ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານສະພາ ຢູໂຣບ ເດີນທາງໄປ ນະຄອນຫຼວງ Athens ເພື່ອເຈລະຈາ ເລື່ອງອົບພະຍົບ


ຜູ້ຍົກຍ້າຍຖິ່ນຖານລຽນແຖວເພ່ືອຮັບເອົາໜັງສືເດີນທາງໃກ້ກັບ ເຂດຊາຍແດນປະເທດ ກຣິສ ແລະ ມາເຊໂດເນຍ, ໃກ້ກັບບ້ານ Idomeni, ປະເທດ ກຣິສ, 2 ມີນາ, 2016.
ຜູ້ຍົກຍ້າຍຖິ່ນຖານລຽນແຖວເພ່ືອຮັບເອົາໜັງສືເດີນທາງໃກ້ກັບ ເຂດຊາຍແດນປະເທດ ກຣິສ ແລະ ມາເຊໂດເນຍ, ໃກ້ກັບບ້ານ Idomeni, ປະເທດ ກຣິສ, 2 ມີນາ, 2016.

ປະທານສະພາ ຢູໂຣບ ທ່ານ Donald Tusk ຈະເດີນທາງໄປຢ້ຽມ ຢາມປະເທດ ກຣິສ ແລະ ເທີກີ ໃນວັນພະຫັດ ແລະ ວັນສຸກນີ້ເພື່ອ ປຶກສາຫາລືກ່ຽວກັບ ວິກິດການຜູ້ຍົກຍ້າຍຖິ່ນຖານ ກັບຜູ້ນຳຂອງ​ປະ ​ເທດ​ທີ່ຢູ່ແຖວໜ້າທັງ​ສອງ.

ທ່ານ Tusk ກຳລັງເພັ່ງເລັງໃສ່ການຫຼຸດຜ່ອນຄວາມເຄັ່ງຕຶງ ໃນບັນ ດາສະມາຊິກ ສະຫະພາບ ຢູໂຣບ ກ່ອນປະຊຸມກັບ ເທີກີ ກ່ຽວກັບບັນຫາການຍົກຍ້າຍຖິ່ນ ຖານ. ກອງປະຊຸມແມ່ນມີກຳນົດ​ທີ່​ຈະ​ໄຂຂຶ້ນໃນວັນຈັນຈະ​ມານີ້ ໃນນະຄອນຫຼວງ Brussels.

ຜູ້ຍົກຍ້າຍຖິ່ນຖານ ນອນພັກຜ່ອນຢູ່ກ້ອງຕົ້ນໄມ້ ທີ່ຈະຕຸລັດ Victoria ໃນນະຄອນຫຼວງ Athens, ປະເທດ ກຣິສ. 1 ມີລາ 2016.
ຜູ້ຍົກຍ້າຍຖິ່ນຖານ ນອນພັກຜ່ອນຢູ່ກ້ອງຕົ້ນໄມ້ ທີ່ຈະຕຸລັດ Victoria ໃນນະຄອນຫຼວງ Athens, ປະເທດ ກຣິສ. 1 ມີລາ 2016.

ທ່ານ Tusk ຄາດວ່າຈະຈັດການເຈລະຈາກັບບັນດາເຈົ້າໜ້າທີ່ ກຣິສ ໃນວັນພະຫັດມື້ນີ້, ຕິດຕາມດ້ວຍການປະຊຸມ ໃນວັນສຸກມື້ ອື່ນ ກັບປະ ທານາທິບໍດີ ເທີກີ ທ່ານ Recep Tayyip Erdogan ໃນນະຄອນ Istanbul.

ເທີກີ, ກຣິສ ແລະ ປະເທດອື່ນໆທີ່​ຕັ້ງຢູ່​ແຄມທະເລ ບານກັງ ແມ່ນ ກຳລັງຮັບມືກັບການຫຼັ່ງ​ໄຫລ​ເປັນ​ຈຳນວນ​ຫຼວງຫຼາຍຂອງພວກຍົກ ຍ້າຍຖິ່ນຖານຈາກພາກຕາເວັນອອກກາງ ແລະ ອາຟຣິກາເໜືອ ທີ່ ຢາກຈະໃຊ້ປະເທດດັ່ງກ່າວ ຜ່ານເຂົ້າໄປໃນພາກຕາເວັນຕົກຫາ ປະເທດ ເຢຍ ຣະມັນ ແລະ ປະເທດອື່ນໆທີ່ຮັ່ງມີກວ່າ​ນັ້ນ. ປະເທດ ກຣິສ ເຊິ່ງຕົກຢູ່ໃນສະຖານະພາບດ້ານການເງິນທີ່ຝືດ​ເຄືອງກ່ອນ ວິກິດການຜູ້ຍົກຍ້າຍຖິ່ນຖານໄດ້ເກີດຂຶ້ນ, ໄດ້ຂໍໃຫ້ສະຫະພາບ ຢູໂຣບ ຊ່ວຍເຫຼືອໃນການຮັບ ມືກັບພວກຍົກຍ້າຍຖິ່ນຖານດ້ວຍງົບປະມານ 500 ລ້ານໂດລາ.

ກຳມະທິການ ຊ່ວຍເຫຼືອດ້ານມະນຸດສະທຳ ສະຫະພາບ ຢູໂຣບ ທ່ານ Christos Stylianides ຢາກໃຫ້ສະຫະພາບ ຢູໂຣບ ຮັບຮອງ​ເອົາແຜນການງົບປະມານ 760 ລ້ານໂດ ລາໃນການຊ່ວຍເຫຼືອສຳລັບວິກິດການອົບພະຍົບ.

ທ່ານ Stylianides ກ່າວວ່າ ການຊ່ວຍເຫຼືອຈະເປັນການສົມທົບທຶນທີ່ໄດ້ຖືກໃຊ້ໄປແລ້ວໃນ “ເຂດທີ່ມີບັນຫາ” ແລະ ໂຄງການອື່ນໆ ທີ່ຊ່ວຍ ເຫຼືອປະເທດຕ່າງໆຮັບມືກັບວິກິດການ ແລະ ຄວາມຕ້ອງການຂອງພວກຍົກຍ້າຍຖິ່ນຖານ. ສະຫະພາບຢູໂຣບ ກໍຍັງຢາກໃຫ້ຈຳນວນຂອງ ພວກຍົກຍ້າຍຖິ່ນຖານທີ່ຫຼັ່ງໄຫຼມາຈາກ ເທີກີ ຫຼຸດລົງຕ່ຳກວ່າ 1,000 ຄົນຕໍ່ມື້.

ຂໍ້ສະເໜີນັ້ນຕ້ອງໄດ້ຮັບການອະນຸມັດ​ໂດຍສະພາຢູໂຣບ ແລະ ບັນດາປະເທດສະມາຊິກອື່ນໆ.

Europe Migrants
please wait
Embed

No media source currently available

0:00 0:00:54 0:00

European Council President Donald Tusk visits Greece and Turkey Thursday and Friday to discuss the migrant crisis at its front lines.

Tusk is aiming to ease tensions among European Union members before a meeting with Turkey on the migration issue. The meeting is scheduled for Monday in Brussels.

Tusk is expected to hold talks with Greek officials in Athens Thursday, followed on Friday by a meeting with Turkish President Recep Tayyip Erdogan in Istanbul.

Turkey, Greece, and other Balkan nations are dealing with an overload of migrants from the Middle East and northern Africa who want to pass through on their way west, to Germany and other wealthier nations. Greece, which was already in a tight financial situation before the migrant crisis began, has asked for more than $500 million from the European Union to help it handle expenses.

EU Humanitarian Aid Commissioner Christos Stylianides wants the EU to pass a plan earmarking $760 million in aid for the refugee crisis.

Stylianides says that the aid package would be in addition to funds already being spent on "hot spots" and other programs to help countries deal with the crisis and migrant needs. The EU also wants migrant flow from Turkey to drop below 1,000 a day.

The proposal needs the approval of the European Parliament and member states.

Before his departure Wednesday, Tusk saidsaid he will press for "a more intensive engagement" with Turkey to implement the deal signed with the EU in November to curb the stream of refugees.

Turkey has offered to sign readmission agreements with 14 countries, which would enable Ankara to quickly take back migrants rejected by the EU, a foreign ministry spokesman said.

XS
SM
MD
LG