ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮຽນພາສາອັງກິດ ໃນນຶ່ງນາທີ: “Gut feeling” ແປວ່າ “ຄວາມຮູ້ສຶກເລິກໆ(ຂ້າງໃນ)/ຮູ້ສຶກໄດ້/ສັນຊາດຕະຍານ”


ຮຽນພາສາອັງກິດ ໃນນຶ່ງນາທີ: “Gut feeling” ແປວ່າ “ຄວາມຮູ້ສຶກເລິກໆ(ຂ້າງໃນ)/ຮູ້ສຶກໄດ້/ສັນຊາດຕະຍານ”

Welcome to English in a minute. ຍິນ​ດີ​ຕ້​ອນ​ຮັບທ່ານເຂົ້າ​ສູ່ລາຍ​ການ​ພາ​ສາ​ອັງ​ກິດ​ໃນ 1 ​ນາ​ທີ.

“Gut” is another word for your stomach area. But what could it mean to have a “gut feeling?”

“Gut” ເຊິ່ງແປວ່າລຳໄສ້ ເປັນອີກຄຳສັບນຶ່ງທີ່ໝາຍເຖິງບໍລິເວນທ້ອງຂອງເຈົ້າ ແຕ່ການມີ “gut feeling” ມັນມີຄວາມໝາຍວ່າແນວໃດກັນແທ້? ພວກເຮົາລອງໄປຟັງບົດສົນທະນາລະຫວ່າງອານນາ ກັບໂຈນາທານລອງເບິ່ງເນາະ, ບາງທີ່ມັນອາດຊ່ວຍໃຫ້ພວກເຮົາ ຮູ້ໃຊ້ສຳນວນນີ້ຫຼາຍຂຶ້ນ.

Anna: Jonathan, how’s it going with that girl you met in your zoom dance class?

ອານນາ: ໂຈນາທານ, ເປັນແນວໃດແລ້ວ ກັບສາວຄົນນັ້ນ ທີ່ເຈົ້າພໍ້ໃນຫ້ອງຮຽນເຕັ້ນລຳ​ຜ່ານ​ທາງຊູມຂອງເຈົ້າ?

Jonathan: it’s going okay. She’s nice and interesting, but I just have a gut feeling that we’re not right for each other.

ໂຈນາທານ: ມັນກຳລັງດີ, ນາງເປັນຄົນດີ ແລະ ໜ້າສົນໃຈ, ແຕ່ ຂ້ອຍພຽງແຕ່ມີຄວາມຮູ້ສຶກເ​ລິກໆວ່າ ພວກເຮົາບໍ່ເໝາະສົມກັນ.

Anna: Listen to your gut, Jonathan. If I had only listened to my gut…

ອານນາ: ​ຟັງຄວາມຮູ້ສຶກລຶກໆຂອງເຈົ້າເດີ, ໂຈນາທານ. ຖ້າພຽງແຕ່ຂ້ອຍໄດ້ຟັງຄວາມຮູ້ສຶກ​ເລິກໆຂອງຂ້ອຍ....

Lots of people feel something physically in their stomach when they experience strong emotions. If you have a “gut feeling,” you sense something about a situation. You may not know why you feel that way, but you just know you’re right.

ຫຼາຍໆຄົນ ຮູ້ສຶກມີບາງສິ່ງບາງຢ່າງຢູ່ໃນທ້ອງ ໃນເວລາທີ່ພວກເຂົາປະສົບກັບຄວາມຮູ້ສຶກທີ່ໜັກແໜ້ນ. ຖ້າເຈົ້າມີ “gut feeling,” ເຈົ້າສຳພັດໄດ້ເຖິງບາງສິ່ງບາງຢ່າງ ກ່ຽວກັບສະຖານະການນັ້ນ. ເຈົ້າອາດຈະບໍ່ຮູ້ວ່າເປັນຫຍັງເຈົ້າຈຶ່ງຮູ້ສຶກແບບນັ້ນ,​ ແຕ່ເຈົ້າ ຮູ້ວ່າເຈົ້າຖືກແລ້ວ.

And that's English in a minute.

ແລະ ນັ້ນແມ່ນພາ​ສາ​ອັງ​ກິດ​ໃນ 1 ​ນາ​ທີ.

XS
SM
MD
LG