ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ຄວາມ​ຕື່ນ​ເຕັ້ນ ​ກັບ​ສະ​ກຸນ​ເງິນ​ດີ​ຈິ​ຕອ​ລ ແມ່ນ​​ແຝງ​ໄປ​ດ້ວຍ​ຄວາມ​ຢ້ານ​ກົວ


Excitement Over Cryptocurrency Tinged With Fear
please wait

No media source currently available

0:00 0:02:05 0:00

ເບິ່ງວີ​ດີ​ໂອ: ຄວາມ​ຕື່ນ​ເຕັ້ນ​ກັບ​ສະ​ກຸນ​ເງິນ ​ດີ​ຈິ​ຕອ​ລ ແມ່ນ​​ແຝງ​ໄປ​ດ້ວຍ​ຄວາມ​ຢ້ານ​ກົວ

ລາຄາຂອງສະ​ກຸນ​ເງິນບິດ​ຄອຍ (Bitcoin) ແລະເງິນດີ​ຈິ​ຕອ​ລ ຫລື crypto ປະ​ເພດອື່ນໄດ້ຫຼຸດລົງຢ່າງຫຼວງຫຼາຍ ໃນຊຸມເດືອນທີ່ຜ່ານມານີ້. ແຕ່ຢ່າງໃດກໍຕາມ, ນັກລົງທຶນຫຼາຍຄົນມີຄວາມຕື່ນເຕັ້ນ ກ່ຽວກັບອະນາຄົດຂອງສະກຸນເງິນດິຈິຕອລ ເຖິງແມ່ນວ່າຈະມີຄວາມສ່ຽງຢູ່ກໍ​ຕາມ. Michelle Quinn ນັກ​ຂ່າວ​ວີ​ໂອ​ເອ ມີ​ລາຍ​ງານເລື້ອງນີ້ ຊຶ່ງ​ບົວ​ສະ​ຫວັນ ຈະ​ນຳ​ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ທ່ານ​ເຈມ​ສ໌ ວິ​ສດອມ (James Wisdom) ຄູສອນສິລະປະ ໃນ​ນະ​ຄອນ​ຊີ​ຄາ​ໂກ ແລະນັກແຕ້ມຮູບ​ສັກ​ລາຍມັກໄປຫາຮ້ານຂາຍເຄື່ອງທົ່ວ​ໄປຢູ່​ໃນເຂດທີ່​ທ່ານຢູ່ນັ້ນ ເພື່ອຊື້ເງິນ​ບິດ​ຄອຍ (Bitcoin) ເຊິ່ງເອີ້ນກັນຕາມສັນຍາລັກການ ຄ້າຂອງມັນວ່າ BTC.

ທ່ານ​ເຈມ​ສ໌ ວິ​ສດອມ (James Wisdom), ນັກລົງທຶນຊື້​ບິດ​ຄອຍ (Bitcoin) ກ່າວ​ຜ່ານ​ທາງ​ Zoom ວ່າ:
"ການ​ທີ່ສາມາດໄປຫາ​ຮ້ານ Coinme ແລະຊື້ເງິນ BTC...ໂດຍສະເພາະແມ່ນບ່ອນທີ່ຂ້ອຍໄປຊື້ເຄື່ອງ ແລ້ວ ຂ້ອຍຄິດວ່າ ເປັນອະນາຄົດຂອງລັດ​ທິທຶນນິຍົມ."

ເຖິງ​ແມ່ນ​ວ່າ ເງິນ​ດີ​ຈິ​ຕອ​ລ ຫລື cryptocurrencies ບໍ່ໄດ້ຖືກນໍາໃຊ້ຢ່າງ ກວ້າງຂວາງໃນການຊື້ສິ່ງຕ່າງໆກໍ​ຕາມ ແຕ່​ວ່າ ມັນບໍ່ໄດ້ເຮັດ​ໃຫ້​ຄວາມ​ໜ້າ​ດຶງ​ດູດໃຈຂອງມັນ​ຫລຸດ​ລົງ​ເລີຍ, ອີງ​ຕາມ​ອົງ​ການ​ຂ່າວ​ຣອຍ​ເຕີ​ສ໌ (Reuters).

ສະມາຊິກສະພາສູງເທດ ຄ​ຣູ​ສ (Ted Cruz) ສັງ​ກັດໃນພັກຣີພັບບລີກັນຂອງ ລັດເທັກ​ຊັ​ສ. ທ່ານ​ກ່າວຢູ່ໃນງານ​ໂຮມ​ຊຸມ​ນຸມ​ຂອງ​ມູນ​ນິ​ທິມໍລະດົກ ຫລື Heritage Foundation ເມື່ອມໍ່ໆ ມານີ້ ຜ່ານ​ທາງ YouTube ວ່າ:

"ສ່ວນນຶ່ງຂອງຄວາມງາມຂອງເງິນ Bitcoin ແລະເງິນ crypto ກໍແມ່ນວ່າ ມັນ ເຮັດໃຫ້ມີການເຂົ້າເຖິງລະ​ບົບການເງິນໂລກ, ເຂົ້າ​ເຖິງການຊື້ ແລະການຂາຍ ເພື່ອໂອນມູນຄ່າເງິນ​ໃນທັນທີທັນ​ໃດ​ໂລດ, ບໍ່ວ່າທ່ານຈະຢູ່​ແຫ່ງ​ຫົນ​ໃດກໍ​ຕາມ."

ເງິນ​ຄ​ຣິບ​ໂຕໄດ້ດົນບັນ​ດານ​ຈິດໃຈນັກລົງທຶນຄັ້ງທໍາອິດຫຼາຍຄົນ ໂດຍສະ ເພາະແມ່ນຜູ້ທີ່ບໍ່ຄ່ອຍເຊື່ອໃນການລົງທຶນແບບດັ້ງເດີມນັ້ນ.

ທ່ານນາງ​ຄ​ລີບ ເມ​ຊິ​ດໍ (Cleve Mesidor) ຢູ່ກັບມູນນິທິບ​ລັອກ​ເຊນ (Blockchain) ຊຶ່ງ​ເປັນ​ອົງການສຶກສາທີ່ບໍ່ຫວັງຜົນກຳໄລ. ​ທ່ານນາງ​ໄດ້​ກ່າວ​ຕໍ່ວີ​ໂອ​ເອຜ່ານ​ທາງ Zoom ວ່າ:
"ສໍາລັບຜູ້ລົງ​ທຶນໃຫມ່, ຂ້ອຍບອກພວກເຂົາເຈົ້າວ່າ, 'ເຈົ້າບໍ່ຄວນຄາດເກງຫຍັງ​ຫລາຍ. // ຕັດສິນໃຈບໍ່ຊື້ກາ​ເຟ Starbucks ຈັກອາທິດນຶ່ງ. ບໍ່ວ່າຈໍານວນນັ້ນ ຈະ​ຫລາຍ​ປານ​ໃດກໍ​ແລ້ວ​ແຕ່, ນັ້ນແມ່ນສິ່ງທີ່ທ່ານຄວນເລີ່ມຕົ້ນ ໃນການລົງທຶນ ຂອງທ່ານ, ແມ່ນບໍ? ແລ້ວ​ຈາກນັ້ນ​ກໍຮຽນ​ຮູ້ມັນ.”

ທ້າວ​ສ​ຕີ​ບ ເລກຄີ (Steve Leke) ບອກພໍ່ແມ່ຂອງລາວໃຫ້ລົງທຶນໃນເງິນ crypto ເມື່ອລາວມີອາຍຸໄດ້ 10 ປີ.
"ແມ່ນແລ້ວ, ຂ້ອຍຍັງນ້ອຍຫລາຍ."

ພໍ່ແມ່ຂອງລາວບໍ່ໄດ້ປະຕິບັດຕາມຄໍາແນະນໍາຂອງລາວ. ແຕ່ລຸງຂອງທ້າວ​ສ​ຕີບ ໄດ້ຊື້ເງິນ crypto, ສະນັ້ນລາວກໍ່ຊື້ຄືກັນ. ການ​ຂຶ້ນໆ ລົງໆ ໄປ​ຕາມເງິນ crypto ບໍ່ແມ່ນເລື່ອງງ່າຍເລີຍ.

ທ້າວເລກ​ຄີ, ນັກລົງທຶນເງິນ​ດີ​ຈິ​ຕອ​ລ​ເວົ້າ​ວ່າ:
"ມັນຍາກຫຼາຍເພາະວ່າທຸກໆມື້ ຂ້ອຍເຫັນວ່າຕົນເອງກວດເບິ່ງມັນ, ເຫັນ ວ່າຂ້ອຍເຝົ້າ​ເບິ່ງວ່າ​ຕົນ​ເອງຢູ່ໃສແລ້ວ. ແລະມີຄວາມ​ໜັກ​ໜ່ວງດ້ານ ຈິດໃຈຫຼາຍ.”

ຜູ້ຄຸ້ມຄອງເງິນ​ທີ່​ວ່ານີ້ ຂອງລັດຖະບານກໍາລັງເຕືອນ​ໄພກ່ຽວກັບການ ຫລອກລວງ ແລະນັກລົງທຶນທີ່ສູນເສຍລ້ານໂດ​ລາ.

​ທ່ານ​ແອ​ຣອນ ເຄ​ລນ (Aaron Klein), ອະດີດຮອງລັດຖະມົນຕີກະຊວງ ການເງິນຂອງສະຫະລັດ, ປັດຈຸບັນແມ່ນຢູ່ກັບສະຖາບັນບ​ຣຸກ​ຄິງ​ສ໌ (Brookings). ທ່ານໂອ້ລົມກັບ VOA ຜ່ານທາງ Zoom ວ່າ:
"ມີອົງປະກອບໃນຂອບເຂດເງິນຄ​ຣິບ​ໂຕຖືກອອກແບບມາຢ່າງຈະແຈ້ງເພື່ອເອົາ​ປຽບຜູ້ບໍລິໂພກ."

ອີກເທື່ອນຶ່ງທ່ານ​ເຈມ​ສ໌ ວິ​ສດອມກ່າວຜ່ານ Zoom ວ່າ:
"ຂ້ອຍ​ເຊື່ອ. ເຈົ້າຮູ້​ດີວ່າຂ້ອຍຫມາຍເຖິງ​ຫຍັງ? ຂ້ອຍ​ເຊື່ອ. ຂ້ອຍຈະຍຶດໝັ້ນ ໃນສິ່ງທີ່ຂ້ອຍມີຢູ່ດຽວນີ້.”

ຜູ້ສະຫນັບສະຫນູນເງິນ Crypto ແລະຜູ້ບໍ່ເຊື່ອມັນ ແມ່ນລໍຖ້າເບິ່ງ​ວ່າ ຜູ້ຄວບຄຸມຂອງລັດຖະບານ ຈະເຮັດແນວ​ໃດໃນ​ຂັ້ນຕໍ່ໄປ.

ອ່ານ​ລາຍ​ງານນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ​ຢູ່​ລຸ່ມນີ້:

The price of Bitcoin and other cryptocurrencies has fallen dramatically in recent months. Still, many investors are excited about the future of digital currencies despite the risks. VOA’s Michelle Quinn reports.​

James Wisdom, a Chicago art instructor and tattoo artist, regularly goes to his local grocery store to buy Bitcoin, also known by its trading symbol, BTC.

James Wisdom, Bitcoin Investor Zoom:
“Being able to go to Coinme and to buy BTC, ...especially where I get my groceries is, I think.

James Wisdom, Bitcoin Investor via Zoom the future of capitalism.”

While cryptocurrencies are not widely used to buy things, that has not curtailed their appeal.

Senator Ted Cruz is a Texas Republican. He spoke at a recent Heritage Foundation event.

Sen. Ted Cruz, Republican from Heritage Foundation/YouTube:
“Part of the beauty of Bitcoin and crypto is that it gives access to global finances, to buying and selling to transferring value instantaneously, no matter where you are.”

Crypto has inspired many first-time investors, especially those skeptical of traditional investing.
Cleve Mesidor is with the Blockchain Foundation, an educational nonprofit. She spoke to VOA over Zoom:

Cleve Mesidor, Blockchain Foundation via Zoom:
“For newbies, I tell them, ‘You should not speculate. // Decide not to buy Starbucks for a week. Whatever that amount is, that’s what you should start your investment in, right? And then learn.’”
Steve Leke told his parents to invest in crypto when he was 10 years old.
“Yeah, still pretty young.”
His parents didn’t take his advice. But Steve’s uncle was buying crypto, so he did too. Riding the crypto roller coaster wasn’t easy.

Steve Leke, Investor:
“It was super hard because every day I find myself checking it, found myself looking where I’m at. And the mental toll was a lot.”

Government regulators are raising alarms about scams and investors who have lost millions.

Aaron Klein, a former U.S. Treasury Department deputy assistant secretary, is now with the Brookings Institution. He spoke to VOA over Zoom.

Aaron Klein, Brookings Institution via Zoom: “There are elements in the crypto sphere that are designed expressly to take advantage of consumers.”

Again, James Wisdom.

James Wisdom, Bitcoin investor via Zoom:
“I believe. You know what I mean? I believe. I'm going to hold on to what I have now.”

Crypto supporters and skeptics are waiting to see what government regulators may do next.

XS
SM
MD
LG