ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເອກອັກຄະລັດຖະທູດ ຂອງ EU ເສຍໃຈ ກ່ຽວກັບ ການຂາດຄວາມຄືບໜ້າ ໃນການເຈລະຈາ ກ່ຽວກັບການຄ້າ ກັບ ຈີນ


ແຟ້ມພາບ - ທ່ານຮໍເຫ ໂທລີໂດ (Jorge Toledo), ເອກອັກຄະລັດຖະທູດ ຂອງສະຫະພາບຢູໂຣບ (EU) ປະຈຳ ຈີນ ກ່າວໃນລະຫວ່າງກອງປະຊຸມຖະແຫລງຂ່າວ ຢູ່ໃນນະຄອນຫຼວງປັກກິ່ງ ຂອງຈີນ, ວັນທີ 9 ພຶດສະພາ 2023.
ແຟ້ມພາບ - ທ່ານຮໍເຫ ໂທລີໂດ (Jorge Toledo), ເອກອັກຄະລັດຖະທູດ ຂອງສະຫະພາບຢູໂຣບ (EU) ປະຈຳ ຈີນ ກ່າວໃນລະຫວ່າງກອງປະຊຸມຖະແຫລງຂ່າວ ຢູ່ໃນນະຄອນຫຼວງປັກກິ່ງ ຂອງຈີນ, ວັນທີ 9 ພຶດສະພາ 2023.

ເອກອັກຄະລັດຖະທູດຂອງສະຫະພາບຢູໂຣບ (EU) ປະຈຳ ຈີນ ໄດ້ສະແດງຄວາມເສຍໃຈ ໃນວັນອາທິດວານນີ້ ກ່ຽວກັບການຂາດ “ຄວາມຄືບໜ້າທີ່ເປັນຮູບປະທຳ” ໃນການເຈລະຈາດ້ານການຄ້າກັບປັກກິ່ງ ຂະນະທີ່ບັນດາປະເທດໃນສະຫະພາບຢູໂຣບ ພວມຫາທາງທີ່ຈະຫລຸດຜ່ອນການເພິ່ງພາຍັກໃຫຍ່ຂອງເອເຊຍທາງດ້ານເສດຖະກິດ ອີງຕາມອົງການຂ່າວເອແອັຟພີ.

ຄະນະກຳມາທິການຂອງຢູໂຣບ ໄດ້ໂຈະຄວາມພະຍາຍາມຕ່າງໆຂອງຕົນເພື່ອໃຫ້ປະເທດສະມາຊິກທັງຫຼາຍ ແລະສະພາຮັບຮອງເອົາຂໍ້ຕົກລົງດ້ານການລົງທຶນ ທີ່ໄດ້ບັນລຸກັບຈີນ ເມື່ອທ້າຍປີ 2020 ຫຼັງຈາກມີການເຈລະຈາມາໄດ້ເຈັດປີ ຊຶ່ງຕິດຕາມມາດ້ວຍຄວາມເຫັນທີ່ແຕກຕ່າງກັນກ່ຽວກັບສິດທິມະນຸດຂອງຊາວມຸສລິມ ຢູ່ໃນຂົງເຂດຊິນຈຽງ.

ໂດຍຄວາມສຳພັນຊຸ​ດໂ​ຊມລົງເລື້ອຍໆ ສະຫະພາບຢູໂຣບ ຍັງໄດ້ຕັດສິນໃຈໃນເດືອນພຶດສະພາ ທີ່ຈະ “ປັບຄືນ” ທ່າທີຂອງຕົນຕໍ່ຈີນ ເພື່ອຫລຸດຜ່ອນການເພິ່ງພາທາງດ້ານເສດຖະກິດຂອງຕົນ ໃນຍາມທີ່ປັກກິ່ງ ຄາດໝາຍວ່າ ກຳລັງໃຫ້ ການສະໜັບສະໜຸນແກ່ມົສກູ ສຳລັບສົງຄາມໃນຢູເຄຣນ ຂອງຣັດເຊຍ ໂດຍບໍ່ຈຳເປັນຕ້ອງເວົ້າອອກມາ.

ເອກອັກຄະລັດຖະທູດຂອງອີຢູ ທ່ານຮໍເຫ ໂທລີໂດ (Jorge Toledo) ໄດ້ກ່າວຢູ່ທີ່ກອງປະຊຸມໃນປັກກິ່ງ ວ່າ “ຂ້າພະເຈົ້າ ເສຍໃຈທີ່ກ່າວວ່າ ພວກເຮົາມີການສົນທະນາຫາລືກັນເລື້ອງຕ່າງໆກ່ຽວກັບເສດຖະກິດ ແລະການຄ້າ ຊຶ່ງບໍ່ໄດ້ມີຄວາມຄືບໜ້າໃດໆເລີຍ ຫຼື ຢ່າງໜ້ອຍມີຄວາມຄືບໜ້າຢ່າງຫຼວງຫຼາຍ ໃນໄລຍະສີ່ປີທີ່ຜ່ານມາ.”

The European Union's ambassador to China expressed regret on Sunday over the lack of "substantial progress" with Beijing on trade talks, as EU countries seek to reduce their economic dependence on the Asian giant.

The European Commission has suspended its efforts to get member states and parliament to ratify an investment agreement reached with China at the end of 2020, after seven years of talks, following differences over human rights in the Muslim-majority region of Xinjiang.

With relations cooling, the EU also decided in May to "readjust" its position towards China to reduce its economic dependence at a time when Beijing is suspected of giving Moscow tacit support for its war in Ukraine.

"I'm sorry to say that we have a dialogue on economic (issues) and trade which has not made any progress, or at least substantial progress, in the last four years," EU Ambassador Jorge Toledo said at a forum in Beijing.

XS
SM
MD
LG