ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮຽນຄໍາສັບ ພາສາອັງກິດໃນຂ່າວ Inequality ໂດຍລວມແລ້ວ ແມ່ນຢູ່ສູງຫຼາຍ ຫຼື ບັນຫາທີ່ບໍ່ສົມດຸນກັນ


ຮຽນຄໍາສັບພາສາອັງກິດໃນຂ່າວ Inequality ໂດຍລວມແລ້ວ ແມ່ນຢູ່ສູງຫຼາຍ ຫຼື ບັນຫາທີ່ບໍ່ສົມດຸນກັນ

Welcome to the Voice of America’s News Words.

ທ່ານນັກຮຽນນັກສຶກສາທັງຫຼາຍ ຍິນດີຕ້ອນຮັບທ່ານເຂົ້າສູ່ລາຍການ ຮຽນຄໍາສັບພາສາອັງກິດໃນຂ່າວ ບ່ອນທີ່ພວກເຮົາເວົ້າກ່ຽວກັບຄໍາສັບ ທີ່ທ່ານອາດໄດ້ຍິນຢູ່ໃນຂ່າວ.

This word come from a report from the World Bank. It says this is one cause of extreme poverty.

ຄໍາສັບນີ້ ມາຈາກບົດລາຍງານ ຂອງທະນາຄານໂລກ. ໃນບົດລາຍງານກ່າວວ່າ ນີ້ແມ່ນນຶ່ງໃນສິ່ງທີ່ເຮັດໃຫ້ມີຄວາມທຸກຍາກຂັ້ນຮຸນແຮງ.

INEQUALITY: INEQUALITY

The World Bank says stronger effort to ease Inequality are important to reducing extreme poverty around the globe.

ທະນາຄານໂລກກ່າວວ່າ ມີຄວາມພະຍາຍາມທີ່ເຂັ້ມແຂງກວ່າ​ເກົ່າ ເພື່ອຫຼຸດ ຜ່ອນຄວາມບໍ່ເທົ່າທຽມກັນ ແມ່ນສິ່ງສໍາຄັນໃນການຫຼຸດຄວາມທຸກຍາກຮຸນແຮງ ຢູ່ໃນທົ່ວໂລກ.

World Bank president Jim Yong Kim says Inequality is a barrier to reducing world poverty to 3 percent world-wide by 2030.

ປະທານຂອງທະນາຄານໂລກ ທ່ານຈິມ ຢົງ ກິມ ກ່າວວ່າ ຄວາມບໍ່ເທົ່າທຽມ ກັນເປັນອຸປະສັກໃນການຫຼຸດຄວາມຍາກຈົນຂອງໂລກລົງ 3 ເປີເຊັນ ຢູ່ໃນທົ່ວໂລກໃນປີ 2030.

Inequality overall is far too high.

Inequality ໂດຍລວມແລ້ວ ແມ່ນຢູ່ສູງຫຼາຍ.

Inequality is a situation that is not balanced.

Inequality ແມ່ນບັນຫາທີ່ບໍ່ສົມດຸນກັນ.

Inequality is when some people have more rights or better chances at life than other people.

Inequality ແມ່ນເວ​ລາໃດທີ່ຄົນຈໍານວນນຶ່ງມີສິດທິ ຫຼື ມີໂອກາດທີ່ດີກວ່າໃນຊີວິດ ຫຼາຍກວ່າຄົນອື່ນໆ.

XS
SM
MD
LG