ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະພາບຢູໂຣບ ຈະບໍ່ສົ່ງ ພວກຍົກຍ້າຍ ຖິ່ນຖານ ອອກຈາກ ປະເທດ ຕື່ມອີກ


ປະຊາຊົນ ລຽນແຖວເພື່ອຮັບເອົາອາຫານບໍ່ເສຍຄ່າໃຊ້ຈ່າຍ ທີ່ຄ້າຍສຳລັບຜູ້ຍົກຍ້າຍຖິ່ນຖານ ແລະ ອົບພະຍົບ ທີ່ເຂດ ຊາຍແດນກຣິສ ແລະ ມາເຊໂດເນຍ ໃກ້ກັບໝູ່ບ້ານ Idomeni, ກຣິສ. 6 ເມສາ, 2016.
ປະຊາຊົນ ລຽນແຖວເພື່ອຮັບເອົາອາຫານບໍ່ເສຍຄ່າໃຊ້ຈ່າຍ ທີ່ຄ້າຍສຳລັບຜູ້ຍົກຍ້າຍຖິ່ນຖານ ແລະ ອົບພະຍົບ ທີ່ເຂດ ຊາຍແດນກຣິສ ແລະ ມາເຊໂດເນຍ ໃກ້ກັບໝູ່ບ້ານ Idomeni, ກຣິສ. 6 ເມສາ, 2016.

ໃນຂະນະທີ່ປະເທດ ເທີກີ ໄດ້ກະກຽມຮັບເອົາພວກຍົກຍ້າຍຖິ່ນຖານກຸ່ມທີ 2 ທີ່ໄດ້ຖືກສົ່ງ ອອກຈາກປະເທດ ກຣິສ ໃນສັບປະດານີ້, ບັນດາເຈົ້າໜ້າທີ່ສະຫະພາບ ຢູໂຣບ ໃນວັນພຸດ ວານນີ້ໄດ້ສັນຍາວ່າຈະ “ບໍມີການສົ່ງຄືນໂດຍອັດຕະໂນມັດ” ສຳລັບຜູ້ຍົກຍ້າຍຖິ່ນຖານ ກ່ອນທີ່ພວກເຂົາເຈົ້າຈະ​ໄດ້​ຮັບໂອກາດ ໃນການສະໝັກຂໍລີ້ໄພ.

ການປະກາດໄດ້ມີຂຶ້ນຫຼັງຈາກການປະທ້ວງສະແດງຄວາມບໍ່ພໍໃຈ ໂດຍບັນດານັກເຄື່ອນ ໄຫວ​ເພື່ອສິດທິມະນຸດສາກົນ ຜູ້ທີ່ໄດ້ກ່າວຫາ ສະຫະ ພາບຢູໂຣບ ກ່ຽວກັບການປະຕິເສດ ສິດທິພື້ນຖານຂອງພວກອົບພະຍົບ​ໃນການຂໍລີ້ໄພ ໃນຂະນະທີ່ການສົ່ງພວກເຂົາເຈົ້າ ອອກຈາກປະເທດໄດ້ເລີ່ມຈາກເກາະ Lesbos ແລະ Chios ຂອງປະເທດ ກຣິສ ໃນວັນ ຈັນທີ່ຜ່ານມາ.

ທ່ານ Jean Pierre Shembri ໂຄສົກຂອງຫ້ອງການສະໜັບສະໜູນການຂໍລີ້ໄພ​ໃນ ຢູໂຣບ ໄດ້ກ່າວຕໍ່ວີໂອເອ ຈາກເກາະ Lesbos ວ່າ “ມັນຈະມີການປະເມີນຜົນແຕ່ລະບຸກ ຄົນ. ມັນຈະບໍ່ມີການສົ່ງກັບຄືນໂດຍອັດຕະໂນມັດ. ທຸກໆຄົນຈະ​ໄດ້​ຮັບສິດທິໃນການຂໍ ລີ້ໄພ.”

ທ່ານ Schembri ແມ່ນໜຶ່ງໃນຈຳນວນພະນັກງານ ຫ້ອງການສະໜັບສະໜູນການຂໍລີ້ໄພ​ໃນຢູໂຣບເກືອບ 170 ຄົນ ທີ່ໄດ້ເດີນທາງ​ໄປຮອດເກາະດັ່ງກ່າວໃນວັນພຸດວານນີ້ ເພື່ອ ເລີ່ມການພິຈາລະນາ​ເບິ່ງ​ຄຳ​ຮ້ອງ ການຂໍລີ້ໄພຫຼັງຈາ​ກ​ໄດ້​ມີການປະທ້ວງຫຼາຍຄັ້ງຕໍ່ການ ສົ່ງຄົນອອກຈາກປະເທດ, ເຊິ່ງມີຂຶ້ນພາຍໃຕ້ເງື່ອນໄຂຂອງຂໍ້ຕົກລົງ ໃນເດືອນມີນາທີ່ຜ່ານ ມາ ລະຫວ່າງ ສະຫະພາບ ຢູໂຣບ ແລະ ເທີກີ ເພື່ອແກ້ໄຂວິກິດການຜູ້ຍົກຍ້າຍຖິ່ນຖານ ຂອງ ຢູໂຣບ.

ໜຶ່ງໃນຜູ້ທີ່ໄປປະທ້ວງໃນເກາະ Lesbos ແມ່ນທ່ານນາງ Kavita Kapur ທະນາຍຄວາມ ຈາກລັດ ຄາລິຟໍເນຍ ຜູ້ທີ່ໄດ້ມີການຕິດຕໍ່ກັບພວກທີ່ໄດ້ຖືກສົ່ງອອກຈາກປະເທດໃນຕົ້ນ ສັບປະດານີ້.

ທ່ານນາງໄດ້ກ່າວຕໍ່ວີໂອເອວ່າ “ບັນຫາທີ່ໃຫຍ່ທີ່ສຸດແມ່ນປະຊາຊົນຜູ້ທີ່ຖືກສົ່ງກັບຄືນໄປ ເທີກີ ນັ້ນ ບໍ່ຮູ້ວ່າພວກເຂົາເຈົ້າຈະຖືກສົ່ງກັບຄືນໄປ ເທີກີ ຈົນກວ່າບໍ່ເທົ່າໃດຊົ່ວ​ໂມງກ່ອນ ທີ່ຈະ​ຖືກ​ສົ່ງ​ຈຶ່ງ​ຮູ້ຈັກ.

XS
SM
MD
LG