ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາສະມາຊິກສະພາຂອງຢູໂຣບ ເດີນທາງໄປຢ້ຽມຢາມ ໄຕ້ຫວັນ ໂດຍເອົາແນວທາງທີ່ແຕກຕ່າງ ຈາກ ທ່ານໂຊລສ໌


ບັນດາສະມາຊິກສະພາຂອງຢູໂຣບ ຜູ້ທີ່ເປັນພາກສ່ວນນຶ່ງຂອງ ກຸ່ມພັນທະມິດສະພາລະຫວ່າງປະເທດຮັບຜິດຊອບຈີນ (Inter-Parliamentary Alliance on China) ໄດ້ເຕົ້າໂຮມກັນ ໃນລະຫວ່າງກອງປະຊຸມຖະແຫລງຂ່າວ ຢູ່ທີ່ກະຊວງການຕ່າງປະເທດ ໃນນະຄອນຫຼວງໄທເປ ຂອງໄຕ້ຫວັນ, ວັນທີ 3 ພະຈິກ 2022.
ບັນດາສະມາຊິກສະພາຂອງຢູໂຣບ ຜູ້ທີ່ເປັນພາກສ່ວນນຶ່ງຂອງ ກຸ່ມພັນທະມິດສະພາລະຫວ່າງປະເທດຮັບຜິດຊອບຈີນ (Inter-Parliamentary Alliance on China) ໄດ້ເຕົ້າໂຮມກັນ ໃນລະຫວ່າງກອງປະຊຸມຖະແຫລງຂ່າວ ຢູ່ທີ່ກະຊວງການຕ່າງປະເທດ ໃນນະຄອນຫຼວງໄທເປ ຂອງໄຕ້ຫວັນ, ວັນທີ 3 ພະຈິກ 2022.

ຄວາມທ້າທາຍຂອງຢູໂຣບ ໃນດ້ານການກຳນົດແນວທາງທີ່ເຫັນດີເຫັນພ້ອມນຳກັນຕໍ່ຈີນ ໄດ້ຖືກນຳອອກມາສະແດງໃຫ້ເຫັນ ໃນອາທິດນີ້ ຂະນະທີ່ນາຍົກລັດ ຖະມົນຕີເຢຍຣະມັນ ທ່ານໂອລາຟ ໂຊລສ໌ (Olaf Scholz) ມີ​ກຳ​ນົດ ທີ່ຈະເດີນທາງໄປຢ້ຽມຢາມປັກກິ່ງ ໃນຂະນະດຽວກັນ ບັນດາສະມາຊິກສະພາ ຈາກເຈັດປະເທດຢູໂຣບ ແລະສະຫະພາບຢູໂຣບ ກໍ​ມີ​ກຳ​ນົດເພື່ອສະແດງອອກເຖິງຄວາມເປັນນ້ຳນຶ່ງໃຈດຽວກັບໄຕ້ຫວັນ.

ສະມາຊິກສະພາແປດຄົນ ຈາກ ແບລຈ້ຽມ ອັງກິດ ສາທາລະນະລັດ ເຊັກ ເຢຍຣະມັນ ໂຄໂຊໂວ ເນເທີແລນ ຢູເຄຣນ ແລະສະພາຂອງຢູໂຣບ ທີ່ຢູ່ໃນກຸ່ມ IPAC ຊຶ່ງເປັນພັນທະມິດສະພາລະຫວ່າງປະເທດຂອງໂລກຮັບຜິດຊອບເລື້ອງຈີນ. ກຸ່ມດັ່ງກ່າວ ໄດ້ຖືກຈັດຕັ້ງຂຶ້ນ ເມື່ອສອງປີກ່ອນ ໂດຍມີເປົ້າໝາຍໃນການແຈ້ງເຕືອນລັດຖະບານຂອງພວກເຂົາເຈົ້າຕໍ່ສິ່ງທີ່ພວກເຂົາເຈົ້າເຫັນວ່າ ເປັນໄພຂົ່ມຂູ່ຕໍ່ສັນຕິພາບ ແລະປະຊາທິປິໄຕ ທີ່ມາຈາກຈີນ ໃນຂະນະທີ່ມັນນຳພາໂດຍພັກຄອມມິວນິສຈີນ.

ກຸ່ມນີ້ ໄດ້ພົບປະກັບປະທານາທິບໍດີຂອງໄຕ້ຫວັນ ທ່ານນາງ ​ໄຊ ອິງ-ເ​ຫວິນ (Tsai Ing-Wen) ຜູ້ທີ່ໄດ້ຂອບໃຈພວກເຂົາເຈົ້າ ສຳລັບວຽກງານ ເພື່ອເສີມຂະຫຍາຍສາຍສຳພັນທາງດ້ານການເມືອງແລະເສດຖະກິດລະຫວ່າງປະເທດລະບອບປະຊາທິປະໄຕ ແລະໄຕ້ຫວັນ. ທ່ານນາງໄຊໄດ້ຮັບຂອງຂວັນທີ່ເປັນເສື້ອພື້ນເມືອງ ທີ່ຮູ້ຈັກກັນດີຄື ວີຊີວັງກາ (vyshyvanka) ຈາກສະມາຊິກສະພາຂອງຢູເຄຣນ ທ່ານມິໂຄລາ ເນຍຊີສກາຍ (Mykola Kniazhytskyi) ໃນຂະນະທີ່ ລັດຖະມົນຕີການຕ່າງປະເທດ ທ່ານໂຈເສັບ ວູ ໄດ້ມອບນວມມວຍຄູ່ນຶ່ງ ທີ່ໄດ້ລົງນາມໂດຍອ້າຍ ແລະນ້ອງ ຄືທ່ານວີທາລີ (Vitali) ແລະ ວລາດີເມຍ ຄລິຕສ໌ໂກ (Wladimir Klitschko) ອະດີດແຊມມວຍ ທີ່ໄດ້ມີຊື່ສຽງຈາກສົງຄາມຣັດເຊຍກັບຢູເຄຣນ. ທ່ານວີທາລີ ຄລິຕສ໌ໂກ ຍັງຮູ້ຈັກກັນ​ໃນ​ນາມ ອະ ດີດຜູ້ປົກຄອງນະຄອນຫຼວງກີຢິບ ນຳດ້ວຍ.

“ຂອບໃຈສຳລັບການສົ່ງຕໍ່ ຂວັນກຳລັງໃຈໃນການຕໍ່ສູ້ ຂອງຢູເຄຣນ ໃຫ້ແກ່ໄຕ້ຫວັນ. ພວກເຮົາຢືນຢູ່ໃນຄວາມເປັນນ້ຳນຶ່ງໃຈດຽວ ແລະຊົກມວຍ ຕ້ານລະບອບຜະເດັດການ” ທ່ານວູ ໄດ້ກ່າວໃນຖະແຫລງການທີ່ໄດ້ຖືກນຳລົງສື່ສັງຄົມ ພ້ອມດ້ວຍຮູບພາບຕ່າງໆຂອງທ່ານເອງ ທີ່ໃສ່ນວມມວຍແລ້ວທຳທ່າຊົກມວຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG