ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເທີກີ ປົດລັດຖະກອນ 18,000 ຄົນອອກຈາກຕຳແໜ່ງ ຕາມບັນຍັດສຸກເສີນ


ປະທານາທິບໍດີ ເທີກີ ທ່ານ ຣີເຊັບ ໄຕຢິບ ເອີດູອານ ທັກ
ທາຍສະມາຊິກສະພາທັງຫຼາຍ ໃນກອງປະຊຸມ ກ່ຽວກັບ ປີນິຕິບັນຍັດຄັ້ງທຳອິດ ໃນກອງປະຊຸມໃຫຍ່ ສະພາແຫ່ງຊາດ ສະໄໝທີ 27 ໃນນະຄອນຫຼວງ ອັງກາຣາ, ປະເທດ ເທີກີ. 7 ກໍລະກົດ, 2018.
ປະທານາທິບໍດີ ເທີກີ ທ່ານ ຣີເຊັບ ໄຕຢິບ ເອີດູອານ ທັກ ທາຍສະມາຊິກສະພາທັງຫຼາຍ ໃນກອງປະຊຸມ ກ່ຽວກັບ ປີນິຕິບັນຍັດຄັ້ງທຳອິດ ໃນກອງປະຊຸມໃຫຍ່ ສະພາແຫ່ງຊາດ ສະໄໝທີ 27 ໃນນະຄອນຫຼວງ ອັງກາຣາ, ປະເທດ ເທີກີ. 7 ກໍລະກົດ, 2018.

ລັດຖະບານ ເທີກີ ໄດ້ອອກບັນຍັດສະບັບນຶ່ງ ເພື່ອປົດລັດຖະກອນ 18,000 ຄົນ ອອກ
ຈາກຕຳແໜ່ງ.

ຈຳນວນລັດຖະກອນໃນນັ້ນ ປະມານເຄິ່ງນຶ່ງໃນບັນຍັດດັ່ງກ່າວ, ເຊິ່ງຖືກເປີດເຜີຍໃນ
ວັນອາທິດມື້ນີ້, ແມ່ນພວກເຈົ້າໜ້າທີ່ຕຳຫຼວດ.

ເຈົ້າໜ້າທີ່ກອງທັບຫຼາຍກວ່າ 5,000 ຄົນ ກໍລວມຢູ່ໃນບັນຍັດສຸກເສີນດັ່ງກ່າວດ້ວຍ,
ໃນຂະນະທີ່ອີກ 199 ຄົນ ແມ່ນຈາກພາກສ່ວນການສຶກສາ. ໜັງສືພິມສາມແຫ່ງ ແລະ
ສະຖານີໂທລະພາບແຫ່ງນຶ່ງ ກໍໄດ້ຖືກປິດເຊັ່ນກັນ.

ປະເທດ ເທີກີ ໄດ້ຕົກຢູ່ໃນພາວະສຸກເສີນ ນັບຕັ້ງແຕ່ເດືອນກໍລະກົດ 2016 ເປັນຕົ້ນມາ
ຈາກການພະຍາຍາມ ທີ່ຈະໂຄ່ນລົ້ມປະທານາທິບໍດີ ຣີເຊັບ ໄຕຢິບ ເອີດູອານ, ເຊິ່ງລັດ
ຖະບານ ໄດ້ຖິ້ມໂທດໃສ່ຜູ້ສອນສາສະໜາ ທ່ານ ເຟທູລລາ ກັລເລັນ ທີ່ອາໄສຢູ່ໃນ
ສະຫະລັດ.

ກ່ອນການປະກາດຂອງວັນອາທິດມື້ນີ້, ລັດຖະກອນຫຼາຍກວ່າ 1 ແສນຄົນ ໄດ້ຖືກປົດ
ອອກຈາກຕຳແໜ່ງແລ້ວ ໃນບັນຍັດດັ່ງກ່າວ ນັບຕັ້ງແຕ່ປີ 2016 ເປັນຕົ້ນມາ.

ບັນດານັກວິເຄາະການເມືອງຄາດວ່າ ພາວະສຸກເສີນນີ້ ຈະຖືກຍົກເລີກໃນເດືອນນີ້.

ຈາກຜົນທີ່ອອກມາ ຂອງການເລືອກຕັ້ງປະທານາທິບໍດີ ແລະ ສະພາແຫ່ງຊາດໃນວັນ
ທີ 24 ມິຖຸນາ ທີ່ຜ່ານມານັ້ນ, ເທີກີ ໄດ້ປ່ຽນລະບົບການປົກຄອງຂອງຕົນ ເປັນອຳນາດ
ປະທານາທິບໍດີພຽງຜູ້ດຽວ. ບົດບາດຂອງນາຍົກລັດຖະມົນຕີຈະສິ້ນສຸດລົງ ແລະ ບັນ
ດາລັດຖະມົນ ຕີ ກໍຈະຕ້ອງໄດ້ລາຍງານໂດຍກົງ ຕໍ່ປະທານາທິບໍດີ. ໃນລະຫວ່າງການ
ໂຄສະນາຫາສຽງ, ສຳລັບການເລືອກຕັ້ງດຳລົງຕຳແໜ່ງຄືນໃໝ່ນັ້ນ, ທ່ານ ເອີດູອານ
ໄດ້ເວົ້າວ່າ ທ່ານຈະເຮັດໃຫ້ກົດລະບຽບສຸກເສີນສິ້ນສຸດລົງ.

ລະບົບປະທານາທິບໍດີໃໝ່ ຈະມີຜົນບັງຄັບໃຊ້ ໃນວັນຈັນມື້ອື່ນນີ້, ເມື່ອ ທ່ານ ເອີດູອານ
ສາບານໂຕເຂົ້າຮັບຕຳແໜ່ງ. ຫຼັງຈາກນັ້ນ ທ່ານກໍຈະໄດ້ຮັບອະນຸຍາດໃຫ້ອອກບັນຍັດ
ຕ່າງໆ ດ້ວຍການບັງຄັບໃຊ້ກົດໝາຍ.

ພວກນັກວິຈານເວົ້າວ່າ ກົດລະບຽບສຸກເສີນ ໄດ້ຖືກໃຊ້ໂດຍລັດຖະບານ ເພື່ອຂົ່ມຂູ່
ພວກຄູ່ແຂ່ງຕ່າງໆ, ເຊິ່ງເປັນການກ່າວຫາທີ່ລັດຖະບານປະຕິເສດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG