ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢູ​ໂຣບ ​ປ່ຽນ​ຈຸດ​ເນັ້ນ​​ໜັກ ​ຫ​າ​ທາງຫລີກ​ລ່ຽງ​ການ​ຂາດ​ເຂີນ​ພະ​ລັງ​ງານ​ ໃນ​ປີ​ໜ້າ


ທໍ່ເຮັດ​ຄວາມ​ເຢັນ ຢູ່ Lichterfelde ທີ່ໂຮງ​ງານ​ແກັ​ສ ເຫັນ​ຢູ່ ນະ​ຄອນ​ເບີ​ລິນ ປະ​ເທ​ດ​ເຢຍ​ຣະມັນ ວັນ​ທີ 30 ມີ​ນາ 2022
ທໍ່ເຮັດ​ຄວາມ​ເຢັນ ຢູ່ Lichterfelde ທີ່ໂຮງ​ງານ​ແກັ​ສ ເຫັນ​ຢູ່ ນະ​ຄອນ​ເບີ​ລິນ ປະ​ເທ​ດ​ເຢຍ​ຣະມັນ ວັນ​ທີ 30 ມີ​ນາ 2022

ບັນ​ດາ​ຫົວ​ໜ້າ​ອົງ​ການພະລັງ​ງານສາ​ກົນ (IEA) ແລະ​ສາ​ຂາ​ບໍ​ລິ​ຫານ ​ຂອງສະ​ຫະ​ພາບ​ຢູ​ໂຣບ ​ກ່າວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ກຸ່​ມ 27 ປ​ະ​ເທດ​ຄາດ​ວ່າ​ຈະ​ຜ່​ານ​ຜ່າວິ​ກິດ​ການ​ພະ​ລັງ​ງານໃນ​ລະ​ດູ​ໜາວ​ນີ້ ​ແຕ່​ຈຳ​ເປັນ​ເລັ່ງ​ລັດ​ນຳ​ອອກ​ສູ່​ຕະ​ຫຼາດ​ພະລັງ​ທາງ​ເລືອກ ແລະ​ເອົາ​ບາດ​ກ້າວ​ເພື່ອ​ຫລີກ​ລ່ຽງ​ໂອ​ກາດ​ທີ່​ຈະ​ເກີດ​ຂາດ​ເຂີນ​ໃນ​ປີ​ໜ້າ​ ໃນ​ຄວາມ​ຕ້ອງ​ການແກັ​ສ​ທຳ​ມະ​ຊາດ ​ສຳ​ລັບເຮັດ​ຄວາມ​ອົບ​ອຸ່ນ ໄຟ​ຟ້າ ແລະ​ບັນ​ດາ​ໂຮງ​ງານ​ອຸດ​ສາ​ຫະ​ກຳ ​ອີງ​ຕາມ​ລາຍ​ງານ​ອົງ​ການ​ຂ່າວ​ເອ​ພີ.

​ເຖິງ​ແມ່ນ​ວ່າ​ຣັດ​ເຊຍ​ຕັດ​ແກັ​ສ​ທຳ​ມະ​ຊາດ​ສ່ວນ​ໃຫຍ່​ຈາກ​ຢູ​ໂຣບ ທ່າມ​ກາງ​ສົງ​ຄາມ​ໃນຢູ​ເຄ​ຣນ ​ບັນ​ດາ​ປະ​ເທດ​ຢູ​ໂຣບສ່ວນຫຼາຍ​ສາ​ມາດ​ທົດ​ແທນແກັ​ສ​ທີ່​ຂາດ​ເຂີນ​ ສຳ​ລັ​ບ​ເຮັດ​ຄວາມ​ອົບ​ອຸ່ນ​ໃນ​ລະ​ດູ​ໜາວ ໂດຍ​ການໄດ້​ຮັບ​ການ​ສະ​ໜອງ​ພະລັງ​ງານ​ໃໝ່ ​ປະ​ຢັດ​ພະ​ລັງ​ງານ ແລະຈາກສະ​ພາບອາ​ກາດ​ອົບ​ອຸ່ນ ແລະ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຕ່ຳ​ຈາກ​ຈີນ ທ່າ​ມ​ກາງກ​ານ​ປິດເມືອງ​ຍ້ອນໂຄ​ວິດ-19.

ແຕ່​ບັນ​ດາ​ເຫດ​ຜົນ​ເຫລົ່າ​ນັ້ນ​ອາດໝົດໄປ​ໃນ​ປີ​ໜ້າ ເຮັດ​ໃຫ້​ຍາກ​ລຳ​ບາກ​ຫຼ​າຍ​ຂຶ້ນ ​ສຳ​ລັບຢູ​ໂຣບ ໂດຍເນັ້ນ​ໜັກ​ໃສ່​ການ​ເລັ່ງ​ລັດ​ ໃນ​ຄວາມ​ພະ​ຍາ​ຍາມ​ໃຫ້ມີພະ​ລັງ​ງາ​ນ​ພຽງ​ພໍ ບັນ​ເທົາ​ຊ່ອງ​ທາງ​ໃຫ້​ແກ່​ການໝູນໃຊ້​ນຳ​ໃຊ້​ພະ​ລັງ​ງານ​ຄືນ​ໃໝ່ ແລະ​ສືບ​ຕໍ່​ປະ​ຢັດ​ພະ​ລັງ​ງານ ອີງ​ຕາມຫົວ​ໜ້າ​ບໍ​ລິ​ຫານອົງ​ການ IEA ທ່ານ​ຟາ​ຕິ ໄບ ໂຣ​ລ ກ່າວຢູ່ໃນ​ກອງປະ​ຊຸມ​ຖະ​ແຫຼງ​ຂ່າວ​ຮ່ວມ ​ກັບ​ປະ​ທານຄະ​ນະ​ກຳ​ມະ​ການ​ຢູ​ໂຣບ ທ່ານ​ນາງ​ເອີ​ຊູລາ ວອນ ເດີ ເລ​ເຢັນ.

“​ອາ​ກາດ​ໜາວ​ນີ້ ເບິ່ງ​ຄື​ວ່າ​ເຮົາ​ບໍ່​ມີ​ບັນ​ຫາ” ​ທີ່​ທ່ານໄ​ບໂຣ​ລ ໄດ້​ກ່າວ ​ເຖິງ​ແມ່ນ​ວ່າ “ເສດ​ຖະ​ກິດ​ຈຳ​ນວນ​ນຶ່ງ ແລະ​ສັງ​ຄົມ​ໄດ້​ຮັບ​ຄວາມ​ຊອ​ກ​ຊ້ຳ.” ​ເຖິງ​ຢ່າງ​ໃດ​ກໍ​ດີ ທ່ານ​ໄດ້​ກ່າວ​ເພີ້ມ​ວ່າ “ວິ​ກິດ​ການ​ຍັງ​ບໍ່​ສິ້ນ​ສຸດ ແລະ​ປີ​ໜ້​າ​ອາດ​ຈະ​ໄດ້​ຮັບ​ຄວາມ​ຍາກ​ລຳ​ບາກກວ່າ​ປີ​ນີ້.”

​ອົງ​ການ IEA ​ກ່າ​ວວ່າ ຢູ​ໂຣບ​ອາດປະ​ເຊີນ​ໜ້າກັບ​ການ​ຂາດ​ເຂີນ​ແກັ​ສ​ຂຶ້ນ​ເຖິງ 30 ພັນ​ລ້ານ​ແມັດກ້ອນ ​ໂດຍໃຫ້​ຂໍ້​ສັງ​ເກດ​ໂອ​ກາດ​ຂອງ​ການ​ສູນ​ເສຍ​ທໍ່ສົ່ງ​ແກັ​ສ​ຣັດ​ເຊຍ​ທັງ​ໝົດ ແລະ​ຈຳ​ກັດ​ຕະ​ຫລາດຕໍ່​ແກັ​ສທຳ​ມະ​ຊາດແຫລວ ຫລື LNG ທີ່​ມາ​ທາງ​ກຳ​ປັ່ນ ​ຖ້າ​ຫາກ​ຈີນ​ຮຽກ​ຮ້ອງ​ໃຫ້​ກັບ​ຄືນ.

​ຍິ່ງ​ໄປ​ກວ່າ​ນັ້ນ “ບໍ່​ມີ​ໃຜສາ​ມາດຄ້ຳ​ປະ​ກັນ​ໄດ້​ວ່າ​ອຸນ​ຫ​ະ​ພູມ​ຂອງ​ປີ​ໜ້າ​ຈະ​ອົບ​ອຸ່ນ​ຄື​ດັ່ງ​ປີ​ນີ້” ທີ່​ທ່ານ​ໄບ​ໂຣ​ລ ໄດ້​ກ່າວ.

​ເຖິງ​ແມ່ນ​ວ່າ​ຢູ​ໂຣບ​ສາ​ມາດ “ຢືນ​ຢູ່​ໄດ້​ຈາກ​ການຖືກ​ໂຈມ​ຕີ” ​ຈາກ​ຣັ​ດ​ເຊຍແລະ​ເອົາ​ບາດ​ກ້າວ ​ເພື່ອ​ເຮັດ​ໃຫ້​ລາ​ຄາ​ຕ່ຳ​ລົງ ແລະ​ສ້າງ​ສະ​ບຽ​ງ​ເພີ້ມ​ຂຶ້ນ ທ່ານ​ນາງວອນ ເດີ ເລ​ເຢັນ ໄດ້​ກ່າວ​ວ່າ “ມີ​ຄວາມ​ຕ້ອງ​ການ​ຫລາຍກວ່າ​ນີ້.” ​ກ່ອນ​ໜ້າ​ກອງ​ປະ​ຊຸມບັນ​ດາ​ລັດ​ຖະ​ມົນ​ຕີ​ພະ​ລັງ​ງານ​ຢູ​ໂຣບ ​ໃນ​ວັນ​ອັງ​ຄານ​ມື້​ນີ້ ແລະ​ສະ​ພາ​ຢູ​ໂຣບ​ ເຕົ້າ​ໂຮມ​ກັນ​ໃນ​ວັນ​ພະ​ຫັດ ທ່ານ​ນາງ​ໄດ້​ຮຽກ​ຮ້ອງ​ກຸ່ມດັ່ງ​ກ່າວ ​ໃຫ້​ຮ່ວມ​ກັນ​ຊື້ ຄວາມ​ເປັນຈິງ ໂດຍກ່າວ​ວ່າ “ທຸກໆ​ມື້​ທີ່​ມີ​ການ​ລ້​າ​ຊ້າ ຈະ​ມາ​ກັບ​ລາ​ຄາ​ແພງ​ຂຶ້ນ.”

The heads of the International Energy Agency and European Union's executive branch said Monday that the 27-nation bloc is expected to weather an energy crisis this winter but needs to speed renewables to the market and take other steps to avoid a potential shortage next year in natural gas needed for heating, electricity and factories.

Even after Russia cut most natural gas to Europe amid the war in Ukraine, EU countries largely were able to fill gas storages for the winter heating season by tapping new supplies, saving energy and benefiting from mild weather and low demand from China amid COVID-19 lockdowns.

But those reasons could evaporate next year, making it critical that the EU focus on ramping up energy efficiency efforts, easing the way for renewables and continuing to conserve energy, IEA Executive Director Fatih Birol said in a joint news conference with European Commission President Ursula von der Leyen.

"This winter, it looks like we are off the hook," Birol said, despite "some economic and social bruises." However, he added that "the crisis is not over and next year may well be ... much more difficult than this year."

The IEA says the EU faces a possible natural gas shortfall of up to 30 billion cubic meters, citing the potential of losing the rest of the Russian pipeline supply and a tight market for liquefied natural gas, or LNG, that comes by ship if Chinese demand rebounds.

Plus, "nobody can guarantee that next year's temperature is as mild [as it] is this year," Birol said.

Though the EU has been able to "withstand the blackmail" from Russia and taken actions to lower prices and build up supply, von der Leyen said "more is needed." Ahead of an EU energy ministers meeting Tuesday and European Council gathering Thursday, she urged the bloc to make joint purchases a reality, saying "every day of delay comes with a price tag."

XS
SM
MD
LG