ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮຽນຄໍາສັບພາສາອັງກິດໃນຂ່າວ Automate ໝາຍຄວາມວ່າ ການນໍາໃຊ້ເຄື່ອງຈັກ ເຊັ່ນ ຄອມພິວເຕີ້ ຫຼື ຫຸ່ນຍົນ


ຮຽນຄໍາສັບພາສາອັງກິດໃນຂ່າວ Automate ໝາຍຄວາມວ່າ ການນໍາໃຊ້ເຄື່ອງຈັກເຊັ່ນ ຄອມພິວເຕີ້ ຫຼື ຫຸ່ນຍົນ

Welcome to the Voice of America’s News Words.

ທ່ານນັກຮຽນນັກສຶກສາທັງຫຼາຍ ຍິນດີຕ້ອນຮັບທ່ານເຂົ້າສູ່ລາຍການ ຮຽນຄໍາສັບພາສາອັງກິດໃນຂ່າວ ບ່ອນທີ່ພວກເຮົາເວົ້າກ່ຽວກັບຄໍາສັບ ທີ່ທ່ານອາດໄດ້ຍິນຢູ່ໃນຂ່າວ.

This news word is a sign of the times.

ຄຳ​ສັບ​ໃນ​ຂ່າວນີ້​ແມ່ນ​ສັນ​ຍານ​ຂອງ​ເວ​ລາ.

AUTOMATE: AUTOMATE

This is one of two robots working for Zume Pizza.

ນີ້ແມ່ນນຶ່ງໃນຫຸ່ນ​ຍົນ​ສອງ​ໂຕ​ທີ່ກໍາລັງເຮັດວຽກໃຫ້​ຮ້ານ ພິດຊາ ຊູມ.

When the pie is perfectly covered with sauce and other topping, the robot puts it in the oven.

ເມື່ອຖາດແປ້ງຖືກປົກຫຸ້ມດ້ວຍນໍ້າຊອສ ແລະໜ້າອື່ນໆຄົບຖ້ວນແລ້ວ, ຫຸ່ນຍົນດັ່ງ​ກ່າວ​ກໍຈະເອົາມັນເຂົ້າໄປໃນເຕົາອົບ.

We spend less money on repetitive labor, so things like slicing pepperoni or applying cheese.

ພວກເຮົາໃຊ້ເງິນໜ້ອຍກວ່າສຳ​ລັບແຮງງານຊໍ້າຫຼາຍ​ຄັ້ງ, ເຊັ່ນ​ສິ່ງ​ຕ່າງ​ໆ​ຄື ປາດ ເປັບເປີໂຣນີ ຫຼື ເອົາຊີສໃສ່ໜ້າຖາດແປ້ງ.

We automate those tasks, so that we can spend more money on higher quality ingredients.

ພວກເຮົາດໍາເນີນງານດ້ວຍລະບົບບົບເຄື່ອງຈັກທີ່ເຮັດວຽກດ້ວຍໂຕມັນເອງ, ດັ່ງນັ້ນພວກເຮົາຈຶ່ງສາມາດໃຊ້ເງິນຫຼາຍ​ຂຶ້ນ ເພື່ອຊື້ສ່ວນປະກອບຂອງອາຫານ ທີ່ມີຄຸນນະພາບສູງກວ່າເກົ່າ.

The word AUTOMATE is similar to automatic and automation.

ຄໍາສັບ Automate ແມ່ນຄ້າຍຄືກັນກັບ ອັດຕະໂນມັດ ແລະ ລະບົບອັດຕະ ໂນມັດ.

Automate means to uses machines, including computer and robots to operate something.

Automate ໝາຍຄວາມວ່າ ນໍາໃຊ້ເຄື່ອງຈັກ, ເຊິ່ງລວມມີ ຄອມພິວເຕີ ແລະຫຸ່ນຍົນ ເພື່ອດໍາເນີນງານບາງຢ່າງ.

Automation is common among factories.

ລະບົບອັດຕະໂນມັດ ແມ່ນເລື້ອງປົກກະຕິທົ່ວໄປ ຢູ່ໃນໂຮງງານຕ່າງໆ.

XS
SM
MD
LG