ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

English in a Minute, ບົດທີ 89 “Wishful thinking” ແປວ່າ "ຄວາມປາດຖະໜາ/ຄວາມເຊື່ອວ່າ ບາງສິ່ງບາງຢ່າງຈະເກີດຂຶ້ນ ຫຼື ຈະເປັນຈິງ"


English in a Minute: Wishful Thinking
please wait

No media source currently available

0:00 0:01:00 0:00

English in a Minute: Wishful Thinking

Welcome to English in a minute. ຍິນ​ດີ​ຕ້​ອນ​ຮັບທ່ານເຂົ້າ​ສູ່ລາຍ​ການ​ພາ​ສາ​ອັງ​ກິດ​ໃນ 1 ​ນາ​ທີ.

When you make a wish, you hope for something to happen. But what is wishful thinking? ເມື່ອເວລາເຈົ້າຂໍວິ້ງວອນ, ເຈົ້າມີ​ຄວາມຫວັງຢາກໃຫ້ ສິ່ງໃດ ສິ່ງນຶ່ງເກີດຂຶ້ນ. ແຕ່ຄໍາວ່າ wishful thinking ມັນ ຫມາຍຄວາມແນວໃດກັນ​ແທ້? ພວກເຮົາລອງໄປ​ຟັງ​ບົດ​ສົນ​ທະ​ນາລະ​ຫວ່າງ Anna ກັບ Dan ລອງ​ເບິ່ງ​ເນາະ, ບາງ​ທີ​ມັນ​ອາດ​ຊ່ວຍ​ໃຫ້​ພວກ​ເຮົາ​ຮູ້​ໃຊ້​ສຳ​ນວນນີ້​ຫລາຍ​ຂຶ້ນ?

Anna: Dan, guess who’s going to win the lottery tomorrow. ແດນ, ລອງເດົາເບິ່ງດູ ວ່າໃຜຊິຖືກຫວຍ ມື້ອື່ນໜິ.

Dan: I don’t know, Anna. You know your chances are like a billion to one. ຂ້ອຍບໍ່ຮູ້ໄດ໋, ອານນາ. ເຈົ້າກໍຮູ້ດີຢູ່​ແລ້ວ​ວ່າ ໂອກາດຂອງເຈົ້າກໍ່ຄື 1 ໃນພັນລ້ານ.

Anna: I have a good feeling about this one. In fact, I test drove the car that I’m going to buy when I win!
ຂ້ອຍມີຄວາມຮູ້ສຶກທີ່ດີໃນເທື່ອນີ້. ທີ່ຈິງແລ້ວ, ຂ້ອຍໄດ້ໄປທົດລອງຂັບລົດ ທີ່ຂ້ອຍຈະຊື້ ໃນ​ຕອນຂ້ອຍຖືກຫວຍນັ້ນ ເບິ່ງແລ້ວ!

Anna: What? A little wishful thinking can’t hurt. ແມ່ນຫຍັງ? ການ​ມີຄວາມປາດຖະໜາ​ໃຫ້​ເປັນ​ຈິງ ເລັກໆ ນ້ອຍໆ ບໍ່ສາມາດເຮັດໃຫ້ເສຍ​ຫາຍ​ຫຍັງ.

Dan: a little wishful thinking? ຄວາມປາດຖະໜາເລັກໆ ນ້ອຍໆ ຫວາ?

With wishful thinking, we think or act like our wish is going to come true, even though it probably will not. I’m with Dan on this one. And I really hope Anna isn’t too excited about that new car. ໂດຍ​ທີ່​ມີ​ຄວາມປາດຖະໜາໃຫ້​ສິ່ງ​ໃດ​ສິ່ງ​ນຶ່ງ​ເກີດ, ພວກເຮົາຄິດ ຫຼື ປະຕິບັດຄືກັນ​ກັບວ່າ ຄວາມປາດຖະໜາຂອງເຮົາກຳລັງຈະກາຍເປັນຈິງ, ເຖິງແມ່ນວ່າ ມັນອາດຈະບໍ່ເກີດ​ຂຶ້ນ​ກໍ​ເປັນ​ໄດ້. ຂ້ອຍຄິດຄືກັນກັບແດນໃນເລື້ອງນີ້. ແລະ ຂ້ອຍກໍ່ຫວັງວ່າ ອານນາ ຈະບໍ່ຕື່ນເຕັ້ນ ກັບລົດໃໝ່ນັ້ນຫລາຍເກີນໄປ.

And that's English in a minute. ແລະ ນັ້ນແມ່ນພາ​ສາ​ອັງ​ກິດ​ໃນ 1 ​ນາ​ທີ.

XS
SM
MD
LG