ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

English in a Minute, ບົດທີ 108 “To Eat, Drink and Sleep (something)” ແປວ່າ “ຫົວປັກຫົວປ່ຳ ຫລື ໝົກໝົ້ນຢູ່ກັບສິ່ງໃດສິ່ງນຶ່ງ”


English in a Minute: To Eat, Drink and Sleep (Something)
please wait

No media source currently available

0:00 0:00:59 0:00

English in a Minute: To Eat, Drink and Sleep (Something) ແປວ່າ “ຫົວປັກຫົວປ່ຳ ຫລື ໝົກໝົ້ນຢູ່ກັບສິ່ງໃດສິ່ງນຶ່ງ”

English in a Minute, ບົດ​ທີ 108 “To Eat, Drink and Sleep (something)” “ຫົວປັກຫົວ​ປ່ຳ ຫລື ໝົກໝົ້ນຢູ່ກັບສິ່ງໃດ​ສິ່ງ​ນຶ່ງ”

Welcome to English in a minute. ຍິນ​ດີ​ຕ້​ອນ​ຮັບທ່ານເຂົ້າ​ສູ່ລາຍ​ການ​ພາ​ສາ​ອັງ​ກິດ​ໃນ 1 ​ນາ​ທີ.

Eating, drinking, and sleeping are all things we do to stay healthy and alive. These actions together also make an idiom.

ການກິນ, ການດື່ມ ແລະ ການນອນ ແມ່ນສິ່ງທີ່ພວກເຮົາເຮັດ ເພື່ອໃຫ້ມີ​ສຸ​ຂະ​ພາບແຂງແຮງ ແລະມີຊີວິດຢູ່. ກິດຈະກຳທັງໝົດເຫຼົ່ານີ້ຍັງສ້າງໃຫ້ເປັນສຳນວນໄດ້. ພວກເຮົາລອງໄປຟັງບົດສົນທະນາລະຫວ່າງ ອານນາ ກັບ ໂຈເນທານ ລອງເບິ່ງເນາະ, ບາງທີມັນອາດຊ່ວຍໃຫ້ພວກເຮົາຮູ້ໃຊ້ສຳນວນນີ້ຫຼາຍຂຶ້ນ?


Jonathan: Anna, what did you do last weekend?

ໂຈນາທານ: ອານນາ, ເຈົ້າເຮັດຫຍັງທ້າຍອາທິດແລ້ວນີ້?

Anna: Read Children’s books.

ອານນາ: ອ່ານປື້ມຂອງເດັກນ້ອຍ.

Jonathan: Oh. And what are your plans for this weekend?

ໂຈນາທານ: ໂອ້. ແລະ ເຈົ້າມີແຜນການຫຍັງບໍ່ ສຳລັບທ້າຍອາທິດນີ້?

Anna: Read more children’s books.

ອານນາ:​ ອ່ານປື້ມເດັກຂອງເດັກນ້ອຍຕື່ມອີກ.

Jonathan: wow. You’ve really been eating, drinking, and sleeping children’s books!

ໂຈນາທານ: ວາວ, ເຈົ້າ ກິນ, ດື່ມ ແລະ ນອນ ກັບປຶ້ມອ່ານຂອງເດັກນ້ອຍແທ້ໆເນາະ.

Anna: Do you think I have a problem?

ອານນາ: ເຈົ້າຄິດວ່າຂ້ອຍມີບັນຫາບໍ່?

Jonathan: No!

ໂຈນາທານ: ບໍ່ດອກ!

If you “eat, drink, and sleep” something, you do it a lot. And you think about it a lot, too. You might eat, drink and sleep a fun hobby or something not so fun.

ຖ້າເຈົ້າ “ກິນ, ດື່ມ, ແລະ ນອນ” ກັບບາງສິ່ງບາງຢ່າງ, ເຈົ້າເຮັດສິ່ງນັ້ນຫຼາຍ​ຂະ​ໜາດ. ແລະ ເຈົ້າກໍຄິດກ່ຽກວັບມັນຫຼາຍອີກເຊັ່ນກັນ. ເຈົ້າອາດຈະກິນ, ດື່ມ ແລະ ນອນ ກັບ ກິດຈະກຳຍາມວ່າງທີ່ມ່ວນຊື່ນ ຫຼື ​ເຮັດບາງສິ່ງບາງຢ່າງທີ່ບໍ່ມ່ວນປານໃດກໍ​ເປັນໄດ້. ຖ້າ​ຈະ​ແປ​ອີກ​ຢ່າງ​ນຶ່ງສຳ​ນວນນີ້ ແມ່ນ​ມີ​ຄວາມ​ໝາຍ​ວ່າ “ຫົວປັກຫົວ​ປໍາ ຫລື ໝົກໝົ້ນຢູ່ກັບສິ່ງໃດ​ສິ່ງ​ນຶ່ງ”

And that's English in a minute.

ແລະ ນັ້ນແມ່ນພາ​ສາ​ອັງ​ກິດ​ໃນ 1 ​ນາ​ທີ.

XS
SM
MD
LG