ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ນຳສະຫະພາບຢູໂຣບ ສະຫຼອງຂໍ້ຕົກລົງ ການຟື້ນໂຕຄືນ ຈາກໄວຣັສໂຄໂຣນາ ທ່າມກາງຄວາມຢ້ານກົວ ທີ່ພະຍາດຈະກັບຄືນມາໃໝ່


ນາຍົກລັດຖະມົນຕີເຢຍຣະມັນ ທ່ານນາງແອນເຈີລາ ເມີເກີລ ແລະປະທານາທິບໍດີຝຣັ່ງ ທ່ານເອມມານຸຍແອລ ມາກຣົງ ຢູ່ກອງປະຂຸມສຸດຍອດ ຕຽມຖະແຫຼງຕໍ່ກອງປະຊຸມນັກຂ່າວ ທີ່ນະຄອນບຣັສເຊີລສ໌ ວັນທີ 20 ກໍລະກົດ 2020.
ນາຍົກລັດຖະມົນຕີເຢຍຣະມັນ ທ່ານນາງແອນເຈີລາ ເມີເກີລ ແລະປະທານາທິບໍດີຝຣັ່ງ ທ່ານເອມມານຸຍແອລ ມາກຣົງ ຢູ່ກອງປະຂຸມສຸດຍອດ ຕຽມຖະແຫຼງຕໍ່ກອງປະຊຸມນັກຂ່າວ ທີ່ນະຄອນບຣັສເຊີລສ໌ ວັນທີ 20 ກໍລະກົດ 2020.

ເຖິງແມ່ນໃນຂະນະທີ່ບັນດາຜູ້ນຳສະຫະພາບຢູໂຣບ ພາກັນສະຫຼອງກ່ຽວກັບຂໍ້ ຕົກລົງ
ການຟື້ນໂຕຄືນ ຈາກໄວຣັສໂຄໂຣນາຢ່າງເປັນປະຫວັດການຂອງພວກເຂົາເຈົ້າ ແຕ່
ບາງຂົງເຂດແລະບາງປະເທດກຳລັງກະກຽມທີ່ຈະຮັບມືກັບການກັບ ຄືນມາລະບາດ
ໃໝ່ຂອງພະຍາດດັ່ງກ່າວ.

ແບລຈ້ຽມ ສະວີເດັນ ລຸກຊໍາເບີກ ແລະປອກຕູກາລ ແມ່ນຮວມຢູ່ໃນຈຳນວນປະເທດ
ອື່ນໆ ທີ່ມີລາຍງານການເພີ້ມຂຶ້ນ ຂອງກໍລະນີຕິດເຊື້ອໃໝ່. ບາງເຂດຂອງນະຄອນບາ
ເຊໂລນາ ປະເທດສະເປນ ໄດ້ມີການປິດເສດຖະກິດຄືນອີກ ແລະຢູ່ ໃນປະເທດທີ່ໄດ້
ຮັບຜົນກະທົບໜັກຄືເຂດລາຊິໂອຂອງອີຕາລີທີ່ຮວມທັງນະຄອນ ໂຣມຍັງໄດ້ເຕືອນເຖິງ
ຄວາມເປັນໄປໄດ້ໃນການທີ່ອາດຈະມີການປິດທ້ອງຖິ່ນດັ່ງ ຖ້າຫາກພົບເຫັນວ່າ ມີການ
ຕິດແປດເພີ້ມຂຶ້ນ.

ໃນຂະນະດຽວກັນ ປະເທດຝຣັ່ງໃນວັນຈັນຜ່ານມານີ້ ໄດ້ອອກມາດຕະການໃຫ້ໃສ່ໜ້າ
ກາກຢູ່ຂ້າງໃນ ສະຖານທີ່ສາທາລະນະທັງໝົດ ໂດຍຂົ່ມຂູ່ວ່າ ຜູ້ໃດລະ ເມີດຈະຖືກປັບ
ໃໝ 155 ໂດລາ. ປະເທດຝຣັ່ງ ມີລາຍງານກ່ຽວກັບການເພີ້ມ ຂຶ້ນຂອງກໍລະນີໃໝ່ຫຼາຍ
ສົມຄວນ ແຕ່ມີຄວາມເປັນຫ່ວງເພີ້ມຂຶ້ນຢູ່ໃນເຂດບຣິຕ ຕານີ ທາງພາກຕາເວັນອອກ
ສຽງເໜືອ ແລະເຂດມາເຢນ ຂອງປະເທດ.

ລັດຖະມົນຕີສາທາລະນະສຸກຝຣັ່ງ ທ່ານໂອລີວິເອ ເວີຣັງ ກ່າວຕໍ່ວິທະຍຸອິນໂຟຂອງຝຣັ່ງ
ໃນວັນຈັນທີ່ຜ່ານມານີ້ວ່າ “ຢູ່ຈຸດນີ້ ພວກເຮົາຢູ່ໄກ ຈາກຄື້ນຟອງທີ ສອງຢູ່.”

ແຕ່ແນວໃດກໍຕາມ ທ່ານຍັງໄດ້ເຕືອນວ່າ ຖ້າຫາກແນວໂນ້ມຍັງດຳເນີນຢູ່ຕໍ່ໄປ ລັດຖະ
ບານອາດພິຈາລະນາ ໃຫ້ຂົງເຂດດັ່ງກ່າວ ຫຼືແມ່ນແຕ່ທົ່ວປະເທດນຳໃຊ້ ມາດຕະການ
ກັກຕົນເອງຄືນອີກ. ທ່ານເວີຣັງກ່າວວ່າ “ທາງເລືອກທັງໝົດແມ່ນ ວາງຢູ່ເທິງໂຕະ.”

ໂດຍການທີ່ເສດຖະກິດຢູໂຣບໄດ້ຮັບຄວາມເສຍຫາຍຢ່າງໜັກຈາກການແຜ່ລະບາດ
ດັ່ງນັ້ນເຫດການໃນທຳນອງນີ້ຈະພາໃຫ້ເກີດຄວາມຢ້ານກົວຢູ່ໃນຫຼາຍໆນະ ຄອນຫຼວງ.
ຢູ່ໃນຝຣັ່ງປະເທດດຽວ ການປິດປະເທດເທື່ອທຳອິດຈະເຮັດໃຫ້ຖະ ກິດຫົດຕົວປະມານ
ເກົ້າເປີເຊັນໃນປີນີ້ ອີງຕາມສະຖິຕິອົງການ INSEE. ທ່ານເກຣກກໍຣີ ແຄລສ໌ ນັກເສດ
ຖະສາດອະວຸໂສ ຂອງກຸ່ມຄົ້ນຄວ້າບຣູແຊລທີ່ມີ ຫ້ອງການຢູ່ນະຄອນບຣັສເຊີລ ກ່າວວ່າ “ຂ້າພະເຈົ້າຄຶດວ່າຄື້ນຟອງທີສອງຕ້ອງ ການທີ່ຈະປິດປະເທດ ບໍ່ວ່າຈະເປັນໃນລະດັບ
ຊາດຫຼືຂົງເຂດ ທີ່ຫລິງເຫັນວ່າຈະເປັນຄວາມເສຍຫາຍຢ່າງໜັກໃຫ້ຕໍ່ເສດຖະກິດ.”

ທ່ານກ່າວຕື່ມວ່າ ໃນແຕ່ລະເດືອນທີ່ຖືກກັກໃຫ້ຢູ່ໃນບ້ານເຮືອນຢູ່ໃນປະເທດຝຣັ່ງ ແມ່ນ
ໄດ້ສ້າງຄວາມເສຍຫາຍ ປະມານ 3 ເປີເຊັນຂອງຍອດຜະລິດຕະພັນຮວມຫຼື GDP ໂດຍ
ອ້າງເຖິງໂຕເລກຂອງອົງການ INSEE.

ເຫດຜົນທັງໝົດນີ້ ບັນດານັກວິເຄາະຈໍານວນນຶ່ງກ່າວວ່າ ສຳລັບການຮ່ວມມື ຂອງຢູໂຣບ
ເພື່ອຫລີກຫລ່ຽງຈາກເຫດການດັ່ງກ່າວ ໃນຂະນະທີ່ບັນດາຜູ້ນໍາສະຫະພາບຢູໂຣບ ຊຶ່ງ
ໃນທີ່ສຸດກໍໄດ້ບັນລຸກັນໃນວັນຈັນທີ່ຜ່ານມາ ຮັບເອົາຂໍ້ຕົກລົງການຟື້ນຟູເສດຖະກິດ
ຫຼັງຈາກມີການສົນທະນາຫາລືກັນເປັນເວລາຍືດຍາວ.

ອ່ານຂ່າວນີ້ເພີ້ມເປັນພາກສາອັງກິດ

XS
SM
MD
LG