ປະທານາທິບໍດີເທີກີ ທ່ານຣີເຊັບ ຕາຍຢິບ ເອີດວານ ກຳລັງກ່າວຫາຜູ້ນຳທະຫານບ້ານ
ລີເບຍ ນາຍພົນຄາລີຟາ ຮາຟຕາ ວ່າລະເມີດຂໍ້ຕົກລົງຢຸດຍິງ. ເຖິງແມ່ນວ່າເທີກີໄດ້ສົ່ງ
ກຳລັງໄປສະໜັບສະໜູນລັດຖະບານແຫ່ງຄວາມປອງດອງຊາດລີເບຍ (GNA) ເຖິງ
ແມ່ນວ່າ ທ່ານເອີດວສນ ປາກົດວ່າ ຊອກຫາການແກ້ໄຂທາງດ້ານການທູດ ແທນທີ່ຈະ
ເປັນການໃຊ້ກຳລັງ.
ທ່ານເອີດວານ ກ່າວໃນວັນສຸກວານນີ້ ໃນນະຄອນອິສຕັນບຸູລ ກັບນາຍົກລັດຖະມົນຕີ
ເຢຣະມັນ ທ່ານນາງແອນເຈີລາ ເມີເກີລ ວ່າ “ທ່ານຮາຟຕາ ກ່າວວ່າ ທ່ານຕົກລົງຮັບ
ເອົາການຢຸດຍິງ ແຕ່ສອງມື້ຕໍ່ມາ ທ່ານໄດ້ຖິ້ມລະເບີດໃສ່ສະໝາມບິນນະຄອນຕຣີ
ໂປລີ. ເພາະສະນັ້ນ ເຮົາຈະເຊື່ອທ່ານໄດ້ຢ່າງໃດ.”
ກຳລັງຂອງນາຍພົນຮາຟຕາ ຄວບຄຸມສ່ວນໃຫຍ່ຂອງລີເບຍ ໃນສົງຄາມຕ້ານລັດ
ຖະບານແຫ່ງຄວາມປອງດອງຊາດ ທີ່ສະຫະປະຊາຊາດຮັບຮູ້.
ທ່ານນາງເມີເກີລ ໃນວັນອາທິດທີ່ຜ່ານມາ ໄດ້ເປັນເຈົ້າພາບຈັດກອງປະຊຸມສຸດຍອດ
ສາກົນໃນນະຄອນເບີລິນ ເພື່ອແນໃສ່ການແກ້ໄຂສົງຄາມກາງເມືອງໃນລີເບຍ. ມາດ
ຕາ 55 ຂອງແຜນທີ່ໄປສູ່ການສິ້ນສຸດລົງໃນການຂັດແຍ້ງ ໄດ້ວາງອອກໃຫ້ເຫັນຢູ່ໃນ
ກອງປະຊຸມ ຊຶ່ງທ່ານເອີດວານໄດ້ເຂົ້າຮ່ວມ.
ທ່ານເອີດວານ ໄດ້ທ້າທາຍຕໍ່ທ່ານນາງເມີເກີລ ຢູ່ກອງປະຊຸມນັກຂ່າວ ເຖິງຢ່າງໃດກໍດີ
ເພື່ອຢືນຢັນວ່າທ່ານຮາຟຕາ ໄດ້ເຊັນຂໍ້ຕົກລົງເບີລິນຫຼືບໍ່. ສິ່ງນຶ່ງເຫັນວ່າບໍ່ສະບາຍໃຈ
ຕໍ່ການຢືນຢັນທ່ານນາງເມີເກີລ ທ່ານພຽງແຕ່ຕົກລົງທາງປາກເທົ່ານັ້ນໂດຍໃຫ້ຂໍ້ສັງ
ເກດວ່າ ເຂົາເຈົ້າຍັງລໍຖ້າລາຍເຊັນຂອງທ່ານຢູ່.
ເຖິງແມ່ນວ່າຂໍ້ຕົກລົງເບີລິນໄດ້ໃຫ້ການຢືນຢັນຄືນອີກ ຕໍ່ການຫ້າມຂາຍອາວຸດຂອງ
ສາກົນໃຫ້ແກ່ບີເບຍ ປະທານາທິບໍດີເທີກີ ກ່າວວ່າ ທ່ານຈະສືບຕໍ່ໃຫ້ການສະໜັບສະ
ໜູນນາຍົກລັດຖະມົນຕີຟາເຢສ ອາລ-ຊາຣາສ ແຫ່ງລັດຖະບານປອງດອງຊາດ
ຂອງລີເບຍ.
ທ່ານເອີດວານ ກ່າວວ່າ “ພວກເຮົາໄດ້ສົ່ງຄະນະຜູ້ແທນທະຫານໄປຫາເຂົາເຈົ້າ ແລະ
ຈະສືບຕໍ່ການປະຕິບັດດັ່ງກ່າວ. ພວກເຮົາຈະບໍ່ປະລະທ່ານຊາຣາສ. ພວກເຮົາຈະ
ໃຫ້ການສະໜັບສະໜູນ ທີ່ພວກເຮົາສາມາດ.”
ທ່ານກ່າວເພີ້ມອີກວ່າ “ທະຫານຂອງພວກເຮົາຢູ່ທີ່ນັ້ນ ເພື່ອໃຫ້ການຊ່ວຍເຫຼືອເຝິກ
ແອບກຳລັງ GNA. ພວກເຮົາມີປະຫວັດສາດ 500 ປີ ແລະພວກເຮົາໄດ້ຮັບການເຊື້ອ
|ເຊີນຈາກລັດຖະບານ GNA ທີ່ໃຫ້ສິດທິແກ່ພວກເຮົາ.”
Turkish President Recep Tayyip Erdogan is accusing Libyan militia leader General Khalifa Haftar of violating a cease-fire agreement. Despite deploying Turkish forces to back the Libyan Government of National Accord (GNA), though, Erdogan seems to be increasingly looking to diplomacy rather than force.
"He [Haftar] says he agreed to a cease-fire, but two days subsequent, he bombed the [Tripoli] airport. So how can we trust him," Erdogan said Friday in Istanbul with German Chancellor Angela Merkel.
Haftar's forces control most of Libya in its war against the United Nations-recognized GNA.
Merkel on Sunday hosted an international summit in Berlin aimed at resolving the Libyan civil war. A 55-article road map to end the conflict was hammered out at the meeting, which Erdogan attended.
Erdogan challenged Merkel at the press conference, however, to confirm whether Haftar had signed the Berlin agreement. A visibly uncomfortable Merkel confirmed he only orally agreed to it, noting they were still waiting for his signature.
Despite the Berlin agreement reaffirming the Libyan international arms embargo, the Turkish president said he would continue supporting the GNA's Prime Minister, Fayez al-Sarraj.