ພວກລົດໄຟຟ້າລຸ້ນຫຼ້າສຸດໄດ້ກາຍເປັນຈຸດສົນໃຈຢູ່ທີ່ງານວາງ ສະແດງລົດຍົນ ທີ່ນະຄອນ ຊິກຄາໂກ ໃນຂະນະທີ່ສິ່ງຈູງໃຈບາງສ່ວນ ທີ່ເປັນຄ່າພາສີອາກອນອາດຈະສິ້ນສຸດລົງ. ເຄນ ຟາຣາບໍ ມີລາຍງານຕື່ມ.
ມັນມີສຽງຄືເຄື່ອງຈັກລົດ....
....ແລະມັນກໍອາດຮູ້ສຶກຄືກັບເຄື່ອງຈັກລົດ....
ແຕ່ສິ່ງທີ່ຂັບເຄື່ອນລົດ Dodge Charger ລຸ້ນໃໝ່ບໍ່ແມ່ນເຄື່ອງຈັກທີ່ມີລະບົບ ເຜົາໄໝ້ຢູ່ພາຍໃນເລີຍ.
ມັນແມ່ນລົດໄຟຟ້າ ຫຼື EV ເຕັມຮູບແບບ ແລະໃນຂະນະທີ່ສຽງ ແລະ ກິ່ນຢາງໄໝ້ຂອງຕີນລົດແມ່ນຂອງແທ້, ແລະ ສຽງທໍ່ລົດທີ່ແຮງອັນເປັນຈຸດເດັ່ນຂອງມັນນັ້ນ ແມ່ນເຮັດດ້ວຍປັນຍາປະດິດ.
ທ່ານຣາຍແອນ ນາໂກດີ ຈາກບໍລິສັດ ສະເຕລແລນຕິສ (Stellantis) ກ່າວວ່າ “ຂ້ອຍຄິດວ່າ ເຈົ້າຈະລືມວ່າ ມັນແມ່ນລົດ ອີວີ.”
ທ່ານຣາຍແອນ ນາໂກດີ ເປັນຮອງປະທານສຳລັບພະແນກອອກແບບພາຍໃນລົດຂອງບໍລິສັດ Stellantis ເຊິ່ງເປັນເຈົ້າຂອງຍີ່ຫໍ້ລົດ ດອດຈ໌ (Dodge). ລົດລຸ້ນ ຊາຣເຈີ້ ນີ້ (Charger) ໄດ້ເປັນສັນຍາລັກມາຍາວນານຂອງລົດ ພະລັງແຮງສູງທີ່ໃຊ້ນ້ຳມັນເຊື້ອໄຟໃນຍຸກສະໄໝລົດຍົນ. ທ່ານນາໂກດີ ກ່າວວ່າ ການຫັນປ່ຽນມັນມາເປັນລົດອີວີ, ໃນບາງລຸ້ນທີ່ມີລາຄາເກີນກວ່າ 60,000 ໂດລາສະຫະລັດ ຖືວ່າເປັນການສະແດງຄວາມສັດທາສຳລັບລົດ ດອດຈ໌.
ທ່ານ ນາໂກດີ ອະທິບາຍວ່າ “ພວກເຮົາຮູ້ດີວ່າ ປະເທດຊາດກຳລັງມຸ້ງໜ້າໄປທາງໃດ. ມັນຕ້ອງໃຊ້ເວລາ.”
ການໃຫ້ເຄຣດິດຂອງພາສີອາກອນຫຼາຍເຖິງ 7,500 ໂດລາ ທີ່ເປັນສ່ວນນຶ່ງ ຂອງກົດໝາຍວ່າດ້ວຍການຫລຸດຜ່ອນພາວະເງິນເຟີ້ ຂອງລັດຖະບານ ທ່ານ ໄບເດັນ ໃນປີ 2022 - ໄດ້ຊ່ອຍເຮັດໃຫ້ລາຄາການຜະລິດລົດ ອີວີ ໃນ ອາເມຣິກາ ທີ່ມີລາຄາແພງສາມາດຊື້ໄດ້ຫຼາຍຂຶ້ນ. ປະທານາທິບໍດີ ດໍໂນລ ທຣຳ ໄດ້ສົ່ງສັນຍານຂອງແຜນການທີ່ຈະຍຸຕິການໃຫ້ເຄຣດິດດັ່ງກ່າວ. ທ່ານ ນາໂກດີ ກ່າວວ່າ ສິ່ງທີ່ເປັນແຮງຈູງໃຈທັງຫຼາຍເຫຼົ່ານັ້ນ ເປັນປັດໄຈຫຼັກໃນການພັດທະນາລົດອີວີ ລຸ້ນ ຊາຣເຈີ້.
ທ່ານ ຣາຍແອນ ນາໂກດີ ຈາກບໍລິສັດ ສະເຕລແລນຕິສ (Stellantis) ກ່າວອີກວ່າ “ເຈົ້າໄດ້ຮັບລູກຄ້າທີ່ແຕກຕ່າງເຂົ້າມາຫາລົດຄັນນີ້. ອັນນັ້ນ ບໍ່ແມ່ນເທື່ອທຳອິດຂອງພວກເຂົາ ຫຼື ມີຄວາມຄິດໃນເບື້ອງຕົ້ນກ່ອນອື່ນໝົດ.”
ເຖິງຢ່າງນັ້ນກໍຕາມ ສິ່ງທີ່ຈູງໃຈທັງຫຼາຍ ກໍໄດ້ຊ່ອຍເປັນແຮງກະຕຸ້ນໃຫ້ມີການ ຊື້ລົດອີວີສູງຂຶ້ນ ໃນປີກາຍນີ້ຢູ່ໃນສະຫະລັດ, ບົດລາຍງານຂອງ Cox Automotive ກ່າວ, ໂດຍມີການຂາຍລົດໃໝ່ຢູ່ປະມານ 1.3 ລ້ານຄັນ, ເຊິ່ງເພີ້ມຂຶ້ນໃນອັດຕາເກີນກວ່າ 7.3 ເປີເຊັນຂອງການຂາຍ ໃນປີ 2023.
ທ່ານແມັຕ ໂທຣຍເອີຣ ຈາກບໍລິສັດ ໂຕໂຢຕ້າ (Toyota) ກ່າວວ່າ “ໂຕໂຢຕ້າ ມີລົດໄຟຟ້າ 19 ລຸ້ນ. ອັນນັ້ນ ປະກອບດ້ວຍ ຮາຍບຣີດສ໌, ຮາຍບຣີດສ໌ ສຽບໄຟໄດ້, ອີວີ ພະລັງແຊລ, ແລະລົດໄຟຟ້າອື່ນໆ.”
ທ່ານແມັຕ ໂທຣຍເອີຣ ເປັນນັກວິຊາການດ້ານຜະລິດຕະພັນປະຈຳບໍລິສັດ ຜະລິດລົດ ໂຕໂຢຕ້າຂອງຍີ່ປຸ່ນ.
ທ່ານ ໂທຣຍເອີຣ ກ່າວວ່າ “ເກືອບ 30 ເປີເຊັນຂອງສິ່ງທີ່ພວກເຮົາຂາຍ ໃນປັດຈຸບັນນີ້ ແມ່ນລົດໄຟຟ້າປະເພດໃດນຶ່ງ.”
ເຊິ່ງບໍ່ມີຄັນໃດເລີຍ ມີສິດໄດ້ຮັບເຄຣດິດພາສີສຳລັບລົດອີວີ ຂອງລັດຖະບານ ກາງໃນປັດຈຸບັນນີ້. ໂຕໂຢຕ້າ ມີພຽງແຕ່ລົດໄຟຟ້າເຕັມຮູບແບບ ທີ່ຜະລິດໃນ ອາເມຣິກາເໜືອ ກໍຄືລຸ້ນ bZ4X ເທົ່ານັ້ນ, ເຊິ່ງກໍຍັງບໍ່ມີສິດເຊັ່ນກັນ ເພາະວ່າ ມັນຜະລິດຢູ່ນອກສະຫະລັດ. ໃນເດືອນທັນວາ ໂຕໂຢຕ້າ ໄດ້ປະກາດວ່າ ຕົນຈະຕັດລາຄາຂອງລົດລຸ້ນ bZ4X ລົງເຖິງ 6,000 ໂດລາ.
ທ່ານນາງ ເມກາ ລັກໂຊຣາ (Megha Lakchaura) ເຈົ້າໜ້າທີ່ຝ່າຍອີວີ ໃນລັດອີລລີນອຍ ກ່າວວ່າ “ພວກເຮົາເຫັນວ່າ ຍານພາຫະນະໄຟຟ້າ ແມ່ນມີ ລາຄາຖືກລົງນັບມື້.”
ທ່ານນາງ ເມກາ ລັກໂຊຣາ ເປັນເຈົ້າໜ້າທີ່ຝ່າຍລົດໄຟຟ້າ ສຳລັບລັດ ອີລລີນອຍ ເຊິ່ງລັດນີ້ຍັງສືບຕໍ່ໃຫ້ສ່ວນຫລຸດລາຄາສຳລັບການຊື້ລົດໄຟຟ້າເຕັມຮູບແບບ ມູນຄ່າ 4,000 ໂດລາ. ທ່ານນາງໄດ້ເຂົ້າຮ່ວມກັບ ທ່ານນາງ ເມລີຊາ ວໍຊິງຕັນ ຮອງປະທານຂັ້ນສູງຢູ່ທີ່ບໍລິສັດ ComEd ທີ່ສະໜອງພະລັງງານ, ຢູ່ທີ່ກອງປະຊຸມຖະແຫລງຂ່າວຂອງງານວາງສະແດງລົດຍົນ.
ທ່ານນາງ ວໍຊິງຕັນ ກ່າວວ່າ “ພວກເຮົາມີ ສ່ວນຫລຸດຕ່າງໆ ໃນມູນຄ່າ 100 ລ້ານໂດລາ ທີ່ຈະມີໃຫ້ໃນປີ 2025 ສຳລັບບັນດາລູກຄ້າທີ່ຈະຊື້ລົດອີວີ ແລະ ອັນນັ້ນ ກໍຈະເປັນຂອງພວກລູກຄ້າທັງໝົດ, ພວກລູກຄ້າທີ່ອາໄສຢູ່ເມືອງຂອງ ພວກເຮົາ, ພວກລູກຄ້າດ້ານພານິດຂອງພວກເຮົາ, ແລະພວກລູກຄ້າພາກສ່ວນ ສາທາລະນະຂອງພວກເຮົາ.”
ໃນຂະນະດຽວກັນ ຄວາມບໍ່ແນ່ນອນທີ່ກ່ຽວພັນກັບອະນາຄົດຂອງສິ່ງທີ່ຈູງໃຈ ທັງຫຼາຍ ເພື່ອການຊື້ລົດອີວີຂອງລັດຖະບານກາງນັ້ນ ທ່ານ ໂທຣຍເອີຣ ກ່າວວ່າ ພວກລູກຄ້າບອກທ່ານວ່າ ພວກເຂົາ ເຈາະຈົງໃສ່ຜົນປະໂຫຍດອື່ນໆຂອງ ການເປັນເຈົ້າຂອງລົດອີວີ.
ທ່ານ ແມັຕ ໂທຣຍເອີຣ ຈາກ ໂຕໂຢຕ້າ ກ່າວຕື່ມວ່າ “ມັນບໍ່ແພງຫຼາຍທີ່ຈະຂັບມັນ, ການຮັກສາມັນ, ເຊັ່ນກັນ ແລະພວກເຂົາມັກທີ່ຈະເຮັດສິ່ງທີ່ດີ ສຳລັບສະພາບແວດລອມ.”
ອ່ານລາຍງານນີ້ໃນພາສາອັງກິດ
The latest offerings for electric vehicles take center stage at the 2025 Chicago Auto Show as some federal tax incentives could end. VOA's Kane Farabaugh has more.
It sounds like an engine…
… and it might feel like an engine…
But what propels the new Dodge Charger isn’t an internal combustion engine at all.
It’s a fully electric vehicle, or EV, and while the sounds and smell of tires burning rubber are real, the hallmarks of a throaty exhaust are artificial.
((Ryan Nagode, Stellantis))
"I think you will forget it’s an EV."
Ryan Nagode is vice president for interior design at Stellantis, which owns the Dodge brand. The Charger has long been an icon of the gasoline-powered American muscle car era. Nagode says turning it into an EV, with certain models exceeding $60,000, was a leap of faith for Dodge.
((Ryan Nagode, Stellantis))
“We know that’s where the country is heading. It takes time.”
A tax credit of up to $7,500 — part of the Biden administration’s 2022 Inflation Reduction Act — helped make pricey EVs manufactured in America more affordable. President Donald Trump has signaled plans to end the credit. Nagode says those incentives weren’t a major factor in the Charger’s EV development.
((Ryan Nagode, Stellantis))
“You are getting a different customer coming to this vehicle. That’s not their first or foremost thought.”
Even so, incentives helped fuel an EV-buying surge last year in the U.S., Cox Automotive reports, with about 1.3 million new vehicles sold, a 7.3 percent increase over sales in 2023.
((Matt Troyer, Toyota))
“Toyota has 19 electrified vehicles. That includes hybrids, plug-in hybrids, fuel cell EV, and electric vehicles.”
Matt Troyer is a product specialist with Japanese automaker Toyota.
((Matt Troye, Toyota))
“Almost 30 percent of what we sell is now some kind of electrified vehicle.”
None of which qualify for the current federal EV tax credit. Toyota’s only fully electric vehicle in North America, the bZ4X, also doesn’t qualify because it’s manufactured outside the United States. In December, Toyota announced it was cutting the price of its bZ4X by up to $6,000.
((Megha Lakhchaura, Illinois EV Officer))
“We’re seeing that electric vehicles are getting cheaper.”
Megha Lakchaura is the Electric Vehicle Officer for the state of Illinois, which is continuing a $4,000 state rebate for purchasing a fully electric vehicle. She joined Melissa Washington, a senior vice president at energy supplier ComEd, at an auto show news conference.
((Melissa Washington, ComEd))
“We have $100 million in rebates that will be available in 2025 for customers to adopt EVs, and that’s going to be for all customers, our residential customers, our commercial customers, and our public sector customers.”
While uncertainty surrounds the future of federal incentives to buy EVs, Troyer says customers tell him they’re more focused on the other benefits of EV ownership.
((Matt Troyer, Toyota))
“It’s less expensive to drive it, to maintain it, too, and they love doing good things for the environment.”
ຟໍຣັມສະແດງຄວາມຄິດເຫັນ