ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຢູໂຣບ ປະກາດວ່າ ຈະປ້ອງກັນຜົນປະໂຫຍດ ທ່າມກາງ ການຖອນ ໂຕຂອງ ສຫລ ອອກຈາກຂໍ້ຕົກລົງ ນິວເຄລຍ ອີຣ່ານ


Europe Vows to Defend Its Interests in Iran
please wait

No media source currently available

0:00 0:03:00 0:00

ການ​ດິ້ນລົນທາງດ້ານການ​ທູດຂ້າມ​ມະຫາ​ສະໝຸດ​ອັດ​ລັນ​ຕິກ ​ປາກົດອອກ​ມາ ຫຼັງຈາກ
ບັນດາ​ຜູ້​ນໍາ​ຢູ​ໂຣບ ປະກາດ​ທີ່​ຈະປົກ​ປ້ອງ​ ຜົນ​ປະ​ໂຫຍ​ດທາງ​ການຄ້າຂອງ​ເຂົາ​ເຈົ້າຢູ່​
ໃນ​ອີຣ່ານ ລຸນຫຼັງການ​ຕັດສິນ​ໃຈ​ຂອງປະທານາທິບໍດີ​ສະຫະ ລັດ ທ່າ​ນດໍ​ໂນ​ລ ທຣໍາ ທີ່
​ຈະ​ຖອນໂຕ ​ອອກ​ຈາກ​ຂໍ້​ຕົກລົງ​ນິວ​ເຄລຍ ປີ 2015 ກັບ​ອີຣ່ານ ທີ່​ຮູ້​ກັນ​ໃນອີກຊື່ນຶ່ງວ່າ
​ແຜນ​ການປະຕິບັດ​ງານ​ຮ່ວມ​ໃນ​ຂອບ​ເຂດ​ທີ່​ກວ້າງ​ຂວາງ ຫຼື JCPA. ​ບັນ​ດາປະເທດ ທີ່
ຮ່ວມລົງ​ນາມ ຣັດ​ເຊຍ​ແລະ​ຈີນຍັງ​ໄດ້​ກ່າວ​ວ່າ​ ເຂົາ​ເຈົ້າ​ຈະ​ຢູ່​ໃນ​ຂໍ້​ຕົກລົງດັ່ງກ່າວຕໍ່ໄປ.
ວໍ​ຊິງ​ຕັນ​ກ່າວ​ວ່າ ຕົນ​ຈະ​ເລີ້ມລົງ​ໂທດ​ຕໍ່ອີຣ່ານ​ໃນ​ບໍ່​ເທົ່າ​ໃດ​ເດືອນຕໍ່ໜ້າ ​ໂດຍອ້າງ​ວ່າ​ຂໍ້
​ຕົກລົງ​ປີ 2015 ນັ້ນບໍ່ສາມາດຢຸດຢັ້ງ ​ໂຄງການ​ອາວຸດປາລະມະນູຂອງເຕຫະຣ່ານ ຫຼື​
ຢຸດ​ການ​ພັດທະນາ​ລູ​ກສອນ​ໄຟ​ຂີ​ປະ​ນາ​ວຸດ. ​ເຮ​ນຣີ ຣິດສ​ແວ​ລ ມີ​ລາຍ​ງານຊຶ່ງ ​
ກິ່ງ​ສະ ຫວັນ​ ຈະ​ນຳ​ເອົາລາຍລະອຽດ ມາສະ​ເໜີ​ທ່ານ.

ຂໍ້​ຕົກລົງ​ນິວ​ເຄລຍປີ 2015 ​ໄດ້​ຍົກຍ້ອງ​ວ່າ​ ເປັນ​ໄຊຊະນະ​ດ້ານການ​ທູດ​ຂອງ​ໂລກ ຊຶ່ງ​
ເປັນ​ຂໍ້​ຕົກລົງປ້ອງກັນບໍ່ໃຫ້ມີການແຜ່ຜາຍອາວຸດ​ນິວ​ເຄລຍ ທີ່​ໄດ້​ ​ມີການເຈລະຈາກັນ
ຢ່າງຂຸ້ນຂ້ຽວ ມາກ​ວ່າ​ເຈັດ​ປີ​.

ຢູ​ໂຮບ​ໄດ້​ສະແດງຄວາມບໍ່ພໍ​ໃຈ ​ຕໍ່​ການ​ຖອນ​ໂຕ​ຂອງ​ສະຫະລັດ ​ໂດຍ​ກ່າວ​ວ່າ​ ພາໃຫ້ມີ
ສ່ຽງ​ຕໍ່ການ​ແຂ່ງຂັນ​ອາວຸດ​ນິວ​ເຄລຍ​ ຢູ່​ພາກຕາ​ເວັນ​ອອກ​ກາງ.

ທ່ານ​ນາງ​ເຟ​ເດຣິກາ ​ມໍເກີຣີນີ ຫົວໜ້າ​ນະ​ໂຍບາຍ​ຕ່າງປະ​ເທດຂອງສະຫະພາບ ​ຢູ​ໂຣບ
ກ່າວ​ວ່າ “​ມັນ​ເປັນ​ອົງປະກອບທີ່​ສຳຄັນ​ ຂອງ​ໂຄງສ້າງໃນການຫ້າມແຜ່ຜາຍອາວຸດ
ນິວເຄລຍ.”

ວໍ​ຊິງ​ຕັນ​ກ່າວ​ວ່າ ການ​ລົງ​ໂທດ​ຕໍ່ອີຣ່ານ​ຈະຖືກ​ນຳມາໃຊ້​ຄືນ​ໃໝ່ ພາຍ​ໃນ​ສາມ​ຫາ​ຫົກ
​ເດືອນ. ​ເອກອັກຄະ​ລັດຖະທູດ​ສະຫະລັດ ​ໃນ​ນະຄອນເບີ​ລິນ ຂຽນ​ຢູ່​ໃນ​ທວິດ​ເຕີ​ວ່າ
"ບັນດາ​ບໍລິສັດ​ເຢຍຣະມັນ ​ທີ່ເຮັດ​ທຸລະ​ກິດ​ຢູ່ໃນ​ອີຣ່ານ ຄວນຫຼຸດ ຜ່ອນການ​ປະຕິບັດ
​ງານລົງ ​ໂດຍ​ທັນທີ.”

ບໍລິສັດ​ນາໆຊາດຂອງຢູ​ໂຣບ ເຊັ່ນວ່າ ບໍລິສັດ​ສ້າງ​ເຮືອບິນແອ​ບັສ ​ໄດ້​ລົງທຶນ​ຢ່າງ​ໃຫຍ່​
ຢູ່​ໃນ​ອີຣ່ານ​ແລະ​ອາດ​ຈະຖືກໃນອັນ​ທີ່​ຮ້ອງ​ວ່າ ​ເກັບພາສີ​ອັນດັບ​ສອງ ທີ່​ວາງ​ໄວ້​ໂດຍ​
ວໍ​ຊິງ​ຕັນ.

ທ່ານ​ເບັນ​ຈາ​ມິນ ກຣິ​ໂວ​ ​ໂຄສົກ​ລັດຖະບານ​ຝຣັ່ງກ່າວ​ວ່າ “​ເພື່ອ​ໃຫ້​ເປັນ​ທີ່​ແຈ່ມ​ແຈ້ງ
ສະຫະພາບ​ຢູ​ໂຣບພ້ອມ​ແລ້ວ​ທີ່​ຈະ​ທ້າ​ທາຍ ຕໍ່ການເອົາມາດຕະການຕາມລຳພັງໃດໆ
ກໍຕາມ ທີ່ຈະສ້າງຄວາມເສຍຫາຍ ໃຫ້ແກ່ຜົນປະໂຫຍດຂອງບໍລິສັດຢູໂຣບ ຢູ່ທີ່ອົງ
ການໆ​ຄ້າ​ໂລກ.

ປະທານາທິບໍດີ​ອີຣ່ານ ທ່າ​ນຮາ​ສຊານ ຣູຮາ​ນີ ກ່າວ​ວ່າ ອີຣ່ານຈະ​ສືບ​ຕໍ່ຢູ່ໃນ​ຂໍ້​ຕົກລົງ ໂດຍຈະເຈລະຈາກັບປະເທດທີ່ໄດ້ຮ່ວມ​ລົງ​ນາມອື່ນໆ. ນັກວິ​ເຄາະແລະ​ອະດີດ​ນັກ​
ການ​ທູດອີຣ່ານ ທ່ານ​ເມີດາດ ​ໂຄນ​ຊາຣີ ກ່າວ​ວ່າ ການ​ຖອນໂຕ​ຂອງ ​ສະຫະລັດ ​ໄດ້
ເຮັດໃຫ້ພວກຫົວແຂງກະດ້າງໃນ​ເຕຫະຣ່ານ ມີອຳນາດຫຼາຍຂຶ້ນ.

ທ່ານໂຄ​ນຊາ​ຣີ ຜູ້​ກໍ່​ຕັ້ງ​ສູນ​ກາງການສຶກສາດ້ານນະ​ໂຍບາຍຂອງ​ອີຣ່ານ ກ່າວ​ວ່າ “ຜູ້ນຳ
ສູງ​ສຸດ​ໄດ້ຄັດ​ຄ້ານ​ຕໍ່ເງື່ອນໄຂ ​ທີ່​ອີຣ່ານຕ້ອງໄດ້​ເປີດ​ກວ້າງເພີ້ມຕື່ມ ໃຫ້ແກ່​ສະຫະລັດ.
​ແຕ່​ຈຸດໝາຍ​ກໍ​ຄື​ວ່າ ນີ້​ແມ່ນ​ສົງຄາມ ​ທີ່​ໄດ້​ດຳ​ເນີ​ນມາ​ໃນ​ອີຣ່ານ​ເປັນ​ເວລາ 40 ປີ​ແລ້ວ.
​ແລະ​ພວກ​ປະຕິ​ຮູບທ່ານ​ອາດ​ກ່າວ​ວ່າ ​ໄດ້ບັນລຸໃນຂໍ້ຕົກລົງ JCPOA ​ທີ່ໄດ້​ຢູ່​ເບື້ອງຜູ້​
ຊະນະ ​ແລະ​ເຂົາ​ເຈົ້າ​ອາດ​ສ້າງ​ຄວາມ​ກ້າວໜ້າ​ຕໍ່​ໄປ​ກັບ​ເວລາ ຖ້າ​ຫາກ​ເລື້ອງ​ນີ້​ບໍ່​ໄດ້
ເກີດ​ຂຶ້ນ.”

ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣໍາ ​ໄດ້​ໂຕ້​ຖຽງ​ວ່າ ຂໍ້​ຕົກລົງ​ທີ່​ມີ​ຢູ່​ນັ້ນ​ “ແມ່ນ
ອ່ອນແອຫຼາ​ຍ​ທີ່ຈະຈຳກັດ​ກິດຈະການ​ນິວ​ເຄລຍ” ​ແລະ​ບໍ່ສາມາດທີ່ຈະແກ້ໄຂຕໍ່ອັນ​ທີ່
ທ່ານ​ຮ້ອງວ່າ ກິດຈະ​ກຳ​ “ໃນທາງທີ່ບໍ່ດີ” ຂອງອີຣ່ານຢູ່​ໃນ​ຂົງ​ເຂດ.

ທ່ານ​ໂຄ​ນຊາ​ຣີ ກ່າວ​ວ່າ ແຕ່​ກາ​ນຮຽກຮ້ອງ​ຂອງ​ທ່ານ​ ເພື່ອໃຫ້ມີ​ຂໍ້​ຕົກລົງ​ໃໝ່​ກັບ​ລັດຖະ
ບານ​ອີຣ່ານ ​ເປັນ​ການ​ສ້າງຄວາມໂດດດ່ຽວໃຫ້ຝ່່າຍຄ້ານ​ທາງການ​ເມືອງ.

ທ່ານ​ໂຄ​ນຊາ​ຣີ ກ່າວ​ວ່າ “​ເວລາ​ທ່ານ​ກ່າວ​ຢ່າງຈະແຈ້ງວ່າ ​ທ່ານ​ເຕັມ​ໃຈທີ່ຈະຮັບຟັງ​ ​
ບັນດາ​ຜູ້​ນໍາ​ອີຣ່ານ ໄດ້ມີຂໍ້ແນະນຳ​ໃໝ່ ຫຼືເພື່ອຈະເຮັດຂໍ້​ຕົກລົງ​ໃໝ່​ກັບ​ທ່ານ ທີ່ທ່ານ
ເຕັມໃຈ ພ້ອມແລ້ວ​ແລະ​ສາມາດ​ເຮັດໄດ້ນັ້ນ​ ໝາຍ​ຄວາມ​ວ່າ​ທ່ານ​ບໍ່​ມີ​ຄວາມ​ຕັ້ງ​ໃຈ
ທີ່​ຈະປ່ຽນ​ສະພາບ​ການຢູ່​ໃນ​ອີຣ່ານ ໃນອັນ​ທີ່​ປະຊາຊົນ​ຜູ້ຕ້ອງ ການ​ຢາກໃຫ້ມີການ
ປ່ຽນ​ລະບອບ​ ​ທີ່​ໄດ້​ຫວັງເອົາໄວ້​ນັ້ນ.”

ແຕ່ຄູ່ແຂ່ງຂອງອີຣ່ານຢູ່ໃນຂົງເຂດ ຄືຊາອຸດີ ອາຣາເບຍ ສະຫະລັດ ອາຣັບ ເອເມີເຣສ ແລະອິສຣາແອລ ຍິນດີຕໍ່ການຖອນໂຕຂອງສະຫະລັດ.

ທ່ານ​ເບັນ​ຈາ​ມິນ ​ເນ​ຕັ​ນຢາ​ຮູ ນາ​ຍົກ​ລັດຖະມົນຕີ​ອິສຣາ​ແອ​ລ ກ່າວ​ວ່າ “​ແທນ​ທີ່​ຈະ​ກີດ
ກັ້ນ​ເສັ້ນທາງ​ຂອງ​ອີຣ່ານ​ ໄປ​ສູ່​ການ​ມີລ​ະ​ເບີດ ຄວາມ​ຈິງ​ແລ້ວ​ຂໍ້​ຕົກລົງ​ນີ້ ແມ່ນແຜ້ວ
ທາງ​ໃຫ້​ອີີຣ່ານ​ ໄປ​ສູ່​ການ​ສ້າງຄັງອາວຸດ​ນິວ​ເຄລຍທັງ​ໝົດ.”

ພວກ​ເຈົ້າ​ໜ້າ​ທີ່​ອີຣ່ານ ມີກຳນົດທີ່ຈະພົບ​ປະ ​ກັບລັດຖະມົນຕ່າງປະ​ເທດ​ຝຣັ່ງ ​ເຢຍຣະ
ມັນ ​ແລະ​ອັງກິດ ໃນວັນຈັນນີ້ ​ເພື່ອ​ຫາລືກ່ຽວກັບ​ອະນາຄົດຂອງ​ຂໍ້​ຕົກ ​ລົງນິວ​ເຄລຍ.

transatlantic diplomatic tussle appears to be looming after European leaders pledged to defend their countries' commercial interests in Iran, following U.S. President Donald Trump's decision to withdraw from the 2015 nuclear deal with Tehran, known as the Joint Comprehensive Plan of Action. Fellow signatories Russia and China also said they would stick with the accord. Washington says it will begin phasing in sanctions on Iran in the coming months, claiming the 2015 agreement failed to curb Tehran's atomic program or stop its development of ballistic missiles. Henry Ridgwell reports.]]

The 2015 nuclear agreement was hailed as a triumph of global diplomacy an agreement to prevent nuclear proliferation forged over seven years of tough negotiations.

Europe reacted with dismay at the U.S. withdrawal, saying it raises the risk of a nuclear arms race in the Middle East.

"It is a key element of the global non-proliferation architecture."

Washington says sanctions will be re-imposed on Iran in three to six months. The U.S. ambassador in Berlin wrote on Twitter that "German companies doing business in Iran should wind down operationsimmediately."

European multinationals like aircraft-maker Airbus have made big investments in Iran and could be hit by so-called secondary tariffs imposed by Washington.

"To be clear, the European Union is ready to challenge at the World Trade Organization any unilateral measure that would hurt the interests of European companies."

Iran's president, Hassan Rouhani, said Tehran would remain in the agreement subject tonegotiations with other signatories. The U.S. withdrawal has empowered hardliners in Tehran, says analyst and former Iranian diplomat Mehrdad Khonsari.

"The Supreme Leader was resistant in terms of Iran wanting to open up further to the United States. But the point is that this is a battle that has been going on in Iran for the last 40 years. And the reformers, you might say, having attained JCPOA, were on the winning side, and they would have made further progress with time if this had not happened."

U.S. President Donald Trump argued the deal placed "very weak limits on the regime's nuclear activity" and failed to address what he called Iran's "malign" activities in the region.

But his call for a new deal with the Iranian government is alienating political opponents, says Khonsari.

"When he says in clear terms that he is willing to listen to Iranian leaders come up with new suggestions or to come up and make a new deal with him, that he is willing, ready and able to act, that means he is not intending on changing the status quo in Iran, which is what people who want regime change were hoping for."

But Iran's regional adversaries, Saudi Arabia, the United Arab Emirates
"Rather than blocking Iran's path to a bomb, the deal actually paves Iran's path to an entire arsenal of nuclear bombs."

XS
SM
MD
LG