ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ສະຫະພາບ ຢູໂຣບ ແນະນຳໃຫ້ປະເທດ ສະມາຊິກ ຍົກເລີກການຫ້າມເດີນທາງ ໄປ ແລະ ກັບຈາກ ອັງກິດ


ຄຳຫຼວດຄົນນຶ່ງຈັດລະບຽບການສັນຈອນ ຢູ່ໜ້າທາງເຂົ້າຂອງສະຖານີກຳປັ່ນຂົນສົ່ງ, ເມືອງ ໂດເວີ, ປະເທດ ອັງກິດ. 21 ທັນວາ, 2020.
ຄຳຫຼວດຄົນນຶ່ງຈັດລະບຽບການສັນຈອນ ຢູ່ໜ້າທາງເຂົ້າຂອງສະຖານີກຳປັ່ນຂົນສົ່ງ, ເມືອງ ໂດເວີ, ປະເທດ ອັງກິດ. 21 ທັນວາ, 2020.

ຄະນະກຳມາທິການ ຢູໂຣບ, ເຊິ່ງແມ່ນອົງການບໍລິຫານຂອງສະຫະພາບ ຢູໂຣບ ໄດ້ແນະນຳໃນວັນອັງຄານວານນີ້ວ່າໃຫ້ບັນດາປະເທດ ຢູໂຣບ ຍົກເລີກການຫ້າມເດີນທາງທີ່ຖືກກຳນົດຕໍ່ ອັງກິດ ເພື່ອຫຼີກລ່ຽງການລົບກວນຕ່ອງໂສ້ການສະໜອງສິນຄ້າ ແລະ ເຮັດໃຫ້ນັກເດີນທາງຕິດຄ້າງ.

ການຫ້າມດັ່ງກ່າວໄດ້ເລີ່ມຂຶ້ນໃນວັນອາທິດຜ່ານມາ ໃນຄວາມພະຍາຍາມທີ່ຈະຍັບຢັ້ງການແຜ່ລາມ COVID-19 ທີ່ກາຍພັນໃນ ອັງກິດ.

ອັນເປັນສ່ວນນຶ່ງຂອງການແນະນຳນັ້ນ, ຄະນະກຳມາທິການດັ່ງກ່າວໄດ້ຊີ້ນຳບັນດາປະເທດສະມາ ຊິກໃຫ້ລະງັບການເດີນທາງທີ່ບໍ່ຈຳເປັນໄປ ແລະ ຈາກ ອັງກິດ ແຕ່ໄດ້ກ່າວວ່າຄົນທີ່ເດີນທາງໄປປະເທດທີ່ເຂົາເຈົ້າອາໄສຢູ່ຄວນໄດ້ຮັບອະນຸຍາດໃຫ້ເດີນທາງ, ໂດຍໃຫ້ເຂົາເຈົ້າທຳການກວດ COVID-19 ຫຼື ກັກບໍລິເວນ 10 ວັນ.

ໃນຖະແຫຼງການສະບັບນຶ່ງ, ຄະນະກຳມາທິການຕຸລາການ ຢູໂຣບ ທ່ານ ດີດີເອ ເຣນເດີສ໌ ໄດ້ກ່າວວ່າ ບັນດາປະເທດສະມາຊິກຄວນດຳເນີນການປະສານງານກັນເພື່ອລະງັບການເດີນທາງທີ່ບໍ່ຈຳ ເປັນ, ແຕ່ “ການຫ້າມເດີນທາງທັງໝົດແມ່ນບໍ່ຄວນຫ້າມໃຫ້ປະຊາຊົນ ອັງກິດ ແລະ ຢູໂຣບ ຫຼາຍພັນຄົນເດີນທາງກັບບ້ານຂອງເຂົາເຈົ້າ.”

ປະເທດ ເຢຍຣະມັນ, ເຊິ່ງປັດຈຸບັນນີ້ເປັນປະທານໝຸນວຽນຂອງສະຫະພາບ ຢູໂຣບ, ໄດ້ປະຊຸມກັບບັນດາເຈົ້າໜ້າທີ່ສະຫະພາບ ຢູໂຣບ ໃນວັນຈັນທີ່ຜ່ານມາ ເພື່ອພະຍາຍາມຫາແນວທາງທີ່ເປັນມາດຕະຖານ ສຳລັບການແກ້ໄຂບັນຫາການເດີນທາງ ກ່ຽວກັບ ອັງກິດ ແລະ ເຊື້ອໄວຣັສ COVID-19 ທີ່ກາຍພັນໃໝ່.

ບັນດາເຈົ້າໜ້າທີ່ໄດ້ກວດພົບເຊື້ອໄວຣັສໃໝ່ໃນອາທິດທີ່ຜ່ານມາ ແລະ ໄດ້ເຮັດວຽກຢ່າງໃກ້ຊິດກັບອົງການອະນາໄມໂລກ. ການລະບຸໃນເບື້ອງຕົ້ນກໍແມ່ນວ່າ ໄວຣັສນັ້ນໄດ້ແຜ່ລາມໄວກວ່າໄວຣັສກ່ອນໜ້ານີ້, ແຕ່ບັນດາເຈົ້າໜ້າທີ່ອົງການອະນາໄມໂລກໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວໃນວັນຈັນທີ່ຜ່ານມາວ່າ ມັນບໍ່ມີຫຼັກຖານທີ່ວ່າໄວຣັສນັ້ນແມ່ນຮ້າຍແຮງ ແລະ ອັນຕະລາຍກວ່າເກົ່າ.

ບັນດາເຈົ້າໜ້າທີ່ໄດ້ກ່າວວ່າ ໄວຣັສທີ່ກາຍພັນນັ້ນໄດ້ຖືກກວດພົບໃນສອງສາມ ກໍລະນີໃນປະເທດ ແບລຈຽມ, ເດັນມາກ, ອິຕາລີ ແລະ ເນເທີແລນ.

ໃນຕອນເຊົ້າວັນອັງຄານວານນີ້, ຫົວໜ້າຂອງສະຖາບັນການຄວບຄຸມໂຣກຕິດຕໍ່ ທ່ານ ໂຣເບີດ ຄອຈ (Robert Koch) ໄດ້ກ່າວວ່າ ເນື່ອງຈາກຂໍ້ເທັດຈິງທີ່ ວ່ານັ້ນ, ມັນມີຄວາມເປັນໄປໄດ້ວ່າ ໄວຣັສທີ່ກາຍພັນດັ່ງກ່າວແມ່ນໄດ້ແຜ່ລາມເຖິງ ເຢຍຣະມັນ ແລ້ວເຊັ່ນກັນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG