ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານ ສິດທິ​ມະນຸດ​​ ​ຢູໂຣບ ​ຮັບຟັງ ຄໍາໃຫ້ການ ກ່ຽວກັບ ຄຸກລັບ CIA


ທ່ານ Ineta Ziemele ຜູ້ພິພາກສາສານຂອງຢູໂຣບ
ທ່ານ Ineta Ziemele ຜູ້ພິພາກສາສານຂອງຢູໂຣບ
ສານຮັບຜິດຊອບ​ກ່ຽວ​ກັບ​ເລື່ອງສິດທິ​ມະນຸດຂອງ​ຢູໂຣບ ​ໄດ້​ເລີ່​ມ
ຮັບ​ຟັງ​ແລະ​ພິຈາລະນາກ່ຽວ​ກັບ​ວ່າປະ​ເທດໂປ​ແລນໄດ້​ເມີນ​ເສີຍ
ຕໍ່​ການ​ລ່ວງ​ລະ​ເມີດ​ສິດທິ​ມະນຸດຫລື​ບໍ່ ໂດ​ຍກ່າວ​ຫາ​ວ່າ​ ​ໃຫ້​ບ່ອນ
​ຄຸມ​ຂັງ​ລັບແກ່​ອົງການ​ຊີ​ໄອ​ເອ ​ເພື່ອ​ສອບ​ປາກຄຳພວກທີ່ຕ້ອງສົງ
ໄສວ່າ ເປັນຜູ້ກໍ່ການຮ້າຍນັ້ນ.

ການໃຫ້ການຕໍ່ສານໃນເມືອງ Strasburg ນັ້ນ ແມ່ນເພັ່ງເລັງ
ໃສ່ຊາຍ 2 ຄົນ ສັນຊາດSuadi Arabia ທ້າວ Abdal Rahim
al-Nashiri ແລະທ້າວ Abu Zubaydah ທີ່ເກີດໃນ Pales-
tine ທີ່​ເວົ້າວ່າ ພວກ​ເຂົາ​ເຈົ້າ ໄດ້ຖືກນໍາ​ໄປກັກຂັງໄວ້ໃນຄຸກ
CIA ​ໃກ້ສະໜາມ​ບິນ​ທີ່​ສອກຫລີກຫ່າງ​ໄກ​ແຫ່ງ​ນຶ່ງໂປແລນ
​ເມື່ອປີ 2002 ນັ້ນ.

ທະນາຍຄວາມຂອງຜູ້ຕ້ອງສົງໄສທັງ 2 ຄົນ ກ່າວຫາວ່າ ພວກເຂົາເຈົ້າໄດ້ຖືກຄຸມຂັງໄວ້
​ເປັນ​ເວລາຫຼາຍໆເດືອນ ແລະກໍຖືກ​ສອບ​ປາກຄຳ ດ້ວຍການ​ໃຊ້​ເທັກ​ນິກ ທີ່​ເທົ່າໆ​ກັນ​ກັບ
​ເປັນ​ການທໍລະ​ມານນັ້ນ.

ຜູ້ຕ້ອງສົງໄສທັງ 2 ​ໃນ​ເວລາ​ນີ້ ຖືກຄຸມ​ຂັງ​ທີ່ຄຸກທະຫານຂອງສະຫະລັດທີ່ອ່າວ Guan-
tanamo ປະເທດ Cuba.

ລັດຖະບານປະເທດໂປແລນ ກ່ອນ​ໜ້ານີ້ ໄດ້ປະຕິເສດຕໍ່ຂໍ້ກ່າວຫາທີ່ວ່າມີ​ຄຸກ​ຂອງ​ອົງ
ການ CIA ຢູ່​ໃນ​ດິນ​ແດນ​ຂອງ​ຕົນ ​ແລະ​ທາງ​ຄະນະ​ສືບສວນ​ສອບ​ສວນ​ຂອງ​ໂປ​ແລນ​
ກ່ຽວ​ກັບ​ເລື່ອງ ໄດ້​ໃຊ້​ເວລາ 5 ປີ ແຕ່​ບໍ່​ໄດ້​ຂໍ້​ສະຫຼຸບ​ໃດໆ.

Warsaw ກ່າວ​ວ່າ ຕົນ​ຄວນ​ໄດ້​ຮັບ​ອະນຸຍາດໃຫ້​ເສັດ​ສິ້ນການ​ສືບສວນ​ນີ້ເສຍ​ກ່ອນ
ກ່ອນ​ທີ່ສານ ສິດທິ​ມະນຸດ ​ຈະ​ນໍາ​ມາ​ພິຈາລະນາ.

ປະ​ເທດ​ໂປ​ແລນ ​ແມ່ນ​ເປັນ​ນຶ່ງ​ໃນ​ບັນດາປະທດ​ຢູ​ໂຣບ ທີ່​ຖືກ​ກ່າວ​ຫາ​ວ່າ​ໄດ້​ຊ່ອຍ​
ສະ​ຫະລັດ​ໃນ ​ຂັ້ນ​ຕອນ​ການ​ດໍາ​ເນີນ​ງານ​ທີ່​ເອີ້ນ​ວ່າ “ການ​ສົ່ງ​ຜູ້​ຮ້າຍ​ຂ້າມ​ແດນ
​ພິ​ເສດ”
​ໃນ​ການສອບ​ສອບພວກ ຕ້ອງ​ສົງ​ໄສ​ວ່າ​ເປັນ​ຜູ້ກໍ່​ການ​ຮ້າຍ.
XS
SM
MD
LG