ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງປະຊຸມສຸດຍອດ ຂອງອີ​ຢູ ບໍ່​ໄດ້ເຮັດ​ໃຫ້​​ ການ​ຖົກ​ຖຽງ​ກັນ​ ໃນ​ເລື້ອງ​​ກົດ​ໝາຍ​ ກັບ​ໂ​ປ​ແລນ ​ແກ້​ໄຂ​ໄດ້


ບັນ​ດາ​ຜູ້​ນຳ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໂຕະ​ມົນ​ໃນ​ລະ​ຫວ່າງກອງ​ປະ​ຊຸມ​ສຸດຍອດຂອງ​ສະ​ຫະ​ພາບ​ຢູ​ໂຣບຢູ່​ໃນຫ້ອງການ​ຂອງ​ສະ​ພາ​ຢູ​ໂຣບ​ໃນ​ນະ​ຄອນ​ຫລວງ Brussels ຂອງ​ແບ​ລ​ຈ້ຽມ, ວັນ​ທີ 21 ຕຸ​ລາ, 2021
ບັນ​ດາ​ຜູ້​ນຳ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໂຕະ​ມົນ​ໃນ​ລະ​ຫວ່າງກອງ​ປະ​ຊຸມ​ສຸດຍອດຂອງ​ສະ​ຫະ​ພາບ​ຢູ​ໂຣບຢູ່​ໃນຫ້ອງການ​ຂອງ​ສະ​ພາ​ຢູ​ໂຣບ​ໃນ​ນະ​ຄອນ​ຫລວງ Brussels ຂອງ​ແບ​ລ​ຈ້ຽມ, ວັນ​ທີ 21 ຕຸ​ລາ, 2021

ການແບ່ງແຍກຢ່າງເລິກເຊິ່ງກ່ຽວກັບລຳ​ດັບຂອງກົດໝາຍແລະພະລັງງານຂອງສະຫະ
ພາບຢູໂຣບ ຫລື EU ໄດ້ເຮັດໃຫ້ກອງປະຊຸມສຸດຍອດຂອງສະຫະພາບຢູໂຣບແກ່ຍາວ
ໄປຮອດໃນຕອນແລງໃນວັນພະຫັດວານນີ້, ໂດຍມີບັນດາປະເທດ ສະມາຊິກໃນພາກ
ຕາເວັນອອກຂອງຢູໂຣບຄື ໂປແລນ, ຮັງກາຣີ ແລະສາທາລະນະລັດເຊັກຢືນຢັດຢູ່ໃນ
ການຄັດຄ້ານຕໍ່ບຣັສເຊີລສ໌ (Brussels), ອີງຕາມອົງການຂ່າວ AFP.

ບັນຫາການປົກຄອງດ້ວຍຕົວ​ບົດກົດໝາຍ ແມ່ນເປັນ​ສ້ຽນໜາມ​ແບບພິເສດ, ໂດຍມີ
ຄວາມອາດສາມາດທີ່ຈະເຮັດໃຫ້ພື້ນຖານຂອງກຸ່ມທີ່ມີ 27 ປະເທດສັ່ນຄອນໄດ້.

ການແບ່ງແຍກກັນ​ລະ​ຫວ່າງພາກຕາເວັນອອກ ແລະຕາເວັນຕົກໄດ້ຖືກກຳນົດໃຫ້ດຳເນີນຕໍ່ໄປຕື່ມ​ອີກໃນວັນສຸກມື້ນີ້, ເວລາທີ່ບັນ​ດາຜູ້ນຳຈະກັບມາປຶກສາຫາລືກັນ ກ່ຽວກັບການຍົກ​ຍ້າຍ​ຖິ່ນ​ຖານ, ເຊິ່ງເປັນຫົວຂໍ້ທີ່ເຮັດໃຫ້ຊາວຢູ​ໂຣບມີ​ການ​ຄັດ​ຄ້ານກັນຢ່າງຂົມຂື່ນ ເມື່ອເຢຍຣະມັນເປີດປະຕູໃຫ້ແກ່ຜູ້ລີ້ໄພ ທີ່ຫຼົບໜີຈາກສົງຄາມໃນປີ 2015.

ປະເທດໂປແລນອີກເທື່ອນຶ່ງໄດ້ປົກປ້ອງຄຳຕັດສິນໃນວັນທີ 7 ຕຸລາຂອງສານ ລັດຖະທຳມະນູນຂອງຕົນທີ່ກ່າວວ່າ ກົດໝາຍຂອງສະຫະພາບຢູ​ໂຣບນຳໃຊ້ໄດ້ສຳ​ລັບຂົງ​ເຂດທີ່​ເປັນ​ການສະເພາະ, ແບບຈຳກັດ ແລະກົດໝາຍຂອງໂປແລນ ແມ່ນໃຊ້​ໄດ້ຢ່າງ​ຫລວງ​ຫລາຍໃນທຸກເລື່ອງທີ່ນອກ​ເໜືອ​ຈາກນັ້ນ.

ຄະນະກຳມາທິການສະຫະພາບ​ຢູ​ໂຣບ ແລະບັນດາປະເທດຕ່າງໆ ລວມທັງ ເນເທີແລນ, ຟິນແລນ ແລະແບລຈ້ຽມໄດ້ຕອບໂຕ້ຄືນວ່າ​ຈຸດ​ຢືນດັ່ງກ່າວໄດ້ ບ່ອນທຳລາຍຄວາມກົມ​ກຽວ​ກັນຂອງອີ​ຢູ (EU) ແລະ ເປັນການປົກຄຸມທາງ ດ້ານກົດໝາຍທີ່ເຮັດໃຫ້ວໍຊໍຕັດຄວາມເປັນເອກະລາດຈາກຝ່າຍຕຸລາການຂອງ ຕົນ ແລະເຮັດ​ໃຫ້ມາດຕະຖານດ້ານປະຊາທິປະໄຕຫລຸດ​ລົງ.

ແຕ່​ວ່າພາຍໃຕ້ອຳນາດທີ່​ມີ​ນ້ຳ​ໜັກເປັນ​ພິ​ເສດຂອງຝຣັ່ງແລະເຢຍຣະມັນ, ມາດຕະການເຮັດ​ໃຫ້​ສະຫງົບແມ່ນ​ໃຊ້​ໄດ້ຢູ່ໃນແຖວນັ້ນ ​ຂະ​ນະທີ່ເຂົາເຈົ້າກົດດັນໃຫ້ມີການສົນທະນາກັບໂປແລນ.

ກ່ອນການປະຊຸມສຸດຍອດຈະເລີ່ມຕົ້ນຂຶ້ນ, ປະທານາທິບໍດີເອມ​ມາ​ນູ​ແອ​ລມາ​ກຣົງ (Emmanuel Macron) ຂອງ​ຝ​ຣັ່ງ ແລະນາຍົກລັດຖະມົນຕີເຢຍຣະມັນ, ທ່ານ​ນາງ​ແອງ​ໂກ​ລາ ເມີ​ໂຄ (Angela Merkel) ໄດ້ໂອ້ລົມແບບສ່ວນ​ຕົວກັບນາຍົກລັດຖະມົນຕີໂປແລນ, ທ່ານ​ມາ​ເທີສ ໂມ​ຣາ​ວຽກ​ກີ (Mateusz Morawiecki).

ທ່ານ Mateusz Morawiecki (ຊ້າຍ) ນາ​ຍົກ​ຂອງ​ໂປ​ແລນ ລົມ​ກັບນາ​ຍົກ​ຂອງ​ຮັງ​ກາ​ຣີ, ທ່ານ Viktor Orban ຂະ​ນະ​ທີ່​ກຳ​ລັງ​ຈະ​ຖ່າຍ​ຮູບລວມ​ກັບ​ຜູ້​ນຳ EU ຄົນ​ອື່ນໃນ​ມື້​ເປີດກອງ​ປະ​ຊຸມ​ສຸດຍອດ​ຂອງອີ​ຢູ, ວັນ​ທີ 21 ຕຸ​ລາ, 2021
ທ່ານ Mateusz Morawiecki (ຊ້າຍ) ນາ​ຍົກ​ຂອງ​ໂປ​ແລນ ລົມ​ກັບນາ​ຍົກ​ຂອງ​ຮັງ​ກາ​ຣີ, ທ່ານ Viktor Orban ຂະ​ນະ​ທີ່​ກຳ​ລັງ​ຈະ​ຖ່າຍ​ຮູບລວມ​ກັບ​ຜູ້​ນຳ EU ຄົນ​ອື່ນໃນ​ມື້​ເປີດກອງ​ປະ​ຊຸມ​ສຸດຍອດ​ຂອງອີ​ຢູ, ວັນ​ທີ 21 ຕຸ​ລາ, 2021

ທ່ານມາກ​ຣົງໄດ້ຮຽກຮ້ອງໃຫ້ທ່ານ​ໂມ​ຣ​ວຽກ​ກີ (Morawiecki) "ຊອກຫາວິທີແກ້ ໄຂທີ່ສອດຄ່ອງກັບຫຼັກການ ແລະກົດລະບຽບທົ່ວໄປຂອງພວກເຮົາ," ອີງຕາມ ເຈົ້າໜ້າທີ່ວັງ​ເອີ​ລີ​ເຊ (Elysee).​

ຈາກນັ້ນພວກຜູ້ນຳເຫລົ່າ​ນີ້​ກໍໄດ້ດຳເນີນການສົນທະນາເປັນເວລາຂ້ອນ​ຂ້າງສັ້ນ ທີ່​ໃຊ້ເວລາສອງຊົ່ວໂມງກ່ຽວກັບບັນຫາດັ່ງກ່າວ, ໂດຍທີ່​ທ່ານໂມ​ຣ​ວຽກ​ກີ (Morawiecki) ເປັນ​ຜູ້ເລີ້ມຕົ້ນ​ກ່ອນ.

ເຈົ້າໜ້າທີ່ສະຫະພາບ​ຢູ​ໂຣບຄົນນຶ່ງກ່າວໂດຍບໍ່​ປະ​ສົງ​ບອກ​ນາມວ່າ "ການໂຕ້​ແຍ້ງ​ກັນໄດ້ດຳເນີນໄປໃນບັນຍາກາດທີ່ສະຫງົບ." ເຈົ້າໜ້າຄົນ​ນັ້ນກ່າວຕື່ມອີກວ່າການໂຕ້ແຍ້ງ​ກັນ "ເປັນບາດກ້າວທີ່ໜ້າຈະຊ່ວຍນຳໄປສູ່ການແກ້ໄຂບັນຫາໄດ້."

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG