ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮຽນຄໍາສັບພາສາອັງກິດໃນຂ່າວ Underestimated ໝາຍຄວາມວ່າ ປະເມີນຄ່າຕໍ່າ, ໃຫ້ຄຸນຄ່າຕໍ່າ


Welcome to the Voice of America’s News Words.

ທ່ານນັກຮຽນນັກສຶກສາທັງຫຼາຍ ຍິນດີຕ້ອນຮັບທ່ານເຂົ້າສູ່ລາຍການ ຮຽນຄໍາສັບພາສາອັງກິດໃນຂ່າວ ບ່ອນທີ່ພວກເຮົາເວົ້າກ່ຽວກັບຄໍາສັບ ທີ່ທ່ານອາດໄດ້ຍິນຢູ່ໃນຂ່າວ.

This week we hear from a Syrian refugee who settled in the Netherlands.

ອາທິດນີ້ ພວກເຮົາຈະ​ຟັງອົບພະຍົບຊາວ ຊີເຣຍ ທີ່ຕັ້ງຖິ່ນຖານຢູ່ໃນປະເທດ ເນເທີແລນ.

UNDERESTIMATED: UNDERESTIMATED

At the United Nations Summit for Refugees and Migrants refugee Mohammed Badran spoke of his experience.

ຢູ່ທີ່ກອງປະຊຸມສຸດຍອດອົງການສະຫະປະຊາຊາດ ສໍາລັບຜູ້ອົບ​ພະ​ຍົບ ແລະ ຜູ້ຍົກ​ຍ້າຍ​ຖິ່ນ​ຖານ, ຜູ້ອົບພະຍົບ ທ້າວ ໂມຮໍາເມັດ ບາດຣານ ໄດ້ກ່າວ ກ່ຽວກັບ ປະສົບການຂອງລາວ.

There is intense public fear about refugees. As young refugees, we face this anger and fear, every day. Doors are closed to us. Higher education is denied to us. We are often dismissed and underestimated.

ມີຄວາມຢ້ານກົວທາງສັງຄົມຢ່າງຮຸນແຮງ ກ່ຽວກັບ ຜູ້ອົບພະຍົບ. ໃນຖານະ ເປັນຜູ້ອົບພະຍົບທີ່ໜຸ່ມນ້ອຍ, ພວກເຮົາໄດ້ປະເຊີນກັບຄວາມໃຈຮ້າຍ ແລະ ຄວາມຢ້ານກົວທຸກໆມື້. ປະຕູໄດ້ປິດກັ້ນຕໍ່ພວກເຮົາ. ການສຶກສາຂັ້ນສູງ ໄດ້ປະຕິເສດພວກເຮົາ. ພວກເຮົາມັກ​ຈະ​ປະ​ຕິ​ເສດ ແລະ ຖືກປະເມີນຄ່າຕໍ່າ ເກີນໄປ.

To be underestimated is to be thought of as less in ability, influence, or value than you truly are.

ການເປັນຜູ້ທີ່ຖືກປະເມີນຄ່າຕໍ່າເກີນໄປ ແມ່ນການພິຈາລະນາ ກ່ຽວກັບ ຄວາມສາມາດ, ອໍານາດ ຫຼື ຄຸນຄ່າ ທີ່ຕໍ່າກວ່າຄວາມຈິງທີ່ທ່ານເປັນ.

XS
SM
MD
LG