ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ອີຢູ, ສຫລ, ອັງກິດ ແລະການາດາ ເຮັດວຽກຮ່ວມກັນເພື່ອເອົາມາດຕະການ ລົງໂທດຕໍ່ເບລາຣຸສ


ຕໍາຫລວດຮັກສາຄວາມສະຫງົບໄດ້ເອົາໝາດົມກິ່ນໄປກວດດົມເບິ່ງຫີບຂອງຄົນໂດຍສານໃນເຮືອບິນຂອງ Ryanair ທີ່ຂົນສົ່ງ ທ່ານ Raman Pratasevich ທີ່ເປັນນັກຕໍ່ຕ້ານລັດຖະບານທີ່ວໍາຄັນຢູ່ສະໜາມບິນສາກົນຂອງນະຄອນຫລວງມິງສ໌ ໃນວັນທີ 23 ພຶດສະພາ, 2021 (ພາບສະໜອງໃຫ້ໂດຍ ONLINER.BY.)
ຕໍາຫລວດຮັກສາຄວາມສະຫງົບໄດ້ເອົາໝາດົມກິ່ນໄປກວດດົມເບິ່ງຫີບຂອງຄົນໂດຍສານໃນເຮືອບິນຂອງ Ryanair ທີ່ຂົນສົ່ງ ທ່ານ Raman Pratasevich ທີ່ເປັນນັກຕໍ່ຕ້ານລັດຖະບານທີ່ວໍາຄັນຢູ່ສະໜາມບິນສາກົນຂອງນະຄອນຫລວງມິງສ໌ ໃນວັນທີ 23 ພຶດສະພາ, 2021 (ພາບສະໜອງໃຫ້ໂດຍ ONLINER.BY.)

ສະຫະລັດ, ສະຫະພາບຢູໂຣບ, ອັງກິດ ແລະການາດາໄດ້ຮ່ວມກັນສ້າງກໍາລັງກົດດັນ ໃນວັນຈັນວານນີ້ ເພື່ອວາງມາດຕະການລົງໂທດຕໍ່ເຈົ້າໜ້າທີ່ຂັ້ນສູງຫຼາຍຄົນຂອງເບລາຣຸສ ກ່ຽວກັບການບັງຄັບໃຫ້ເຮືອບິນໂດຍສານທີ່ເດີນທາງໄປຫາກັນລະຫວ່າງສອງປະເທດຂອງ EU ປ່ຽນທິດທາງໄປຫານະຄອນຫລວງມິງສ໌ ໃນເດືອນແລ້ວນີ້, ອີງຕາມອົງການຂ່າວເອພີ.

ການຢຶດຊັບສິນໄວ້ ແລະຂໍ້ຫ້າມໃນການເດີນທາງຍັງຖືກວາງອອກມາຕໍ່ເຈົ້າໜ້າ ທີ່ຈຳນວນນຶ່ງທີ່ເຊື່ອມໂຍງກັບການປາບປາມດ້ານຄວາມໝັ້ນຄົງທີ່ຍັງສືບຕໍ່ເຮັດໃຫ້ປະເທດຖືກກະທົບກະເທືອນມາໄດ້ປະມານ 10 ເດືອນແລ້ວນັ້ນ ຫລັງຈາກປະທານາທິບໍດີ ອາເລັກແຊນເດີ ລູກາເຊັງໂກ (Alexander Lukashenko) ໄດ້ກັບຄືນມາກຳອຳນາດໃນການເລືອກຕັ້ງທີ່ EU ແລະປະເທດອື່ນໆໃຫ້ຊື່ມັນວ່າເປັນ "ການສໍ້ໂກງ" ນັ້ນ.

ທັງສີ່ປະເທດໄດ້ກ່າວຢູ່ໃນຖະແຫຼງການຮ່ວມວ່າ "ພວກເຮົາມີຄວາມເປັນເອກະພາບກັນໃນເລື້ອງຄວາມເປັນຫ່ວງຢ່າງເລິກເຊິ່ງຂອງພວກເຮົາກ່ຽວກັບການໂຈມຕີຢ່າງຕໍ່ເນື່ອງຂອງລະບອບການປົກຄອງ ລູຄາເຊນໂກ (Lukashenko) ຕໍ່ສິດທິມະນຸດ, ເສລີພາບຂັ້ນພື້ນຖານ ແລະກົດໝາຍສາກົນ".

ພວກປະເທດນີ້ ກ່າວອີກວ່າ "ພວກເຮົາມີຄວາມມຸ້ງໝັ້ນໃນການສະໜັບສະໜູນ ຄວາມປາຖະໜາຢາກໃຫ້ມີປະຊາທິປະໄຕຂອງປະຊາຊົນເບລາຣຸສທີ່ຖືກກົດຂີ່ມາເປັນເວລາດົນນານ ແລະພວກເຮົາຢືນຢູ່ນໍາກັນເພື່ອວາງມາດຕະການເຮັດໃຫ້ລະບອບການປົກຄອງດັ່ງກ່າວ ຕ້ອງໄດ້ຮັບຜິດຊອບໃນຄວາມເມີນເສີຍທີ່ໂຈ່ງແຈ້ງຕໍ່ຂໍ້ຜູກພັນຂອງສັນຍາສາກົນ.”

ສະຫະພາບຢູໂຣບໄດ້ວາງມາດຕະການລົງໂທດໃສ່ 7 ຄົນ ແລະອົງການນຶ່ງກ່ຽວກັບການລົງຈອດ ແບບຖືກ "ບັງຄັບແລະຜິດກົດໝາຍ" ຂອງເຮືອບິນ Ryanair ທີ່ກຳລັງເດີນ ທາງຈາກກຣີສໄປຍັງລີທົວເນຍໃນຕອນທີ່ມັນຖືກສັ່ງໃຫ້ຢຸດຢູ່ນະຄອນມິງສ໌ ເຊິ່ງເຈົ້າໜ້າທີ່ໄດ້ຈັບທ່ານຣາແມນ ປຣາຕາເຊວິກຈ໌ (Raman Pratasevich), ນັກຂ່າວຕໍ່ຕ້ານລັດຖະບານເຊິ່ງເປັນນຶ່ງໃນຈໍານວນຜູ້ໂດຍສານນັ້ນ.

ທັງສີ່ປະເທດໄດ້ຮຽກຮ້ອງໃຫ້ມິງສ໌ ຮ່ວມມືກັບການສືບສວນສາກົນກ່ຽວກັບເຫດການດັ່ງກ່າວ, ໃຫ້ປ່ອຍຕົວນັກໂທດການເມືອງທັງໝົດໃນທັນທີທັນໃດ ແລະ "ເຂົ້າສູ່ການສົນທະນາທາງການເມືອງແບບຮອບດ້ານແລະແທ້ຈິງ" ກັບຝ່າຍກົງກັນຂ້າມທີ່ມີປະຊາທິປະໄຕ ແລະສັງຄົມພົນລະເຮືອນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG