ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະພາບ​ຢູ​ໂຣບ ​ເປີດ​ກວ້າງ ສຳ​ຫລັບ​ ການ​ນຳ​ເຂົ້າ ສິນຄ້າ​​ ໄມ້ສຳ​ເລັດ​ຮູບ​ ຈາກ​ລາວ


ສິນຄ້າ ປະ​ເພດ​ໄມ້​ສຳ​ເລັດ​ຮູບ ຫຼື Furniture ຂອງລາວ.
ສິນຄ້າ ປະ​ເພດ​ໄມ້​ສຳ​ເລັດ​ຮູບ ຫຼື Furniture ຂອງລາວ.

ຕະຫລາດ​ໃນ​ສະຫະພາບ​ຢູ​ໂຣບ​ເປີດ​ກວ້າງ ສຳ​ຫລັບ​ການ​ນຳ​ເຂົ້າ
ສິນຄ້າ​ປະ​ເພດ​ໄມ້ ສຳ​ເລັດ​ຮູບ​ຈາກ​ລາວ ​ໃຫ້ຫຼາຍຂຶ້ນ ​ໂດຍ​ມີ​ເງື່ອນ
​ໄຂ​ວ່າ ຜະລິດ​ຕະພັນ​ໄມ້​ຈາກ​ລາວ ຈະ​ຕ້ອງ​ໄດ້​ມາດຕະຖານ​ສາກົນ
​ໃນ​ທຸກໆ​ດ້ານ.

ທ່ານ Ramon Bruesseler ປະທານ​ສະພາ​ອຸດສາຫະກຳ ​ແ​ລະກາ​ນຄ້າ​ສະຫະພາບ​ຢູ​ໂຣບ ປະຈຳ​ລາວ ຖະ​ແຫລ​ງຢືນຢັນ​ວ່າ ຕະຫລາດ​ໃນ​ສະຫະພາບ​ຢູ​ໂຣບ ​ໄດ້​ເປີດ​ກວ້າງ​ສຳ​ຫລັບ​ການ​ນຳ​ເຂົ້າສິນຄ້າ ປະ​ເພດ​ໄມ້​ສຳ​ເລັດ​ຮູບ ຫຼື Furniture ຈາກ​ລາວ​ແລ້ວ ​ໃນ​ຂະນະ​ນີ້ ​ໂດຍ​ມີ​ເງື່ອນ​ໄຂ​ວ່າ ຜະລິດ​ຕະພັນ​ໄມ້​ຂອງ​ລາວ ຕ້ອງ​ມີ​ຄຸນ​ນະພາ​ບດີ ​ແລະ ຜະລິດ​ຕາມ​ຫລັກມາດຕະຖານ​ສາກົນ​ຢ່າງ​ຄົບ​ຖ້ວນ.

​ໂດຍ​ໃນ​ປັດຈຸບັນ ຜະລິດ​ຕະພັນ​ໄມ້​ສຳ​ເລັດ​ຮູບ ​ໃນ​ຕະຫລາດ​ສະຫະພາບ​ຢູ​ໂຣບ ມີ​ມູນ​ຄ່າ​ລວມ​ເຖິງ 23 ຕື້ໂດ​ລາ ຫຼື ຫຼາຍກວ່າ 188,197 ຕື້​ກີບ ​ໃນ​ແຕ່ລະ​ປີ ຊຶ່ງ​ໃນ​ນີ້​ຄິດ​ເປັນ​ສັດສ່ວນ​ລະຫວ່າງ 15 ​ເປີ​ເຊັນ ຫາ 20 ​ເປີ​ເຊັນ ທີ່​ເປັນ​ການ​ນຳ​ເຂົ້າຜະລິດ​ຕະພັນ​ ໄມ້ສຳ​ເລັດ​ຮູບ ​ຈາກ​ຕ່າງປະ​ເທດ ກໍ​ຄື​ສ່ວນ​ແບ່ງ​ຕະຫລາດທີ່​ຜະລິດ​ຕະພັນ​ໄມ້​ສຳ​ເລັດ​ຮູບ ຈາກ​ລາວ​ມີ​ໂອກາດ​ທີ່​ຈະ​ແຂ່ງຂັນ​ກັບ​ສິນຄ້າ ປະ​ເພດ​ດຽວ​ຈາກ​ປະ​ເທ​ດອື່ນໆ​ນັ້ນ​ເອງ.

ການ​ລັກລອບ​ຕັດ​ໄມ້ ​ໃນ​ແຜນການ​ປີ 2013-2014 ມີ​ປະລິມານ​ຫຼາຍກວ່າ 1 ລ້ານແມັດ​ກ້ອນ ​ໂດຍ​ເຂດ​ທີ່​ລັກລອບຫຼາຍທີ່​ສຸດ ຄື​ເຂດຊາຍ​ແດນລາວ​ກັບ​ຫວຽດນາມ ຈີນ ​ແລະ ​ໄທ ຕາມ​ລຳດັບ.
ການ​ລັກລອບ​ຕັດ​ໄມ້ ​ໃນ​ແຜນການ​ປີ 2013-2014 ມີ​ປະລິມານ​ຫຼາຍກວ່າ 1 ລ້ານແມັດ​ກ້ອນ ​ໂດຍ​ເຂດ​ທີ່​ລັກລອບຫຼາຍທີ່​ສຸດ ຄື​ເຂດຊາຍ​ແດນລາວ​ກັບ​ຫວຽດນາມ ຈີນ ​ແລະ ​ໄທ ຕາມ​ລຳດັບ.

ທາງ​ດ້ານ​ທ່ານ Michel Goffin ຜູ້​ຕ່າງ​ໜ້າ​ຂອງ​ສະຫະພາບ​ຢູ​ໂຣບ (EU) ປະຈຳ​ລາວ ຖະ​ແຫລ​ງຢືນຢັນ​ວ່າ EU ມີ​ນະ​ໂຍບາຍ​ເປີດ​ຕະຫລາດ ​ເພື່ອ​ຮອງ​ຮັບ​ຜະລິດ​ຕະພັນ​ໄມ້​ສຳ​ເລັດ​ຮູບ ຈາກ​ຜູ້​ຜະລິດ​ໃນ​ລາວ ​ໃຫ້ຫຼາຍຂຶ້ນຢ່າງ​ຕໍ່​ເນື່ອງ ຫາກ​ແຕ່​ວ່າ ການ​ທີ່​ຜູ້​ຜະລິດ​ໃນ​ລາວ ຈະ​ສາມາດ​ສົ່ງ​ຜະລິດ​ຕະພັນ​ໄມ້​ສຳ​ເລັດ​ຮູບ​ໄປ EU ​ໄດ້ຢ່າງ​ແທ້​ຈິງ​ນັ້ນ ກໍ​ຈະ​ຕ້ອງ​ປະຕິບັດ​ຕາມ​ກົດ​ລະບຽບຂອງ EU ​ໄດ້​ຢ່າງ​ຄົບ​ຖ້ວນ​ດ້ວຍ​ເຊັ່ນ​ກັນ.

​ໂດຍ​ທີ່​ສຳຄັນ​ກໍ​ຄື​ຜູ້​ຜະລິດ​ໃນ​ລາວ ຈະ​ຕ້ອງ​ມີ​ຫລັກ​ຖານ​ທີ່​ຢັ້ງຢືນ​ໄດ້​ຢ່າງ​ຄັກ​ແນ່​ວ່າ ​ໄມ້​ທີ່​ນຳ​ໃຊ້​ເປັນ​ວັດ​ຖຸດິບ​ໃນ​ການ​ແປ​ຮູບ​ນັ້ນ ​ເປັນ​ໄມ້​ທີ່​ໄດ້​ມາ​ຢ່າງ​ຖືກຕ້ອງ​ຕາມ​ກົດໝາຍ ຊຶ່ງ​ກໍ​ຄື​ໄມ້​ທີ່​ຕັດ​ມາ​ຈາກ​ພື້ນ​ທີ່​ສຳ​ປະທານ ທີ່​ໄດ້​ຮັບ​ອະ​ນຸຍາດ ຈາກ​ລັດຖະບານ​ລາວ​ຢ່າງ​ຖືກຕ້ອງ ​ແລະ ພ້ອມ​ກັນນັ້ນ ຜະລິດ ​ຕະພັນໄມ້​ທີ່​ຜູ້​ຜະລິດ​ໃນ​ລາວ ຈະ​ສົ່ງ​ໄປ​ຍັງ​ຕະຫລາດ​ໃນ EU ກໍ​ຍັງ​ຈະ​ຕ້ອງ​ມີ​ມາດຕະຖານ​ສາກົນ​ທັງ​ໃນ​ ດ້ານ​ເທັກ​ນິກການ​ຜະລິດ ​ແລະ ການ​ນຳ​ໃຊ້​ແຮງ​ງານ​ອີກ​ດ້ວຍ.

​ແຕ່​ຢ່າງ​ໃດ​ກໍ​ຕາມ ການ​ທີ່​ຜູ້​ຜະລິດ​ໃນ​ລາວ ຈະ​ສາມາດດປະຕິບັດ​ໄດ້​ຕາມ​ເງື່ອນ​ໄຂ​ດັ່ງ​ກ່າວ​ນີ້ ຂອງ EU ກໍ​ບໍ່​ແມ່ນ​ເລື້ອງ​ງ່າຍ ​ເນື່ອງ​ຈາກ​ການ​ບໍລິຫານ​ງານ​ດ້ານ​ປ່າ​ໄມ້​ໃນ​ລາວ ຍັງ​ຂາດ​ຄວາມ​ຊັດ​ເຈນ ​ແລະ​ຂັດ​ແຍ້​ງກັບ​ເປົ້າໝາຍ​ທີ່​ຈະ​ເພີ້​ມຄວາມ​ໜາ​ແໜ້ນ​ຂອງ​ປ່າ​ໄມ້​ໃນ​ລາວໃຫ້ຫຼາຍຂຶ້ນ ອີກ​ດ້ວຍ ດັ່ງ​ທີ່​ທ່ານ​ດວງ​ດີ ອຸດທະ​ຈັກ ສະມາຊິກ​ສະພາ​ແຫ່ງ​ຊາດ​ລາວ ​ໄດ້​ໃຫ້ການ​ຢືນຢັນ​ວ່າ:

“ກະ​ແມ່ນ​ວ່າ ປະຊາຊົນ​ຂັດຂ້ອງ​ວ່າ ​ເປັນ​ແນວ​ໃດ ອັນ​ລັດຖະບານ​ນີ້ ຄື​ຈັ່ງ​ວ່າ​ປ້ອຍ​ໃຫ້​ຂຸດ​ຄົ້ນ​ໄມ້ຫຼາຍ​ແທ້ ຂົນ​ໝົດ​ມື້​ໝົດ​ຄືນ ຈັກ​ໄປ​ທາງ​ເລກ 7 ​ໄປ​ທາງນ້ຳກັ້ນ ​ໄປ​ທາງ​ເລກ 12 ​ໄປ​ທາງ​ເລກ 9 ​ແລະ​ວ່າ ​ເລື້ອງ​ນີ້​ຜູ້​ແທນຫຼວງນ້ຳທາ ກະ​ວ່າ ​ໄປ​ທາງ​ພຸ້ນ​ອີກ.”

ທາງ​ດ້ານ ​ທ່ານ​ທອງ​ສິງ ທຳ​ມະ​ວົງ ນາຍົກລັດຖະມົນຕີລາວ ຍອມຮັບ​ວ່າ ​ໃນ​ປັດຈຸບັນ​ຍັງ​ມີ​ການ​ລັກລອບ​ຕັດ​ໄມ້​ ໂດຍ​ຜິດ​ກົດໝາຍ​ເກີດ​ຂຶ້ນ ຢ່າງ​ກວ້າງຂວາງ ​ໃນ​ທົ່ວ​ປະ​ເທດ ​ໂດຍ​ເງື່ອນ​ໄຂ​ທີ່​ສຳຄັນ​ທີ່​ເຮັດ​ໃຫ້​ສະພາບ​ການ​ດັ່ງກ່າວ ສາມາດ​ເກີດ​ຂຶ້ນ​ໄດ້ ກໍ​ຄື​ການ​ປະຕິບັດ​ໜ້າ​ທີ່ ​ຢ່າງ​ບໍ່​ຖືກຕ້ອງ​ຕາມ​ກົດໝາຍ ຂອງ​ບັນດາ​ພະນັກງານ​ລັດຖະບານ ​ໃນ​ທຸກ​ລະດັບຊັ້ນ ດັ່ງ​ທີ່​ທ່ານ​ໄດ້​ໃຫ້ການ​ຊີ້​ແຈງວ່າ:

“​ເລື້ອງ​ການ​ຕັດ​ໄມ້ ມີ​ນະ​ໂຍບາຍ​ໃຫ້​ຍຸດຕິ​ການ​ຕັດ​ໄມ້​ນີ້ ​ແມ່ນ​ໄດ້​ອອກ​ມາ​ດົນ​ແລ້ວ ຂ້າພະ​ເຈົ້າ​ເປັນ​ກຳມະການ​ສູນ​ກາງ​ນີ້ ກະ​ຫ້າ​ຫົກ​ສະ​ໄໝ​ແລ້ວ ​ແລະ ກະ​ໄດ້​ຍິນ​ສະ​ໄໝ​ໃດ ກະ​ເວົ້າກັນ ກໍ​ໄດ້​ປຶກສາ​ຫາລື ​ເວົ້າ​ເລື້ອງ​ການ​ຍຸດຕິ ການ​ຖາງ​ປ່າ​ເຮັດ​ໄຮ່​ ຍຸດຕິ​ການ​ຕັດ​ໄມ້ ​ແຕ່​ວ່າ ບໍ່​ມີ​ເວລາ​ໃດ​ຍຸດຕິ​ໄດ້.”

ຍິ່ງ​ໄປ​ກວ່າ​ນັ້ນ ການ​ລັກລອບ​ຕັດ​ໄມ້ ​ໃນ​ແຜນການ​ປີ 2013-2014 ມີ​ປະລິມານ​ຫຼາຍກວ່າ 1 ລ້ານແມັດ​ກ້ອນ ​ໂດຍ​ເຂດ​ທີ່​ລັກລອບຫຼາຍທີ່​ສຸດ ຄື​ເຂດຊາຍ​ແດນລາວ​ກັບ​ຫວຽດນາມ ຈີນ ​ແລະ ​ໄທ ຕາມ​ລຳດັບ.

XS
SM
MD
LG