ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອັງກິດ ແລະ ສະຫະພາບຢູໂຣບ ຕົກ ເລື່ອນເວລາອອກໄປ ເປັນວັນທີ 31 ຕຸລາ ສຳລັບ ການຖອນໂຕ ຂອງອັງກິດ


ນາຍົກລັດຖະມົນຕີ ອັງກິດ ທ່ານນາງ ເທີຣີຊາ ເມ ຈັດກອງປະຊຸມຖະແຫລງຂ່າວ ຫຼັງຈາກ ກອງປະຊຸມ ສຸດຍອດ ບັນດາຜູ້ນຳ ສະຫະພາບຢູໂຣບ ເພື່ອປຶກສາຫາລື ກ່ຽວກັບ ແບຣັກຊິດ (Brexit), ໃນນະຄອນຫຼວງ ບຣັສເຊີລສ໌, ວັນທີ 11, ເມສາ 2019.
ນາຍົກລັດຖະມົນຕີ ອັງກິດ ທ່ານນາງ ເທີຣີຊາ ເມ ຈັດກອງປະຊຸມຖະແຫລງຂ່າວ ຫຼັງຈາກ ກອງປະຊຸມ ສຸດຍອດ ບັນດາຜູ້ນຳ ສະຫະພາບຢູໂຣບ ເພື່ອປຶກສາຫາລື ກ່ຽວກັບ ແບຣັກຊິດ (Brexit), ໃນນະຄອນຫຼວງ ບຣັສເຊີລສ໌, ວັນທີ 11, ເມສາ 2019.

ບັນດາຜູ້ນຳສະຫະພາບຢູໂຣບ ໄດ້ຕົກລົງເຫັນດີ ໃນວັນພະຫັດມື້ນີ້ ທີ່ຈະໃຫ້ເວລາ ແກ່
ອັງກິດ ຈົນກວ່າ ວັນທີ 31 ຕຸລາ ເພື່ອຈະທຳການຖອນໂຕອອກຈາກ ກຸ່ມເສດຖະກິດ
ໃນພາກພື້ນ.

ການເລື່ອນເວລາອອກໄປຄັ້ງຫຼ້າສຸດນີ້ ມີຂຶ້ນຫຼັງຈາກທີ່ບັນດາຜູ້ນຳຂອງອັງກິດ ບໍ່ສາ
ມາດຕົກລົງກັນໄດ້ ໃນວິທີການແຍກໂຕ ທີ່ວ່າ ຄວນຈະເກີດຂຶ້ນກ່ອນໜ້າ ວັນເສັ້ນຕາຍ
ທີ່ໄດ້ຖືກກຳນົດໄປແລ້ວ ໃນເບື້ອງຕົ້ນ ໃສ່ວັນທີ 29 ມີນາ ແລະ ໃນອີກຄັ້ງນຶ່ງທີ່ກຳນົດ
ໃສ່ວັນສຸກມື້ອື່ນນີ້.

ການເຄື່ອນໄຫວດັ່ງກ່າວ ກໍໄດ້ຕັດບັນຫາທີ່ກ່າວນັ້ນອອກໄປ ຢ່າງໜ້ອຍ ກໍໃນເວລານີ້
ຄວາມຄາດໝາຍ ໃນການຖອນໂຕອອກຈາກສະຫະພາບຢູໂຣບ ຂອງອັງກິດ ໂດຍທີ່
ບໍ່ມີແຜນການປະຕິບັດໃດໆ ກໍຈະສ້າງຄວາມບໍ່ແນ່ນອນ ໃນດ້ານເສດຖະກິດ ແລະ
ການເດີນທາງ ທີ່ຈະຕິດຕາມມາດ້ວຍນັ້ນ.

ທີມນັກເຈລະຈາຂອງນາຍົກລັດຖະມົນຕີອັງກິດ ທ່ານນາງ ເທີຣີຊາ ເມ ແລະທີມນຶ່ງ
ຈາກສະຫະພາບຢູໂຣບ ໄດ້ບັນລຸຂໍ້ຕົກລົງ ເມື່ອປີກາຍນີ້ ໂດຍໄດ້ລະບຸລາຍລະອຽດ
ຂອງຂໍ້ກຳນົດຕ່າງໆ ສຳລັບການຖອນໂຕອອກຈາກສະຫະພາບຢູໂຣບ ຫຼື ເອີ້ນກັນວ່າ
Brexit ນັ້ນ ແຕ່ສະພາຂອງອັງກິດ ກໍຈະຕ້ອງໄດ້ຮັບຮອງເອົາເສຍກ່ອນ ແລະມາເຖິງ
ເວລານີ້ ບັນດາສະມາຊິກສະພາ ໄດ້ປະຕິເສດທີ່ຈະຮັບເອົາ ສາມຄັ້ງມາແລ້ວ.

ໃນຂະນະທີ່ມີການລິເລີ້ມປຶກສາຫາລືກັນຄືນໃໝ່ອີກຄັ້ງນຶ່ງ ຢູ່ພາຍໃນ ທ່ານນາງ ເມ
ໄດ້ກ່າວວ່າ ອັງກິດຈະປະເຊີນກັບທາງເລືອກຕ່າງໆທີ່ “ໜັກໜ່ວງ” ແລະວ່າ “ໄລຍະ
ເວລາ ແມ່ນຈະແຈ້ງແລ້ວ.”

ທ່ານນາງ ເວົ້າວ່າ “ສິ່ງທີ່ການເລື່ອນເວລາອອກໄປນີ້ ອຳນວຍໃຫ້ພວກເຮົາເຮັດໄດ້
ກໍແມ່ນວ່າ ໃຫ້ທົບທວນຄືນຂັ້ນຕອນ ທີ່ພວກເຮົາໄດ້ກຳນົດຂຶ້ນມາ ເພື່ອຈະສາມາດ
ເຮັດໃຫ້ສະພາ ມີຄຳເຫັນໂດຍສ່ວນໃຫຍ່ ຕໍ່ແນວທາງທີ່ກ້າວໜ້າເພື່ອວ່າ ພວກເຮົາ
ສາມາດ ໄດ້ຮັບການອະນຸມັດຕໍ່ຂໍ້ຕົກລົງ ແລະອອກຈາກສະຫະພາບຢູໂຣບ ໄດ້.”

ມີການຫຼ້າຊ້າໃນການຕົກລົງ​ກັນ ກໍເປັນຍ້ອນ ຂໍ້ກຳນົດຈຳນວນນຶ່ງ ທີ່ກ່ຽວຂ້ອງ ກັບ
ໄລ​ຍະ​ເວ​ລາ.

ຖ້າຫາກທັງສອງຝ່າຍ ຕົກລົງເຫັນດີຮັບເອົາ ຂໍ້ກຳນົດຕ່າງໆ ທີ່ໄດ້ເຈລະຈາກັນໄປແລ້ວ
ໃນເບື້ອງຕົ້ນ ກ່ອນວັນທີ 31 ຕຸລາ ຫຼັງຈາກນັ້ນ ອັງກິດ ກໍຈະຖອນໂຕອອກຈາກ
ສະຫະພາບຢູໂຣບ ໃນວັນທຳອິດ ຂອງເດືອນຕໍ່ມາ.

ຖ້າຫາກອັງກິດ ບໍ່ເຫັນດີຮັບເອົາ ຂໍ້ຕົກລົງແຍກໂຕ ພາຍໃນວັນທີ 22 ພຶດສະພານີ້
ໃນເວລານັ້ນ ຕົນກໍຈະຕ້ອງໄດ້ເຂົ້າຮ່ວມໃນການເລືອກຕັ້ງ ສະພາຂອງ ສະຫະພາບ
ຢູໂຣບ ຫຼືບໍ່ດັ່ງນັ້ນ ການເລື່ອນເວລາດັ່ງກ່າວກໍຈະຖືກຍົກເລີກ ແລະ ການຖອນໂຕ
ແມ່ນຈະມີຂຶ້ນໃນວັນທີ 1 ເດືອນມິຖຸນາ.

ທ່ານນາງເມ ໄດ້ກ່າວວ່າ ທ່ານນາງຢາກຫາທາງອອກ“ໄວທີ່ສຸດ ເທົ່າທີ່ເປັນໄປໄດ້”
ກ່ອນວັນທີ 22 ພຶດສະພາ ຫຼາຍກວ່າ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG