ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະພາບຢູໂຣບ ແລະ ເທີກີ ບັນລຸຂໍ້ຕົກລົງ ເພື່ອແກ້ໄຂ ວິກິດການອົບພະຍົບ


ນາຍົກລັດຖະມົນຕີເທີກີ ທ່ານ Ahmet Davutoglu (ຊ້າຍ)​ລົມກັບປະທານາທິບໍດີຝຣັ່ງ ທ່ານ Francois Hollande ນາຍົກລັດຖະມົນຕີກຣີສ ທ່ານ Alexis Tsipras ແລະນາຍົກ ລັດຖະມົນຕີແອັສທົວເນຍ ທ່ານ Taavi Roivas ໃນລະຫວ່າງ ກອງປະຊຸມສຸດຍອດຂອງອີຢູ. (18 ມີນາ 2016)
ນາຍົກລັດຖະມົນຕີເທີກີ ທ່ານ Ahmet Davutoglu (ຊ້າຍ)​ລົມກັບປະທານາທິບໍດີຝຣັ່ງ ທ່ານ Francois Hollande ນາຍົກລັດຖະມົນຕີກຣີສ ທ່ານ Alexis Tsipras ແລະນາຍົກ ລັດຖະມົນຕີແອັສທົວເນຍ ທ່ານ Taavi Roivas ໃນລະຫວ່າງ ກອງປະຊຸມສຸດຍອດຂອງອີຢູ. (18 ມີນາ 2016)

ສະຫະພາບ​ຢູ​ໂຣບຫຼືອີຢູແລະ​ເທີ​ກີ ​ໄດ້​ຕົກລົງ​ກັນ​ໃນ​ວັນ​ສຸກ​ວານ
​ນີ້​ ທີ່​ທຸກໆ​ຝ່າຍ​ຫວັງ​ວ່າ ຈະ​ຊ່ອຍ​ບັນ​ເທົາ ​ວິ​ກິດ​ການ​ດ້ານ​ອົບ​ພະ
ຍົບທີ່​ຮ້າຍ​ແຮງ​ສຸດ ນັບ​ແຕ່​ສົງຄາມໂລກ​ຄັ້ງທີ​ສອງ​ເປັນຕົ້ນມາ.

ປະທານ​ສະພາ​ຢູ​ໂຣບ ທ່ານ Donald Tusk​ ​ແລະ​ທ່ານ Ahmet
Davutoglu ນາຍົກລັດຖະມົນຕີ​ເທີ​ກີເອີ້ນຂໍ້​ຕົກລົງ​ນີ້ວ່າມີ​ຄວາມ
​ສຳຄັນເປັນ​ພິ​ເສດ.​ ນາຍົກລັດຖະມົນຕີ​ເທີກີກ່າວ​ໃນ​ວັນ​ສຸກ​ວານ​
ນີ້ວ່າມັນ​ເປັນ​ວັນ​ສຳຄັນ​ທາງ​ປະຫວັດສາດສຳລັບ​ເທີ​ແລະ​ສະຫະ
​ພາບ​ຢູ​ໂຣບ.

ທ່ານ Davutoglu ກ່າວ​ຕື່ມ​ວ່າ ພວກ​ເຮົາ​ໃນ​ມື້ນີ້ໄດ້​ສຳນຶກ​ວ່າເທີ
​ກີ​ ແລະ​ສະຫະພາບ​ຢູ​ໂຣບ ​ແມ່ນ​ມີຊະ​ຕາ​ກຳອັນ​ດຽວ​ກັນ ມີ​ການ​ທ້າທາຍ ​ແລະ​ມີ​ອະນາຄົດ
ແບບດຽວ​ກັນ.

ຂໍ້​ຕົກລົງ​ດັ່ງກ່າວ​ເລີ້ມມີ​ຜົນ​ບັງຄັບ​ໃຊ້ໃນ​ວັນ​ອາທິດ​ມື້ອື່ນ​ນີ້.​ ພວກ​ອົບ​ພະຍົບທັງ​ໝົດ​ທີ່​ເຂົ້າ
​ໄປໃນກຣີສ​ແບບ​ຜິດ​ກົດໝາຍ ຈາກ​ຊີ​ເຣຍ​ແລະ​ແຫ່ງ​ອື່ນໆ ຮວມທັງ​ເທີ​ກີ​ນຳ​ດ້ວຍ ຈະ​ຖືກ​
ສົ່ງ​ກັບ​ຄືນ​ໄປ​ເທີ​ກີ ຫລັງ​ຈາກ​ໄດ້​ມີ​ການ​ຈົດ​ທະບຽນ ​ແລະ​ການ​ຂໍ​ລີ້​ໄພໃນ​ຢູ​ໂຣບຂອງ​ພວກ​
ເຂົາ​ເຈົ້າ​ ໄດ້​ຮັບ​ການ​ພິຈາລະນາ.

​ເພື່ອ​ເປັນ​ການ​ແລກປ່ຽນ ພວກ​ອົບ​ພະຍົບຫລາຍ​ພັນ​ຄົນ​ທີ່​ຫຼົບໜີ​ໄປ​ເທີ​ກີ​ແລະ​ຂໍ​ລີ້​ໄພຢ່າງ
​ຖືກຕ້ອງ​ຕາມ​ກົດໝາຍ​ນັ້ນ ຈະ​ຖືກ​ສົ່ງ​ໄປ​ຕັ້ງຖິ່ນ​ຖານ ​ໃນ​ຈຳນວນ​ທີ່​ເທົ່າ​ກັນ ຢູ່​ໃນ 28​ ປະ​
ເທດ​ສະມາຊິກ​ຂອງ​ສະຫະພາບ​ຢູ​ໂຣບ.

​ເວລາ​ນີ້ ​ເທີ​ກີ​ມີ​ອົບ​ພະຍົບຊາວ​ຊີ​ເຣຍຢູ່​ໃນ​ປະ​ເທດ​ຢູ່​ແລ້ວ​ ເກືອບ 3 ລ້ານ​ຄົນ. ​ເທີ​ກີ​ຈະ​ໄດ້
​ຮັບ​ການ​ຊ່​ອຍ​ເຫລືອ​ທາງ​ດ້ານ​ການ​ເງິນ​ ຈາກ​ສະຫະພາບ​ຢູ​ໂຣບ​ ເພື່ອ​ຮັບ​ມື​ກັບ​ວິ​ກິດ​ການ​
ອົບ​ພະຍົບ ພ້ອມ​ກັບ​ການ​ເຈລະຈາ​ ເພື່ອ​ເຂົ້າ​ເປັນ​ສະມາຊິກ​ຂອງ​ສະຫະພາບຢູ​ໂຣບທີ່​ໄວ​
ຂຶ້ນ ​ແລະ​ການ​ເດີນທາງ​ໂດຍ​ບໍ່​ຕ້ອງ​ຂໍ​ວີ​ຊ່າ ​ສຳລັບ​ປະຊາ​ຊົນ​ຊາວ​ເທີ​ກີ ​ໃນ​ບັນດາ​ປະ​ເທດ​ຕ່າງໆ​ຂອງ​ສະຫະພາບ​ຢູ​ໂຣບ.

​ເທີ​ກີ​ມີ​ປະຫວັດ​ການ​ເຄົາລົບ​ນັບຖື​ສິດທິ​ມະນຸດ​ທີ່​ບໍ່​ຄ່ອຍ​ດີ​ປານ​ໃດ ​ແລະ​ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ​ບາງ​ກຸ່ມ​ກ່າວ​ວ່າ ​ແຜນການ​ດັ່ງກ່າວ​ ໃຊ້​ຜູ້​ຄົນ​ທີ່​ຊອກ​ສະແຫວ​ງບ່ອນ​ລີ້​ໄພ​ ຈາກ​ສົງ
ຄາມ ຄວາມທຸກ​ຍາກ ແລະ​ການ​ກໍ່​ການ​ຮ້າຍ​ ເປັນ​ເຄື່ອງ​ຕໍ່​ລອງ ທາງ​ການ​ເມືອງ.

ອົງການ​ອົບ​ພະຍົບຂອງ​ສະຫະ​ປະຊາ​ຊາ​ດ​ກ່າວ​ວ່າ ມັນ​ເປັນ​ເລື້ອງສຳຄັນ​ທີ່​ທຸກຝ່າຍ​ຕ້ອງ
ໄດ້​ນັບຖື​ກົດໝາຍ​ຂອງ​ສາກົນ​ແລະ​ຂອງ​ຢູ​ໂຣບນຳ​ດ້ວຍ.

XS
SM
MD
LG