ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາຂອງຢູໂຣບ ຮັບຮອງທຶນຊ່ວຍເຫຼືອຕື່ມອີກ 53 ຕື້ໂດລາ ສຳລັບຢູເຄຣນ


ແຟ້ມພາບ — ພວກຄົນງານ ສ້າງບ້ານທີ່ໄດ້ຮັບຄວາມເສຍຫານຄືນໃໝ່ຢູ່ຖະໜົນ ໂວກຊາລນາ (Vokzalna) ໃນເມືອງ ບູຊາ (Bucha), ໃກ້ກັບນະຄອນຫຼວງກີຢິບ ໃນລະຫວ່າງການບຸກລຸກຢູເຄຣນຂອງຣັດເຊຍ, ວັນທີ 14 ກຸມພາ 2023.
ແຟ້ມພາບ — ພວກຄົນງານ ສ້າງບ້ານທີ່ໄດ້ຮັບຄວາມເສຍຫານຄືນໃໝ່ຢູ່ຖະໜົນ ໂວກຊາລນາ (Vokzalna) ໃນເມືອງ ບູຊາ (Bucha), ໃກ້ກັບນະຄອນຫຼວງກີຢິບ ໃນລະຫວ່າງການບຸກລຸກຢູເຄຣນຂອງຣັດເຊຍ, ວັນທີ 14 ກຸມພາ 2023.

ສະພາຂອງຢູໂຣບ ໃນວັນອັງຄານວານນີ້ໄດ້ສະໜັບສະໜູນການໃຫ້ທຶນຕື່ມອີກ 53 ຕື້ໂດລາໃນວົງເງິນຂອງສະຫະພາບຢູໂຣບ ຕະຫຼອດໄລຍະສີ່ປີຕໍ່ໄປເພື່ອ ຊ່ອຍໃນການສ້າງສາຄືນໃໝ່ໃນ ຢູເຄຣນ ທີ່ໄດ້ຖືກຖະຫຼົ່ມໂດຍການບຸກລຸກ ຂອງຣັດເຊຍ.

ຂໍ້ສະເໜີນັ້ນ ໄດ້ຖືກຮັບຜ່ານໂດຍຄະນະກຳມາທິການຂອງຢູໂຣບ ໃນເດືອນ ມິຖຸນາທີ່​ຜ່ານ​ມາ ເຊິ່ງຈະເຫັນທັງເງິນທີ່ໃຫ້ລ້າ ແລະເງິນກູ້ຢືມປົນກັນ ທີ່ສົ່ງໄປ ໃຫ້ຢູເຄຣນ ອັນເປັນທຶນໄລຍະຍາວຈາກປີ 2024 ຫາ 2027 ໃນງົບປະມານ ຂອງກຸ່ມກ້ອນດັ່ງກ່າວ.

ເງິນດັ່ງກ່າວໄດ້ຖືກຮັບຮອງໂດຍການລົງຄະແນນສຽງຈາກບັນດາສະມາຊິກ ຂອງສະພາຢູໂຣບ 512 ສຽງ ພ້ອມດ້ວຍ 45 ສຽງບໍ່ເຫັນດີ ແລະ 63 ບໍ່ອອກ ສຽງ.

ຜົນທີ່ອອກມາໝາຍຄວາມວ່າ ການເຈລະຈາບັດນີ້ສາມາດເລີ້ມຕົ້ນດ້ວຍປະເທດ ສະມາຊິກຂອງສະຫະພາບຢູໂຣບ ກ່ຽວກັບລາຍລະອຽດຂັ້ນສຸດທ້າຍ ກໍຄືສິ່ງ ອຳນວຍຄວາມສະດວກຂອງຢູເຄຣນ ເຊິ່ງຈະສາມາດຊ່ອຍຢູເຄຣນທາງໃດທາງນຶ່ງໃນການອຸດຕັນຊ່ອງຫວ່າງດ້ານການເງິນຂອງຕົນ.

ເມື່ອໃດທີ່ມັນເລີ້ມປະຕິບັດການ ເງິນສຳຮອງນັ້ນຈະຖືກນຳອອກມາໂດຍຄວາມ ໝັ້ນໝາຍທາງດ້ານການເງິນຫຼາຍປີໂດຍລວມຂອງສະຫະພາບຢູໂຣບ ໃຫ້ແກ່ ຢູເຄຣນ ທີ່ມີຫຼາຍກວ່າ 106 ຕື້ໂດລາ ໂດຍເຮັດໃຫ້ ບຣັສເຊີຣສ໌ ເປັນແຫລ່ງ ຂອງການສະໜັບສະໜູນທີ່ສຳຄັນຍິ່ງສຳລັບ ກີຢິບ.

The European Parliament on Tuesday backed giving an extra $53 billion in European Union money over the next four years to help rebuild a Ukraine shattered by Russia's invasion.

The proposal, advanced by the European Commission in June, would see a mix of grants and loans go to Ukraine as a line in the bloc's long-term 2024-2027 budget.

It was adopted by 512 members of the European Parliament, with 45 voting against and 63 abstaining.

ແມ່ຍິງຄົນນຶ່ງຍ່າງກາຍປ້າຍທີ່ອ່ານວ່າ "ພາກັນສ້າງສາຢູເຄຣນຄືນໃໝ່ ຮ່ວມກັນ1" ໃນໃຈກາງຂອງກີຢິບ ນະຄອນຫຼວງຂອງຢູເຄຣນ, ວັນທີ 24 ພຶດສະພາ 2023.
ແມ່ຍິງຄົນນຶ່ງຍ່າງກາຍປ້າຍທີ່ອ່ານວ່າ "ພາກັນສ້າງສາຢູເຄຣນຄືນໃໝ່ ຮ່ວມກັນ1" ໃນໃຈກາງຂອງກີຢິບ ນະຄອນຫຼວງຂອງຢູເຄຣນ, ວັນທີ 24 ພຶດສະພາ 2023.

The result means negotiations can now start with EU member states on the final details of the Ukraine Facility, which would go some way to help Ukraine plug gaps in its finances.

Once it is operational, the reserve will bring the European Union's overall multiyear financial commitments to Ukraine to more than $106 billion, making Brussels a vital source of support for Kyiv.

XS
SM
MD
LG