ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໙ ພຶດສະພາ ໒໐໒໓

ການທົດລອງຢາປິ່ນປົວ ອີໂບລາ ກຳລັງດຳເນີນໄປ ຢ່າງໄວ ໂດຍບໍ່ຜ່ານ ກົດລະບຽບກວດ ຕາມປົກກະຕິ


ທ່ານນາງ ດອກເຕີ້ Felicity Hartnell, ເຈົ້າໜ້າທີ່ຄົ້ນຄວ້າ ການແພດ ທີ່ ມະຫາວິທະຍາໄລ Oxford ກຳລັງກວດສອບເບິ່ງ ວັກຊິນ ຕ້ານເຊື້ອ ອີໂອລາ

ການປິ່ນ​ປົວ​ພະຍາດ ​ອີ​ໂບລາ ດ້ວຍຢາທົດ​ລອງ ກຳລັງ​ເຄື່ອນ​
ໄຫວຢ່າງ ວ່ອງ​ໄວປານ​ຟ້າ​ແລ້ບ ຜ່ານຂັ້ນ​ຕອນ​ການ​ຄວບ​ຄຸມ
ທີ່ຕາມ​ປົກ​ກະ​ຕິ​ແລ້ວ ​ແມ່ນ​ສາມາດ​ໃຊ້​ເວລາ​ຫລາຍ​ປີ​. ຄວາມ​
ຮີ​ບດ່ວນ​ໃນ​ການ​ຍັບ​ຍັ້ງ ການ​ລະບາດ​ຂອງ ເຊື້ອ​ໄວຣັສ​ ຮ້າຍ
​ແຮງອັນ​ນີ້ ຢູ່​ໃນ​ ສາມ​ປະ​ເທດອາຟຣິກາຕາ​ເວັນ​ຕົກ ກໍ​ຄື ກີນີ
​ໄລ​ບີເຣຍ ​ແລະ​ຊີິ​ແອ​ຣາ ລີ​ອອນ ນັ້ນ ​ໝາຍ​ຄວາມ​ວ່າ ຈຳນວນ
ການ​ປິ່ນປົວທີ່​ອາດ​ມີ​ຫວັງ​ຫາຍ​ໄດ້ ກຳລັງຂ້າມຜ່ານ​ກົດລະບຽບ
ຕາມ​ປົກກະຕິ ທີ່​ຂັດຂວາງ​ການຮັບ​ຮອງ​ເອົາ​ໂດຍໄວ​ນັ້ນ. ນັກ
​ຂ່າວວີ​ໂອເອ Jessica Berman ມີລາ​ຍງານ ຊຶ່ງ ກິ່ງ​ສະຫວັນ
ຈະ​ນຳ​ມາສະ​ເໜີ​ທ່ານ.

ກ່ອນ​ທີ່ຢາ​ໃໝ່ ຈະ​ໄດ້ຮັບ​ການ​ອະນຸມັດ ຫລື​ຮັບຮອງ​ເອົາ ​ໂດຍ​ເຈົ້າ​ໜ້າ​ທີ່​ຄວບ​ຄຸມ​ຂອງ
ສະຫະລັດນັ້ນ ບັນດາ​ນັກ​ຄົ້ນຄວ້າ ຕ້ອງ​ໄດ້ທຳ​ການ​ທົດ​ລອງຢ່າງ​ລົງ​ເລິກກັບ​ຄົນເພື່ອພິສູດ
ໃຫ້​ເຫັນ​ວ່າ ສ່ວນປະກອບ​ໃມຕົວຢາ​ນັ້ນ ປອ​ດ​ໄພແລະ​ໄດ້ຜົນ. ການ​ທົດ​ລອງ​ຢາຕາມ
ປົກກະຕິ​ແລ້ວ ​ແມ່ນ​ຕ້ອງ​ທົດ​ລອງກັບ​ຫລາຍໆ​ພັນ​ຄົນ ແລະສາມາດໃຊ້​ເວລາຫລາຍໆປີ​
ຈຶ່ງ​ຈະສຳ​ເລັດ​ເສັດສີ້​ນ.

ຫາກແຕ່​ວ່າ ກົດ​ລະບຽບ ທີ່​ເອີ້ນວ່າ “animal rule” ຫລື “ກົດ​ລະບຽບ​ສັດ” ຂອງອົງການ
ອາຫານແລະ​ຢາສະຫະລັດ ອຳນວຍໃຫ້​ບັນດາ​ນັກ​ຄົ້ນ​ຄວ້າ ​ສາມາດໄດ້​ຮັບ​ການ​ຮັບຮອງ
ຢ່າງ​ວ່ອງ​ໄວ ​ເວລາ​ໃດ​ທີ່​ປະ​ເຊີນ​ໜ້າ​ກັບການ​ເກີດ​ໂຣກທີ່​ຮ້າຍແຮງ ​ຄື​ກັບ​ເຊື້ອ​ ອີ​ໂບລານີ້
​ອີງ​ຕາມ ທ່ານ Thomas Geisbert ນັກຈຸລະ​ຊີວະ​ວິ​ທະຍາ ​ແຫ່ງ​ພະ​ແນ​ກ​ການແພດຂອງ
ມະຫາວິທະຍາ​ໄລ ລັດ​ Texas ທີ່​ເມືອງ Galveston.

ດອກ​ເຕີ້ Geisbert ​ໄດ້​ຊ່ວຍ​ພັດທະນາ ຢາ​ປ້ອງ​ກັນ ​ເຊື້ອອີ​ໂບລາ ທີ່​ເອີ້ນວ່າ VSV ຊຶ່ງ​
ໃນ​ອາທິດ​ນີ້ ​ໄດ້ຖືກນຳ​ໄປທົດ​ລ​ອງ​ກັບ​ມະນຸດ ຊຶ່ງ​ເປັນອາສາ​ສະມັກ ມີ​ສຸຂະພາບ​ດີ 20
ຄົນ​ ຢູ່ສະ​ຖາ​ບັນຄົ້ນ​ຄວ້າ​ Walter Reed ຂອງ​ກອງທັບ​ບົກ​ສະຫະລັດ ທີ່​ລັດ Maryland.

ທ່ານ Geisbert ກ່າວ​ວ່າ ພາຍ​ໃຕ້ກົດ​ລະບຽບ​ສັດນັ້ນ ພວກ​ນັກວິທະຍາສາດ​ ພຽງ​ແຕ່​ຕ້ອງສະ​ແດງໃຫ້ເຫັນ​ວ່າ ສ່ວນ​ປະສົມ​ຢູ່​ໃນ​ຢາ​ທົດ​ລອງ​ນັ້ນ ​ໃຊ້​ໄດ້ຜົນ ​ໃນ​ການ​ທົດລອງ
ກັບສັດ ທີ່​ເປັນ​ພະຍາດ​ຂອງ​ມະນຸດ ​ໃນ​ກໍລະນີ​ນີ້​ແມ່ນ​ລີງ.

ທ່ານ Geisbert ກ່າວ​ວ່າ :

“​ແລະຄຽງ​ຄູ່​ກັນ​ໄປ​ນັ້ນ ທ່ານກໍທຳ​ການທົດ​ລອງ​ ຂັ້ນທີນຶ່ງ ຕາມ​ແບບ​ທຳ​ມະ​ດາ
ຊຶ່ງ​ເປັນ​ພຽງຂັ້ນຕອນ​ສຶກສາ ການ​ທົດ​ລອງ​ວັກ​ຊິນຫລື​ປິ່ນປົວ​ ຜູ້​ອາສາ​ສະມັກທີ່
​ມີ​ສຸຂະພາບ​ດີ ​ເພື່ອ​ໃຫ້ແນ່​ໃຈ​ວ່າ ວັກ​ຊິນຫລື​ຢາຂອງ​ທ່ານ ບໍ່​ເຮັດ​ໃຫ້ຄົນ​ທີ່ມີ​
ສຸຂະ​ພາບດີ​ປົກກະຕິ ເປັນ​ພະຍາດ​ໃດໆ ຫລືມີ​ອາການກົງກັນຂ້າມ​ ​ທີ່​ຮ້າຍ​ແຮງ.”

ຢາ​ທົດ​ລອງ zMapp ​ໄດ້ອອກ​ຈາກ​ຫ້ອງ​ທົດ​ລອງ​ ​ໄປປິ່ນປົວ​ຄົນ​ເຈັບ​ຈຳນວນ​ນຶ່ງໂດຍ​ກົງ
ຢູ່​ໃນສະຫະລັດ ໂດຍຂ້າມ​ຜ່ານ​ການ​ທົດ​ລອງ ​ເລື້ອງຄວາມ​ປອດ​ໄພ.

ນອກຈາກຢາ VSV ທີ່ບັນດາ​ນັກ​ຄົ້ນຄວ້າຊາວກາ​ນາ​ດາ ກຳລັງທົດ​ລອງຢູ່ໃນ​ເວລາ​ນີ້ແລ້ວ
ກໍ​ກຳລັງ​ມີ​ການ​ທົດ​ລອງ ຢູ່ປະ​ເທດມາລີ ຢາ​ວັກ​ຊິນອີກ​ຢ່າງ​ນຶ່ງທີ່ໃຫ້​ຄວາມ​ຫວັງ ຊຶ່ງຜະລິດ
​ໂດຍ ບໍລິສັດ​ຜະລິດຢາ ອັງກິດ GlaxoSmithKline. ມາລີ​ ມີ​ຊາຍ​ແດນ​ຕິດ​ກັບປະ​ເທດ
ກີ​ນີ ຈຸດໃຈ​ກາງ​ຂອງ​ການລະບາດຂອງ​ອີ​ໂບລາ ​ທີ່​ໄດ້​ເອົາຊີວິດຄົນ​ໄປ​ແລ້ວ ຫລາຍກວ່າ
4,000 ​ຄົນ ​ໃນອາຟຣິກາ​ຕາ​ເວັນ​ຕົກ.

ມາ​ຮອດ​ປັດຈຸບັນ ​ແມ່ນ​ບໍ່​ໄດ້​ມີ​ລາຍ​ງານ ກໍ​ລະ​ນີ​ຕິດເຊື້ອອີ​ໂບລາ ຢູ່​ໃນປະ​ເທດ​ມາລີ ​
ແມ່ນ​ແຕ່​ກໍລະນີ​ດຽວ​.

ຢາວັກ​ຊີ​ນທັງ​ສອງ​ຢ່າງນີ້ ​ໄດ້ພິສູດ​ໃຫ້​ເຫັນ​ວ່າ ໄດ້​ຜົນ 100 ​ເປີ​ເຊັນ ​ໃນ​ການ​ປ້ອງ​ກັນ
ພວກ​ລີງ ບໍ່​ໃຫ່້ຕິດ​ແປດເຊື້ອອີ​ໂບລາ ​ໂດຍບໍ່​ມີຜົນ​ຂ້າງຄຽງ​ແຕ່​ຢ່າງ​ໃດ.

ການເລ່ງ​ລັດ​ການ​ທົດ​ລອງ ຍັງໝາຍວ່າ ບັນດາ​ນັກ​ຄົ້ນ​ຄ​ວ້າ ບໍ່​ຈຳ​ເປັນ​ຕ້ອງ​ປະຕິບັດກົດ
​ລະບຽບ ທີ່​ບັງຄັບ​ໃຫ້ທຳ​ການ​ທົດ​ລອງ​ຢາ​ປອມ​ກັບ​ ພວກ​ອາສາ​ສະມັກ ທີ່​ຕິດ​ເຊື້ອ​ແລ້ວ
ເພື່ອ​ສົມ​ທຽບ​ປະສິດທິພາບຂອງ​ຢາທົດ​ລອງ​ນັ້ນ.

​ເຊື້ອ​ໄວຣັສອີ​ໂບລາ ​ແມ່ນ​ມີອັດຕາ​ການ​ຕາຍ​ຂອງ​ຜູ້​ຕິດ​ເຊື້ອ ​ເຖິງ 90 ​ເປີ​ເຊັນ. ບັນດາ
ຊ່ຽວຊານ​ກ່າວ​ວ່າ ມັນ​ຜິດ​ຈັນ​ຍາ​ບັນ ທີ່ຈະເອົາຢາ​ປອມ​ໃຫ້ ຄົນທີ່​ຕິ​ດ​ເຊື້ອ​ພະຍາດ​ຮ້າຍ
​ແຮງ ກິນ.

​ໃນ​ກໍລະນີການ​ປິ່ນປົວ ອີ​ໂບລານີ້ ທ່ານ Geisbert ກ່າວ​ວ່າ ​ແມ່ນຍັງຕັດສິນ​ບໍ່​ໄດ້​ເທື່ອ
​ເພາະວ່າ ສິ່ງ​ທີ່ໃຊ້ໄດ້ຜົນ​ກັບສັດ​ນັ້ນ ບໍ່​ໄດ້​ໝາຍ​ຄວາມສະ​ເໝີ​ໄປ​ວ່່າ ​ຈະໄດ້​ຜົນດີ ກັບ​
ມະນຸດ.

ທ່ານ Geisbert ກ່າວ​ວ່າ :

“ຂ້າພະ​ເຈົ້າໝາຍ​ຄວາມ​ວ່າ.. ​ເວົ້າ​ກົງໆເຖາະ ພວກ​ເຮົາຍັງ​ບໍ່​ຮູ້ວ່າ ພວກ​ຢາວັກ​ຊີນ​
ເຫລົ່າ​ນີ້ ອັນ​ໃດຈະ​ໃຊ້​ໄດ້ຜົນກັບ​ມະນຸດ.”

ບັນດາ​ເຈົ້າ​ໜ້າ​ທີ່​ການ​ແພດກາ​ນາ​ດາ ຫວັງ​ວ່າ ຈະ​ໄດ້​ຮັບ​ຜົນຂັ້ນ​ເລີ້ມ​ຕົ້ນ ຂອງການທົດ
​ລອງ​ຢາ VSV ​ຂອງເຂົາ​ເຈົ້າ ຢູ່​ໃນ​ລັດ Maryland ນັ້ນ ພາຍ​ໃນ​ເດືອນ​ທັນວາ ​ແລະ​ຈະ
​ຍ້າຍ​ໄປ​ທຳ​ການ​ທົດ​ລອງເລື້ອງຄວາມ​ປອດ​ໄພ ຢູ່​ໃນອາ​ຟຣິກາ ​ ຫລັງ​ຈາກ​ນັ້ນບໍ່​ດົນ.
ສ່ວນໃຫຍ່ແມ່ນຈະ​ໃຊ້​ກັບບັນດາ​ພະນັກງານແພດ ທີ່​ປິ່ນປົວ​ພວກ​ຄົນປ່ວຍ​ຕິດ​ເຊື້ອ​ອີ​ໂບ
ລາ ຊຶ່ງພວກເຂົາ​ເຈົ້າ​ເປັນ​ກຸ່ມ​ທີ່ມີ​ຄວາມ​ສ່ຽງ​ສູງ​ທີ່​ສຸດ ​ຕໍ່ການ​ຕິດແປດ.

ທ່ານ Geibert ກ່າວ​ວ່າ ພວກ​ວັກ​ຊີ​ນຫລື​ຢາ​ປ້ອງ​ກັນ​ເຫລົ່າ​ນີ້ ​ໂດ​ຍສະ​ເພາະ​ຢ່າງ​ຍິ່ງ ຢາ
VSV ນັ້ນ ບໍ່​ພຽງ​ແຕ່​ມີ​ສັກກະ​ຍາ​ພາບ​ ທີ່​ຈະ​ປ້ອງ​ກັນ ອີ​ໂບລາ ໄດ້​ເທົ່າ​ນັ້ນ ແຕ່ຍັງ​ຈະ​ປິ່ນ
ປົວ​ພະຍາດນີ້​ໄດ້​ນຳ ​ຫລັງ​ຈາກ​ຖືກ​ເຜີຍ​ແບ​ໃສ່​ເຊື້ອ​ອີ​ໂບລາ ​ໄດ້​ບໍ່​ດົນ.

ວີດີໂອພາສາລາວ: ພວກນັກຄົ້ນຄ້ວາເລັ່ງລັດ ທົດລອງຢາປົວອີໂບລາ:

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG