Welcome to the Voice of America’s News Words.
ຍິນດີຕ້ອນຮັບທຸກໆທ່ານເຂົ້າສູ່ບົດຮຽນພາສາອັງກິດ ຄໍາສັບໃນຂ່າວ ຂອງລາຍການວິທະຍຸກະຈາຍສຽງ VOA.
In California, a robot with a personality makes and serves coffee.
ໃນລັດ ຄາລິຟໍເນຍ, ຫຸ່ນຍົນທີ່ມີບຸກຄະລິກະພາບໂຕນຶ່ງ ທໍາການ ຊົງ ແລະ ໃຫ້ບໍລິການກາເຟ.
COLLABORATION: COLLABORATION
At CafeX, a robot makes many cups pf coffee, knows when supplies are needed and even dances.
ຢູ່ທີ່ CafeX, ຫຸ່ນຍົນໂຕນຶ່ງ ຈະເຮັດກາເຟພ້ອມກັນຫຼາຍຈອກ, ໂດຍຮູ້ເຖິງ ເວລາທີ່ຕ້ອງການສິນຄ້າ, ແລະນອກນັ້ນ ກໍຍັງຮູ້ເຕັ້ນລຳນໍາອີກດ້ວຍ.
There is always a human nearby to help and talk with customers.
ມັນຈະມີມະນຸດຢູ່ບໍລິເວນໃກ້ຄຽງຕະຫຼອດເວລາ ເພື່ອຊ່ວຍ ແລະ ສົນ ທະນາກັບບັນດາລູກຄ້າ.
The café is a modern vision of collaboration.
ຄາເຟ ດັ່ງກ່າວແມ່ນວິໄສທັດທີ່ທັນສະໄໝຂອງການດໍາເນີນການຮ່ວມມື.
Collaboration is the process of two or more people, organizations or things working together to complete a task or reach a goal.
Collaboration ແມ່ນຂັ້ນຕອນການເຮັດວຽກຮ່ວມກັນຂອງສອງຄົນ, ອົງການຈັດຕັ້ງຕ່າງໆ, ສິ່ງຂອງຕ່າງໆຈໍານວນນຶ່ງ ຫຼື ຫຼາຍກວ່ານັ້ນ ເພື່ອດໍາເນີນວຽກງານໃຫ້ປະສົບຜົນສໍາເລັດ ຫຼືໃຫ້ບັນລຸເປົ້າໝາຍໃດນຶ່ງ.
The word collaboration is often used when there is disloyal cooperation with an enemy of one’s country.
ຄຳວ່າ collaboration ມັກຈະຖືກນໍາໃຊ້ເມື່ອມີການຮ່ວມມືທີ່ບໍ່ສັດຊື່ກັບສັດຕູຂອງປະເທດນຶ່ງ.
ຟໍຣັມສະແດງຄວາມຄິດເຫັນ