ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອະ​ດີດ ພະ​ນັກ​ງານ​ກົງ​ສຸນ ອັງ​ກິດ ຍື່ນຄຳ​ຮ້ອງ​ຮຽນ ບໍ່​ເຫັນ​ພ້ອມ​ກັບ ​ເຄືອ​ຂ່າຍ​ໂທ​ລະ​ພາບ CGTN ຂອງ ຈີນ


ນັກ​ເຄື່ອນ​ໄຫວ​ຄົນ​ນຶ່ງ ຖືກ​ຮູບ​ແຕ້ມ​ຂອງ​ທ່ານ ໄຊ​ມອນ ເຈັງ, ໃນ​ລະ​ຫວ່າງ​ການ​ຊຸມ​ນຸມ​ຢູ່ນອກ​ຕຶກ​ສະ​ຖານ​ກົງ​ສຸນ ອັງ​ກິດ ໃນ ຮົງ​ກົງ. 21 ສິງ​ຫາ, 2019.
ນັກ​ເຄື່ອນ​ໄຫວ​ຄົນ​ນຶ່ງ ຖືກ​ຮູບ​ແຕ້ມ​ຂອງ​ທ່ານ ໄຊ​ມອນ ເຈັງ, ໃນ​ລະ​ຫວ່າງ​ການ​ຊຸມ​ນຸມ​ຢູ່ນອກ​ຕຶກ​ສະ​ຖານ​ກົງ​ສຸນ ອັງ​ກິດ ໃນ ຮົງ​ກົງ. 21 ສິງ​ຫາ, 2019.

ອະ​ດີດ​ພະ​ນັກ​ງານ​ຄົນ​ນຶ່ງ​ຂອງ​ສະ​ຖານ​ກົງ​ສຸນ ອັງ​ກິດ ໃນ​ ຮົງ​ກົງ, ທ່ານ ໄຊ​ມັອນ ເຈັງ, ຜູ້​ທີ່​ໄດ້​ກ່າວ​ຫາ ຕຳຫຼວດ​ລັບ​ຂອງ ຈີນ ກ່ຽວ​ກັບ ການ​ລັກ​ພາ​ຕົວ ແລະ ການ​ທໍ​ລະ​ມານ, ໄດ້​ຍື່ນ​ຄຳ​ຮ້ອງ​ຮຽນ​ເຖິງ​ຫ້ອງ​ການ​ການ​ສື່​ສານ​ຂອງ ອັງ​ກິດ, ບໍ່​ເຫັນ​ພ້ອມ​ກັບ​ເຄືອ​ຂ່າຍ​ໂທ​ລະ​ພາບ​ໂລກ​ຂອງ ຈີນ ສຳ​ລັບ​ການ​ອອກ​ອາ​ກາດຂ່າວ​ໃນ​ສິ່ງ​ທີ່​ລາວ​ເອີ້ນ​ວ່າ​ວ່າ ການ​ບັງ​ຄັບ​ສາ​ລະ​ພາບ​ທາງ​ໂທ​ລະ​ພາບ.

ບັນ​ດາ​ຜູ້​ສັງ​ເກດ​ການ​ເວົ້າ​ວ່າ ກໍ​ລະ​ນີ​ຂອງ​ທ່ານ ເຈັງ ໄດ້​ມີ​ຂຶ້ນ​ລຸນຫຼັງ​ການ​ຮ້ອງ​ຮຽນ​ທີ່​ຄ້າຍ​ຄື​ກັນ​ໂດຍ​ຄົນ ອັງ​ກິດ ທ້າວ ປີ​ເຕີ ຮຳ​ຟ​ຣີ ແລະ ຄົນ​ຂາຍ​ປື້ມ​ຊາວ ສວີ​ເດັນ​ ທີ່​ໄດ້​ຫາຍ​ສາບ​ສູນ ນາງ ຈຸຍ ມິນ​ຮາຍ, ເຊິ່ງ​ທັງ​ສາມ​ຄົນ​ນັ້ນ​ໄດ້​ກ່າວ​ກ່າວ​ເນັ້ນ​ເຖິງ​ການ​ລະ​ເມີດ​ທີ່​ຖືກ​ກ່າວ​ຫາ​ຂອງ​ໂທ​ລະ​ພາບ ຈີນ ນັ້ນ, ໃນຫຼາຍ​ພາກ​ສ່ວນ​ຂອງກົດ​ໝາຍ​ການ​ອອກ​ອາດ​ຂອງ ອັງ​ກິດ.

ຫ້ອງ​ການ​ການ​ສື່​ສານ ຍັງ​ໄດ້​ສືບ​ສວນ​ກ່ຽວ​ກັບ ການ​ລາຍ​ງານ​ຂ່າວ​ທີ່​ຖືກ​ກ່າວ​ຫາ​ວ່າ ການລຳ​ອຽງ​ຂອງ ເຄືອ​ຂ່າຍ​ໂທ​ລະ​ພາບນັ້ນ ກ່ຽວ​ກັບ ການ​ປະ​ທ້ວງ​ສະ​ໜັບ​ສະ​ໜູນ​ປະ​ຊາ​ທິ​ປະ​ໄຕຫຼາຍ​ເດືອນ​ໃນ ຮົງ​ກົງ.

ຖ້າ​ຖືກ​ຕັດ​ສິນ​ວ່າ​ມີ​ຄວາມ​ຜິດ, ເຄືອ​ຂ່າຍ​ໂທ​ລະ​ພາບ​ໂລກ​ຂອງ ຈີນ ເຊິ່ງ​ແມ່ນ​ສາ​ຂາ​ຂອງ​ສື່ມວນ​ຊົນ​ລັດ​ຖະ​ບານ​ ຈີນ CCTV, ອາດ​ຖືກ​ລົງ​ໂທດ ຫຼື ແມ່ນ​ກະ​ທັ້ງ​ສູນ​ເສຍ​ລາຍ​ເຊັນ​ເຂົາ​ເຈົ້າ​ທີ່​ຈະ​ອອກ​ອາ​ກາດ​ຂ່າວ​ໃນ ອັງ​ກິດ, ເຊິ່ງ​ຈະ​ສ້າງ​ຄວາມ​ເສຍ​ຫາຍ​ໃນ​ແຜນ​ການ​ຂະ​ຫຍາຍ​ເຄືອ​ຂ່າຍ​ຂອງ​ເຂົາ​ເຈົ້າ​ໃນ ຢູ​ໂຣບ, ອີງ​ຕາມ​ການ​ກ່າວ​ຂອງ​ເຂົາ​ເຈົ້າ.

ການ​ຮ້ອ​ງ​ຮຽນ​ຕໍ່​ຫ້ອງ​ການ​ການ​ສື່​ສານ​ຂອງ​ທ່ານ ເຈັງ, ເຊິ່ງ​ວີ​ໂອ​ເອ ໄດ້​ຮັບ​ມາ​ນັ້ນ, ໄດ້​ລະ​ບຸ​ວ່າ ລາຍ​ງານ​ຂ່າວ​ຍາວ 54 ວິ​ນາ​ທີ ກ່ຽວ​ກັບ ກາ​ນ​ກ່າວ​ຫາຂອງ​ລາວ​ວ່າ​ຊັກ​ຊວນ​ໂສ​ເພ​ນີ, ເຊິ່ງ​ອອກ​ອາ​ກາດ​ໂດຍ​ລາຍ​ການ China24 ໂທ​ລະ​ພາບ​ດັ່ງ​ກ່າວ​ໃນ​ວັນ​ພະ​ຫັດ​ທີ່​ຜ່ານ​ມາວ່າ ບໍ່​ຖືກ​ຕ້ອງ, ບໍ່​ຍຸ​ຕິ​ທຳ ແລະ ເຂົ້າ​ຂ້າງ​ຝ່າຍ​ດຽວ.

ຕົວ​ຢ່າງ, ນັກ​ຂ່າວ​ໄດ້​ເລີ່ມ​ໂດຍ​ເວົ້າ​ວ່າ ທ່ານ ເຈັງ ໄດ້​ຖືກ​ດຳ​ເນີນ​ຄະ​ດີ​ໃນ​ເດືອນ​ສິງ​ຫາ​ທີ່​ຜ່ານ​ມາ, ເຊິ່ງ​ທ່ານ​ເອງ​ໄດ້​ປະ​ຕິ​ເສດ. ທ່ານ ເຈັງ​ ໄດ້​ກ່າວ​ໃນ​ຄຳ​ຮ້ອງ​ຮຽນ​ວ່າ “ນີ້​ແມ່ນ​ການ​ຂີ້​ຕົວະ​ໂດຍ​ກົງ. ມັນ​ບໍ່​ໄດ້​ມີ​ການ​ດຳ​ເນີນ​ຄະ​ດີ, ບໍ່​ແມ່ນ​ຮອດ​ການ​ຟ້ອງ​ຮ້ອງ.”

ທ່ານ​ໄດ້​ກ່າວ​ຕື່ມ​ວ່າ “ແທ້​ຈິງ​ແລ້ວ, ອີງ​ຕາມ​ຕຳຫຼວດ ຈີນ, ຂ້າ​ພະ​ເຈົ້າ​ໄດ້​ຖືກ​ຄວບ​ຄຸມ​ຕົວ​ໂດຍບໍ່​ໄດ້​ດຳ​ເນີນ​ຄະ​ດີ. ເຊິ່ງບໍ່​ແມ່ນ​ຂວນ​ການ​ຕຸ​ລາ​ການ​ເລີຍ. ມັນ​ມາດ​ຕະ​ການ​ຕຸ​ລາ​ການ​ພິ​ເສດ.”

ທ່ານ ເຈັງ ໄດ້​ຖືກ​ປ່ອຍ​ຕົວ​ໃນ​ທ້າຍ​ເດືອນ​ສິງ​ຫາ ຫຼັງ​ຈາກ​ການ​ຖືກ​ກັກ​ຂັງ​ດ່ຽວ 15 ວັນ.


A former employee of the British Consulate in Hong Kong, Simon Cheng, who accuses China's secret police of kidnapping and torture, has filed a complaint to Britain.'s Office of Communications (Ofcom) against China Global Television Network (CGTN) for having broadcast what he called his forced TV confession.

Observers say Cheng's case follows similar complaints earlier by British citizen Peter Humphrey and missing Swedish bookseller Gui Minhai, all of which highlights the Chinese broadcaster's alleged violation of many sections of the British Broadcasting Code.

Ofcom is also looking into CGTN'salleged biased coverage of Hong Kong's months-long pro-democracy protests.

If convicted, CGTNthe international arm of Chinese state media CCTVmay be given punishments or even lose its license to broadcast in Britain, which willhurt its expansion plan in Europe, they add.

Cheng's Ofcom complaint, obtained by VOA, stated that a 54-second-long news report about his alleged solicitation of prostitutes, aired by the channel's China24 program last Thursday, was inaccurate, unfair and one-sided.
For example, the newscaster started by saying that Cheng was on trial in August, which he denied.
"This is a direct lie. There has been no trial, not even an indictment," Cheng said in the complaint.
"In fact, I was, according to Chinese police, placed in administrative detention,' which is not a judicial process at all, it is an extra-judicial measure," he added.
Cheng was released in late August after a 15-day incommunicado detention.

XS
SM
MD
LG