ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທຸກ​ຄົນ​ ແມ່ນ​ພ້ອມ​ແລ້ວ ທີ່​ຈະ​ສືບ​ຕໍ່​ ການ​ເຈ​ລະ​ຈາ, ຍົກ​ເວັ້ນ ເກົາຫຼີ​ເໜືອ


ລັດ​ຖະ​ມົນ​ຕີ​ການ​ປອງດອງຂອງ ເກົາຫຼີໃຕ້, ທ່ານ ກິມ ຢອນ ຈູ​ລ, ຂວາ, ແລະ ທູດ​ພິ​ເສດ ສະ​ຫະ​ລັດ ສຳ​ລັບ​ບັນ​ຫາ ເກົາຫຼີ​ເໜືອ ສ​ເຕ​ເຟ​ັນ ບາຍ​ກັນ, ຊ້າຍ, ລົມ​ກັນໃນ​ລະ​ຫວ່າງ​ການ​ພົບ​ປະ​ຂອງ​ພວກ​ເພິ່ນຢູ່​ຕຶກ​ລັດ​ຖະ​ບານນ ເກົາຫຼີ​ໃຕ້ ແຫ່ງ​ນຶ່ງ, ນະ​ຄອນຫຼວງ ໂຊ​ລ. 21 ສິງ​ຫາ, 2019.
ລັດ​ຖະ​ມົນ​ຕີ​ການ​ປອງດອງຂອງ ເກົາຫຼີໃຕ້, ທ່ານ ກິມ ຢອນ ຈູ​ລ, ຂວາ, ແລະ ທູດ​ພິ​ເສດ ສະ​ຫະ​ລັດ ສຳ​ລັບ​ບັນ​ຫາ ເກົາຫຼີ​ເໜືອ ສ​ເຕ​ເຟ​ັນ ບາຍ​ກັນ, ຊ້າຍ, ລົມ​ກັນໃນ​ລະ​ຫວ່າງ​ການ​ພົບ​ປະ​ຂອງ​ພວກ​ເພິ່ນຢູ່​ຕຶກ​ລັດ​ຖະ​ບານນ ເກົາຫຼີ​ໃຕ້ ແຫ່ງ​ນຶ່ງ, ນະ​ຄອນຫຼວງ ໂຊ​ລ. 21 ສິງ​ຫາ, 2019.

ການ​ຊ້ອມລົບ​ທາງທະ​ຫານ​ຮອບຫຼ້າ​ສຸດ​ຂອງ ສະ​ຫະ​ລັດ ແລະ​ເກົາ​ຫຼີ​ໃຕ້ ແມ່ນ​ໄດ້​ຈົບ​
ລົງແລ້ວ. ທູດພິເສດ ສະຫະລັດ ທີ່ຮັບຜິດຊອບກ່ຽວກັບບັນຫາ ເກົາຫຼີເໜືອ ແມ່ນໄດ້
ເດີນທາງໄປນະຄອນຫຼວງ ໂຊລ, ປະເທດ ເກົາຫຼີໃຕ້. ທຸກຢ່າງເບິ່ງຄືວ່າຈະເຂົ້າຮູບ
ເຂົ້າທາງສຳລັບການສືບຕໍ່ການເຈລະຈາທີ່ບໍ່ມີບັນດານັກການເມືອງເຂົ້າຮ່ວມ ກັບ
ເກົາຫຼີເໜືອ ເຊິ່ງໄດ້ຖືກເລື່ອນເວລາອອກໄປ. ທຸກຢ່າງ, ແມ່ນພ້ອມແລ້ວ ຍົກ​ເວັ້ນ​
ເກົາຫຼີເໜືອ.

ທ່ານ ສ​ເຕ​ເຟັນ ບາຍ​ກັນ ທູດ​ພິ​ເສດ​ ສະ​ຫະ​ລັດ ຮັບ​ຜິດ​ຊອບ​ບັນ​ຫາ ເກົາຫຼີ​ເໜືອ ຜູ້​ທີ່​
ໄດ້ເດີນທາງຮອດນະຄອນຫຼວງຂອງ ປະເທດ ເກົາຫຼີໃຕ້ ໃນວັນອັງຄານວານນີ້ ສຳລັບ
ການຢ້ຽມຢາມສາມວັນໄດ້ກ່າວວ່າ “ພວກເຮົາພ້ອມແລ້ວທີ່ຈະເຂົ້າພົວພັນ ຕາບໃດທີ່
ເຮົາໄດ້ຍິນຈາກຄູ່ຮ່ວມຂອງພວກເຮົາໃນ ເກົາຫຼີເໜືອ.”

ທ່ານ ບາຍ​ກັນ ໄດ້​ພົບ​ກັບ​ບັນ​ດາ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ ເກົາຫຼີ​ໃຕ້ ໃນ​ວັນ​ພຸດມື້ນີ້, ນຶ່ງ​ວັນ
ຫຼັງຈາກ ສະຫະລັດ ແລະ ເກົາຫຼີໃຕ້ ໄດ້ສຳເລັດການຊ້ອມທະຫານຮ່ວມກັນ. ເຖິງ
ແມ່ນວ່າ ເກົາຫຼີເໜືອ ໄດ້ແນະນຳວ່າເຂົາເຈົ້າອາດຈະກັບຄືນສູ່ການເຈລະຈາຫຼັງຈາກ
ການຊ້ອມລົບໄດ້ສິ້ນສຸດລົງກໍຕາມ, ແຕ່ເຂົາເຈົ້າກໍບໍ່ໄດ້ໃຫ້ສັນຍານໃໝ່ວ່າເຂົາເຈົ້າ
ພ້ອມທີ່ຈະພົວພັນກັບລັດຖະບານ ໂຊລ ຫຼື ວໍຊິງຕັນ.

ກົງ​ກັນ​ຂ້າມ, ຄຳອະ​ທິ​ບາຍ​ໃນ​ໜັງ​ສື​ພິມ​ລັດຖະ​ບານ ເກົາຫຼີ​ເໜືອ ໂຣດອງ ຊິນ​ມຸນ ໄດ້​
ກ່າວໂຈມຕີ ໃນອັນທີ່ເຂົາເຈົ້າເອີ້ນ “ນະໂຍບາຍມຸ່ງຮ້າຍທີ່ບໍ່ປ່ຽນແປງ” ຂອງ ສະຫະລັດ,
ໂດຍເວົ້າວ່າ ການຊ້ອມລົບທະຫານ ລະຫວ່າງ ສະຫະລັດ ແລະ ເກົາຫຼີໃຕ້ ບໍ່ຄວນເກີດ
ຂຶ້ນ.

ໜັງ​ສື​ພິມ ເກົາຫຼີ​ເໜືອ ດັ່ງ​ກ່າວ​ໄດ້​ເວົ້າ​ວ່າ “ພວກ​ເຮົາ​ໄດ້​ເຕືອນຫຼາຍກວ່າ​ສອງ​ຄັ້ງ​ແລ້ວ
ວ່າ ໂຄງການທີ່ວ່າເປັນການຊ້ອມລົບທາງທະຫານຮ່ວມນັ້ນ ອາດກີດກັ້ນການປັບປຸງ
ໃນສາຍພົວພັນ ເກົາຫຼີເໜືອ ແລະ ສະຫະລັດ ແລະ ຈະເຮັດໃຫ້ພວກເຮົາພິຈາລະນາ
ຄືນມາດຕະການທີ່ສຳຄັນຕ່າງໆ ທີ່ພວກເຮົາໄດ້ດຳເນີນໄປ.”

ເຂົາ​ເຈົ້າ​ໄດ້​ກ່າວ​ຕື່ມ​ວ່າ “ສະ​ຫະ​ລັດ ແມ່ນ​ກຳ​ລັງ​ດັນ​ປະ​ເທດ​ຂອງ​ພວກ​ເຮົາ​ໄປ​ສູ່​ການ
ເອົາມາດຕະການຕອບໂຕ້ປ້ອງກັນຕົວ ເພື່ອກຳຈັດໂອກາດ ແລະ ໄພຂົ່ມຂູ່ໂດຍກົງ.”

ເກົາຫຼີ​ເໜືອ, ເຊິ່ງ​ໄດ້​ມີ​ຈຸດ​ປະ​ສົງ​ທີ່​ຈະ​ທຳ​ລາຍ​ການ​ເປັນ​ພັນ​ທະ​ມິດ​ຂອງ ສະ​ຫະ​ລັດ
ກັບ ເກົາຫຼີໃຕ້ ນັ້ນ, ໄດ້ສືບຕໍ່ຕຳໜິ ກ່ຽວກັບ ການຊ້ອມລົບທາງທະຫານ, ເຖິງແມ່ນວ່າ
ວໍຊິງຕັນ ກັບ ໂຊລ ແມ່ນໄດ້ຫຼຸດຜ່ອນການຊ້ອມຮົບດັ່ງກ່າວລົງ ເພື່ອຮັກສາຄວາມຄິດ
ຂອງການເຈລະຈາຕ່າງໆໄວ້ກໍຕາມ.

ການ​ຝຶກ​ຊ້ອມ​ທັງຫຼາຍ​ໃນ​ເດືອນນີ້ ແມ່ນ​ການ​ຊ້ອມລົບໃນ​ຄອມ​ພິວ​ເຕີ, ອີງ​ຕາມ​ລາຍ​
ງານຕ່າງໆ, ໝາຍຄວາມວ່າ ມັນບໍ່ໄດ້ມີລະເບີດລູກໃດຕົກໃສ່ເປົ້າຈຳລອງ ຫຼື ສະແດງ
ໃຫ້ເຫັນຄວາມແຂງແກ່ນທາງທະຫານຢ່າງກະຈ່າງແຈ້ງ ແລະ ເປີດເຜີຍ. ແຕ່ກົງກັນ
ຂ້າມ, ການຝຶກຊ້ອມຕ່າງໆ ສ່ວນໃຫຍ່ໄດ້ທົດສອບຄວາມສາມາດຂອງ ເກົາຫຼີໃຕ້ ທີ່
ຈະຍຶດເອົາການຄວບຄຸມການປະຕິບັດການຄືນ ໃນລະຫວ່າງສົງຄາມ.

ອີງ​ຕາມ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ, ຜູ້​ນຳ ເກົາຫຼີ​ເໜືອ ທ່ານ ກິມ
ຈົງ ອຶນ ໄດ້ມີແຮງຈູງໃຈທີ່ຈະພົບປະ ແລະ ເລີ່ມການເຈລະຈາ,” ພ້ອມກັບຢຸດການຍິງ
ລູກສອນໄຟ, ໃນທັນທີທີ່ການຊ້ອມລົບທາງທະຫານໄດ້ສິ້ນສຸດລົງ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG