ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະພາບ​ຢູ​ໂຣບ ຈະຕອບໂຕ້ ຕໍ່ການທີ່ ກໍາປູເຈຍ ຈະຍຸບ ພັກຝ່າຍຄ້ານ


ໃນກອງປະຊຸມຖະແຫລງຂ່າວ ທີ່ນະຄອນ Berlin ທ່ານນາງ Barbara Lochbihler ຮອງ​ປະທານ​ອະນຸ​ກໍາມະການ​​ດ້ານ​ສິດທິ​ມະນຸດຂອງ EU ເວົ້າວ່າ EU ຕ້ອງໄດ້ທໍາການຕອບໂຕ້ ຢ່າງວ່ອງໄວ ຕໍ່ການທີ່ກໍາປູເຈຍ ພະຍາຍາມຍຸບ​ພັກ​ພັກຝ່າ​ຍຄ້ານ​ ໃຫຍ່ທີ່ສຸດ​ຂອງ​ປະ​ເທດ​ດັ່ງກ່າວ.
ໃນກອງປະຊຸມຖະແຫລງຂ່າວ ທີ່ນະຄອນ Berlin ທ່ານນາງ Barbara Lochbihler ຮອງ​ປະທານ​ອະນຸ​ກໍາມະການ​​ດ້ານ​ສິດທິ​ມະນຸດຂອງ EU ເວົ້າວ່າ EU ຕ້ອງໄດ້ທໍາການຕອບໂຕ້ ຢ່າງວ່ອງໄວ ຕໍ່ການທີ່ກໍາປູເຈຍ ພະຍາຍາມຍຸບ​ພັກ​ພັກຝ່າ​ຍຄ້ານ​ ໃຫຍ່ທີ່ສຸດ​ຂອງ​ປະ​ເທດ​ດັ່ງກ່າວ.

ຮອງ​ປະທານ​ອະນຸ​ກໍາມະການດ້ານ​ສິດທິ​ມະນຸດ ​ຂອງ​ສະຫະພາບ​ຢູ​ໂຣບ ຫລື EU
ກ່າວ​ວ່າ ສະຫະພາບ​ຢູໂຣບ ຕ້ອງ​ໄດ້​ສະແດງ​ທ່າ​ທີ​ຢ່າງໜັກ​ແໜ້ນ "​ໃນ​ໄວໆນີ້" ເພື່ອ
ເປັນການຕອບໂຕ້ຕໍ່ສິ່ງ​ທີ່​ທ່ານ​ນາງ​ໃຫ້​ທັດສະນະ​ວ່າ ການເຄື່ອນໄຫວຂອງລັດຖະບານ​
ກໍາປູ​ເຈຍ​ເພື່ອຍຸບ​ພັກ​ພັກຝ່າ​ຍຄ້ານ​ໃຫຍ່ທີ່ສຸດ​ຂອງ​ປະ​ເທດ​ດັ່ງກ່າວ.

ຄໍາ​ເຫັນ​ຂອງ​ທ່ານ​ນາງ Barbara Lochbihler ສະມາຊິກ​ລັດຖະສະພາ​ຂອງ EU ​ໄດ້
​ຖະ​ແຫລ​ງອອກ​ມາ ​ໃນ​ຂະນະ​ທີ່​ສະ​ວີ​ເດັນ​ເວົ້າ​ໃນ​ວັນ​ພະ​ຫັດ​ວານ​ນີ້ວ່າ ປະ​ເທດ​ດັ່ງກ່າວ
​ຈະ​ເບິ່ງ​ຄືນ​ການ​ພົວພັນ​ກັບ​ກໍາປູ​ເຈຍ ຖ້າ​ຫາກ​ວ່າ​ລັດຖະບານ​ປະ​ເທດ​ນັ້ນ ດໍາ​ເນີນການ
​ໄປ​ຕາມ​ທິດ​ທາງ​ເຄື່ອນ​ໄຫວເພື່ອ​ຍຸບພັກກູ້​ຊາດ ຫລື CNRP ຊຶ່ງ​ເປັນ​ພັກ​ຝ່າຍ​ຄ້ານ​
ຂອງ​ກໍາ​ປູ​ເຈຍ.

ທ່ານ​ນາງ Lochbihler ກ່າວ​ຕໍ່ວີ​ໂອ​ເອວ່າ ການ​ລົງ​ໂທດ​ແມ່ນ​ຢູ່​ໃນ​ເປົ້າໝາຍ ຫລື ​ແມ່ນ
ກະທັ້ງການ​ຢຸດໃຫ້​ສິດທິ​ພິ​ເສດ​ໃນ​ການເຂົ້າ​ເຖິງ​ຕະຫລາດ​ສິນຄ້າ​ຂາ​ອອກ​ໃຫຍ່​ທີ່​ສຸດ
​ຂອງ​ກໍ​ປູ​ເຈຍ ​ແມ່ນ​ທາງ​ເລືອກ​ຈໍານວນ​ນຶ່ງ ​ໃນ​ບັນດາ​ທາງ​ເລືອກ​ທີ່​ສະຫະພາບ ​ຕ້ອງ​ໄດ້​
ນໍາ​ມາ​ພິຈາລະນາ ດຽວນີ້.

ທ່ານ​ນາງ​ກ່າວອີກ​ວ່າ "ຢູ່​ໃນ​ກໍາປູ​ເຈຍ ​ເຂົາ​ເຈົ້າອາດ​ຈະ​ເວົ້າວ່າ 'ຕົກລົງ’, ​ເອີ່ ​ພວກ​ເຮົາ​ມີ​ການສະໜັບສະໜຸນຈາກ​ລັດຖະບານ​ຈີນ​ຢູ່​ແລ້ວ ເປັນ​ຫຍັງພວກ​ເຮົາ​ຈຶ່ງຈະ​ໄປ​ສົນໃຈ​ຕໍ່
EU ?'" "​ແຕ່​ແລ້ວ ຖ້າ​ຫາກ​ວ່າເຮົາ​ເບິ່ງ​ຢ່າງ​ຄັກ​ແນ່​ແລ້ວ ພວກ​ເຮົາ​ສາມາດ​ເຫັນໄດ້ວ່າ
EU ​ແມ່ນ​ເປັນ​ຕະຫລາດ​ໃຫຍ່​ສຸດ​ ສໍາ​ລັບ​ສິນຄ້າ​ຂອງຂາ​ອອກ​ຂອງ​ກໍ​ປູ​ເຈຍ. ສະນັ້ນ
ຂ້າພະ​ເຈົ້າຄິດ​ວ່າ ພວກ​ເຂົາ​ເຈົ້າ​ໄດ້​ເອົາ​ບັນຫານີ້​ໄປ​ພິຈາລະນາ ​ແລະ​ໃນ​ນາມ​ສ່ວນ​ຕົວ
​ແລ້ວ ຂ້າພະ​ເຈົ້າຄິດ​ວ່າ ສະຫະພາບ​ຢູ​ໂຣບຈະກ້າວ​ໄປ​ອີກ​ຂັ້ນນຶ່ງ ແລະທຳການລົງໂທດ
ຢ່າງເປັນການສະເພາະໃສ່ເປົ້າໝາຍທີ່ເປັນສ່ວນບຸກຄົນໃນລັດຖະບານ, ລັດຖະບານ ແລະຜູ້ຕາງໜ້າລັດຖະບານແມ່ນມີຄວາມສຳຄັນຕໍ່ເລື່ອງນີ້.

ກຳປູເຈຍສົ່ງອອກຜະລິດຕະພັນໄປຍັງສະຫະພາບຢູໂຣບ ໃນມູນຄ່າຫຼາຍກວ່າ 5 ຕື້
ໂດລາໃນປີ 2016 ທີ່ໃຫ້ຖານະພິເສດໃນການເຂົ້າເຖິງຕະຫລາດຂອງຕົນ​ພາຍໃຕ້
ໂຄງການຮັບເອົາທຸກໆຢ່າງຍົກເວັ້ນອາວຸດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG