ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮຽນຄໍາສັບພາສາອັງກິດໃນຂ່າວ Xenophobia ແມ່ນຄວາມໝາຍ ຂອງຄວາມຄຽດຊັງ ຫຼືຢ້ານກົວຕໍ່ຊາວຕ່າງຊາດ


ຮຽນຄໍາສັບພາສາອັງກິດໃນຂ່າວ Xenophobia ແມ່ນຄວາມໝາຍຂອງຄວາມ ຄຽດຊັງ ຫຼືຢ້ານກົວຕໍ່ຊາວຕ່າງຊາດ

Welcome to the Voice of America’s News Words.

ທ່ານນັກຮຽນນັກສຶກສາທັງຫຼາຍ ຍິນດີຕ້ອນຮັບທ່ານເຂົ້າສູ່ລາຍການ ຮຽນຄໍາສັບພາສາອັງກິດໃນຂ່າວ ບ່ອນທີ່ພວກເຮົາເວົ້າກ່ຽວກັບຄໍາສັບ ທີ່ທ່ານອາດໄດ້ຍິນຢູ່ໃນຂ່າວ.

This news word is a big one.

ຄໍາສັບໃນຂ່າວນີ້ ແມ່ນ​ສິ່ງ​ທີ່ໃຫຍ່.

XENOPHOBIA: XENOPHOBIA

The International Organization for Migration partnered with the United Nations in September.

ອົງການເພື່ອການຍົກຍ້າຍຖິ່ນຖານສາກົນ ໄດ້​ເຂົ້າ​ເປັນ​ຄູ່​ຮ່ວມກັບອົງການສະຫະ ປະຊາດໃນເດືອນກັນຍາ.

The United Nations now has a UN migration agency.

ປັດຈຸບັນນີ້ ອົງການສະຫະປະຊາຊາດ ມີໜ່ວຍງານການຍົກຍ້າຍຖິ່ນຖານ ປະຈໍາອົງການສະຫະປະຊາຊາດ.

The UN has also started a campaign against xenophobia relating to refugees and migrants.

ອົງການສະຫະປະຊາຊາດ ຍັງໄດ້ເລີ້ມໂຄສະນາປຸກລະດົມການຕໍ່ຕ້ານ ຄວາມຢ້ານ ແລະຄວາມຄຽດຊັງຕໍ່ຊາວຕ່າງປະເທດ ທີ່ກ່ຽວພັນກັບອົບ​ພະ​ຍົບ ແລະ ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ.

The word xenophobia comes from two Greek words: xenos, meaning the stranger or the guest and phobos, meaning fear.

ຄໍາສັບ Xenophobia ມາຈາກສອງຄໍາສັບໃນພາສາກຣີສ ເຊັ່ນ Xenos ໝາຍເຖິງຄົນແປກໜ້າ ຫຼື ແຂກ, ແລະ Phobos ໝາຍເຖິງ ຄວາມຢ້ານກົວ.

Over time, xenophobia has come to mean hatred or fear of foreigners.

ເວລາຜ່ານມາຫຼາຍປີ, Xenophobia ໄດ້ກາຍມາເປັນຄວາມໝາຍ ຂອງຄວາມຄຽດຊັງ ຫຼື ຢ້ານກົວ ຕໍ່ຊາວຕ່າງປະເທດ.

XS
SM
MD
LG