ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄຳ​ສັບ ແລະສຳ​ນວນ​ພາ​ສາ​ອັງ​ກິດ​ແບບ​ອາ​ເມ​ຣິ​ກັນ - ບົດ​ຮຽນທີ 2: Go overboard & Guzzle


ຄຳ​ສັບ ແລະ​ສຳ​ນວນ​ພາ​ສາ​ອັງ​ກິດ ແບບ​ອາ​ເມ​ຣິ​ກັນ (American Slang & Idioms)
ຄຳ​ສັບ ແລະ​ສຳ​ນວນ​ພາ​ສາ​ອັງ​ກິດ ແບບ​ອາ​ເມ​ຣິ​ກັນ (American Slang & Idioms)

ວິທະຍຸກະຈາຍສຽງແຫ່ງຊາດລາວ ຮ່ວມກັບ ວີໂອເອ ພາກພາສາລາວ ພູມໃຈສະເໜີ ລາຍການ​ສອນພາສາອັງກິດ Popular American Slangs and Idioms ຊຶ່ງ​ເປັນບົດ​ສົນທະນາ​ພາສາ​ອັງກິດ​ລະຫວ່າງ​ເພື່ອ​ນນັກ​ສຶກສາຄົນລາວ ກັບ ​ຄົນອາ​ເມຣິກັນ ເພື່ອອະທິບາຍຄໍາສັບ ​ແລະ ສໍານວນພາ​ສາ​ອັງກິດ​ຕ່າງໆ ທີ່​ຄົນອາ​ເມຣິກັນນິຍົມ​ໃຊ້​ກັນ.

ສະບາຍດີ ທ່ານຜູ້ຟັງທີ່ເຄົາລົບ ແລະ ນ້ອງໆນັກສຶກສາທີ່ຮັກແພງທັງຫລາຍ. ຂໍຕ້ອນຮັບ
ບັນດາທ່ານເຂົ້າສູ່ລາຍການສອນພາສາອັງກິດ Popular American Slangs and Idioms ຂອງວິທະຍຸກະຈາຍສຽງແຫ່ງຊາດລາວທີ່​ນະຄອນ​ຫລວງ​ວຽງ​ຈັນ ສປປລາວ ຮ່ວມ​ກັບວີໂອເອ ພາກພາສາລາວ (Voice of America) ທີ່​ນະຄອນຫລວງວໍ​ຊິງ​ຕັນດີ​ຊີ ສະຫະລັດອາເມຣິກາ​. ໃນບົດຮຽນບົດທີສອງນີ້ ພວກເຮົາ ຈະພາທ່ານຮຽນສຳນວນ Go overboard ກັບ guzzle ຊຶ່ງທ່ານຈະ ໄດ້ຮັບຟັງເພື່ອນນັກສຶກສາສອງຄົນ Ly ກັບ Larry ລົມກັນ. ເຊີນທ່ານ ພົບກັບ ເຂົາເຈົ້າໄດ້ເລີຍ ເພື່ອບໍ່ໃຫ້ເສຍເວລາ.

Larry and Ly just went to see the latest horror movie and they are discussing their impression of the movie as they leave the theater.
​ແລຣີ ກັບ ລີ ຫາ​ກໍ່​ໄປ​ເບິ່ງ​ຮູບ​ເງົາ​ສະຫຍອງ​ຂວັນ​ເລື່ອງ​ໃໝ່ຫລ້າ​ສຸດ​ມາແລ້ວກໍ່ພາກັນລົມ​ກັນເລື່ອງຄວາມ​ຮູ້ສຶກ​ຂອງ​ເຂົາ​ເຈົ້າກ່ຽວ​ກັບ​ຮູບ​ເງົາ​ເລື່ອງ​ນັ້ນ ຂະນະ​ທີ່​ອອກ​ມາ​ຈາກ​ໂຮງສາຍ​ຮູບ​ເງົາ. ​ໃຫ້​ຟັງ​ແລຣີ ອະທິບາຍ​ຄຳ​ວ່າ to go overboard ຄັກໆ.

LH: That was so scary! What did you think of the movie, Larry?

LL: Actually, I think it was kind of disappointing. I think the director went a little overboard with some of the special effects.

LH: What do you mean “went overboard”? Do you mean the special effects were poorly done?

LL: No. To go overboard – OVERBOARD – with something is to go too far with it or use too much of it. I think the director relied too much on special effects.

LH: Oh, I see. The director used too many special effects and it made the movie less believable.

LL: Exactly. I think the writers went a little overboard, too.

LH: What do you mean? How could the writers go overboard?

LL: Well, the writers created a main character who is a pilot, a linguist, a professor, and an expert in martial arts. That sounds a little overboard to me!

LH: Oh, the writers tried to give the character too many good qualities and they ended up making him unrealistic.

LL: Yup. Of course, maybe I’m going a little overboard by analyzing a movie so much. After all, it is just a movie.

LH: That’s right. It’s okay if movies go overboard sometimes – that’s part of what makes them entertaining.

LL: Aaaagh….

LH: What’s wrong?

LL: My stomach hurts. I think I went overboard with the popcorn.

LH: I told you not to eat so much popcorn!

ຄຳວ່າ overboard ມີ​ຫລາຍຄວາມ​ໝາຍ​. ດັ່ງ​ໃນກໍ​ລະ​ນີຢູ່​ໃນ​ກຳ​ປັ່ນ ຖ້າ​ມີ​ຄົນ​ຮ້ອງ​ວ່າ ‘Man overboard” ກໍ່​ແປ​ວ່າ “ມີ​ຄົນ​ຕົກ​ນ້ຳ” ​ແຕ່​ສຳນວນ to go overboard ແປ​ວ່າ ​ເຮັດ​ເກີນ​ໄປ ຫລື ​ໃຊ້ຫລາຍ​ເກີນ​ໄປ. ບັດ​ນີ້ ​ໄປ​ຟັງ​ບົດ​ສົນທະນາ ​ເມື່ອກີ້​ນີ້​ອີກ ພ້ອ​ມກັບຄຳ​ແປ.

Ly: That was so scary! What did you think of the movie, Larry?
ຈັ່ງ​ແມ່ນ​ເປັນ​ຕາ​ຢ້ານຫລາຍ! ​ເຈົ້າ​ຄິດ​ວ່າ ຮູບ​ເງົາ​ເລື່ອງ​ນີ້​ເປັນ​ແນວ​ໃດ ​ແລຣີ?

LL: Actually, I think it was kind of disappointing. I think the director went a little overboard with some of the special effects.
ຄວາມ​ຈິງ​ແລ້ວ ຂ້ອຍ​ຄິດ​ວ່າ ມັນ​ໜ້າ​ຜິດ​ຫວັງ​ໜ້ອຍ​ໜຶ່ງ. ຂ້ອຍ​ຄິດ​ວ່າ ຜູ້​ກຳກັບ​ການສະ​ແດງ ​ went overboard ໜ້ອຍ​ໜຶ່ງ ກັບ​ເຕັກ​ນິກພິ​ເສດ​ບາງ​ຢ່າງ.

Ly: What do you mean “went overboard”? Do you mean the special effects were poorly done? ​ເຈົ້າ​ໝາຍ​ຄວາມ​ວ່າ​ແນ​ວ​ໃດ “went overboard”?
​ເຈົ້າ​ໝາຍ​ຄວາມ​ວ່າ ພວກ​ເຕັກ​ນິກພິ​ເສດຕ່າງໆ ​ເຮັດ​ບໍ່ໄດ້​ດີ ຊັ້ນຫ​ວະ?

LL: No. To go overboard – O-V-E-R-B-O-A-R-D – with something is to go too far with it or use too much of it. I think the director relied too much on special effects.
ບໍ່ ບໍ່​ແມ່ນ. To go overboard with ສິ່ງ​ໃດ​ສິ່ງ​ໜຶ່ງ ​ແປ​ວ່າ ​ເຮັດ​ເກີນ​ໄປ ​ຫລື ​ນຳໃຊ້ສິ່ງ​ນັ້ນຫລາຍ​ເກີນ​ໄປ. ຂ້ອຍ​ຄິດ​ວ່າ ຜູ້​ກຳກັບ​ການສະ​ແດງນຳໃຊ້​ເຕັກ​ນິກພິເສດ ຫລາຍ​ເກີນ​ໄປ.

Ly: Oh, I see. The director used too many special effects and it made the movie less believable. ​
ໂອ ຂ້ອຍ​ເຂົ້າ​ໃຈ​ແລ້ວ. ຜູ້​ກຳກັບ​ການສະ​ແດງ ​ໃຊ້​ເຕັກ​ນິກ ພິ​ເສດ​ຫລາຍ​ເກີນ​ໄປ ​ແລະ ​ມັນ​ເຮັດ​ໃຫ້​ຮູບ​ເງົາ ​ບໍ່ເປັນຕາ​ເຊື່ອຖື ປານ​ໃດ.

LL: Exactly. I think the writers went a little overboard, too.
ຖືກຕ້ອງ. ຂ້ອຍ​ຄິດ​ວ່າ ພວກ​ຂຽນ​ບົດຮູບເງົາ ກໍໍ່ຂຽນ​ເກີນໄປ ໜ້ອຍ​ໜຶ່ງ​ຄື​ກັນ.

Ly: What do you mean? How could the writers go overboard?
ເຈົ້າໝາຍ​ຄວາມ​ວ່າແນວ​ໃດ? ພວກ​ນັກຂຽນ​ບົດ ຈະ​ຂຽນ​ເກີ​ນ​ໄປໄດ້​ແນວ​ໃດ?

LL: Well, the writers created a main character who is a pilot, a linguist, a professor, and an expert in martial arts. That sounds a little overboard to me! ​ເອີ່ ພວກ​ນັກ​ຂຽນ​ສ້າງ​ຕົວສະ​ແດງເອກຕົວ​ໜຶ່ງຂຶ້ນ​ມາ ທີ່​ເປັນທັງ​ນັກ​ບິນ ​ເປັນ​ທັງ​ຊ່ຽວຊານ​ດ້ານພາສາ ​ເປັນ​ອາຈາ​ນສອນ ​ແລະ ​ເປັນ​ຊ່ຽວຊານ​ດ້ານ​ສິນລະປະປ້ອງກັນຕົວ. ສຳລັບ​ຂ້ອຍແລ້ວ ​ແມ່ນ​ມັນເກີນ​ໄປ​ໜ້ອຍ​ໜຶ່ງ!

Ly: Oh, the writers tried to give the character too many good qualities and they ended up making him unrealistic.
​ໂອ ພວກ​ຂຽນ​ບົດ​ພະຍາຍາມຈະ​ເຮັດ​ໃຫ້​ຕົວ​ສະ​ແດງ​ເອກ ມີ​ຄຸນ​ສົມບັດ​ດີ​ຫລາຍໆ​ຢ່າງໂພດ ​ເຂົາ​ເຈົ້າ​ກໍໍ່ເລີຍ​ເຮັດ​ໃຫ້​ລາວ ກາຍເປັນສິ່ງທີ່​ເກີນ​ຄວາມ​ເປັນ​ຈິງ​ໄປ.

LL: Yup. Of course, maybe I’m going a little overboard by analyzing a movie so much. After all, it is just a movie. ​
ແມ່ນ​ແລ້ວ. ​ແນ່ນອນ ບາງທີ​ ຂ້ອຍ​ເອງ​ກໍ່​ອາດ​ຈະ​ເຮັດ​ເກີນ​ໄປ​ໜ້ອຍ​ໜຶ່ງ ທີ່​ວິ​ຈານ​ຮູບ​ເງົາ​ເລື່ອງນີ້ ຫລາຍ​ເກີນ​ໄປ. ຈ​ະ​ເວົ້າ​ໄປ​ແລ້ວ ມັນ​ກໍ່​ເປັນ​ພຽງ​ຮູບ​ເງົາ​ເລື່ອງ​ໜຶ່ງ​ຊື່ໆ ເນາະ.

Ly: That’s right. It’s okay if movies go overboard sometimes – that’s part of what makes them entertaining.
ຖືກຕ້ອງ. ມັນ​ກະ​ບໍ່​ເປັນ​ຫຍັງ ຖ້າວ່າ​ບາງ​ຄັ້ງບາງຄາວ ຮູບ​ເງົາ​ຈະເຮັດ​ເກີນ​ຄວາມ​ເປັນຈິງ​ໄປ​ແດ່. ອັນ​ນີ້​ແຫລະ​ ທີ່​ເຮັດ​ໃຫ້​ມັນ​ມ່ວນຂຶ້ນຕື່ມ.

LL: Aaaagh…. ​ໂອຍ.........

Ly: What’s wrong? ​ເປັນ​ຫຍັງ?.........

LL: My stomach hurts. I think I went overboard with the popcorn.
ຂ້ອຍ​ເຈັບທ້ອງ. ຂ້ອຍຄິດ​ວ່າ ຄົງເປັນຍ້ອນຂ້ອຍກິນ​ເຂົ້າຕອກ​ແຕກ​ຫລາຍ ​ເກີນ​ໄປໂພດ.

Ly: I told you not to eat so much popcorn!
ຂ້ອຍ​ບອກ​ເຈົ້າ​ແລ້ວ ວ່າ​ຢ່າ​ກິນ​ເຂົ້າຕອກ​ແຕກ​ ຫລາຍ​ເກີນ​ໄປ.

ບັດ​ນີ້ ​ພວກເຮົາໄປ​ຟັງ ລີ ​ກັບ​ແລ​ຣີ ລົມ​ກັນ​ຕໍ່. ​ໃຫ້ຟັງສຳນວນ to pig out ກັບ to guzzle ທີ່ແປວ່າກິນ ແຕ່ວ່າ ກິນແບບ​ໃດລ່ະ?

LL: Aaaagh (groan) ….

Ly: What’s the matter? Does your stomach still hurt?

LL: Well, I pigged out on popcorn and then I was really thirsty, so I guzzled a large soda. Now, I’m really uncomfortable.

Ly: What does guzzle mean? Do you mean that you drank a large soda?

LL: Yeah, to guzzle – GUZZLE -- something is to drink it quickly. The salt in the popcorn made me really thirsty, so I guzzled a bunch of soda.

Ly: No wonder your stomach hurts! It’s bad enough that you ate all that popcorn and then, on top of that, you guzzled a soda!

LL: I know. I know. I’m suffering the consequences of my actions.

Ly: I never guzzle soda. The bubbles in the soda upset my stomach if I drink it too quickly.

LL: Usually, I know better than to guzzle soda, too. I just suffered a temporary lapse in judgment.

Ly: Oh well. We had better get you home so that you can guzzle some stomach medicine.

LL: That’s a good idea. I have some Pepto Bismol in my medicine cabinet. That should make me feel better.

Ly: Next time you feel the need to guzzle something, try guzzling water instead!

ທ່ານຜູ້ຟັງ ແລະ ນ້ອງໆ​ນັກ​ສຶກສາ ພໍ​ເຂົ້າ​ໃຈ​ແລ້ວ​ຕິ ຄວາມ​ໝາຍ​ຂອງ​ຄຳ​ວ່າ to pig out ກັບ to guzzle? To pig out ກໍ່​ແປ​ວ່າ ກິນ​ຫລາຍ ກິນ​ເອົາ​ແທ້​ເອົາວ່າ ຄື​ກັບ​ໝູ​ກິນ. ຖ້າ​ຜູ້​ໃດກິນ​ຫລາຍ​ ແລະ ກິນ ໄວໆ ​ແບບ​ໝູ​ມໝາ​ມ ບໍ່​ສຸ​ພາບ ​ເຮົາ​ກໍ່ຈະ​ເວົ້າ​ວ່າ He or she eats like a pig. ສ່ວນ to guzzle ​ແປ​ວ່າ ດຶ່ມ ຫລື​ ກິນ​ນ້ຳ​ແບບ​ໄວໆ ຫລາຍໆ​ຄື​ກັນ ຊຶ່ງ​ພາ​ໃຫ້​ມີ​ການ​ເອົາ​ຄຳ​ສັບ guzzle ​ໄປ​ໃຊ້​ກັບ​ລົດ​ທີ່​ກິນ​ນ້ຳມັນ​ຫລາຍ ​ເຊັ່ນ​: ລົດ​ຄັນ​ໃຫຍ່ໆ​ ກິນ​ນ້ຳມັນ​ຫລາຍ ​ກໍ່​ຈະ​ເວົ້າ​ວ່າ a gas guzzler ​ດັ່ງເຊັ່ນ​ໃນ​ປະ​ໂຫຍກນີ້ that car is a gas guzzler ຊຶ່ງ​ແປ​ວ່າ ລົດ​ຄັນ​ນັ້ນ ກິນ​ນ້ຳມັນ​ຫລາຍ. ບັດນີ້ ໄປຟັງບົດສົນທະນາ ເມື່ອກີ້ນີ້ອີກ ພ້ອມກັບຄຳແປ.

LL: Aaaagh (groan) ….

Ly: What’s the matter? Does your stomach still hurt? ​
ເປັນ​ຫຍັງ? ທ້ອງ​ເຈົ້າ​ຍັງ​ເຈັບ​ຢູ່ຫ​ວະ?

LL: Well, I pigged out on popcorn and then I was really thirsty, so I guzzled a large soda. Now, I’m really uncomfortable. ​
ເອີ່ ຂ້ອຍ​ກິນ​ເຂົ້າຕອກ​ແຕກ ກິນ​ເອົາ​ກິນ​ເອົາ ບາດ ແລ້ວ ຂ້ອຍຫິວນ້ຳອີ່ຫລີ ຂ້ອຍກໍ່ເລີຍ guzzled ນ້ຳອັດລົມຈອກບັກ ໃຫຍ່ ເຂົ້າໄປ. ບັດນີ້ ຂ້ອຍກໍ່ເລີຍຮູ້ສຶກ ຢູ່ຍາກອີ່ຫລີ.

Ly: What does guzzle mean? Do you mean that you drank a large soda?
Guzzle ແປວ່າຫຍັງ? ເຈົ້າໝາຍຄວາມວ່າ ເຈົ້າກິນນໍ້າອັດລົມຈອກໃຫຍ່ ແບບໄວໆຊັ້ນຫວະ?

LL: Yeah, to guzzle – GUZZLE -- something is to drink it quickly. The salt in the popcorn made me really thirsty, so I guzzled a bunch of soda.
ແມ່ນແລ້ວ. to guzzle ສິ່ງໃດສິ່ງໜຶ່ງ ແປວ່າ ດຶ່ມມັນໄວໆ. ເກືອຢູ່ໃນ popcorn ກໍ່ຄື ເຂົ້າຕອກແຕກ ເຮັດໃຫ້ຂ້ອຍຫິວນ້ຳອີ່ຫລີ ຂ້ອຍກໍ່ເລີຍກິນນ້ຳອັດລົມ ລົງໄປໄວໆ.

Ly: No wonder your stomach hurts! It’s bad enough that you ate all that popcorn and then, on top of that, you guzzled a soda!
ສົມພໍ ເຈົ້າຈັ່ງເຈັບທ້ອງຫັ້ນແຫລະ! ການທີ່ເຈົ້າກິນເຂົ້າຕອກແຕກໝົດຫັ້ນ ມັນກໍ່ຮ້າຍແຮງ ພໍຢູ່ແລ້ວ. ນອກຈາກນັ້ນແລ້ວ ເຈົ້າຍັງກິນນ້ຳອັດລົມ ລົງໄປໄວໆ ຈອກບັກໃຫຍ່ອີກ.

LL: I know. I know. I’m suffering the consequences of my actions.
ຂ້ອຍຮູ້ ຂ້ອຍຮູ້ແລ້ວ. ຂ້ອຍກຳລັງທຸກທໍລະມານກັບ ຜົນສະທ້ອນຈາກການກະທຳຂອງຂ້ອຍ ຢູ່ນີ້ແຫລະ.

Ly: I never guzzle soda. The bubbles in the soda upset my stomach if I drink it too quickly.
ຂ້ອຍບໍ່ເຄີຍກິນ ນໍ້າອັດລົມ ລົງໄວໆຈັກເທື່ອ. ຟອງຢູ່ໃນນໍ້າອັດລົມ ມັນເຮັດໃຫ້ຂ້ອຍເຈັບ ທ້ອງ ຖ້າຂ້ອຍກິນມັນລົງໄປ ໄວເກີນໄປ.

LL: Usually, I know better than to guzzle soda, too. I just suffered a temporary lapse in judgment.
ປົກກະຕິແລ້ວ ຂ້ອຍກໍ່ຮູ້ດີຄືກັນວ່າ ບໍ່ຄວນດື່ມນ້ຳອັດລົມເຂົ້າໄປໄວໆ. ຂ້ອຍພຽງແຕ່ຂາດ ສະຕິ ລືມຄິດໄປຊົ່ວຄັ້ງຊົ່ວຄາວ ຊື່ໆດອກ.

Ly: Oh well. We had better get you home so that you can guzzle some stomach medicine.
ເອົາ ຄັນຊັ້ນເຮົາກະຕ້ອງພາເຈົ້າເມືອເຮືອນກ່ອນແຫລະ ເພື່ອເຈົ້າຈະໄດ້ ໄປກິນຢາແກ້ກະເພາະ.

LL: That’s a good idea. I have some Pepto Bismol in my medicine cabinet. That should make me feel better.
ເປັນຄວາມຄິດທີ່ດີ. ຂ້ອຍມີຢາ Pepto Bismol ໃນຕູ້ຢາຢູ່ເຮືອນຂອງຂ້ອຍ. ມັນໜ້າຈະ ເຮັດໃຫ້ຂ້ອຍຮູ້ສຶກໄຄຂຶ້ນໄດ້ແດ່.

Ly: Next time you feel the need to guzzle something, try guzzling water instead!
ເອີ່ ເທື່ອໜ້າ ຄັນເຈົ້າເກີດຄວາມຮູ້ສຶກ ຢາກຈະດື່ມຫຍັງລົງໄປໄວໆ ລອງດື່ມນ້ຳຫັ້ນ ລົງໄປແທນເດີ້.

ແລະ ນັ້ນກໍ່ຄືລາຍການບົດຮຽນພາສາອັງກິດ Popular American Slangs and Idioms ທີ່ວິທະຍຸກະຈາຍສຽງແຫ່ງຊາດ ລາວ ຢູ່ນະຄອນຫລວງ​ວຽງ​ຈັນ ສປປ ລາວ ຮ່ວມກັບ ວີໂອເອ ພາກພາສາລາວ ທີ່​ນະຄອນຫລວງວໍ​ຊິງ​ຕັນ ດີ​ຊີ ສະຫະລັດອາ​ເມຣິກາ ນຳມາສະເໜີ ທ່ານເປັນປະຈໍາ ທາງສະຖານີແຫ່ງນີ້ ໃນລະບົບ AM ທຸກໆວັນ ອັງຄານ ແລະ ວັນເສົາ ເວລາ 9.30 ໂມງ ຫາ 9:45 ໂມງ ຕອນເຊົ້າ ແລະ ໃນລະບົບ FM 103.7 Mhz (ຮ້ອຍສາມຈຸດ ເຈັດເມກາເຮີ້ສ) ເວລາບ່າຍ 14.00 ໂມງ ຫາ 14.15 ໂມງ ທຸກໆວັນເສົາ ແລະ ວັນອາທິດ. ໂປດຕິດຕາມບົດຮຽນໃໝ່ຂອງພວກເຮົາໄດ້ໃນຄັ້ງຕໍ່ໄປ. ສຳລັບ ມື້ນີ້ ທິມງານຂອງພວກເຮົາ ຂ້າພະເຈົ້າ ດາຣາ ກັບ ສຸກພະໃສ ແລະ ເພັດສະໝອນ ພ້ອມດ້ວຍນາຍຊ່າງເຕັກນິກອັດສຽງ ສົມຄິດ ວິໄລເງິນ ແລະອັດສະລາ ຂໍຂອບໃຈທຸກໆທ່ານທີ່ໃຫ້ກຽດຕິດຕາມຮັບຟັງແຕ່ຕົ້ນຈົນ ຈົບ. ພົບກັນໃໝ່ໃນໂອກາດໜ້າ - ສະບາຍດີ!

XS
SM
MD
LG