ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລົດໄຟ Eurostar ຖືກຢຸດ ຍ້ອນອາດມີີ ຊາວອົບພະຍົບ ຕັນທາງ


ເຈົ້າໜ້າທີ່ລົດໄຟ Eurostar (ກາງ) ສົນທະນາກັບບັນດາຜູ້ໂດຍ
ສານ ທີ່ຕົກຄ້າງ.
ເຈົ້າໜ້າທີ່ລົດໄຟ Eurostar (ກາງ) ສົນທະນາກັບບັນດາຜູ້ໂດຍ ສານ ທີ່ຕົກຄ້າງ.

ລົດ​ໄຟ Eurostar ທີ່​ເດີນທາງ​ລ​ະຫວ່າງ ອັງກິດ ​ແລະ ຝຣັ່ງ
​ໄດ້​ຖື​ກຢຸດ​ເປັນ​ເວລາ​ຫລາຍຊົ່ວ​ໂມງ ​ເມື່ອ​ຄືນແລ້ວນີ້ ​ເພາະ​ສົງ
​ໄສ​ວ່າ​ ມີ​ອົບ​ພະ​ຍົບ ທີ່​ຜິດ​ກົດໝາຍ ​ໄດ້​ຕັນ​ລາ​ງລົດ​ໄຟ ຊຶ່ງ
ເປັນນຶ່ງ​ໃນເຫດການຫລ້າ​ສຸດ ກ່ຽວກັບ​ວິ​ກິດ​ການ​ອົບ​ພະຍົບ
​ໃນ​ຢູ​ໂຣບ.

ບັນດາ​ຜູ້​ໂດຍສານ​ຫລາຍ​ຮ້ອຍ​ຄົນ ພາກັນ​ສະແດງຄວາມບໍ່
ພໍໃຈ ​ແລະ​ໃຈ​ຮ້າຍ ຫລັງ​ຈາກໄດ້​ມີ​ການ​ຊັກ​ຊ້າ​ໃນ​ແລງ​ວັນ
ອັງຄານທີ່​ເປັນ​ຜົນ​ກະທົບ​ຕໍ່​ລົດ​ໄຟ​ຫ້າ​ຂະຈາກນະຄອນ​ປາຣີ
​ໄປ​ຫາລອນ​ດອນ. ລົດໄຟ​ສາມຂະບວນໃນ​ທີ່​ສຸດ​ກໍສາມາດ
ໄປຮອດປາຍທາງຂ​ອງ​ເຂົາ​ເຈົ້າ ​ໃນ​ຂະນະ​ທີ່​ອີກສອງຂະ
ບວນໄດ້​ກັບ​ຄືນ​ໄປ​ສູ່​ສະຖານີ​ທີ່ອອກມານັ້ນ. ບັນດາ​ຜູ້​ໂດຍສານ​ ​ພາກັນຈົ່ມວ່າ ​ລົດໄຟ
ໄດ້ມອດໄຟຟ້າ ​ແລະ​ເຄື່ອງ​ປັບ​ອາກາດ​ ​ໃນ​ຂະນະ​ທີ່​ເຂົາ​ເຈົ້າ​ລໍຖ້າຢູ່ນັ້ນ.

ບັນດາ​ລົດໄຟ​ໄດ້​ຢຸດ​ຢູ່​ຕໍ່ໜ້າທາງເຂົ້າອຸໂມງ Eurotunnel ​ແລະ​ຍັງ​ເປັນ​ທີ່​ຮູ້​ກັນໃນອີກ
​ຊື່ນຶ່ງວ່າ Chunnel ​ນັ້ນ ເວ​ລາ​ພວກ​ເຈົ້າ​ໜ້າ​ທີ່​ພາ​ກັນ​ຍົກ​ລະດັບກ່ຽວກັບການ​ເຕືອນ​ວ່າ
ອາດ​ມີອົບ​ພະ​ຍົກ​ຢູ່​ໃນ​ອຸໂມງ ຫລືຢູ່​ເທິງຫລັງຄາ​ລົດໄຟເພື່ອຂ້າມ​ ຈາ​ກປະ​ເທດ​ນຶ່ງໄປ
ຫາອີກ​ປະ​ເທດ​ນຶ່ງ. ພວກ​ເຈົ້າ​ໜ້າ​ທີ່​ຍັງ​ບໍ່​ທັນ​ໄດ້​ກ່າວ​ວ່າ ເຂົາ​ ເຈົ້າໄດ້ທຳການຈັບກຸມ​
ໃດໆຫລື​ບໍ່.

​ເມືອງທ່າ​ເຮືອ Calais ຂອງຝຣັ່ງ ​ໄດ້​ກາຍເປັນ​ຈຸດ​ໃຈກາງ​ ສຳລັບອົບ​ພະ​ຍົບທີ່ ພະຍາຍາມ​
ຂ້າມ​ເຂົ້າ​ໄປ​ຫາ​ອັງກິດ ຜ່ານ​ອຸໂມງ Eurotunnel. ​ແຕ່ ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າຈຳ​ນວນ
​ຜູ້​ຄົນ​ທີ່​ພະຍາ​ຍາມຈະ​ຂ້າມ ໄດ້​ຫລຸດ​ລົງ​ຈາກຈຸດ​ສູງ​ສຸດ 2000 ຄົນ​ຕໍ່​ຄືນ​ໃນເດືອນ​ກໍລະ
​ກົດ ມາເປັນ 100 ຄົນຫາ 200 ຄົນ​ຕໍ່​ຄືນ.

ສະຖານະ​ການແມ່ນ​ຮ້າຍ​ແຮງ​ກວ່ານັ້ນ ຢູ່ໃນເຂດຊາຍ​ແດນທາງ​ພາກ​ຕາ​ເວັນ​ອອກ​ຂອງ
​ຢູ​ໂຣບ.

​ໃນ​ວັນ​ອັງຄານ​ວານ​ນີ້ ອົງການ​ຜູ້ຕັ້ງສາກົນເພື່ອການເຄື່ອນຍ້າຍຂອງປະຊາກອນ ຫຼື IOM
ກ່າວ​ວ່າ ມີອົບ​ພະ​ຍົບຫລາຍ​ກວ່າ 350,000 ຄົນ​ໄດ້​ເດີນທາງ​ຢ່າງອັນ ຕະລາຍຂ້າມທະ​ເລ
Mediterranean ໃນປີ​ນີ້ເພື່ອຫລົບໜີຄວາມວຸ້ນວາຍແລະ ​ຄວາມທຸ​ກຈົນ​ໃນພາກຕາ​ເວັນ
​ອອກ​ກາງ ​ແລະ​ອາ​ຟຣິກາ ​ເພື່ອ​ຊອກ​ຫາ​ຊີວິດ​ການ​ເປັນ​ຢູ່​ທີ່​ດີຂຶ້ີນ​ໃນຢູ​ໂຣບ.

ອົງການ​ຈັດ​ຕັ້ງ​ລະຫວ່າງລັດ​ຖະບານ ກ່າວ​ວ່າ ຫລາຍ​ກວ່າ 234,000 ຄົນຂອງ​ຈຳນວນດັ່ງ
ກ່າວ ​ໄດ້​ຕົກ​ໄປເຖິງ​ຊາຍ​ຝັ່ງຂອງ​ປະ​ເທດ​ກຣີສ ​ແລະ​ອີກ 114,000 ກໍ​າລັງ​ໄປ​ເຖິງອີ​ຕາ​ລີ
​ແລະ​ຈຳນວນ​ທີ່​ໜ້ອຍ​ກວ່າ ​ໄດ້​ໄປເຖິງສະ​ເປ​ນ ​ແລະມາລ ຕາ. ປະມານ 2,600 ຄົນ​ໄດ້​ເສຍ
​ຊີວິດ ສ່ວນ​ຫລາຍແມ່ນ​ຈົມ​ນຳ້ຕາຍ​ເວລາເຮືອ​ທີ່​ຊຸດ​ໂຊມ ມີ​ຄົນ​ແອ​ອັດ​ ທີ່​ນຳໃຊ້​ໂດຍພວກ
​ຄ້າ​ມານຸດ ​ໄດ້​ຫລົ້ມ​ລົງ.

ຕຳຫລວດຮັງກາຣີ ກວດເບິ່ງຮົ້ວໜາມໝາກຈັບ ທີ່ີຕິດກັບຊາຍແດນ ເຊີເບຍ.
ຕຳຫລວດຮັງກາຣີ ກວດເບິ່ງຮົ້ວໜາມໝາກຈັບ ທີ່ີຕິດກັບຊາຍແດນ ເຊີເບຍ.

ໂຕເລກຫລ້າ​ສຸດ ​ໄດ້​ມີການເປີດເຜີຍໃຫ້ຮູ້ ​ໃນ​ຂະນະ​ທີ່ຢູ​ໂຣບພວມສືບຕໍ່ປະ​ເຊີນ​ໜ້າ​ກັບ
ການ​ຫລັ່ງ​ໄຫລ​ເຂົ້າ​ໄປເປັນຈຳນວນຫຼາຍທີ່ສຸດຂອງ​ອົບ​ພະຍົບ ນັບ​ແຕ່​ສົງ ຄາມ​ໂລກ​ຄັ້ງ
​ທີ​ສອງສິ້ນສຸດລົງ.

ສະຖານະ​ການແມ່ນ​ຮ້າຍ​ແຮງ​ກວ່ານັ້ນ ຢູ່ໃນເຂດຊາຍ​ແດນທາງ​ພາກ​ຕາ​ເວັນ​ອອກ​ຂອງ
​ຢູ​ໂຣບ.

​ໃນ​ວັນ​ອັງຄານ​ວານ​ນີ້ ອົງການ​ຜູ້ຕັ້ງສາກົນເພື່ອການເຄື່ອນຍ້າຍຂອງປະຊາກອນ ຫຼື IOM
ກ່າວ​ວ່າ ມີອົບ​ພະ​ຍົບຫລາຍ​ກວ່າ 350,000 ຄົນ​ໄດ້​ເດີນທາງ​ຢ່າງອັນ ຕະລາຍຂ້າມທະ​ເລ
Mediterranean ໃນປີ​ນີ້ເພື່ອຫລົບໜີຄວາມວຸ້ນວາຍແລະ ​ຄວາມທຸ​ກຈົນ​ໃນພາກຕາ​ເວັນ
​ອອກ​ກາງ ​ແລະ​ອາ​ຟຣິກາ ​ເພື່ອ​ຊອກ​ຫາ​ຊີວິດ​ການ​ເປັນ​ຢູ່​ທີ່​ດີຂຶ້ີນ​ໃນຢູ​ໂຣບ.

ນາຍົກລັດຖະມົນຕີເຢຍຣະມັນ ທ່ານນາງ Angela Merkel
ນາຍົກລັດຖະມົນຕີເຢຍຣະມັນ ທ່ານນາງ Angela Merkel

ອົງການ​ຈັດ​ຕັ້ງ​ລະຫວ່າງລັດ​ຖະບານ ກ່າວ​ວ່າ ຫລາຍ​ກວ່າ
234,000 ຄົນຂອງ​ຈຳນວນດັ່ງກ່າວ ​ໄດ້​ຕົກ​ໄປເຖິງ​ຊາຍ​ຝັ່ງ
ຂອງປະ​ເທດ​ກຣີສ ​ແລະ​ອີກ 114,000 ກໍ​າລັງ​ໄປ​ເຖິງອີ​ຕາ
​ລີ ​ແລະ​ຈຳນວນ​ທີ່​ໜ້ອຍ​ກວ່າ ​ໄດ້​ໄປເຖິງສະ​ເປ​ນ ​ແລະມາລ
ຕາ. ປະມານ 2,600 ຄົນ​ໄດ້​ເສຍຊີວິດ ສ່ວນ​ຫລາຍແມ່ນ​ຈົມ​
ນຳ້ຕາຍ​ເວລາເຮືອ​ທີ່​ຊຸດ​ໂຊມ ມີ​ຄົນ​ແອ​ອັດ​ ທີ່​ນຳໃຊ້​ໂດຍ
ພວກ​ຄ້າ​ມານຸດ ​ໄດ້​ຫລົ້ມ​ລົງ.

ໂຕເລກຫລ້າ​ສຸດ ​ໄດ້​ມີການເປີດເຜີຍໃຫ້ຮູ້ ​ໃນ​ຂະນະ​ທີ່ຢູ​ໂຣບ
ພວມສືບຕໍ່ປະ​ເຊີນ​ໜ້າ​ກັບການ​ຫລັ່ງ​ໄຫລ​ເຂົ້າ​ໄປເປັນຈຳນວນ
ຫຼາຍທີ່ສຸດຂອງ​ອົບ​ພະຍົບ ນັບ​ແຕ່​ສົງ ຄາມ​ໂລກ​ຄັ້ງ​ທີ​ສອງສິ້ນສຸດລົງ.

Europe Migrants
please wait
Embed

No media source currently available

0:00 0:02:09 0:00

XS
SM
MD
LG