ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂບໂກ ຮາຣາມ ເຈລະຈາກັບ ໄນຈີເຣຍ ເລື້ອງຢຸດຍິງ ແລະປ່ອຍຕົວ ພວກນັກຮຽນ


ຊາວໄນຈີເຣຍຈຳນວນໜຶ່ງ ຮ້ອງໂຮຄຳຂວັນ ແລະ ຖືປ້າຍ ໃນລະຫວ່າງ ການເດີນຂະບວນປະທ້ວງ ໃນນະຄອນຫລວງ ອາບູຈາ ປະເທດໄນຈີເຣຍ.
ຊາວໄນຈີເຣຍຈຳນວນໜຶ່ງ ຮ້ອງໂຮຄຳຂວັນ ແລະ ຖືປ້າຍ ໃນລະຫວ່າງ ການເດີນຂະບວນປະທ້ວງ ໃນນະຄອນຫລວງ ອາບູຈາ ປະເທດໄນຈີເຣຍ.

ກຸ່ມ​ອິສລາມ​ຫົວ​ຮຸນ​ແຮງ Boko Haram ກຳລັງ​ເຈລະຈາ​ກັບ
​ລັດຖະບານ​ໄນ​ຈີ​ເຣຍ ​ເລື້ອງການ​ປົດ​ປ່ອຍນັກຮຽນ​ຍິງຫຼາຍກວ່າ
200 ຄົນ ທີ່​ພວກເຂົາ​ລັກ​ພາ​ຕົວ​ໄປ ​ເມື່ອ 6 ​ເດືອນ​ຜ່ານ​ມາ ​ແລະ
​ເຈລະ​ຈາ​ການຢຸດຍິງ ​ໃນ​ການ​ກໍ່​ກະບົດ​ອັນ​ຮ້າຍ​ແຮງ ທີ່​ໄດ້​ເອົາ
​ຊີວິດ​ໄປຫຼາຍພັນ​ຄົນ​ແລ້ວ.

ທີ່​ປຶກສາ​ປະຈຳຕົວຂອງປະທານາທິບໍດີ​ໄນ​ຈີ​ເຣຍ ທ່ານ
Goodluck Johnathan ​ແລະ ຜູ້​ຊາຍ​ທີ່​ເອີ້ນ​ຕົນ​ເອງ​ວ່າ ​ເລຂາ
ທິການ​ໃຫຍ່ ຂອງ Boko Haram ບອກ​ກັບ​ວີ​ໂອ​ເອ ພະ​ແນ​ກ
ພາສາ Hausa ​ໃນ​ວັນ​ພະຫັດ​ວານ​ນີ້​ວ່າ ການ​ປຶກສາ​ຫາລື​ກັນ​
ໄດ້​ເລີ້ມ​ຂຶ້ນ ຢູ່ໃນປະ​ເທດ ຊາ​ອຸ​ດີ ອາຣາ​ເບຍ ທີ່​ມີ​ການ​ຊ່ວຍ​
ຈັດແຈງ​ ໂດຍບັນດາເຈົ້າໜ້າ​ທີ່ຂັ້ນສູງ​ຈາກປະ​ເທດ ຈາດ ​ແລະ ກາ​ເມຣູນ.

ທ່ານ Danladi Ahmadu ຂອງ​ກຸ່ມ Boko Haram ຢູ່​ໃນ ຊາ​ອຸ​ດີ ອາຣາ​ເບຍ ກ່າວ​ວ່າ ພວກນັກຮຽນ​ຍິງ ​ແມ່ນ “ຢູ່​ໃນ​ສະພາບ​ດີ​ ​ແລະ ບໍ່ມີ​ອັນຕະລາຍ​ໃດໆ.”

ທ່ານ Ahmadu ບໍ່​ໄດ້​ບັນ​ລະ​ຍາຍ​ຕໍ່​ໄປ ​ເຖິງ​ເງື່ອນ​ໄຂ ການ​ປົດ​ປ່ອຍພວກ​ນັກຮຽນ​ຍິງດັ່ງ
ກ່າວ​ ໃຫ້​ເປັນ​ອິດ​ສະລະ. ທາງ Riyadh ບໍ່​ໄດ້​ມີ​ສ່ວນ​ພົວພັນ​ ນຳ​ການ​ເຈ​ລາ​ຈາໃດໆ ໃນ​ຄັ້ງນີ້.

ເມື່ອ​ວັນ​ທີ 14 ​ເມສາ ປີ​ນີ້ ພວກ​ນັກ​ຕໍ່ສູ້​ຂອງ Boko Haram ຈຳນວນຫຼາຍກວ່າ 10 ຄົນ
​ໄດ້ບຸກໂຈມ​ຕີ​ໂຮງ​ຮຽນ​ມັດ​ຖະຍົມ​ແຫ່ງ​ໜຶ່ງ ຢູ່ໝູ່​ບ້ານ​ຫ່າງ​ໄກ​ສອກຫຼີກທາງ​ພາກ​ຕາ​ເວັນ
​ອອກສຽງ​ເໜືອ​ຂອງ Chibok ​ແລ້ວ​ລັກ​ພາ​ຕົວນັກຮຽນ​ຍິງ​ປະມານ 270 ຄົນ. 57 ຄົນ
​ສາມາດ​ໜີ​ອອກ​ມາ​ໄດ້.

ຜູ້ນຳ Boko Haram Adubakar Shekau ຕໍ່​ມາ​ໄດ້​ຂົ່ມຂູ່​ວ່າ​ຈະ​ຂາຍ​ພວກ​ນັກຮຽນ​ຍິງທີ່​ຍັງ​ເຫຼືອຢູ່ນັ້ນ ໃຫ້​ເປັນເຈົ້າສາວ​ຂ້າ​ທາດ ​ແລະ​ສາບານ​ວ່າ​ຈະ​ບໍ່ປ່ອຍເຂົາ​ເຈົ້າຈົນ​ກວ່າ ພວກນັກ​ໂທດຫົວ​ຮຸນ​ແຮງ​ຈະ​ໄດ້​ຖືກ​ປ່ອຍ​ອອກ​ຈາກ​ຄຸກ​ເສຍ​ກ່ອນ.

BOKO HARAM TALKS VO
please wait
Embed

No media source currently available

0:00 0:00:53 0:00

Islamist militant group Boko Haram is in talks with the Nigerian government to release more than 200 girls abducted six months ago and negotiate a cease-fire to a deadly insurgency that has claimed thousands of lives.

An adviser to Nigerian President Goodluck Jonathan and a man calling himself the secretary-general of Boko Haram told VOA Thursday that discussions are under way in Saudi Arabia, aided by high level officials from Chad and Cameroon.

Boko Haram's Danladi Ahmadu, who is in Saudi Arabia, said the girls are "in good condition and unharmed."

Ahmadu would not elaborate on the conditions under which the girls would be freed. Riyadh is not involved in the negotiations.

In Abuja, a senior adviser to the Nigerian president told VOA that he could not confirm the talks in Saudi Arabia.

Doyin Okupe added that the Nigerian government continues to "explore all options to bring the girls home," including "behind-the-scenes efforts of which the public is not aware."

On April 14, dozens of Boko Haram fighters stormed a secondary school in the remote northeastern village of Chibok, kidnapping around 270 girls. Fifty-seven managed to escape.

Boko Haram leader Abubakar Shekau later threatened to sell the remainder as slave brides, vowing they would not be released until militant prisoners were freed from jail.

Nigerian President Goodluck Jonathan has been criticized at home and abroad for his slow response to the kidnapping and for the inability of Nigerian troops to quell the violence by the militants, seen as the biggest security threat to Africa's top economy and leading energy producer.

VOA's Hausa service, correspondent Anne Look, and Umar Farouk contributed to this report.

XS
SM
MD
LG