ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບັນດາຜູ້ນຳ ສະຫະພາບຢູໂຣບ ພິຈາລະນາ ການປະຕິຮູບ ລະບົບຄົນເຂົ້າເມືອງ ໃໝ່


ຄົນເຂົ້າເມືອງຄົນນຶ່ງ ກຳລັງຊ່ວຍຄົນເຂົ້າເມືອງ ອີກຜູ້ນຶ່ງ ທີ່ມາຈາກ ກາເມຣຸນ ທີ່ເດີນທາງໄປກຣິສ ທີ 28, ກຸມພາ 2015.
ຄົນເຂົ້າເມືອງຄົນນຶ່ງ ກຳລັງຊ່ວຍຄົນເຂົ້າເມືອງ ອີກຜູ້ນຶ່ງ ທີ່ມາຈາກ ກາເມຣຸນ ທີ່ເດີນທາງໄປກຣິສ ທີ 28, ກຸມພາ 2015.

ບັນດາ​ຜູ້ນຳ​ສະຫະ​ພາບ​ຢູ​ໂຣບ ກຳລັງພິຈາລະນາການ​ປະຕິ​ຮູບ ເພື່ອຫາທາງແກ້ໄຂ
ເລື້ອງ​ຄົນ​ເຂົ້າ​ເມືອງ ໃນ​ຂະນະ​ທີ່​ເຂົາ​ເຈົ້າ​ເລີ້ມ​ກອງ​ປະຊຸມ​ສຸດ​ຍອດ​ໃນ​ວັນ​ພະຫັດ​ມື້​ນີ້
​ເປັນ​ເວລາ​ສອງ​ວັນ.

ການ​ເດີ​ນທາງໄປ​ເຖິງ​ທະວີບຢູໂຣບ ​ໄດ້​ຫລຸດ​ລົງ​ຢ່າ​ຫຼວງ​ຫຼາຍ​ນັບ​ແຕ່ວິ​ກິດ​ການ ​ປີ
2015 ເປັນຕົ້ນມາ ທີ່​ໄດ້ເຮັດ​ໃຫ້​ມີ​ການ​ແຕກ​ແຍກ​ກັນຢ່າງຮຸນແຮງລະຫວ່າງສະມາ
ຊິກ28 ປະ​ເທດຂອງກຸ່ມດັ່ງກ່າວ ກ່ຽວ​ກັບ​ວ່າ​ເຂົາ​ເຈົ້າ​ຄວນຈະຮັບມືແບບ ໃດ. ບາງ​
ປະ​ເທດໄດ້​ຊຸກຍູ້ນະໂຍບາຍເປີດ​ກວ້າງຫຼາ​ຍຂຶ້ນ​ ​ໃນ​ຂະນະ​ທີ່​ປະ​ເທ​ດ ອື່ນໆ​ສ້າງ​ສິ່ງ​
ກີດ​ຂວາງຕ່າງໆ ​ເພື່ອ​ປ້ອງກັນ​ບໍ່ໃຫ້ພວກ​ທີ່​ເດີນທາງໄປເຖິງຢູ​ໂຣບ ​ຂ້າມ​ຊາຍ​ແດນ​ເຂົ້າໄປໃນປະເທດຂອງ​ເຂົາ​ເຈົ້າ.

ສະຫະພາບ​ຢູ​ໂຣບກ່າວວ່າ ​ໃນ​ປີ 2015 ​ໄດ້​ມີ​ຫຼາຍ​ກວ່າ 1 ລ້ານ 8 ​ແສນ​ຄົນຂ້າມ​ຊາຍ
​ແດນແບບ​ຜິດ​ກົດໝາຍ ​ເຂົ້າ​ໄປສູ່​ບັນດາ​ສະມາຊິກ​ປະ​ເທດ​ຕ່າງ​ໆ. ປະທານ​ສະຫະ​ພາບ
​ຢູ​ໂຣບ ທ່ານ​ດໍ​ໂນ​ລ ທັສຄ໌ ​ໄດ້​ຂຽນລົງ​ຢູ່​ໃນ​ໜັງສື​ກ່ອນ​ກອງ​ປະ ຊຸມ​ສຸດຍອດວ່າ ​ການ​
ຂ້າມ​ຊາຍ​ແດນ​ແບບ​ຜິດ​ກົດໝາຍ​ໄດ້​ຫລຸດ​ລົງ 96 ​ເປີ​ເຊັນ ນັບ​ແຕ່​ເວລາ​ທີ່ມີຈຳນວນ
​ສູງສຸດ.

ນະ​ໂຍບາຍຕ່າງໆທີ່​ໄດ້​ມີການປະຕິບັດກັນ​ແລ້ວ​ໄດ້​ຊ່ວຍ​ເຮັດໃຫ້​ຈຳນວນ​ດັ່ງ​ກ່າວ​
ຫລຸດລົງ ທີ່​ເຫັນ​ໄດ້​ຈາກ​ຂໍ້​ຕົກລົງ​ກັບ​ເທີ​ກີ​ເພື່ອ​ໃຫ້​ລັດຖະບານ​ເທີ​ກີ​ຊ່ວຍ​ຕັດ​ເສັ້ນ
ທາງ​ຄົນ​ເຂົ້າ​ເມືອງ ​ແລະ​ຮັບ​ເອົາ​ພວກ​ທີ່ໄດ້​ເດີນທາງ​ຈາກ​ເທີ​ກີ​ ເຂົ້າໄປ​ໃນກຣິສ.
ສະຫະພາບຢູ​ໂຣບຍັງ​ໄດ້​ເລີ້ມ​ເຮັດ​ວຽກ​ເພື່ອ​ແກ້ໄຂບັນຫາຮາກເຫງົ້າຂອງ​ສາ​ເຫດ​
ທີ່​ຊຸກຍູ້​ໃຫ້ຜູ້​ຄົນຫລົບ​ໜີ​ອອກ​ຈາກ​ປະ​ເທດ​ຂອງ​ເຂົາ​ເຈົ້າ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG