່​ ຂ້ອຍ​ບໍ່ຄິດວ່າ ມັນ​ບໍ່​ໜ້າ​ຈະ​ມີ​ຜົນ​ກະທົບຫຽັງຫຼາຍ​.”

ຜູ້​ປ່ອນ​ບັດອີກຜູ້ນຶ່ງເປັນຜູ້​ຊາຍ​ຈາກ​ລັດ​ນິວຢ໊ອກ ກ່າວ​ວ່າ “ຜູ້​ໃດ​ກໍ​ເປັນປອດບວມໄດ້. ​ຄົນເຮົາ ​ຄວນ​ຈະ​ເບິ່ງ ​ເຖິງ​ຄວາມ​ອົດທົນ​ລຳ​ບາກ​ທີ່​ທ່ານ​ນາງ ​ໄດ້​ອອກ​ຫາ​ສຽງ​ແລະ​ທ່ານ​ນາງ ກໍ​ໄດ້​ຮັບ​ການ​ພັກຜ່ອນ​ແຕ່ພຽງ​ໜ້ອຍ​ດຽວ​. ນັ້ນ​ລະ​ແມ່ນການສະ​ແດງ​ອອກ​ເຖິງ​ສິ່ງ​ທີ່​ທ່ານນາງໄດ້​ເຮັດ​ເພື່ອ​ປະຊາຊົນ ​ເພາະວ່າ​ທ່ານ​ນາງ ​ໄດ້ເຮັດ​ວຽກມາຢ່າງ​ຫຼວງ​ຫຼາຍ ພະຍາຍາມ​ຈະ​ໃຫ້​ປະຊາຊົນ​ເຂົ້າ​ໃຈ​ເຖິງ​ສິ່ງ​ທີ່​ທ່ານ​ນາງ​ຢາກ​ຈະ​ກະທຳ​ເພື່ອ​ປະ​ເທດ​ຊາດ.”

ທ່ານ Malloy ກ່າວວ່າ ການ​ຢັ່ງ​ຫາງ​ສຽງທັງຫຼາຍ​ທັງ​ປວງ ສະ​ແດງໃຫ້ເຫັນເປັນພຽງ​ຊ່ວງ​ໄລຍະ​ສັນໆ. ແນວໂນ້ມທີ່​ຕ້ອງໄດ້​ຕິດຕາມ​ໄປ ຈະແມ່ນ​ວ່າ ທ່ານ Trump ສາມາດຈະ​ເກັບກຳ​ເອົາການ​ສະ​ນັບ​ສະ​ໜຸນ​ຈາກ​ພວກ​ແມ່ຍິງ ຄົນ​ຜີວ​ດຳ ​ແລະ​ຜູ້​ຄົນ​ທີ່​ມີ​ເຊື້ອ​ສາຍ ສະເປນ ຫຼືບໍ່
ກໍ​ວ່າ ທ່ານ​ນາງ Clinton ຈະ​ປະສົບ​ຜົນສຳ​ເລັດ​ໃນ​ການ​ຮັກສາ​ພວກ​ທີ່​ສະໜັບສະໜຸນ​ທ່ານ​ໄວ້ໄດ້ຫຼືບໍ່.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG