ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢູໂຣບບ ກຽມຕ້ອນຮັບຢ່າງອົບອຸ່ນ ການເດີນທາງໄປຮ່ວມ ກອງປະຊຸມສຸດຍອດ ກຸ່ມ G-7 ຂອງ ປ. ໄບເດັນ ແຕ່ກໍຍັງມີຂໍ້ສົງໄສຢູ່


ປະທານາທິບໍດີ ໂຈ ໄບເດັນ ແລະສະຕີໝາຍເລກນຶ່ງ ທ່ານນາງຈີລ ໄບເດັນ ເດີນທາງຮອດ ສະໜາມບິນ RAF Mildenhall, ຂອງອັງກິດ, ກ່ອນໜ້າກອງປະຊຸມສຸດຍອດ G7 ໃນ Cornwall, ວັນທີ 9 ມິຖຸນາ 2021.
ປະທານາທິບໍດີ ໂຈ ໄບເດັນ ແລະສະຕີໝາຍເລກນຶ່ງ ທ່ານນາງຈີລ ໄບເດັນ ເດີນທາງຮອດ ສະໜາມບິນ RAF Mildenhall, ຂອງອັງກິດ, ກ່ອນໜ້າກອງປະຊຸມສຸດຍອດ G7 ໃນ Cornwall, ວັນທີ 9 ມິຖຸນາ 2021.

ບັນດາຜູ້ນຳກຸ່ມປະເທດອຸດສາຫະກຳ G-7 ກໍາລັງພົບປະກັນ ໃນທ້າຍອາທິດນີ້ ຢູ່ໃນອັງກິດ ໂດຍມີວາລະອັນດັບສູງສຸດ ໃນການຟື້ນຕົວຂອງໂລກຈາກໂຣກລະບາດໄວຣັສໂຄໂຣນາ ການປ່ຽນແປງຂອງດິນຟ້າອາກາດ ການເກັບພາສີ ແລະບັນຫາທ້າທາຍຕ່າງໆຈາກຣັດເຊຍແລະຈີນ.

ກອງປະຊຸມສຸດຍອດໄລຍະສາມວັນ ເລີ້ມຕົ້ນຂຶ້ນໃນວັນສຸກມື້ອື່ນນີ້ ຊຶ່ງຈະຖືກຈັດຂຶ້ນຢູ່ທີ່ອ່າວຄາຣບິສ ຫຼື Carbis Bay ອັນເປັນສະຖານທີ່ທ່ອງທ່ຽວຍອດນິຍົມໃນເຂດໂຄຣວອລ (Cornwall) ຕັ້ງຢູ່ແຫຼມທາງພາກຕາເວັນຕົກສຽງໃຕ້ ຂອງອັງກິດ. ພວກກຳປັ່ນລົບຂອງອັງກິດ ແລ່ນລາດຕະເວນຢູ່ເລາະຕາມແຄມຝັ່ງແລະບັນດາຕຳຫຼວດຫຼາຍກວ່າ 6,500 ຄົນໄດ້ຖືກສົ່ງໄປປະຈຳການຢູ່ທີ່ນັ້ນ ໃນຂະນະທີ່ອັງກິດ ກຽມພ້ອມເປັນເຈົ້າພາບຕ້ອນຮັບບັນດາຜູ້ນຳຈາກສະຫະລັດ ຝຣັ່ງ ເຢຍຣະມັນ ອີຕາລີ ຍີ່ປຸ່ນ ແລະການາດາ.

ອອສເຕຣເລຍ ອິນເດຍ ເກົາຫຼີໃຕ້ ແລະອາຟຣິກາໃຕ້ ຍັງໄດ້ຖືກເຊື້ອເຊີນມາຮ່ວມໃນຖານະເປັນແຂກ.

ກອງປະຊຸມສຸດຍອດນີ້ ເປັນຂີດໝາຍໃນການເດີນທາງໄປຕ່າງປະເທດຢ່າງເປັນທາງການຄັ້ງທຳອິດ ຂອງປະທານາທິບໍດີ ໂຈ ໄບເດັນ ໃນຂະນະທີ່ດຳ ລົງຕຳແໜ່ງ. ໃນການກ່າວຖະແຫລງຕໍ່ບັນດານັກຂ່າວໃນວັນພຸດວານນີ້ ຢູ່ທີ່ຖານທັບ Joint Base Andrews ໃນລັດແມຣີແລນ ຂະນະທີ່ທ່ານກຽມ ພ້ອມຈະຂຶ້ນເຮືອບິນ Air Force One ເພື່ອບິນໄປຍັງອັງກິດ ນັ້ນ ທ່ານໄບເດັນ ໄດ້ຖືກຖາມກ່ຽວກັບບູລິມະສິດຂອງທ່ານສຳລັບການເດີນທາງໃນຄັ້ງນີ້. ທ່ານໄບເດັນ ໄດ້ຕອບວ່າ “ສ້າງຄວາມເຂັ້ມແຂງໃນກຸ່ມພັນທະມິດ, ເຮັດໃຫ້ທ່ານປູຕິນ ແລະຈີນ ເຫັນຈະແຈ້ງວ່າ ຢູໂຣບແລະສະຫະລັດ ແມ່ນແໜ້ນແຟ້ນກັນ ແລະກຸ່ມ G-7 ກຳລັງຈະເຄື່ອນໄຫວ.”

ນາຍົກລັດຖະມົນຕີອັງກິດ ທ່ານບໍຣິສ ຈອນສັນ ໄດ້ກ່າວໃນວັນພຸດວານນີ້ ວ່າ ທ່ານພ້ອມແລ້ວທີ່ຈະເປັນເຈົ້າພາບຕ້ອນຮັບບັນດາພັນທະມິດໃນການປະຊຸມແບບເຊິ່ງໜ້າກັນ. ທ່ານເວົ້າວ່າ “ອັນນີ້ເປັນເທື່ອທຳອິດເກືອບຮອດ 6 ເດືອນໃນການດຳລົງຕຳແໜ່ງ ທີ່ທ່ານໂຈ ໄບເດັນ ປະທານາທິບໍດີສະຫະລັດ ສາມາດທີ່ຈະມາຕ່າງປະເທດໄດ້ ສຳລັບການເດີນທາງທີ່ສຳຄັນ ມັນເປັນຄັ້ງທຳອິດຂອງທ່ານຢູ່ທີ່ທະວີບຢູໂຣບ. ນັບວ່າເປັນຄັ້ງທຳອິດທີ່ພວກເຮົາແຕ່ລະ ຄົນສາມາດພົບເຫັນກັນໄດ້ເຊິ່ງໜ້າກັນຢ່າງແທ້ຈິງ ນັບຕັ້ງແຕ່ໂຣກລະບາດໄດ້ເລີ້ມຂຶ້ນນັ້ນ.”

ທ່ານຈອນສັນ ກ່າວໄປອີກວ່າ “ສະນັ້ນ ຢູ່ທີ່ນີ້ ກຸ່ມ G-7 ສິ່ງທີ່ພວກເຮົາກຳ ລັງເບິ່ງຢູ່ນີ້ ແມ່ນເຮັດໃຫ້ແນ່ໃຈວ່າ ພວກເຮົາມີສົນທິສັນຍາໃໝ່ກ່ຽວກັບໂຣກ ລະບາດ ພວມດຳເນີນການກ່ຽວກັບເລື້ອງນີ້ຢູ່ ສ້າງຄວາມເປັນມິດຕໍ່ສິ່ງແວດ ລ້ອມຄືນຫຼາຍຂຶ້ນ ສ້າງໃຫ້ດີຂຶ້ນຄືນ ເຊິ່ງເປັນສາເຫດທີ່ພວກເຮົາກຳລັງເບິ່ງຢູ່ ສິ່ງໃດທີ່ກຳລັງເກີດຂຶ້ນຢູ່ທີ່ນີ້ ໃນເຂດໂຄຣວອລ ກັບເທັກໂນໂລຈີທີ່ເປັນມິດຕໍ່ສິ່ງແວດລ້ອມທັງໝົດ ແຕ່ຍັງມີການສົນທະນາກ່ຽວກັບຄຸນນະສທຳທັງຫຼາຍ ທີ່ພວກເຮົາມີຢູ່ຮ່ວມກັນ ທຸກສິ່ງທຸກຢ່າງທີ່ພວກເຮົາຕ້ອງການທີ່ຈະເຮັດຮ່ວມກັນ. ຍັງມີວາລະຂະໜາດໃຫຍ່.”

ຫຼັງຈາກສີ່ປີຂອງສາຍສຳພັນຂ້າມມະຫາສະໝຸດແອັດແລນຕິກທີ່ມີບັນຫາພາຍໃຕ້ອະດີດປະທານາທິບໍດີ ດໍໂນລ ທຣຳ ຜູ້ທີ່ກ່າວວ່າ “ອາເມຣິກາມາກ່ອນ” ອັນເປັນວາລະເຮັດໃຫ້ຕົນໂດດດ່ຽວຈາກພັນທະມິດທັງຫຼາຍ ເຊິ່ງທ່ານໄບເດັນ ຈະໄດ້ຮັບການຕ້ອນຮັບທີ່ອົບອຸ່ນ ຢູ່ໃນຢູໂຣບ ດັ່ງທີ່ທ່ານທອມມັສ ຄລາຍນ໌-ໂບຣຄັອຟ ນັກວິເຄາະ ກ່າວໄປນັ້ນ, ທ່ານເປັນຮອງປະທານກອງທຶນ ມາຣໂຊລເຢຍຣະມັນຂອງສະຫະລັດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG