ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮຽນຄໍາສັບພາສາອັງກິດໃນຂ່າວ Cosmetics ແປວ່າ ເຄື່ອງສໍາອາງ


ຮຽນຄໍາສັບພາສາອັງກິດໃນຂ່າວ Cosmatics ແປວ່າ ເຄື່ອງສໍາອາງ

Welcome to the Voice of America’s News Words.

ທ່ານນັກຮຽນນັກສຶກສາທັງຫຼາຍ ຍິນດີຕ້ອນຮັບທ່ານເຂົ້າສູ່ລາຍການ ຮຽນຄໍາສັບພາສາອັງກິດໃນຂ່າວ ບ່ອນທີ່ພວກເຮົາເວົ້າກ່ຽວກັບຄໍາສັບ ທີ່ທ່ານອາດໄດ້ຍິນຢູ່ໃນຂ່າວ.

In March, Forbes Magazine released its yearly list of the richest people in the world.

ໃນເດືອນມີນາ, ວາລະສານຟອບສ໌ ໄດ້ເປີດເຜີຍລາຍຊື່ປະຈໍາປີຂອງພວກເຂົາເຈົ້າ ກ່ຽວກັບຜູ້ທີ່ຮັ່ງມີທີ່ສຸດໃນໂລກ.

COSMETICS: COSMETICS

The first woman on the list is Frenchwoman Liliane Bettencourt, who owns a third of L’Oreal cosmetics.

ແມ່ຍິງຄົນທໍາອິດຢູ່ໃນບັນຊີລາຍຊື່ແມ່ນ ທ່ານນາງລິລຽນ ເບັດເຕິນຂອດ, ແມ່​ຍິງ​ຄົນ​ຝ​ຣັ່ງ ຜູ້ທີ່ເປັນເຈົ້າຂອງນຶ່ງສ່ວນສາມຂອງເຄື່ອງສໍາອາງລໍລິຣິອອລ.

Bettencourt is worth about $40.7 billion.

ທ່ານນາງເບັດເຕິນຂອດ ເປັນເຈົ້າຂອງຊັບສິນປະມານ 40 ຕື້ 700 ລ້ານໂດລາ.

Cosmetics are substances such as creams and lotions.

Cosmetics ແມ່ນສານຊະນິດນຶ່ງເຊັ່ນ ຄຣີມໜຽວ ແລະ ນໍ້າຢາສໍາລັບທາຜິວ.

They are put on face, body or hair to improve appearance.

ພວກເຂົາເຈົ້າເອົາທາໃສ່ໜ້າ, ຮ່າງກາຍ ຫຼື ຜົມ ເພື່ອເຮັດໃຫ້ຮູບຮ່າງພາຍນອກດີງາມຂຶ້ນ.

Cosmetics do not change the way the body works or its structure.

Cosmetics ບໍ່ໄດ້ປ່ຽນແປງລັກສະນະທາງຮ່າງກາຍ ຫຼື ຮູບຮ່າງທາງຮ່າງກາຍ.

Now you know what cosmetics are.

ບັດນີ້, ທ່ານຮູ້ແລ້ວວ່າ ຄໍາສັບ cosmetics ໝາຍຄວາມວ່າແນວໃດ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG