ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີຢູ ວາງມາດຕະການລົງໂທດ ຕໍ່ ກຸ່ມຕາລີບານ ເຈົ້າໜ້າທີ່ຂອງຣັດເຊຍ ແລະ ອີຣ່ານ ຍ້ອນການລະເມີດສິດພວກແມ່ຍິງ


ແຟ້ມພາບ - ຄວັນດຳປາກົດວ່າ ຜຸ່ງຂຶ້ນຈາກຄຸກກາຣຈັກ ໃກ້ກັບເຕຣານ ຂອງອີຣ່ານ, ໃນພາບນີ້, ໄດ້ຖືກເຜີຍແຜ່ໃນທາງອອນໄລນ໌ ໂດຍທ່ານ ມາຈຊູບານ ນົວຣ ຂອງອົງການຂ່າວ ເດີວິສ ອີຣ່ານ ໃນວັນທີ 8 ກຸມພາ 2019.
ແຟ້ມພາບ - ຄວັນດຳປາກົດວ່າ ຜຸ່ງຂຶ້ນຈາກຄຸກກາຣຈັກ ໃກ້ກັບເຕຣານ ຂອງອີຣ່ານ, ໃນພາບນີ້, ໄດ້ຖືກເຜີຍແຜ່ໃນທາງອອນໄລນ໌ ໂດຍທ່ານ ມາຈຊູບານ ນົວຣ ຂອງອົງການຂ່າວ ເດີວິສ ອີຣ່ານ ໃນວັນທີ 8 ກຸມພາ 2019.

ສະຫະພາບຢູໂຣບ ຫຼື ອີຢູ ໃນວັນອັງຄານວານນີ ໄດ້ວາງມາດຕະການລົງໂທດຕໍ່ເກົ້າຄົນ ທີ່ລວມມີ ສະມາຊິກລັດຖະບານອະວຸໂສ ຂອງກຸ່ມຕາລີບານສອງຄົນ ເຈົ້າໜ້າທີ່ທະຫານ ແລະຕຳຫຼວດ ຂອງຣັດເຊຍ ພ້ອມທັງສະຖານທີ່ກັກຂັງນັກ ໂທດຂອງອີຣ່ານ ໂດຍກ່າວຫາພວກຄົນເຫຼົ່ານັ້ນ ເຊື່ອມໂຍງກັບການລະເມີດສິດ ແລະການລະເມີດທາງເພດຕໍ່ພວກແມ່ຍິງ.

“ພວກເຮົາພະຍາຍາມເສີມຂະຫຍາຍໃນການຕໍ່ຕ້ານຄວາມຮຸນແຮງທາງເພດ ແລະຄວາມຮຸນແຮງຕໍ່ບຸກຄົນໃນພື້ນຖານຂອງເພດ, ເພື່ອຮັບປະກັນວ່າ ພວກຜູ້ທີ່ລະເມີດ ແມ່ນຖືກນຳມາຮັບຜິດຊອບຢ່າງເຕັມສ່ວນສຳລັບການກະທຳຂອງພວກເຂົາ ແລະເພື່ອຕໍ່ຕ້ານການຍົກເວັ້ນໂທດ” ນັ້ນແມ່ນຄຳເວົ້າຂອງຫົວໜ້າດ້ານນະໂຍບາຍຕ່າງປະເທດຂອງອີຢູູ ທ່ານໂຈເຊັບ ​ບໍແຣລ ທີ່ໄດ້ກ່າວ. ການປະກາດດັ່ງກ່າວມີຂຶ້ນໃນມື້ກ່ອນວັນແມ່ຍິງສາກົນ.

ການເຄື່ອນໄຫວຂອງ ອີຢູ ຈະເຫັນໄດ້ວ່າ ຊັບສິນຂອງພວກເກົ້າຄົນ ທີ່ໄດ້ຖືກ ມາດຕະການລົງໂທດ ຈະຖືກກັກໄວ້ ແລະຖືກຫ້າມການເດີນທາງ ແລະກັກຊັບສິນຢູ່ທີ່ຄຸກ ກາຣຈັກ (Qarchak) ຊຶ່ງເປັນນຶ່ງໃນສະຖານທີ່ກັກຂັງສຳລັບພວກແມ່ຍິງຂອງລະບອບການປົກຄອງອີຣ່ານ ພ້ອມດ້ວຍ ໜ່ວຍພິທັກສາທາລະນະລັດຂອງຊີເຣຍ ແລະສະຖາບັນກອງທັບບົກຂອງມຽນມາ.

ພາຍໃນຈຳພວກທີ່ຕົກເປັນເປົ້າໝາຍ ກໍມີ ຮັກສາການລັດຖະມົນຕີຂອງລັດຖະ ບານຕາລີບານສອງຄົນ ທີ່ໄດ້ຖືກກ່າວຫາໃນການອອກດຳລັດ ທີ່ຈຳກັດສິດຂອງພວກແມ່ຍິງແລະເດັກຍິງ. ກຸ່ມຕາລີບານ ໄດ້ວາງມາດຕະການທີ່ຮ້າຍແຮງ ນັບຕັ້ງແຕ່ໄດ້ເຂົ້າກຳອຳນາດ ໃນເດືອນສິງຫາ 2021 ເປັນຕົ້ນມາ. ພວກເຂົາໄດ້ຫ້າມແມ່ຍິງ ບໍ່ໃຫ້ມີຊີວິດໃນສາທາລະນະ ແລະບໍ່ໃຫ້ເດັກຍິງຮ່ຳຮຽນກາຍຊັ້ນປະຖົມສຶກສາປີທີຫົກ.

ອີຢູ ຍັງໄດ້ແນເປົ້າໝາຍໃສ່ ຫົວໜ້າກົມຕຳຫຼວດຂອງມົສກູ ພັນໂທ ອາແລັກແຊນເດີ ຈອຣຈີວິຈ ແຟດໍຣີນັອບ (Alexander Georgievich Fedorinov) ແລະລູກນ້ອງຜູ້ນຶ່ງຂອງລາວ. ຜູ້ບັນຊາການຕຳຫຼວດຄົນນີ້ ຖືກກ່າວຫາໃນການອະນຸມັດ “ການຈັບກຸມແລະຄຸມຕົວຢ່າງຮວບຮັດຕັດຕອນ ພ້ອມດ້ວຍການທໍລະມານທີ່ຕິດຕາມມາ ຕໍ່ພວກແມ່ຍິງທີ່ປະທ້ວງຕໍ່ຕ້ານສົງຄາມ.”

ການວາງມະຕະການລົງໂທດດັ່ງກ່າວ ຍັງລວມທັງຜູ້ບັນຊາການທະຫານ ຂອງ ຣັດເຊຍສອງຄົນ ຊຶ່ງພວກທະຫານຂອງເຂົ້າເຈົ້າ ໄດ້ຖືກກ່າວຫາໃນການຂົ່ມຂືນ ແລະລະເມີດທາງເພດ ຢູ່ໃນຢູເຄຣນ.

ຂະນະທີ່ການປະທ້ວງຍັງສືບຕໍ່ມາຫຼາຍເດືອນ ໃນອີຣ່ານ ຍ້ອນການເສຍຊີວິດຂອງນາງມາຊາ ອາມີນີ ໃນເດືອນກັນຍາ ຫຼັງຈາກທີ່ນາງໄດ້ຖືກຈັບກຸມໂດຍຕຳຫຼວດສິນທຳຂອງປະເທດ ຊຶ່ງເປັນນຶ່ງໃນການທ້າທາຍທີ່ຮ້າຍແຮງສຸດຕໍ່ລະບອບການປົກຄອງໂດຍສາສະໜາ ນັບຕັ້ງແຕ່ການປະຕິວັດຂອງອິສລາມ ໃນປີ 1979 ຂອງປະເທດ ແລະອີຢູ ກໍແນໃສ່ ຄຸກ ກາຣຈັກ ແຫ່ງດຽວໃນແຂວງເຕຫະຣ່ານ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG