ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮຽນຄໍາສັບພາສາອັງກິດໃນຂ່າວ Orphan ໝາຍຄວາມວ່າ ເດັກກໍາພ້າ


ບົດຮຽນພາສາອັງກິດໃນຂ່າວ Orphan ໝາຍເຖິງ ເດັກກໍາພ້າ.

Welcome to the Voice of America’s News Words.

ທ່ານນັກຮຽນນັກສຶກສາທັງຫຼາຍ ຍິນດີຕ້ອນຮັບທ່ານເຂົ້າສູ່ລາຍການ ຮຽນຄໍາສັບພາສາອັງກິດໃນຂ່າວ ບ່ອນທີ່ພວກເຮົາເວົ້າກ່ຽວກັບຄໍາສັບທີ່ ທ່ານອາດໄດ້ຍິນຢູ່ໃນຂ່າວ.

This news word describes a tragic result of war.

ຄໍາສັບໃນຂ່າວນີ້ ອະທິບາຍ ກ່ຽວກັບ ເລື້ອງທີ່ໜ້າເສົ້າຈາກຜົນຂອງສົງຄາມ.

ORPHAN: ORPHAN

Five years of civil war has orphaned children all over Syria.

ສົງຄາມກາງເມືອງເປັນເວລາ 5 ປີ ໄດ້ເຮັດໃຫ້ເດັກນ້ອຍເປັນກໍາພ້າໄປທົ່ວ ປະເທດຊີເຣຍ.

Some of them found refuge in this World War II orphanage north of Aleppo.

ບາງຄົນ ພົບບ່ອນລີ້ໄພທີ່ເປັນສະຖານທີ່ລ້ຽງເດັກກໍາພ້າ ໃນສະໄໝສົງຄາມໂລກ ຄັ້ງທີ 2 ເຊິ່ງຕັ້ງຢູ່ທາງພາກເໜືອຂອງນະ​ຄອນຫຼວງ ອາເລັບໂປ.

We take care of their educational needs and support them with the help of civil society organizations.

ພວກເຮົາເບິ່ງແຍງກ່ຽວກັບການສຶກສາທີ່ຈໍາເປັນສໍາລັບພວກເຂົາເຈົ້າ ແລະ ສະໜັບສະໜຸນພວກເຂົາເຈົ້າດ້ວຍການຊ່ວຍເຫຼືອຂອງອົງການສັງຄົມພົນ​ລະ​ເຮືອນຕ່າງໆ.

To be orphaned means as a child your parents have died.

ການເປັນເດັກກໍາພ້າ ໝາຍເຖິງຕອນເປັນເດັກນ້ອຍທີ່ພໍ່ແມ່ຂອງເຂົາເຈົ້າ ໄດ້ເສຍຊີວິດໄປແລ້ວ.

An orphanage is a home for orphans.

ສະຖານທີ່ລ້ຽງເດັກນ້ອຍກໍາພ້າ ແມ່ນເຮືອນສໍາລັບເດັກນ້ອຍທີ່ພໍ່​ແມ່​ເສຍ​ຊີ​ວິດ​ແລ້ວ.

Now you know what the news word orphan means.

ບັດນີ້ ເຈົ້າຮູ້ແລ້ວວ່າ ຄໍາສັບໃນຂ່າວ Orphan ໝາຍຄວາມວ່າຫຍັງ.

Find more news words on our website: LearningEnglish.voanews.com.

ຊອກຫາຄໍາສັບໃນຂ່າວເພີ້ມເຕີມ ຢູ່ໃນເວັບໄຊທ໌ຂອງພວກເຮົາ: LearningEnglish.voanews.com.

XS
SM
MD
LG