ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບັນດາລັດຖະມົນຕີ ສະຫະພາບຢູໂຣບ ໂອ້ລົມກັນເລື້ອງ ພວກອົບພະຍົບ ກັບເທີກີ


EU Turkey Summit
please wait
Embed

No media source currently available

0:00 0:01:13 0:00

ກອງປະຊຸມສຸດຍອດ

ພວກ​ຜູ້ນຳ​ຂອງ​ສະຫະພາບ​ຢູ​ໂຣບ ຄາດ​ຫວັງ​ທີ່​ຈະ​ບັນລຸ​ຂໍ້​ຕົກລົງ
ຂັ້ນ​ສຸດ​ທ້າຍກັບ​ເທີ​ກີ ກ່ຽວ​ກັບ​ເລື້ອງ​ພວກ​ອົບ​ພະຍົບ​ ໃນ​ກອງ​
ປະຊຸມ​ສຸດ​ຍອດ 2 ມື້ ​ໃນ​ນະຄອນ Brussels ຄື​ວັນ​ພະ​ຫັດ​ມື້​ນີ້
​ແລະ​ວັນ​ສຸກ​ມື້​ອື່ນ.

​ໃນ​ລາຍການ ​ຊຶ່ງ​ຮວມທັງ​ແຜນການ​ທີ່​ເປັນ​ການ​ຖົກ​ຖຽງ​ເລື້ອງ​
ການທີ່​ຈະ​ສົ່ງ​ພວກອົບ​ພະຍົບຈຳນວນ​ຫຼາຍ​ສິບ​ພັນ​ຄົນ ກັບ​ຄືນ​
ໄປ​ຍັງ​ເທີ​ກີ ​ເພື່ອ​ຊ່ອຍ​ບັນເທົາໃນ​ການ​ຂາດ​ແຄນຊັບພະຍາກອນ
​ຂອງ​ບັນດາ​ປະ​ເທດຕ່າງໆ​ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ສະຫະ
ພາບ​ຢູ​ໂຣບນັ້ນ.

ສຳ​ຫຼັບ​ອົບ​ພະຍົບທຸກໆ​ຄົນທີ່​ບໍ່​ມີ​ໜັງ​ມື ທີ່​ທາງ​ເທີ​ກີ​ໄດ້​ຮັບ​ໄວ້​ນັ້ນ ສະຫະພາບ​ຢູ​ໂຣບ ກ່າວ​ວ່າ ຕົນ​ຈະ​ຮັບ​ອົບ​ພະຍົບຊາວຊິ​ເຣຍນຶ່ງ​ຄົນ ຈາກ​ເທີ​ກີ. ສະຫະພາບ​ຢູ​ໂຣບກ່າວ​ວ່າ ມັນ​ຈະ​ເປັນ​ການ​ຮັບ​ເອົາ​ພວກອົບ​ພະຍົບ ຈຳນວນ​ທັງ​ໝົດ​ເຖິງ 70 ພັນ​ຄົນ ທີ່​ຈະ​ເຂົ້າ​ໄປ​ຕັ້ງ​ຖິ່ນ​ຖານ​ໃໝ່​ໃນ​ຢູ​ໂຣບ ​ໃນ​ຂັ້ນ​ຕອນ​ການ​ປະຕິບັດ​ງານ​ທີ່​ກຳກັບ​ໂດຍ​ອົງການອົບ​ພະຍົບ​ສະຫະ​ປະຊາ​ຊາດ.

ພວກອາສາສະໝັກ ເປັນຜູ້ນຳພາ ພວກອົບພະຍົບແລະພວກໜີເຂົ້າເມືອງ ທີ່ອັ່ງອໍກັນ ໃນຝັ່ງທະເລ Aegean ຈາກເທີກີ ໄປຍັງເກາະ Lesbos ຂອງກຣິກ, 19 ກຸມພາ, 2016.
ພວກອາສາສະໝັກ ເປັນຜູ້ນຳພາ ພວກອົບພະຍົບແລະພວກໜີເຂົ້າເມືອງ ທີ່ອັ່ງອໍກັນ ໃນຝັ່ງທະເລ Aegean ຈາກເທີກີ ໄປຍັງເກາະ Lesbos ຂອງກຣິກ, 19 ກຸມພາ, 2016.

ຮ່າງ​ຖະ​ແຫລ​ງການຮ່ວມຂອງ​ຂໍ້​ຕົກລົງນີ້ ຮຽກຮ້ອງ​ໃຫ້​ມີ​ “ການເອົາ​ມາດ​ຕະການ​ພິ​ເສດ​ແບບ​ຊົ່ວຄາວ” ທີ່​ຈຳ​ເປັນ ​ເພື່ອ​ຊ່ອຍບັນ​ເທົາ​ຄວາມ​ທຸກ​ທໍ​ລະ​ມານ​ຂອງມະນຸດ ​ແລະເພື່ອ​ຟື້ນຟູ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຄືນ​.

​ແຕ່​ວ່າ​ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ ​ແມ່ນ​ຍັງ​ເປັນຫ່ວງ​ເປັນໃຍກ່ຽວ​ກັບ​ມາດ​ຕະການ​ຂອງ​ເທີ​ກີ ສຳຫລັບ​ພວກ​ຂໍ​ຫຼີ້​ໄພ​ທາງ​ການ​ເມືອງ​ ຮວມ​ທັງ​ການ​ປາບ​ປາມຫວ່າງໝໍ່ໆ​ມາ​ນີ້ ຕໍ່​ສື່ມວນ​ຊົນ
​ແລະ​ບັນຫາ​ຂັດ​ແຍ້​ງທີ່​ຮຸນ​ແຮງ ກັບ​ພວກ​ກະບົດເ​ທີ​ກີ.

​ແຕ່​ວ່າ ຫຼາຍ​ປະ​ເທດສະຫະພາບ​ຢູ​ໂຣບ​ຍັງ​ຂໍ​ສະຫງວນ​ທ່າ​ທີ​ກ່ຽວ​ກັບ​ຂໍ້​ຕົກລົງນີ້ ຫຼື​ບໍ່ ກໍ​ຈະໃຊ້​ເປັນ​ເຄື່ອງ​ຕໍ່​ລອງ ​ເພື່ອ​ຫາ​ທາງ​ແກ້​ໄຂ​ບັນຫາ​ອື່ນ​ໆ.

Cyprus ກ່າວ​ວ່າ ຕົນ​ຈະ​ບໍ່​ລົງ​ນາມ​ໃນ​ຂໍ້​ຕົກລົງ​ດັ່ງກ່າວ ຈົນ​ກວ່າ​ວ່າ​ເທີ​ກີ ​ຮັບຮູ້​ລັດຖະບານ
​ທີ່​ໄດ້​ໜຸນຫຼັງ​ໂດຍກຣີສວ່າ ​ເປັນ​ປະ​ເທດ​ທີ່​ມີ​ອະທິປະ​ໄຕ. ຮັງ​ກາຣີ ປະຕິ​ເສດ​ທີ່ຈະບໍ່​ຮັບ​ເອົາ
ພວກ​ອົບ​ພະຍົບ​ໃດ​ໆທັງ​ສິ້ນ​ຈາກ​ເທີ​ກີ ຊຶ່ງອ້າງ​ວ່າ ນີ້​ຈະ​ເປັນ​ການ​ຊຸກຍູ້ໃຫ້​ພວກ​ອົບ​ພະຍົບ ອື່ນໆ​ພາກັນ​ຫຼັ່ງ​ໄຫຼ​ເຂົ້າ​ມາ​ເລື້ອຍໆ.

​ແລະ​ແຜນການ​ທີ່​ຈະ​ໃຫ້​ລາງວັນ​ຕໍ່​ເທີ​ກີ ດ້ວຍ​ການເອົາ​ບາດກ້າວ​ໄປ​ສູ່​ການ​ເປັນ​ສະມາຊິກ
ໃນສະຫະພາບ​ຢູ​ໂຣບ ​ທີ່​ຮວມທັງ ​ການ​ເດີນທາງ​ແບບ​ບໍ່ການ​ຈຳກັດ​ຂອງ​ພວກ​ຊາວ​ເທີ​ກີ
ເຂົ້າ​ໄປ​ໃນ​ເຂດ Schengen ທີ່​ມີ​ບໍ່​ມີຊາຍ​ແດນ. ຝຣັ່ງ ​ແລະ​ຫຼາຍໆ​ປະ​ເທດສະຫະພາບ
​ຢູ​ໂຣບ ຄັດ​ຄ້ານ​ຕໍ່​ມາດ​ຕະການ​ດັ່ງກ່າວ​ນີ້.

XS
SM
MD
LG