ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຢູ​ໂຣບ ​ກ່າວ​ໂຈມ​ຕີ ການ​ຫ້າມ​ເດີນ​ທາງ​ຂອງ ສ​ຫລ ​ຂ​ະ​ນະ​ທີ່ຕະຫຼາດ​ການ​ເງິນ ຕົກ​​ລົງ ຢ່າງ​ໜັກໜ່ວງ


​ເຊີນ​ຊົມ​ວີ​ດີ​ໂອ ກ່ຽວ​ກັບ​ເລື້ອງນີ້ ໃນ​ພາ​ສາ​ອັງ​ກິດ

ສະ​ຫະ​ພາບ​ຢູ​ໂຣບ ໄດ້​ຕ້ອງ​ຕິ​ການ​ຕັດ​ສິ​ນ​ໃຈຂອງປະ​ທາ​ນາ​ທິ​ບໍ​ດີ ທ​ຣຳ ​ທີ່​ຫ້າມ​ພວກ​ນັກ​ເດີນ​ທາງ​ຊາວ​ຢູ​ໂຣບສ່ວນ​ໃຫຍ່ ບໍ່​ໃຫ້​ເຂົາ​ມາ​ໃນ​ສະ​ຫະ​ລັດ ​ໃນ​ໄລ​ຍະ 30 ວັນ​ນີ້. ເລີ້ມ​ຈາກ​ທ່ຽງ​ຄືນ​ວັນ​ສຸກມື້ນີ້​ຕາມ​ເວ​ລາ​ໃນ​ວໍ​ຊິງ​ຕັນ ຊຶ່ງ​ພວກ​ຊາວ​ຕ່າງ​ຊາດ​ທັງ​ໝົດ ຜູ້​ທີ່​ໄດ້​ເດີນ​ທາງ​ເຂົ້າ​ໄປ​ໃນ​ເຂດ​ປອດ​ພົມ​ແດນ ແຊງ​ເກນ (Schengen) ຂອງ​ສະ​ຫະ​ພາບ​ຢູ​ໂຣບພາຍ​ໃນ 14 ວັນ​ຜ່ານ​ມານີ້ຈະ​ຖືກ​ຫ້າມບໍ່​ໃຫ້​ເຂົ້າ​ມາ​ໃນ​ປະ​ເທດ ​ໂດຍ​ເປັນ​ຄວາມ​ພະ​ຍາ​ທີ່​ຈະ​ຢຸດຢັ້ງ​ການ​ແຜ່​ລະ​ບາດ​ຂອງ​ໄວ​ຣັ​ສ​ໂຄ​ໂຣ​ນາ. ດັ່ງ​ທີ່ ເຮັນ​ຣີ ຣີ​ຈ​ແວ​ລ ລາຍ​ງານ​ມາ​ຈາກ​ນະ​ຄອນຫຼວງ​ລອນ ດອນ ທີ່​ວ່າ ການ​ເຄື່ອນ​ໄຫວ​ດັ່ງ​ກ່າວ ໄດ້​ສົ່ງ​ຜົນ​ເຮັດ​ໃຫ້​ເກີດ​ພາ​ວະ​ແຕກ​ຕື່ນ​ໃນ​ທົ່ວ​ຕະຫຼາດ​ການ​ເງິນ​ ໃນ​ຂະ​ນະ​ທີ່ ​ຄວາມ​ຢ້ານ​ກົວ​ກຳ​ລັງ​ເພີ້ມ​ຂຶ້ນ​ນັບ​ມື້ ກ່ຽວ​ກັບ​ຜົນ​ກະ​ທົບ​ຕໍ່​ເສດ​ຖະ​ກິດ ​ຂອງ​ໂລກ​ລະ​ບາດ​ດັ່ງ​ກ່າວ ຊຶ່ງ​ໄຊ​ຈະ​ເລີນ​ສຸກ ຈະ​ນຳ​ເອົາ​ລາຍ​ລະ​ອຽດ​ມາ​ສະ​ເໜີ​ທ່ານ ໃນ​ອັນ​ດັບ​ຕໍ່​ໄປ.


ຢູ່​ທີ່​ສະ​ໜາມ​ບິນ ແຟ​ຣັງ​ເ​ຟີດ​ຂອງ​ເຢຍ​ຣະ​ມັນ ແລະ ຢູ່​ທົ່ວ​ທະ​ວີ​ບ​ຢູ​ໂຣບ ແຜນ​ການ​ເດີນ​ທາງ​ຕ່າງໆ ແມ່ນ​ໄດ້​ກາຍ​ເປັນ​ເລື້ອງ​ທີ່​ວຸ້ນ​ວາຍສັບ​ສົນ.

ທ່ານໂຈ ແຮ​ຣ ນັກ​ທ່ອງ​ທ່ຽວຊາວ​ອາ​ເມ​ຣິ​ກັນ​ຄົນ​ນຶ່ງ ກ່າວ​ວ່າ “ພວກ​ເຮົາ​ບໍ່​ແນ່​ໃຈ​ວ່າ ພວກ​ເຮົາ​ຈະ​ສາ​ມາດ​ກັບ​ຄືນ​ເຂົ້າ​ໄປ​ໃນ​ປະ​ເທດ​ໄດ້ຫຼືບໍ່ ຖ້າ​ສິ່ງ​ໃດ​ສິ່ງ​ນຶ່ງ ຖືກ​ຍົກ​ເລີກ ດັ່ງ​ນັ້ນ ຂ້າ​ພະ​ເຈົ້າ​ ຈຶ່ງ​ໃຊ້​ຈ່າຍ​ເງິນ 3,000 ໂດ​ລາ ສຳ​ລັບ​ຖ້ຽວ​ບິນ​ອື່ນອີກ​.”

ສ່ວນ ທ່ານ​ມິ​ແກລ ປາ​ຣາກວຍ​ໂຣ​ສ ຊາວ​ສະ​ເປນ​ທີ່​ອາ​ໄສ​ຢູ່​ໃນ​ນະ​ຄອນ​ມາຍ​ອາ​ມີ ລັດ​ຟໍ​ຣີ​ດາ ກ່າວ​ດັ່ງ​ນີ້ “ມັນ​ເປັນ​ມາດ​ຕະ​ການ​ທີ່​ທ່ານ​ທ​ຣຳ ໄດ້​ເອົາ​ ຍ້ອນ​ວ່າ ເພິ່ນຂ​າດ​ຄວາມ​ເໝາະ​ສົມ ແລະ​ບໍ່​ສາ​ມາດ​ເອົາ​ມາດ​ຕະ​ການ​ໃດໆ​ໄດ້​ຢູ່​ທີ່ນັ້ນ ສະ​ນັ້ນ​ແລ້ວ ​ວິ​ທີ​ໃດນຶ່ງ ເພິ່ນ​ກໍເລີຍ​ຖິ້ມ​ໂທດ​ໃສ່​ສັດ​ຕູ​ພາຍນອກ ໃນ​ກໍ​ລະ​ນີນີ້ ກໍ​ຄື​ຢູ​ໂຣບ.”

ການ​ປະ​ກາດດັ່ງ​ກ່າວ ​ໄດ້​ສ້າງ​ຄວາມ​ຕື່ນ​ຕົກ​ໃຈ ກໍ່​ໃຫ້​ເກີດ​ມີ​ການ​ຂາຍ​ຮຸ້ນ​ອອກ​ຢ່າງ​ໃຫຍ່ ຢູ່​ໃນ​ຕະຫຼາດການ​ເງິນ​ທັງຫຼາຍ ໂດຍ​ທີ່​ຮຸ້ນ​ສາຍ​ການ​ບິນ​ທັງຫຼາຍ ຖືກ​ກະ​ທົບ​ຢ່າງ​ໜັກ.

ເພື່ອ​ໃຫ້​ເຫດ​ຜົນທີ່​ສົມ​ຄວນ​ຕໍ່​ການ​ຫ້າມນັ້ນ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ທ​ຣຳ ໄດ້​ກ່າວ​ວ່າ ພວກ​ປະ​ເທດ​ໃນ​ສະ​ຫະ​ພາບ​ຢູ​ໂຣບ ບໍ່​ໄດ້​ເອົາ​ມາດ​ຕະ​ການ​ລະ​ມັດ​ລະ​ວັງຕ່າງໆ ​ແບບ​ດຽວ​ກັນ​ກັບ ສ​ະ​ຫະ​ລັດ ​ຫາກແຕ່​ວ່າ ບັນ​ດາ​ຜູ້​ນຳ​ຂອງ​ສະ​ຫະ​ພາບ​ຢູ​ໂຣບ ກໍ​ໄດ້​ປະ​ຕິ​ເສດ​ຕໍ່​ຂໍ້ກ່າວ​ອ້າງ​ດັ່ງ​ກ່າວ.

ທ່ານ​ແອ​ຣິກ ມາ​ແມ​ຣ ໂຄ​ສົກ​ຄະ​ນະ​ກຳ​ມາ​ທິ​ການ​ຢູ​ໂຣບ ກ່າວ​ໃນ​ພາ​ສາ​ອັງ​ກິດ​ວ່າ “ການ​ຕັດ​ສິນ​ໃຈ​ຂອງ​ສະ​ຫະ​ລັດ ທີ່​ໄດ້ປະ​ກາດ​ການ​ຫ້າມ​ເດີນ​ທາງນັ້ນ ເປັນ​ການ​ເອົາ​ມາດ​ຕະ​ການ​ຝ່າຍ​ດຽວ ແລະປາ​ສະ​ຈາກ​ການ​ປຶກ​ສາ​ຫາ​ລື​ກັນ. ສະ​ຫະ​ພາບ​ຢູ​ໂຣບ ກໍ​ຈະ​ເອົາ​ມາດ​ຕະ​ການ​ທີ່ເຂັ້ມແຂງ​ເພື່ອ​ຈຳ​ກັດການ​ແຜ່​ລະ​ບາດ​ຂອງ​ໄວ​ຣັ​ສນັ້ນ.”

ອັງ​ກິດ ແລະ​ ໄອ​ຣ໌​ແລນ ແມ່ນ​ໄດ້​ຮັບ​ການ​ຍົກ​ເວັ້ນ ເຖິງ​ແມ່ນ​ວ່າ ປະ​ເທດ​ທັງ​ສອງ ມີ​ກໍ​ລະ​ນີ​ຕິດ​ເຊື້ອ​ໄວ​ຣັ​ ຫຼາຍ​ຮ້ອຍ​ກໍ​ລະ​ນີ ​ກໍ​ຕາມ. ການ​ໃຫ້​ເຫດ​ຜົນ​ຂອງ ວໍ​ຊິງ​ຕັນ ກໍ​ແມ່ນ​ວ່າ ທັງ​ສອງ​ປະ​ເທດນີ້ ບໍ່​ໄດ້​ເປັນ​ສ່ວນ​ນຶ່ງ​ຂອງ​ເຂດ​ປອດ​ພົມ​ແດນ ແຊງ​ເກນ ໃນ​ການ​ເດີນ​ທາງ. ນາ​ຍົກ​ລັດ​ຖະ​ມົນ​ຕີ​ຂອງ​ອັງ​ກິດ ກໍ​ໄດ້​ອອກ​ມາ​ກ່າວ​ເຕືອນ​ວ່າ ສະ​ຖາ​ນະ​ການແມ່ນ​ຈະ​ຮ້າຍ​ແຮງ​ຂຶ້ນ.

ທ່ານ​ບໍ​ຣິ​ສ ຈອນ​ສັນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ ເວົ້າ​ວ່າ “ຂ້າ​ພະ​ເຈົ້າ​ຕ້ອງບອກ​ພວກ​ທ່ານ ຢ່າງ​ກົງ​ໄປ​ກົງ​ມາ ບອກ​ກັບ​ມະ​ຫາ​ຊົນ​ຊາວ​ອັງ​ກິດຢ່າງ​ກົງ​ໄປ​ກົງ​ມາ ອີກຫຼາຍໆ​ຄອບ​ຄົວ ແລະ​ຫຼາຍໆ​ຄອບຄົວ​ຕື່ມ​ອີກ ແມ່ນ​ຈະ​ສູນ​ເສຍ​ພວກ​ຄົນ​ຜູ້​ທີ່​ຮັກ​ຫອມ ກ່ອນ​ກຳ​ນົດ​ເວ​ລາ​ຂອງ​ພວກ​ເຂົາ​ເຈົ້າ.”

ສະ​ຫະ​ລັດ ໄດ້​ມີ​ກໍ​ລະ​ນີ​ຕິດ​ເຊື້ອ​ໄວ​ຣັ​ສ​ໂຄ​ໂຣ​ນາ ຫຼາຍກວ່າ 1300 ​ຄົນແລ້ວ. ໂດຍ​ທີ່​ອົງ​ການ​ອະ​ນາ​ໄມ​ໂລກຫຼື WHO ​ໄດ້ປະ​ກາດ​ວ່າ ເປັນ​ການ​ລະ​ບາດ​ໃນ​ທົ່ວ​ໂລກ ຈຶ່ງ​ຈຳ​ເປັນ​ຕ້ອງ​ໄດ້​ເອົາ​ມາດ​ຕະ​ການ​ທີ່ເຂັ້ມ​ງວດຫຼາຍ​ຂຶ້ນ ອີງ​ຕາມ​ການ​ກ່າວ​ຂອງ ທ່ານ​ໝໍດ້ານ​ເຊື້ອ​ໄວ​ຣັ​ສວິ​ທະ​ຍາ ສະ​ເຕີ​ຈີອອ​ສ ໂມ​ສ​ໂກ​ສ.

ທ່ານ​ໝໍ ສະ​ເຕີ​ຈີອອ​ສ ໂມ​ສ​ໂກ​ສ ຢູ່​ທີ່​ມະ​ຫາ​ວິ​ທະ​ຍາ​ໄລ ນໍ​ທຳ​ເບ​ຣຍ ກ່າວ​ວ່າ “​ໂດຍຄວາມ​ເຫັນ​ສ່ວນ​ຕົວ ຂ້າ​ພະ​ເຈົ້າ​ແລ້ວ ແມ່ນ​ວ່າ ການ​ຈຳ​ກັດ​ໃນ​ການ​ເຄື່ອນ​ຍ້າຍ ແມ່ນ​ຈຳ​ເປັນ​ຕ້ອງເຮັດຢູ່ ໃນ​ທົ່ວ​ປະ​ເທດ​ຕ່າງໆ ​ບ່ອນທີ່​ມີຫຼາຍ​ຮ້ອຍ​ກໍ​ລະ​ນີ​ຕິດ​ເຊື້ອ​ໄວ​ຣັ​ສ. ​ຊຶ່ງປະ​ກອບ​ດ້ວຍ ສະ​ຫະ​ລັດ ​ມັນ​ລວມ​ທັງ ອັງ​ກິດ ແລະຫຼາຍໆ​ ປ​ະ​ເທດ​ໃນ​ຢູ​ໂຣບ.”

ຢູ່​ໃນ​ອີ​ຕາ​ລີ ບ່ອນ​ທີ່​ເກືອບ​ນຶ່ງ​ພັນ​ຄົນ ໄດ້​ເສຍ​ຊີ​ວິດ​ຈາກ​ເຊື້ອ​ໄວ​ຣັ​ສ ພວກ​ຮ້ານ​ຄ້າ ແລະ​ການ​ບໍ​ລິ​ການ​ທັງ​ໝົດ ​ທີ່ບໍ່​ມີ​ຄວາມ​ຈຳ​ເປັນ ໄດ້​ຖືກ​ສັ່ງ​ໃຫ້​ປິດ​ໄວ້.

ທ່ານ​ໝໍ ໂມ​ສ​ໂກ​ສ ກ່າວ​ຕື່ມ​ວ່າ “ພວກ​ໂຮງ​ໝໍທັງຫຼາຍ ມີ​ຄົນ​ປ່ວຍ​ລົ້ນ​ມື. ພວກ​ເຂົາ​ແມ່ນ​ກະ​ທັງວ່າ ​ບໍ່​ມີ​ອອກ​ຊີ​ເຈັນ​ພຽງ​ພໍອີກ​ຕໍ່​ໄປ ທີ່​ຈະ​ໃຫ້​ແກ່​ພວກ​ຄົນ ຜູ້​ທີ່​ມີ​ອາ​ການ​ຫອບ​ຫືດ. ສະ​ນັ້ນ ຖ້າອັນ​ນີ້ ບໍ່​ເຫັນ​ເປັນ​ສະ​ພາ​ບການ​ທີ່​ຮ້າ​ຍ​ແຮງ​ຂອງ​ສະ​ຖາ​ນະ​ການນີ້ ແລ້ວແມ່ນ​ຫຍັງ​ທີ່​ຕ້ອງ​ໄດ້​ເຮັດ​ເພື່ອ​ໃຫ້​ແນ່​ໃຈ​ວ່າ ພວກ​ໂຮງ​ໝໍ​ທັງຫຼາຍ ໃນ​ທົ່ວ​ໂລກນັ້ນ ​ເມື່ອ​ພວກ​ເຮົາ​ກຳ​ລັງ​ນຳຫຼັງ​ປະ​ເທດ​ອີ​ຕາ​ລີ ນຶ່ງ​ອາທິດ ຫຼື ສອງ​ອາ​ທິດ ​ຕໍ່​ຈາກນັ້ນແລ້ວ​ຂ້າ​ພະ​ເຈົ້າ ກໍ​ບໍ່​ແນ່​ໃຈ​ວ່າ ຈະ​ເປັນ​ສິ່ງ​ໃດ.”

ຫຼາຍໆປະ​ເທດ​ໃນ​ສະ​ຫະ​ພາບ​ຢູ​ໂຣບ ໄດ້​ນຳ​ເອົາ​ການກວດ​ກັບ​ຄືນ​ມາ​ໃຊ້​ພາຍ​ໃນ​ເຂດ​ແດນ ຂອງ​ຕົນ. ການ​ມີ​ຂໍ້​ຈຳ​ກັດ​ໃນ​ການ​ເດີນ​ທາງ​ຄັ້ງຫຼ້າ​ສຸດ ທີ່​ໄດ້​ວາງ​ອອກ​ໂດຍ​ສະ​ຫະ​ລັດນັ້ນ ຜົນ​ເສຍ​ຫາຍ​ທາງ​ດ້ານ​ເສດ​ຖະ​ກິດ​ໂລກ ແມ່ນ​ກຳ​ລັງ​ສູງ​ຂຶ້ນ​ໃນ​ແຕ່​ລະ​ມື້.

ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG