ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຂໍ້ສະເໜີ ແກ້ໄຂ ວິກິດການ ອົບພະຍົບ ຂອງ EU ຖືກໂຈມຕີ ຈາກຫຼາຍປະເທດ ໃນຢູໂຣບ

ແມ່ຍິງຄົນໜຶ່ງ ອຸ້ມລູກ ຢູ່ໃນສະຖານທີ່ພັກຊົ່ວຄາວ ເມືອງ Idomeni ພາກເໜືອສຸດ ຂອງປະເທດກຣິສ, ວັນທີ 3 ພຶດສະພາ 2016.
ແມ່ຍິງຄົນໜຶ່ງ ອຸ້ມລູກ ຢູ່ໃນສະຖານທີ່ພັກຊົ່ວຄາວ ເມືອງ Idomeni ພາກເໜືອສຸດ ຂອງປະເທດກຣິສ, ວັນທີ 3 ພຶດສະພາ 2016.

ຄະນະກຳມະທິການຢູໂຣບ ຫຼື EC ໄດ້ເປີດເຜີຍ ລາຍລະອຽດຕ່າງໆ ຂອງອັນທີ່ບັນດາ ນັກວິເຄາະ ກ່າວວ່າ ເປັນແຜນການທີ່ຈົນຕາແຈ ເພື່ອຮັບມືກັບ ວິກິດການຍົກຍ້າຍຖິ່ນ ຖານ ທີ່ຮ້າຍແຮງທີ່ສຸດ​ໃນຢູໂຣບ.

ແຜນການນີ້ ​ແມ່ນ​ຮວມທັງ “ກົນໄກທີ່ຍຸດຕິທຳ” ຊຶ່ງບັງຄັບໃຫ້ບັນດາປະເທດຕ່າງໆ ຮັບ ເອົາອົບພະຍົບໃນຈຳນວນທີ່ກຳນົດໄວ້ ຫຼື ຈ່າຍຄ່າປັບໃໝໂດຍພຶດຕິໄນ. ແຜນການ ດັ່ງກ່າວ ໄດ້ຖືກໂຈມຕີຈາກບັນດາປະເທດ​ໃນພາກກາງ ແລະ ພາກຕາເວັນອອກ ຂອງ ຢູໂຣບ ທີ່ໄດ້ຄັດຄ້ານຕໍ່ການຮຽກຮ້ອງຂອງສະຫະພາບຢູໂຣບ ໃຫ້ບັນດາປະເທດສະມາ ຊິກທັງໝົດ ແບ່ງປັນກັນ​ຮັບເອົາອົບພະຍົບ ໃນເມື່ອກ່ອນ.

ເດັກຍິງ ກຳລັງດື່ມນ້ຳ ຈາກທໍ່ນ້ຳ ຢູ່ເທີງແຖ່ນ ສະຖານີລົດໄຟ ແຫ່ງໜຶ່ງ ທີ່ໄດ້ຫັນປ່ຽນໃຫ້ເປັນຄ້າຍທີ່ພັກ ຂອງພວກຊາວຍົກຍ້າຍຖິ່ນຖານ ແລະ ຊາວອົບພະຍົບ ຢູ່ທາງພາກເໜືອ ໃກ້ຊາຍແດນຕິດກັບ ເຂດ Idomeni ຂອງ ປະເທດກຣິສ, ວັນທີ 2 ພຶດສະພາ 2016.

ບັນດາເຈົ້າໜ້າທີ່ຂອງ EC ໄດ້ກ່າວວ່າ ແຜນການນັ້ນ ແມ່ນເພື່ອປັບ ປຸງໃໝ່ ລະບົບການ ຂໍລີ້ໄພຂອງສະຫະພາບຢູໂຣບ ເພື່ອຮັບປະກັນວ່າ ສະມາຊິກແຕ່ລະປະເທດ ຮັບຮອງເອົາ ສ່ວນແບ່ງ ຂອງພວກ​ຍົກຍ້າຍ ຖິ່ນ​ຖານ​ທີ່ຫລັ່ງໄຫລເຂົ້າມາ ຊຶ່ງມີຮອດ 1 ລ້ານຄົນ ​ໃ​ນປີ ກາຍນີ້.

ຂໍ້ສະເໜີທັງຫຼາຍ ທີ່ລວມມີ ການແນະນຳໃຫ້ຍົກເລີກ ຂໍ້ຈຳກັດຕ່າງໆ ຕໍ່ ການເດີນທາງ ໂດຍບໍ່ຕ້ອງຂໍວີຊາ ສຳລັບພົນລະເມືອງ ຂອງປະເທດເທີກີ ຊຶ່ງຈະຖືກນຳມາ ລົງຄະແນນ ສຽງ ຢູ່ໃນສະພາຂອງຢູໂຣບ ໃນເດືອນມິຖຸນາ ຈະມາເຖິງນີ້.

ບັນດາປະເທດ ເຊັ່ນ ໂປແລນ ແລະ ຮັງກາຣີ ນັ້ນ ໄດ້ປະຕິເສດ ທີ່ຈະຮັບເອົາ ພວກຍົກ ຍ້າຍຖິ່ນຖານ ຊາວມຸສລິມ ໃນຈຳນວນຫຼວງຫຼາຍ ໂດຍອ້າງເຖິງຄວາມເປັນຫ່ວງ ວ່າ ຄັນຮັບເອົາ ຈະກໍ່ໃຫ້ເກີດການບໍ່ມີສະຖຽນລະພາບ ຢູ່ໃນສັງຄົມ ທີ່ເປັນອັນໜຶ່ງ ອັນດຽວ ກັນສ່ວນໃຫຍ່ ຂອງພວກເຂົາເຈົ້າ.

ພວກຊາວຍົກຍ້າຍຖິ່ນຖານ ແລະ ຊາວອົບພະຍົບ ລຽນແຖວ ສຳລັບການແຈກຫຍາຍອາຫານ ຢູ່ພາກເໜືອ ໃກ້ກັບຈຸດເຂດແດນ Idomeni ຂອງປະເທດກຣິສ, ວັນທີ 2 ພຶດສະພາ 2016.
ພວກຊາວຍົກຍ້າຍຖິ່ນຖານ ແລະ ຊາວອົບພະຍົບ ລຽນແຖວ ສຳລັບການແຈກຫຍາຍອາຫານ ຢູ່ພາກເໜືອ ໃກ້ກັບຈຸດເຂດແດນ Idomeni ຂອງປະເທດກຣິສ, ວັນທີ 2 ພຶດສະພາ 2016.

ໃນການປະກາດລາຍລະອຽດຕ່າງໆນັ້ນ ທ່ານ Frans Timmermans ຮອງປະທານ ຄະນະກຳມະທິການຢູໂຣບໄດ້ກ່າວວ່າ ບໍ່ຄວນອະນຸຍາດ ໃຫ້ບັນດາປະເທດທັງຫຼາຍ ເລືອກ ແລະ ເລືອກເອົາວິທີ ທີ່ພວກຕົນຢາກຕອບສະໜອງ ຕໍ່ວິກິດການ ທີ່ມີຜົນກະທົບ ຕໍ່ປະເທດທັງໝົດ ຂອງສະຫະພາບຢູໂຣບ.

ທ່ານ Timmermans ໄດ້ກ່າວໃນວັນພຸດວານນີ້ ຢູ່ທີ່ກອງປະຊຸມຖະແຫລງຂ່າວ ໃນນະ ຄອນຫຼວງ Brussels ວ່າ “ບໍ່ມີການເປັນໜຶ່ງດຽວ ໃນຄວາມສາມັກຄີ ຢູ່ໃນສະຫະພາບ ນີ້.”

ພວກຍົກຍ້າຍຖິ່ນຖານສ່ວນຫຼາຍ ​ແມ່ນແນເປົ້າໝາຍທີ່ຈະເດີນທາງໄປຍັງເຢຍຣະມັນ ແລະ ສະວີເດັນ ແຕ່ຫາກວ່າ ພວກປະເທດຢູ່ແຖວໜ້າ ເຊັ່ນ ກຣິສ ແລະອີຕາລີ ນັ້ນ ແມ່ນ ຮັບເອົາພາລະຢ່າງໜັກໜ່ວງ ຂອງພວກທີ່ເດີນທາງໄປຮອດໃໝ່ ແລະ ແຫຼ່ງທຶນຮອນ ຂອງ ພວກເຂົາເຈົ້າ ແມ່ນໄດ້ຫລ່ອຍ​ຫລໍລົງເລື້ອຍໆ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Europe Migrants
please wait
Embed

No media source currently available

0:00 0:00:29 0:00

XS
SM
MD
LG