ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະນາຄານກາງຂອງຢູໂຣບ ຈະເພີ້ມອັດຕາດອກເບ້ຍຂຶ້ນ ເປັນເທື່ອທໍາອິດໃນຮອບ 11 ປີ


ທ່ານຄຣິສຕີນ ລາກາຣ໌ດ (Christine Lagarde), ປະທານທະນາຄານກາງແຫ່ງຢູໂຣບ ອະທິບາຍກ່ຽວກັບການຕັດສິນໃຈນະໂຍບາຍດ້ານການເງິນຂອງລັດຖະບານ ໃນລະຫວ່າງການຖະແຫຼງຂ່າວໃນນະຄອນຫຼວງອາມສະເຕີດາມ (Amsterdam), ປະເທດເນເທີແລນ, ເມື່ອວັນທີ 9 ມິຖຸນາ 2022.
ທ່ານຄຣິສຕີນ ລາກາຣ໌ດ (Christine Lagarde), ປະທານທະນາຄານກາງແຫ່ງຢູໂຣບ ອະທິບາຍກ່ຽວກັບການຕັດສິນໃຈນະໂຍບາຍດ້ານການເງິນຂອງລັດຖະບານ ໃນລະຫວ່າງການຖະແຫຼງຂ່າວໃນນະຄອນຫຼວງອາມສະເຕີດາມ (Amsterdam), ປະເທດເນເທີແລນ, ເມື່ອວັນທີ 9 ມິຖຸນາ 2022.

ທະນາຄານກາງຢູໂຣບ ຫຼື ECB ຈະເພີ້ມອັດຕາດອກເບ້ຍຂຶ້ນເປັນເທື່ອທໍາອິດໃນຮອບ 11 ປີ ພາຍໃນເດືອນໜ້ານີ້ ແລະຈະເພີ້ມອັດຕາດອກເບ້ຍອີກຄັ້ງ ໃນເດືອນກັນຍາ, ເພື່ອໃຫ້ທັນກັນກັບທະນາຄານກາງອື່ນໆໃນທົ່ວໂລກ ໃນຂະນະທີ່ພວກເຂົາເຈົ້າ ຫັນປ່ຽນໄປຈາກການສະໜັບສະໜຸນເສດຖະກິດ ໃນຊ່ວງການລະບາດໃຫຍ່ພະຍາດໂຄວິດ-19 ໄປສູ່ການພະຍາຍາມຫຼຸດໄພເງິນເຟີ້ ທີ່ກຳລັງສູງຂຶ້ນ, ອີງຕາມລາຍງານຂອງອົງການຂ່າວ AP.

ການເຄື່ອນໄຫວທີ່ໜ້າປະຫຼາດໃຈ ໃນມື້ວັນພະຫັດວານນີ້ ຖືເປັນຈຸດຫັນປ່ຽນ ລຸນຫຼັງຫຼາຍປີທີ່ອັດຕາດອກເບ້ຍລົງຕໍ່າທີ່ສຸດ, ແຕ່ຕ້ອງປະເຊີນກັບຄວາມສ່ຽງຈາກໂອກາດທີ່ອ່ອນແອໃນການເຕີບໃຫຍ່ຂອງລະບົບເສດຖະກິດ. ສົງຄາມຢູ່ໃນ ຢູເຄຣນ ຂອງ ຣັດເຊຍ ໄດ້ສົ່ງຜົນກະທົບໄປສູ່ລະບົບເສດຖະດິດຢູ່ໃນທົ່ວໂລກ, ໂດຍສະເພາະຢ່າງຍິ່ງ ເມື່ອລາຄາພະລັງງານເພີ້ມສູງຂຶ້ນ ແລະໄດ້ບີບຮັດ ຢູໂຣບ, ທີ່ຕ້ອງໄດ້ອາໄສນໍ້າມັນ ແລະອາຍແກັສຈາກ ຣັດເຊຍ.

“ການຮຸກຮານເຂົ້າໄປໃນ ຢູເຄຣນ ຢ່າງບໍ່ເປັນທໍາຂອງ ຣັດເຊຍ ຍັງຄົງດໍາເນີນສົ່ງຜົນກະທົບຕໍ່ລະບົບເສດຖະກິດຢູ່ໃນ ຢູໂຣບ ແລະບ່ອນອື່ນໆ,” ປະທານທະນາຄານ ທ່ານຄຣິສຕີນ ລາກາຣ໌ດ (Christine Lagarde) ກ່າວກັບບັນດາຜູ້ລາຍງານຂ່າວ. ສົງຄາມໄດ້ “ຂັດຂວາງດ້ານການຄ້າ, ອັນໄດ້ນໍາໄປສູ່ການສະໜອງທີ່ບໍ່ພຽງພໍ ແລະມັນສົ່ງຜົນໃຫ້ລາຄາພະລັງງານ ແລະສິນຄ້າໃນຊີວິດປະຈໍາວັນເພີ້ມສູງຂຶ້ນເຊັ່ນກັນ.”

ການປະຊຸມນະໂຍບາຍທາງການເງິນທີ່ມີສະມາຊິກຂອງທະນາຄານ 25 ຄົນ, ເຊິ່ງພົບປະກັນທີ່ນະຄອນຫຼວງອາມສເຕີດາມ (Amsterdam) ກ່າວວ່າ ບັນຫາເງິນເຟີ້ ໄດ້ກາຍມາເປັນ “ຄວາມທ້າທາຍອັນສໍາຄັນ” ແລະສິ່ງເຫຼົ່ານັ້ນ ໄດ້ຜັກດັນ “ໄດ້ກວ້າງອອກໄປ ແລະທະວີຄວາມຮຸນແຮງຂຶ້ນ” ໃນບັນດາ 19 ປະເທດທີ່ນໍາໃຊ້ສະກຸນເງິນ ຢູໂຣ. ລາຄາເຄື່ອງບໍລິໂພກເພີ້ມສູງຂຶ້ນເຖິງ 8.1 ເປີເຊັນໃນຊ່ວງເດືອນພຶດສະພາ, ເຊິ່ງ ເປົ້າໝາຍຂອງທະນາຄານຄື 2 ເປີເຊັນ.

ທໍາອິດ, ທະນາຄານກາງຢູໂຣບຈະຍຸຕິການຊື້ພັນທະບັດຂອງພວກເຂົາ ທີ່ຄໍ້າປະກັນລະບົບເສດຖະກິດ ແລະຈາກນັ້ນຈຶ່ງເພື້ມອັດຕາດອກເບ້ຍ 1 ໃນ 4 ຈຸດພາຍໃນເດືອນກໍລະກົດ, ອັນໄດ້ເປີດໂອກາດ ທີ່ຈະເຮັດໃຫ້ຄວາມຮຸນແຮງນັ້ນເພີ້ມຂຶ້ນເຄິ່ງເປີເຊັນໃນເດືອນກັນຍາ, ໂດຍກ່າວວ່າ ຖ້າສະຖານະການເງິນເຟີ້ຫາກຍັງຄົງດໍາເນີນຢູ່ຢ່າງຕໍ່ເນື່ອງ ຫຼື ຫຼຸດນ້ອຍລົງ “ການເພີ້ມຈໍານວນທີ່ຫຼາຍຂຶ້ນ ຈະມີຄວາມເໝາະສົມ.”

ທະນາຄານກາງສະຫະລັດ ໄດ້ເພີ້ມອັດຕາດອກເບ້ຍທີ່ສໍາຄັນອີກເຄິ່ງຈຸດ ໃນວັນທີ 4 ພຶດສະພາ ແລະຄາດຫວັງວ່າຈະເພີ້ມຈໍານວນເຫຼົ່ານັ້ນຫຼາຍຂຶ້ນອີກ. ທະນາຄານແຫ່ງອັງກິດ ໄດ້ອະນຸມັດໃຫ້ຂຶ້ນອັດຕາດອກເບ້ຍແລ້ວເຖິງ 4 ຄັ້ງ ນັບຕັ້ງແຕ່ເດືອນທັນວາທີ່ຜ່ານມາ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG