ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ບົດສຶກສາໃໝ່ ຂອງ EPA ແຈ້ງວ່າ ວິທີເຈາະນ້ຳມັນ ແບບ Fracking ບໍ່ເປັນອັນຕະລາຍ ຕໍ່ແຫຼ່ງນ້ຳດື່ມ


ສະຖານທີ່ ການເຈາະເອົາແກັສທຳມະຊາດ ດ້ວຍວິທີ ໃຊ້ນ້ຳສີດ ທີ່ປະຕິບັດງານໂດຍ ບໍລິສັດ Encana Oil & Gas (USA) Inc. ຢູ່ນອກເມືອງ Rifle ທາງພາກຕາເວັນຕົກ ຂອງລັດ Colorado.
ສະຖານທີ່ ການເຈາະເອົາແກັສທຳມະຊາດ ດ້ວຍວິທີ ໃຊ້ນ້ຳສີດ ທີ່ປະຕິບັດງານໂດຍ ບໍລິສັດ Encana Oil & Gas (USA) Inc. ຢູ່ນອກເມືອງ Rifle ທາງພາກຕາເວັນຕົກ ຂອງລັດ Colorado.

ການ​ສຶກສາ​ໃໝ່ ​ໂດຍ​ອົງການ​ປົກ​ປ້ອງ​ສະພາບ​ແວດລ້ອມ
ສະຫະລັດ ຫຼື EPA ລາຍ​ງານ​ວ່າ ວິທີ​ເຈາະເອົາ​ນ້ຳມັນ​ອອກ​ມາ
ຊຶ່ງ​ຮູ້ຈັກ​ກັນ​ໃນ ຊື່ fracking ທີ່​ເປັນ​ເລື້ອ​ງຖົກ​ຖຽງ​ກັນນັ້ນ ​ແມ່ນ
​ບໍ່​ສົ່ງ​ຜົນ​ອັນຕະລາຍ ຢ່າງ​ກວ້າງຂວາງ​ ຕໍ່ແຫຼ່ງນ້ຳດື່ມ​ທີ່​ສະໜອງ
​ໃຫ້​ແກ່​ປະ​ເທດ.

ການ​ສຶກສາ​ດັ່ງກ່າວ​ທີ່​ລັດຖະສະພາ​ໄດ້​ມອບ​ໝາຍ​ໃຫ້​ເຮັດນັ້ນ ​
ໃຊ້​ເວລາ​ 5 ປີ ​ແລະ ​ໄດ້​ອ້າງ​ອີງ​ເຖິງບົດ​ລາຍ​ງານ​ອື່ນ​ໆຕ່າງຫາກ
ຫຼາຍກວ່າ 900 ສະບັບ ພ້ອມ​ກັນ​ກັບບົດ​ລາຍ​ງານຄົ້ນຄວ້າ​ຂອງ
​ EPA ​ອີກດ້ວຍ.

ວິທີ fracking ແມ່ນພົວພັນ​ກັບ​ການ​ສີດ​ນ້ຳ​ ສານ​ເຄມີ ​ແລະ ດິນຊາຍ ຈຳນວນ​ຫລວງຫຼາຍ
ທັ່ງເຂົ້າ​ໃສ່​ຫີນ​ໃຕ້​ດິນ ​ເພື່ອ​ສະກັດເອົາ​ນ້ຳມັນ​ແລະ​ອາຍແກັສອອກ​ມາ.

ອຸດສາຫະກຳ​ນ້ຳມັນ​ແລະ​ອາຍແກັສ ​ກ່າວປົກ​ປ້ອງ​ການ​ກະທຳ​ດັ່ງກ່າວ ທີ່​ຕົນ​ກ່າວ​ວ່າ ​
ໄດ້ປະຕິບັດ​ຕາມ​ກົດ​ລະບຽບ ຄວາມ​ປອດໄພທັງ​ໝົດ​ ຂອງລັດຖະບານ​ກາງ ​ແລະລັດ ​
ເພື່ອ​ປົກ​ປ້ອງ​ສະພາບ​ແວດ​ລ້ອມ ຢ່າງ​ເຄັ່ງ​ຄັດ.

​ແຕ່​ບັນດາ​ນັກ​ປົກ​ປ້ອງ​ສະພາບ​ແວດລ້ອມ ກ່າວ​ວ່າ ວິທີ​ເຈາະ​ເອົາ​ນ້ຳມັນ ​ແມ່ນເປື້ອນ​ເປິ
​ແລະ ເປັນອັນຕະລາຍ ​ເຖິງ​ແມ່ນ​ວ່າ ​ໄດ້​ລະມັດລະວັງຫຼາຍປານ​ໃດ​ກໍ​ຕາມ.

ການ​ສຶກສາຂອງ EPA ກ່າວ​ວ່າ ການເຈາະນ້ຳມັນແລະອາຍແກັສ ແບບ fracking ອາດ​ທຳລາຍ​ແຫຼ່ງນ້ຳດື່ມ ຖ້າ​ບໍ່​ປະຕິບັດ​ຕາມ​ການ​ຄຸ້ມຄອງ​ຕ່າງໆ ຢ່າງ​ຖືກຕ້ອງ.

ຄວາມສ່ຽງ​ຕ່າງໆ ລວມທັງເຫດການ​ໂດດດ່ຽວ ຂອງການປິດບໍ່ ຮູເຈາະ​ດ້ວຍ​ຊີມັງ​ແບບບໍ່​
ຖືກຕ້ອງ ທີ່​ຈະ​ເຮັດ​ໃຫ້​ນ້ຳມັນ​ແລະ​ແກັສຊຶມ​ລົງ​ໄປ​ໃນ​ດິນ ສ່ວນ​ນ້ຳ​ເສຍ​ທີ່​ຍັງ​ບໍ່​ທັນ​ໄດ້​ຮັບ​
ການ​ບຳບັດ​ ກໍຈະໄຫລ​ເຂົ້າ​ໄປ​ໃນ​ແຫຼ່ງນ້ຳດື່ມ ​ແລະ​ການຫົ່ວ​ໄຫລອອກມາ ​ເປັນຕົ້ນ.

​ແຕ່​ອົງການ EPA ລາຍ​ງານ​ວ່າ ຄວາມ​ສ່ຽງຕ່າງໆ ​ແມ່ນ “ຍັງ​ນ້ອຍຢູ່ ຖ້າ​ທຽບ​ໃສ່ຈຳນວນ​
ຂອງການ​ເຈາະ​ບໍ່​ນ້ຳມັນ​ດ້ວຍ​ນ້ຳແບບໃຫຍ່ໆ ​ໃນ​ທົ່ວ​ປະ​ເທດ.”

ທ່ານ​ນາງ Amy Mall ຈາກ​ສະພາ​ປ້ອງ​ກັນ​ຊັບພະຍາກອນ​ແຫ່ງ​ຊາດ ກ່າວ​ວ່າ ການ​ສຶກສາ​
ດັ່ງກ່າວ​ຍັງ​ສະໜອງ “ຫຼັກຖານ​ທາງ​ດ້ານ​ວິທະຍາສາດ​ອັນ​ໜັກ​ແໜ້ນ” ທີ່ສະແດງວ່າ ວິທີການ fracking ນັ້ນ ໄດ້ເຮັດ​ໃຫ້ແຫຼ່ງນ້ຳດື່ມ​ໃນ​ທົ່ວ​ປະ​ເທດ​ເປິ​ເປື້ອນ.

XS
SM
MD
LG