ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າ​ໜ້າ​ທີ່ ສະ​ຫະ​ພາບ​ຢູ​ໂຣບ "ໝັ້ນ​ໃຈ" ຢູ​ເຄ​ຣນ ຈະ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ ສຳ​ລັບສະ​ຖາ​ນະ​ພາບການ​ຂໍ​ສະ​ໝັກ​ເຂົ້າ​ກຸ່ມ


ເດັກ​ຊາຍ​ຄົນ​ນຶ່ງ​ເບິ່ງ​ໂທ​ລະ​ສັບ ໃນ​ຂະ​ນະ​ທີ່​ລາວ​ນັ່ງ​ຢູ່​ເທິງ​ຫຍ້າ​ທີ່​ຖືກ​ປະ​ດັບ​ດ້ວຍ​ທຸງ​ຊາດ ຢູ​ເຄ​ຣນ ທີ່​ເຊັນ​ດ້ວຍ​ຊື່​ຂອງ​ທະ​ຫານ ຢູ​ເຄ​ຣນ ທີ່​ຖືກ​ຂ້າ​ຕາຍ​ໃນ ຣັດ​ເຊຍ, ນະ​ຄອນຫຼວງ ກີ​ຢິບ. 22 ມິ​ຖຸ​ນາ, 2022.
ເດັກ​ຊາຍ​ຄົນ​ນຶ່ງ​ເບິ່ງ​ໂທ​ລະ​ສັບ ໃນ​ຂະ​ນະ​ທີ່​ລາວ​ນັ່ງ​ຢູ່​ເທິງ​ຫຍ້າ​ທີ່​ຖືກ​ປະ​ດັບ​ດ້ວຍ​ທຸງ​ຊາດ ຢູ​ເຄ​ຣນ ທີ່​ເຊັນ​ດ້ວຍ​ຊື່​ຂອງ​ທະ​ຫານ ຢູ​ເຄ​ຣນ ທີ່​ຖືກ​ຂ້າ​ຕາຍ​ໃນ ຣັດ​ເຊຍ, ນະ​ຄອນຫຼວງ ກີ​ຢິບ. 22 ມິ​ຖຸ​ນາ, 2022.

ປະ​ທານ​ສະ​ພາ​ຢູ​ໂຣບ ທ່ານ ຊາ​ລ​ສ໌ ມິ​ແຊ​ລ ໄດ້​ກ່າ​ວ​ວ່າ​ທ່ານໝັ້ນ​ໃຈ​ວ່າບັນ​ດາ​ຜູ້​ນຳ​ສະ​ຫະ​ພາບ​ຢູ​ໂຣບ ຈະ​ລົງ​ຄະ​ແນນ​ສຽງ​ສະ​ໜັບ​ສະ​ໜູນ​ການ​ມອບ​ສະ​ຖາ​ນະ​ພາບ ຜູ້​ສະ​ໝັກ​ເຂົ້າ​ກຸ່ມ ​ຕໍ່​ຢູ​ເຄ​ຣນ ໃນ​ວັນ​ພະ​ຫັດ​ມື້ນີ້.

ບັນ​ດາ​ຜູ້​ນຳ​ຢູ​ໂຣບ ທີ່​ເຕົ້າ​ໂຮມ​ກັນ​ໃນ​ນະ​ຄອນຫຼວງ ບ​ຣັ​ສ​ໂຊ​ລ​ສ໌ ປະ​ເທດ ແບ​ລ​ຈຽມ ຍັງ​ມີ​ກຳ​ນົດ​ທີ່​ຈະ​ປຶກ​ສາ​ຫາ​ລື ກ່ຽວ​ກັບ ຜົນ​ກະ​ທົບ​ຈາກ​ສົງ​ຄາມ​ຂອງ​ຣັດ​ເຊຍ​ໃນ​ຢູ​ເຄ​ຣນ​ຕໍ່​ຄວາມ​ປອດ​ໄພ​ດ້ານ​ອ​າ​ຫານ​ໃນ​ໂລກ, ພ້ອ​ກັບ​ການ​ຊ່ວຍ​ເຫຼືອ​ດ້ານ​ເສດ​ຖະ​ກິດ, ທະ​ຫານ ແລະ ມະ​ນຸດ​ສະ​ທຳ​ເພີ່ມ​ເຕີມ​ສຳ​ລັບ ຢູ​ເຄ​ຣນ.

ຄະ​ນະ​ກຳ​ມາ​ທິ​ການ ຢູ​ໂຣບ ໄດ້​ແນະ​ນຳ​ສະ​ຖາ​ນະ​ພາບ​ຜູ້​ຂໍ​ສະ​ໝັກ​ເຂົ້າ​ສະ​ຫະ​ພາບ​ຢູ​ໂຣບ​ສຳ​ລັບ ຢູ​ເຄ​ຣນ ແລະ ປ​ະ​ເທດ​ເພື່ອນ​ບ້ານ​ທີ່​ນ້ອຍກວ່າ​ຄື ໂມ​ລ​ໂດ​ວາ ໃນ​ອາ​ທິດ​ທີ່​ຜ່ານ​ມາ.

ສະ​ຖາ​ສະ​ພາບຜູ້​ສະ​ໝັກ ແມ່ນ​ພຽງ​ບາດ​ກ້າວ​ທຳ​ອິດ​ໄປ​ສູ່​ການ​ເຂົ້າ​ກຸ່ມ​ທີ່​ມີ​ສະ​ມາ​ຊິກ 27 ປະ​ເທດ​ນັ້ນ. ຢູ​ເຄ​ຣນ ຈະ​ຕ້ອງ​ບັນ​ລຸ​ເງື່ອນ​ໄຂ​ທາງ​ການ​ເມືອງ ແລະ ເສດ​ຖະ​ກິດ, ເຊັ່ນ​ການ​ບັນ​ລຸ​ມາດ​ຕະ​ຖານ ກ່ຽວ​ກັບ ກົດ​ເກນ​ດ້ານ​ປະ​ຊາ​ທິ​ປະ​ໄຕ. ບັນ​ດາ​ນັກ​ການ​ທູດ​ເວົ້າ​ວ່າ​ຂັ້ນ​ຕອນ​ດັ່ງ​ກ່າວ​ອາດ​ໃຊ້​ເວ​ລາ​ເປັນ​ທົດ​ສະ​ວັດ​ຈຶ່ງ​ຈະ​ສຳ​ເລັດ.

ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ ໄດ້​ກ່າວ​ໃນຄຳ​ປາ​ໄສ​ ຕໍ່​ປະ​ເທດ​ຊາດ​ທາງວິ​ດີ​ໂອ​ປະ​ຈຳ​ທຸກ​ຄືນ​ວ່າ ພວກ​ເຮົາ​ໄດ້​ລົມ​ກັບ​ບັນ​ດາ​ຜູ້​ນຳ​ສະ​ຫະ​ພາບ​ຢູ​ໂຣບ 10 ຄົນ​ໃນ​ວັນ​ພຸດ​ວານນີ້ ກ່ຽວ​ກັບ ການ​ຂໍ​ສະ​ໝັກ​ຂອງ​ຢູ​ເຄ​ຣນ ແລະ ຈະ​ທຳ​ການ​ປຶກ​ສາ​ຫາ​ລື​ກັນ​ຕື່ມ​ອີກ​ໃນ​ວັນ​ພະ​ຫັດ​ມື້ນີ້. ກ່ອນ​ໜ້າ​ນັ້ນ, ທ່ານ​ໄດ້​ສະ​ແດງ​ຄວາມ​ຮູ້​ສຶກ​ໃນ​ແງ່ບວກ​ຂອງ​ທ່ານ ກ່ຽວ​ກັບ ການ​ເຂົ້າ​ຮ່ວມສະ​ຫະ​ພາບ​ຢູ​ໂຣບ, ໂດຍ​ເວົ້າ​ວ່າ​ທ່ານ​ເຊື່ອ​ວ່າ​ທັງ​ໝົດ 27 ປະ​ເທດ​ສະ​ຫະ​ພາບ​ຢູ​ໂຣບ​ຈະ​ສະ​ໜັບ​ສະ​ໜູນ​ສະ​ຖາ​ນະ​ພາບຜູ້​ສະ​ໝັກ​ຂອງ ຢູ​ເຄ​ຣນ.

ທ່ານ ເຊ​ເລັນ​ສ​ກີ ໄດ້​ກ່າວ​ວ່າ ຣັດ​ເຊຍ ໄດ້​ດຳ​ເນີນ “ການ​ໂຈມ​ຕີ​ທາງ​ອາ​ກາດ ແລະ ປືນ​ໃຫຍ່​ຢ່າງ​ໜັກ” ໃນ​ພາກ​ພື້ນ​ດອນ​ບາ​ສ ຢູ່​ພາກ​ຕາ​ເວັນ​ອອກ​ຂອງ ຢູ​ເຄ​ຣນ, ໂດຍ​ກ່າວ​ຕື່ມ​ວ່າ ເປົ້າ​ໝາຍ​ຂອງ ຣັດ​ເຊຍ ແມ່ນ​ເພື່ອ “ທຳ​ລາຍ​ພາກ​ພື້ນດອນ​ບາ​ສ​ທັງ​ໝົດ​ເທື່ອ​ລະ​ກ້າວ.”

ຜູ້​ນຳ​ຢູ​ເຄ​ຣນ ໄດ້​ຮຽກ​ຮ້ອງ​ການ​ນຳ​ສົ່ງ​ອາ​ວຸດ​ໃຫ້ໄວ​ຂຶ້ນ ເພື່ອ​ຊ່ວຍ​ເຫຼືອກອງ​ກຳ​ລັງ​ຂອງ​ທ່ານ​ໃຫ້​ມີ​ຄວາມ​ສາ​ມາດ​ເທົ່າ​ທຽມ​ກັບ​ອາ​ວຸດ​ທີ່​ມາ​ຈາກ ຣັດ​ເຊຍ.

ຜູ້​ປົກ​ຄອງ​ພາກພື້ນ ຄາກີບ ທ່ານ ໂອ​ເລ ຊີ​ເນ​ຮູບອ​ຟ ໄດ້​ກ່າວ​ໃນ​ວັນ​ພຸດ​ວານນີ້​ວ່າ ການ​ລະ​ດົມ​ຍິງ​ໃສ່​ເຂດ​ທີ່​ຢູ່​ອາ​ໄສ​ຂອງ​ ຄາ​ກີບ ຫຼື ເມືອງ​ອື່ນໆ​ໃນ​ພາກ​ພື້​ນ​ດັ່ງ​ກ່າວ​ໄດ້​ສືບ​ຕໍ່​ຢ່າງຕໍ່​ເນື່ອງ​.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG