ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອີຢູ ຈະຄາດຄັ້ນ ຣັດເຊຍ ທີ່ກົດ​ດັນ​ໃຫ້​ຢູ​ເຄຣນ ລົບ​ລ້າງ​ການ​ເຊັນ​ ສັນຍາກັບ​ຕົນ (ວີ​ດີ​ໂອ)


ປະທານ ສະຫະພາບ​ຢູ​ໂຮບ ທ່ານ Herman van Rompuy ​ໄດ້​ສະ​ແດງຄວາມ​ບໍ່ພໍ​ໃຈຂອງ​ທ່ານ ​ກັບກຸງ​ມົສກູ
ປະທານ ສະຫະພາບ​ຢູ​ໂຮບ ທ່ານ Herman van Rompuy ​ໄດ້​ສະ​ແດງຄວາມ​ບໍ່ພໍ​ໃຈຂອງ​ທ່ານ ​ກັບກຸງ​ມົສກູ
ບັນ​ດາ​ຜູ້​ນໍາ ສະຫະພາບ​ຢູ​ໂຣບ ​ໃຫ້​ຄໍາ​ໜັ້ນສັນຍາ​ວ່າ ຈະ​ຄາດ
​ຄັ້ນກັບ ຣັດ​ເຊຍ ​ໃນກອງ​ປະຊຸມ​ສຸດ​ຍອດ ທີ່ຈະ​ມາ​ເຖິງ​ນີ້ ກ່ຽວ​
ກັບອັນ​ທີ ກຸ່ມການ​ຄ້າຍັກ​ໃຫຍ່ນີ້ ກ່າວ​ວ່າ ​ເປັນຄວາມກົດ​ດັນ
ອັນ​ບໍ່​ເໝາະ​ສົມ​ຂອງຮັດ​ເຊຍ ​ເພື່ອໃຫ້ຢູ​ເຄຣນ ຫັນ​ເຫ​ອອກ​ຈາກ
ການ​ເປັນ​ພັນທະ​ມິດທາງ​ເສດ ຖະກິດ ກັບຝ່າຍ​ຕ​າ​ເວັນ​ຕົກ ​ແລະ
​ຫັນ​ໜ້າ​ໄປ​ສູ່ ມົສກູນັ້ນ.

ປະທານ ສະຫະພາບ​ຢູ​ໂຮບ ທ່ານ Herman van Rompuy ​
ໄດ້​ສະ​ແດງຄວາມ​ບໍ່ພໍ​ໃຈຂອງ​ທ່ານ ​ກັບກຸງ​ມົສກູ ​ໃນ​ວັນ​ສຸກ​
ວານ​ນີ້ ໂດ​ຍກ່າວ​ວ່າ ບັນດາ​ຜູ້​ນໍາສະຫະພາບ​ຢູ​ໂຣບ ຈະ​ໃຊ້
​ກອງ​ປະ​ຊຸມສຸດ​ຍອດ ອີ​ຢູ-ຣັດ​ເຊຍ ​ໃນ​ທ້າຍ​ເດືອນ​ມັງກອນ ​
ຕໍ່​ວ່າຣັດ​ເຊຍ​ກ່ຽວກັບ​ເລື້ອງ​ນີ້. ທ່ານ​ທໍານາຍ​ວ່າ ກອງ​ປະຊຸມ​ສຸດ​ຍອດ​ທີ່ກຸງ​ບຣັສເຊີ​ລສ໌
“​ຈະເປັນ​ທີ່ໜ້າສົນ​ໃຈແລະ​ທ້າ​ທາຍ.”

ທ່ານ Van Rompuy ​ໄດ້​ກ່າວ ​ໃນ​ຂະນະ​ທີ່​ການ​ປະ​ທ້ວງຍັງ​ດໍ​າ​ເນີນ​ຢູ່​ຕໍ່​ໄປ​ ໃນ​ວັນສຸກ
ວານ​ນີ້ ທີ່​ເມືອງຫລວງ Kyiv ​ແລະ​ໂຕ​ເມືອງ​ອື່ນໆ​ໃນ ຢູ​ເຄຣນ ຕໍ່ຕ້ານ​ປະທານາທິບໍດີ
Victor Yanukovych ທີ່​ທໍາການ​ເຄຶ່ອນ​ໄຫວຢ່າງ​ບໍ່​ຄາດ​ຝັນ​ໃນ​ເດືອນ​ແລ້ວ​ນີ້ ​ລົບ​ລ້າງ
ການ​ເຊັນສັນຍາ ​ກາ​ນຄ້າ​ກັບອີ​ຢູ ໂດຍ​ເລືອກ​ເອົາ​ການ​ສ້າງ​ຄວາມ​ແຂງ​ແຮງ​ແກ່​ສາຍ​ພົວ
ພັນດ້ານ​ເສດຖະກິດ ​ກັບກຸງ​ມົສກູ ​ແທນ​ນັ້ນ.

​ເບິ່ງ​ວີ​ດີ​ໂອ​ກ່ຽວ​ກັບ ອີ​ຢູ​ແລະ​ຢູ​ເຄຣນ:

Ukraine Protesters Give EU Much Needed Image Boost
please wait

No media source currently available

0:00 0:02:45 0:00
ລິງໂດຍກົງ

ທ່ານ Yanukovych ​ໄດ້​ຕິຕຽນ​ຢ່າງ​ແຮງ​ຕໍ່ ຍັນ​ດາປະ​ເທດ​ຕາ​ເວັນ​ຕົກ ທີ່ໃຫ້ການ​ສະໜັບ
ສະ​ໜູນ ພວກ​ປະ​ທ້ວງທີ່ນິຍົມອີ​ຢູ ທີ່​ໄດ້​ພາກັນໂຮມ​ຊຸມນຸມປະ​ທ້ວງຢູ່​ໃຈກາງເມືອງຫລວງ
Kyiv ເກືອບນຶ່ງ​ເດືອນ​ແລ້ວນັ້ນ ​ທວງ​ໃຫ້ປະທານາທິບໍດີແລະ​ລັດຖະບານ​ຂອງ​ທ່ານ ​ລາ​ອອກ​.

ໃນ​ວັນ​ສຸກ​ວານ​ນີ້ ຜູ້​ນໍາຢູ​ເຄຣນ ​ໄດ້​ປະຕິ​ເສດ​ທີ່ຈະ​ຮຽກໃຫ້​ມີ​ການ​ເລືອກ​ຕັ້ງ​ໃໝ່ ຫລັງ​ຈາກ
ໄດ້​ປະກາດແຜນການ​ໃນ​ຕົ້ນ​ອາທິດ​ນີ້ ​ຈະ​ເຂົ້າ​ຮ່ວມກັບກຸ່ມ​ສະຫະພັນ​ເສດຖະກິດ​ໃນຂົງ​ເຂດ
ທີ່​ນໍາພາໂດຍຣັດ​ເຊຍ ​ແລະມົສກູຫລິ່ງເຫັນ​ວ່າ ຈະ​ເປັນຄູ່ແຂ່ງ​ກັບສະຫະພາບ​ຢູ​ໂຣບ ​ໃນ​ທີ່​ສຸດ​ນັ້ນ.

Ukraine Protest
please wait
Embed

No media source currently available

0:00 0:01:24 0:00
XS
SM
MD
LG