ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮຽນພາສາອັງກິດ ໃນນຶ່ງນາທີ: “Talk is cheap” ແປວ່າ “ຄຳເວົ້າມັນງ່າຍ/ດີແຕ່ເວົ້າ/ຄຳເວົ້າເປັນແຕ່ພຽງລົມປາກ/ຄຳເວົ້າບໍ່ມີຄ່າ”


ເຊີນຮັບຟັງ ຮຽນພາສາອັງກິດ ໃນນຶ່ງນາທີ: “Talk is cheap” ແປວ່າ “ຄຳເວົ້າມັນງ່າຍ/ດີແຕ່ເວົ້າ/ຄຳເວົ້າເປັນແຕ່ພຽງລົມປາກ/ຄຳເວົ້າບໍ່ມີຄ່າ”

Welcome to English in a minute. ຍິນ​ດີ​ຕ້​ອນ​ຮັບທ່ານເຂົ້າ​ສູ່ລາຍ​ການ​ພາ​ສາ​ອັງ​ກິດ​ໃນ 1 ​ນາ​ທີ.

Some people talk a lot. Others, not so much. But how can talking have a price?

ຄົນບາງຄົນເວົ້າຫຼາຍ. ໃນຂະນະທີ່ຄົນອື່ນ, ເວົ້າບໍ່ຫຼາຍປານໃດ. ແຕ່ຍ້ອນຫຍັງການເວົ້າຈຶ່ງມີລາຄາ?


Anna: Jonathan, this weekend I am going to organize my work space. It’s going to be clean and… organized…

ອານນາ: ໂຈນາທານ, ທ້າຍອາທິດນີ້ ຂ້ອຍຈະຈັດບ່ອນເຮັດວຽກຂອງຂ້ອຍ. ມັນຈະສະອາດ ແລະ... ເປັນລະບຽບຮຽບຮ້ອຍ...

Jonathan: you’ve been talking about that for months!

ໂຈນາທານ: ເຈົ້າໄດ້ເວົ້າເຖິງເລື້ອງນັ້ນມາຫຼາຍເດືອນແລ້ວ!

Anna: It takes time.

ອານນາ: ​ມັນຕ້ອງໃຊ້ເວລາ.

Jonathan: Anna, talk is cheap. Just clean your office.

ໂຈນາທານ: ອານນາ, ຄຳເວົ້ານະມັນງ່າຍ. ພຽງແຕ່ເຮັດຄວາມສະອາດຫ້ອງການຂອງເຈົ້າຊະ.

It’s easy to say you’re going to do something. It’s a lot harder to actually do it. This is what “talk is cheap” means. Another expression that means the same thing is “actions speak louder than words.”

ມັນງ່າຍທີ່ຈະເວົ້າວ່າເຈົ້າຈະເຮັດບາງສິ່ງບາງຢ່າງ. ມັນຍາກກວ່າຫຼາຍ ທີ່ຈະເຮັດມັນແທ້ໆ. ນີ້ແມ່ນຄວາມໝາຍຂອງ “talk is cheap”. ອີກສຳນວນນຶ່ງທີ່ມີຄວາມຫມາຍຄືກັນແມ່ນ "ການກະທໍາ ດັງກວ່າຄໍາເວົ້າ"

And that's English in a minute.

ແລະ ນັ້ນແມ່ນພາ​ສາ​ອັງ​ກິດ​ໃນ 1 ​ນາ​ທີ.

XS
SM
MD
LG