ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮຽນຄໍາສັບພາສາອັງກິດໃນຂ່າວ Hack ແປວ່າ ການລັກເຂົ້າຂໍ້ມູນແບບຜິດກົດໝາຍ


Hack ໝາຍເຖິງ ເພື່ອເຂົ້າໄປໃນລະບົບຄອມພິວເຕີ້ ຫຼື ເຄືຶອຂ່າຍໂດຍບໍ່ໄດ້ ຮັບອະນຸຍາດ

Welcome to the Voice of America’s News Words.

ທ່ານນັກຮຽນນັກສຶກສາທັງຫຼາຍ ຍິນດີຕ້ອນຮັບທ່ານເຂົ້າສູ່ລາຍການ ຮຽນຄໍາສັບພາສາອັງກິດໃນຂ່າວ ບ່ອນທີ່ພວກເຮົາເວົ້າກ່ຽວກັບຄໍາສັບ ທີ່ທ່ານອາດໄດ້ຍິນຢູ່ໃນຂ່າວ.

Leaders of the U.S. intelligence community released a report in January.

ບັນດາຜູ້ນໍາປະຊາຄົມສືບລັບ ສະຫະລັດ ໄດ້ເປີດເຜີຍບົດລາຍງານໃນເດືອນ ມັງກອນ.

HACK: HACK

The report says that Russian president Vladimir Putin ordered a computer attack during last year’s U.S. presidential campaign.

ບົດລາຍງານກ່າວວ່າ ປະທານາທິບໍດີຣັດເຊຍ ທ່ານວລາດີເມຍ ປູຕິນ ອອກຄໍາ ສັ່ງໃຫ້ໂຈມຕີລະບົບຄອມພິວເຕີ້ ໃນລະຫວ່າງການໂຄສະນາຫາສຽງເລືອກຕັ້ງ ປະທານາທິບໍດີສະຫະລັດຂອງປີແລ້ວນີ້.

The computers of Hillary Clinton’s campaign manager were hacked and their documents released.

ຄອມພິວເຕີ້ຂອງຜູ້ບໍ​ລິ​ຫານການໂຄ​ສະ​ນາຫາສຽງຂອງ ທ່ານນາງຮິລລາຣີ ຄລິນຕັນ ຖືກລັກເຈາະຂໍ້ມູນ ແລະໄດ້ເປີດເຜີຍເອກະສານຕ່າງໆຂອງ ພວກເຂົາເຈົ້າ.

The report says this was to influence the election in favor of Donald Trump.

ບົດລາຍງານກ່າວວ່າ ນີ້ແມ່ນ​ເພື່ອ​ຄອບ​ງຳການເລືອກຕັ້ງເພື່ອ​ສະ​ໜັບ​ສະ​ໜູນ ທ່ານດໍໂນລ ທຣໍາ.

Hack means to enter a computer system or network without permission.

Hack ໝາຍເຖິງ ເພື່ອເຂົ້າໄປໃນລະບົບຄອມພິວເຕີ້ ຫຼື ເຄືຶອຂ່າຍໂດຍບໍ່ໄດ້ ຮັບອະນຸຍາດ.

Usually, hackers do this to gain private information or cause damage.

ໂດຍປົກກະຕິແລ້ວ, ພວກລັກເຈາະຂໍ້ມູນເຮັດສິ່ງນີ້ ເພື່ອເຂົ້າໄປເອົາຂໍ້ມູນ ສ່ວນຕົວ ຫຼື ສ້າງຄວາມເສຍຫາຍ.

Hack can also mean to cut something in a rough way.

Hack ຍັງສາມາດໝາຍເຖິງຕັດບາງສິ່ງໃນວິ​ທີ​ທີ່ບໍ່ລະອຽດ.

ບັດນີ້, ເວລາທີ່ທ່ານໄດ້ຍິນຄໍາວ່າ hack ທ່ານກໍຈະຮູ້ວ່າ ຄໍາສັບນີ້ ໝາຍຄວາມວ່າຫຍັງ.

XS
SM
MD
LG