ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ບັນດານັກການເມືອງຢູໂຣບ ພ້ອມແລ້ວ ທີ່ຈະໃຫ້ຄວາມສຳຄັນ ໃນການສັກຢາວັກຊິນ ກັນໄວຣັສໂຄໂຣນາ


ພວກນາຍແພດນຸ່ງເຄື່ອງປ້ອງກັນ ເຮັດວຽກຢູ່ຫ້ອງສຸກເສີນຢູ່ໂຮງໝໍ ຫຼັງຈາກຈຳນວນກໍລະນີຕິດໂຄວິດ19 ເພີ້ມຂຶ້ນ ທີ່ນະຄອນມິລານ ປະເທດອີຕາລີ ເມື່ອວັນທີ 10 ພະຈິກ 2020.
ພວກນາຍແພດນຸ່ງເຄື່ອງປ້ອງກັນ ເຮັດວຽກຢູ່ຫ້ອງສຸກເສີນຢູ່ໂຮງໝໍ ຫຼັງຈາກຈຳນວນກໍລະນີຕິດໂຄວິດ19 ເພີ້ມຂຶ້ນ ທີ່ນະຄອນມິລານ ປະເທດອີຕາລີ ເມື່ອວັນທີ 10 ພະຈິກ 2020.

ບັນດານັກການເມືອງປະຊານິຍົມໃນຢູໂຣບໄດ້ເຫັນການຢັ່ງຫາງສຽງຂອງພວກເຂົາເຈົ້າ
ຕົກຕໍ່າລົງ ນັບຕັ້ງແຕ່ໄດ້ເກີດໄວຣັສໂຄໂຣນາຢູ່ໃນທະວີບດັ່ງກ່າວ ແຕ່ ວ່າຜົນກະທົບ
ທາງເສດຖະກິດ ໃນການປິດປະເທດ ແລະການຈຳກັດຮັດແຄບຕ່າງໆ ເລີ້ມເປັນທີ່ຮູ້ສຶກ
ກັນແລ້ວ ໂດຍເຮັດລາຍໄດ້ທີ່ຫລຸດໂຕນກັນນັ້ນກວ້າງ ອອກ ພວກເຂົາເຈົ້າອາດຈະເຫັນ
ການຟື້ນໂຕຄືນໃໝ່ ນັ້ນຄືການທຳນາຍຂອງພວກບັນດານັກວິເຄາະຈຳນວນນຶ່ງ.

ສ່ວນບຸກຄົນອື່ນໆໂຕ້ຖຽງວ່າ ນັ້ນຈະບໍ່ເກີດຂຶ້ນ ຖ້າຫາກລັດຖະບານປັດຈຸບັນ ແລະບັນ
ດາພັກທີ່ມີການສ້າງຕັ້ງຢ່າງໝັ້ນຄົງແລ້ວນັ້ນ ສາມາດນຳເອົາຄວາມ ເຊື່ອຖືຕໍ່ສາທາລະ
ນະຊົນກັບຄືນມາໃນຄວາມໜັ້ນໃຈຂອງເຂົາເຈົ້າ ຊ່ວຍເຫຼືອ ຜູ້ມີລາຍໄດ້ຕໍ່າ ແລະປະຊາ
ຊົນຢູ່ເຂດຊົນນະບົດຈາກເສດຖະກິດທີ່ຍາກລໍາບາກ ແລະນຳເອົາປະເທດເຂົາເຈົ້າກັບ
ຄືນມາສູ່ເສັ້ນທາງເຮັດວຽກແບບໄດ້ຜົນ ໃນບໍ່ ຊ້ານີ້ຄືນອີກ.

ການທ້າທາຍຂອງບັນດານັກການເມືອງປະຊານິຍົມ ກຳລັງຫລຸດນ້ອຍລົງ ເຂົາເຈົ້າກ່າວ
ໂດຍຊີ້ໃສ່ການເສຍເລືອກຕັ້ງໃນເດືອນພະຈິກຂອງອະດີດປະທານາທິ ບໍດີດໍໂນລ ທຣໍາ
ຢູ່ໃນອີກຟາກນຶ່ງຂອງມະຫາສະໝຸດແອັດແລນຕິກ. ອີງຕາມ ທ່ານໂທນີ ບາເບີຣ (Tony Baber) ບັນນາທິການໜັງສືພິມ Financial Times ຢູໂຣບ ກ່າວວ່າ “ເຫດຜົນນຶ່ງທີ່ເປັນ
ສັນຍາລັກຂອງເຂົາເຈົ້າ ທີ່ພະຍາ ຍາມສະແດງວ່າ ເປັນຜູ້ຊ່ຽວຊານ ຊັກຊວນວນເອົາ
ບັນດາຜູ້ປ່ອນບັດກຸ່ມນ້ອຍ ແຕ່ບໍ່ມີຄວາມລົງລອຍຫຼາຍກວ່ານັ້ນ ຍ້ອນມີຜູ້ເປັນຫ່ວງກ່ຽວ
ກັບສຸຂະພາບແລະ ຊີວິດການເປັນຢູ່ຂອງເຂົາເຈົ້າ.”

ໃນຂະນະທີ່ຮັບຮູ້ວ່າພວກນັກການເມືອງປະຊານິຍົມ ບໍ່ໄດ້ມີ “ສິ່ງທີ່ດີ” ກ່ຽວກັບ ການແຜ່ລະບາດ ທ່ານແມດທິວ ກູດວີນ (Matthew Goodwin) ນັກລັດຖະ ສາດ ແລະສາດສະດາ
ຈານ ຢູ່ກຸ່ມຄົ້ນຄວ້າ ສະຖາບັນແຊັດແທມ ຂອງອັງກິດ (Chatham House Research group) ເຊື່ອວ່າ ພາຍຸຮ້າຍທາງການເມືອງ ໂດຍທົ່ວໄປແລ້ວ ວິກິດການຕ່າງໆແມ່ນຍັງຢູ່ທາງໜ້າ ແລະການປິດປະເທດຈະ ມີຜົນກະທົບຍິ່ງໃຫຍ່ທີ່ຍາກຈະທຳນາຍໄດ້. ທ່ານກ່າວວ່າ “ຫຼັກຖານທີ່ປາກົດໂຕ ຂຶ້ນມາສະແດງໃຫ້ເຫັນວ່າເປັນທີ່ແນ່ນອນ ການປິດປະເທດຄັ້ງ
ຍິ່ງໃຫຍ່ນີ້ ຄວາມ ຈິງແລ້ວຈະເຮັດໃຫ້ການແບ່ງແຍກ ຢູ່ໃນສັງຄົມຂອງພວກເຮົາ ເພີ້ມ
ຄວາມຮ້າຍແຮງຂຶ້ນຕື່ມ ກວ່າສະພາບຍເສດຖະກິດຕົກຕໍ່າທີ່ໃຫຍ່ທີ່ສຸດນັ້ນອີກ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG